ພາກວິຊາ ວິທະຍາສາດຄອມພິວເຕີ

ພາລະບົດບາດຂອງພາກວິຊາ ວິທະຍາສາດຄອມພິວເຕີ ແມ່ນການປະຕິບັດນະໂຍບາຍຂອງມະຫາວິທະຍາໄລແຫ່ງຊາດ, ສອດຄ່ອງກັບນະໂຍບາຍຂອງຊາດ, ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ສາມາດນຳໃຊ້ວິທະຍາສາດຄອມພິວເຕີແລະ ການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຢີ ເພື່ອແກ້ໄຂບັນຫາທາງເຕັກນິກ, ພັດທະນານັກວິຊາການເພື່ອພັດທະນາເສດຖະກິດ – ສັງຄົມ. ນອກຈາກ ໜ້າທີ່ການຮຽນ – ການສອນ, ພາກວິຊາ ຍັງໃຫ້ບໍລິການທາງວິຊາການແກ່ຊຸມຊົນທ້ອງຖິ່ນ, ແລະ ດຳເນີນການຄົ້ນຄວ້າວິທະຍາສາດ ແລະ ການປະດິດສ້າງເຕັກໂນໂລຢີພ້ອມໆກັນ.
- ຫຼັກສູດປະລິນຍາຕີ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາວິທະຍາສາດຄອມພິວເຕີ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາການພັດທະນາໂປຣແກຣມຄອມພິວເຕີ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາການພັດທະນາເວັບໄຊ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາປັນຍາປະດິດ (AI)
- ຫຼັກສູດຕໍ່ເນື່ອງປະລິນຍາຕີວິທະຍາສາດຄອມພິວເຕີ
-
ຫຼັກສູດປະລິນຍາໂທ
- ແນະນຳພາກວິຊາ
- Facebook ຂອງພາກວິຊາວິທະຍາສາດຄອມພິວເຕີ
- Ppt ແນະນຳຫຼັກສູດປະລິນຍາໂທວິທະຍາສາດ ສາຂາວິທະຍາສາດຄອມພິວເຕີ
ຈຸດພິເສດ ແລະ ອາຊີບທີ່ສາມາດປະກອບໄດ້ຫຼັງຈາກຈົບການສຶກສາ ໃນສາຂາຕ່າງໆຂອງພາກວິທະຍາສາດຄອມພິວເຕີ

|
ພາກວິຊາທີ່ຮຽນ |
ຈຸດພິເສດ |
ອາຊີບທີ່ປະກອບໄດ້ |
|
ວິທະຍາສາດຄອມພິວເຕີ 1) ວິທະຍາສາດຄອມພິວເຕີ 2) ການພັດທະນາເວັບໄຊ 3) ການພັດທະນາໂປຣແກຣມຄອມພິວເຕີ 4) ຫຼັກສູດAI 5) ຫຼັກສູດຕໍ່ເນື່ອງປ. ຕີວິທະຍາສາດຄອມພິວເຕີ
|
• ນັກສຶກສາຈະຮຽນຮູ້ເຕັກໂນໂລຊີໃໝ່ໆເຊັ່ນ: AI, Machine, Learning, Data Science, Cloud Computing ແລະ Cybersecurity, ເຊິີ່ງເປັນທີຕ້ອງການສູງໃນຕະຫຼາດແຮງງານໃນປະຈຸບັນ • ກຽມພ້ອມໃນການເຮັດວຽກຕົວຈິງ ໂດຍເນັ້ນ Project-Based Learning • ເຂົ້າຮ່ວມການແຂ່ງຂັນພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳດ້ານICT, ພັດທະນາລະບົບໂປຣແກຣມຕ່າງໆ |
• ນັກວິທະຍາສາດຄອມພິວເຕີ ເຊັ່ນ: • ນັກວິທະຍາສາດຂໍ້ມູນ • ນັກວິເຄາະອອກແບບລະບົບ • ນັກອອກແບບ UX/UI ນັກພັດທະນາ Mobile App • ນັກພັດທະນາເວບໄຊ • ນັກພັດທະນາສ່ວນຕິດຕໍ່ກັບຜູ້ໃຊ້ • ນັກພັດທະນາດ້ານຫຼັງຂອງເວບໄຊ • ນັກອອກແບບເວບໄຊ • ນັກວິເຄາະລະບົບ • ຜູ້ທົດສອບຊອບແວ • ຜູ້ປະກອບການດ້ານເຕັກໂນໂລຊີ • ນັກວິຊາການດ້ານAI • ທີ່ປຶກສາດ້ານເຕັກໂນໂລຊີຄອມພິວເຕີ • ນັກຄົ້ນຄວ້າພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ
|
| ຫົວໜ້າພາກວິຊາ |
![]() |
| ຮສ. ປອ. ນາງ ລັດສະໝີ ຈິດຕະວົງ |
| ຮອງຫົວໜ້າພາກວິຊາ | ຮອງຫົວໜ້າພາກວິຊາ |
![]() |
![]() |
![]() |
![]() |
![]() |
![]() |
|
ອຈ. ປອ. ສົມສັກ ອິທະສອນ |
ອຈ. ສຸລິດ ແສງມະໂນທໍາ |
ຮສ. ປອ. ພູທອນ-ວົງປະສິດ |




























