fns.png
previous arrow
next arrow

ສຈ.ປອ. ວີຈິດ ລຳໄຊ

ວຸດ​ທິ​ການ​ສຶກ​ສາ:​ ປະລິນຍາເອກ ສາ​ຂາ​ວິ​ຊາ, ລົງ​ເລິກ:​ ພືດສາດ

ຕຳແໜ່ງບໍລິຫານ:ຫົວ​ໜ້າໜ່ວຍວິຊາ​  

ຕໍາແໜ່ງວິຊາການ: ສາດສະດາຈານ

§  ການສຶກສາ:

            ·      1994-1997     ຈົບປະລິນຍາໂທ   ສາຂາຊີວະວິທະຍາ ມະຫາວິທະຍາໄລຂອນແກ່ນ ປະເທດໄທ

  • 2006-2011     ຈົບປະລິນຍາເອກ ສາຂາຊີວະວິທະຍາ ມະຫາວິທະຍາໄລອຸບຊະລາ ປະເທດສະວີເດັນ

§   ຂົງເຂດການຄົ້ນຄວ້າ:

   

ຕົນເອງໄດ້ເປັນ​ນັກຄົ້ນ​ຄວ້າ ດ້ານ​ການ​ຈັດ​ຈຳ​ແນກ​ພືດ ຫຼື ອະ​ນຸ​ກົມ​ວິ​ຖານ​ພືດ ​ແລະ ການ​ປະ​ເມິນ​ລັກ​ສະ​ນະ​ທາງ​ຊີ​ວະ​ວິ​ທະ​ຍາ​ຂອງ​ຊະ​ນິດ​ພືດ ຖື​ເປັນ​ນັກ​ຄົ້ນ​ຄວ້າ​ຄົນ​ໜຶ່ງ​ຂອງ​ລາວ​ໃນ​ຂົງ​ເຂດ​ພືດ​ສາດ​ຂອງ​ລາວ ກໍ່​ຄື​ຂອງ​ບັນດາປະເທດໃນອິນ​ດູ​ຈີນ (ລາວ ຫວຽດ​ນາມ ກຳ​ປູ​ເຈຍ), ຕົນເອງ​ໄດ້​ຄົ້ນ​ຄວ້າກ່ຽວ​ກັບ​ການ​ປະ​ເມິນ​ຄວາມ​ຢູ່​ລອດ​ຊອງ​ຊະ​ນິດ ປະ​ເມີນ​ຄວາມ​ຫຼາກ​ຫຼາຍ​ ແລະ ບົດ​ບາດ​ໜ້າ​ທີ່ຂອງ​ລະ​ບົບ​ນິ​ເວດ ຕໍ່​ກັບ​ສິ່ງ​ແວດ​ລ້ອມ ແລະ ການ​ນຳ​ໃຊ້ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ, ນອກ​ຈາກນັ້ນ ຕົນເອງ​ຍັງ​ໄດ້​ຄົ້ນ​ຄວ້າ​ເຖິງ​ພູມ​ປັນ​ຍາ​ຊາວ​ບ້ານໃນ​ການ​ນຳ​ໃຊ້​ຊັບ​ພະ​ຍາກ​ອອນ​ທຳ​ມະ​ຊາດ ​ທີ່​ເປັນການ​ສືບ​ທອດ ແລະ ການ​ອະ​ນຸ​ລັກ ມູນ​ມັງ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ພະ​ບຸ​ລູດ​ຂອງ​ລາວ.  ອາ​ຈານ​ເຄີຍ​ໄດ້​ເປັນທີ່​ປຶກ​ສາ​ລະ​ດັບ​ຊາດ ເປັນ​ຄູ​ຝຶກ ແລະ ຜູ້​​ປະ​ກອບ​ສ່ວນ​ການ​ຄົ້ນ​ຄວ້າໃນຫຼາຍໂຄງການ ໃຫ້ແກ່ IUCN, UNDP, GIZ, WCS, WWF, WB, MORE, MOST, MOFA, WMPA, NAFRI, NUOL. ​

ປະ​ຈຸ​ບັນ ຕົນເອງເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດ ໂດຍເປັນອາຈານສອນ ແລະ ນັກຄົ້ນຄວ້າໃນຂົງເຂດຄວາມຫຼາກຫຼາຍຂອງພືດ ແລະ ການອະນຸລັກຊີວະນາໆພັນຕັ້ງແຕ່ປີ 1983 ເປັນ​ຕົ້ນ​ມາ. ຕົນເອງໄດ້ມີຄວາມຊ່ຽວຊານດ້ານວິຊາພືດສາດ ແລະ ການປະເມີນລະບົບນິເວດພືດ ແລະ ເປັນຜູ້​ມີປະສົບການ​ສູງ ໃນການ​ປະ​ກອບ​ສ່ວນ​ໃນຂົງ​ເຂດວຽກງານກ່ຽວກັບຄວາມຫຼາກຫຼາຍຂອງພືດ​ໃນ ສ​ປ​ປ ລາວ, ຄຸນ​ລັກ​ສະ​ນະ​ທາງ​ຊີ​ວະ​ວິ​ທະ​ຍາ​ຂອງ​ຊະ​ນິດພືດ, ການປະ​ເມີນ ແລະ ວິເຄາະລະບົບນິເວດຂອງພືດ ແລະ ປ່າໄມ້, ການນໍາໃຊ້ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດແບບຍືນຍົງ ຕາມພູມປັນຍາຊາວບ້ານ, ການ​ສຶກ​ສາເຄື່ອງປ່າຂອງດົງ​ໃນລາວ, ການຈໍາແນກແລະ ການກໍານົດຊະນິດພັນພືດໃໝ່, ປະເພດພືດ​ທີ່​ບັນ​ທຶກ​ໃໝ່ ໃນ ສ​ປ​ປ ລາວ. ມາຮອດ 2025 ຕົນເອງໄດ້ມີສ່ວນຮ່ວມໃນຫຼາຍກ່ວາ 35 ໂຄງການ ແລະ ຂຽນ​ບົດ​ຄວາມ​ວິ​ທະ​ຍາ​ສາດ​ອອກ​ເຜີຍ​ແຜ່ຫຼາຍກວ່າ 50 ເລື້ອງ  ແລະ ຍັງ​ໄດ້ຮ່ວມມືກັບສະຖາບັນສາກົນໃນພາກສະຫນາມຂອງພືດເປັນລະບົບເຊັ່ນ: ​ສວນ​ພຶກ​ສາ​ສາດ​ເອ​ດິນ​ເບີກ ປະ​ເທດ​ສະ​ກັອດ​ແລນ, ສວນ​ພືດ​ສາດ​ປະ​ຫວັດ​ສາດ​ແຫ່ງ​ຊາດ ທີ່​ ປາ​ຣີ ປະ​ເທດ​ຝ​ຣັ່ງ​ເສດ ແລະ ອື່ນໆ ເຊັ່ນ ສວນ​ພືກ​ສາ​ສາດ​ປະ​ເທດ​ໄອ​ແລນ, ປະ​ເທດ​ຫວຽດ​ນາມ, ປະ​ເທດ​ໄທ, ກຳ​ປູ​ເຈຍ ...ເຊັ່ນດຽວກັນກັບ ສະ​ຖາ​ບັນ​ການ​ຄົ້ນ​ຄວ້າ​ພາຍ​ໃນ​ປະ​ເທດ ເຊັ່ນ ກົມປ່າໄມ້, ມະ​ຫາ​ວິ​ທະ​ຍາ​ໄລ​,  ມະ​ຫາ​ວິ​ທະ​ຍາ​ໄລ​ສຸ​ຂະ​ພາບ, ສະ​ຖາ​ບັນຄົ້ນ​ຄວ້າ​ກະ​ສິ​ກຳ ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຫ່ງ​ຊາດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ແພດ ແລະ ການ​ຢາ​ພື້ນ​ເ​ມືອງ, ສະ​ມາ​ຄົມ​ອະ​ນຸ​ລັກ​ສັດ​ປ່າ ແລະ ອື່ນໆ.

ຕົນເອງໄດ້​ຮັບກຽດສູງ ທີ່ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນໃນສາຂາວິຊາພືດສາດ ຈາກ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ ໃນປີ 2016 ແລະ ລາງວັນການຄົ້ນຄວ້າດີເດັ່ນດ້ານວິທະຍາສາດທຳມະຊາດ ຂອງ FNS ໃນປີ 2020 ແລະ ຂອງ NUOL ໃນປີ 2021.

§   ຜົນງານການຄົ້ນຄ້ວາ