ການຮ່ວມມືພາຍໃນ
ຄະນະວິທະຍາສາດທຳມະຊາດ, ມຊ, ໄດ້ຮ່ວມມືຢ່າງກວ້າງຂວາງກັບຫຼາຍອົງການຈັດຕັ້ງພາຍໃນປະເທດ ເພື່ອສະໜັບສະໜູນການສຶກສາ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ການພັດທະນາປະເທດຊາດ. ການຮ່ວມມືເຫຼົ່ານີ້ ໄດ້ຊ່ວຍເສີມສ້າງຂີດຄວາມສາມາດທາງດ້ານວິທະຍາສາດ, ການຄົ້ນຄວ້າເພື່ອການນຳໃຊ້ ແລະ ການພັດທະນາທ້ອງຖິ່ນ.
ກິດຈະກຳການຮ່ວມມືພາຍໃນປະເທດທີ່ສຳຄັນ ລວມມີການເປັນຄູ່ຮ່ວມງານກັບ:
o ບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດ: ໂດຍສະເພາະແມ່ນບັນດາກົມກອງຕ່າງໃນ ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອື່ນໆ.
o ສະຖາບັນຄົ້ນຄວ້າ ແລະ ຫ້ອງທົດລອງແຫ່ງຊາດ: ສຳລັບການສຶກສາ, ວິເຄາະດ້ານສິ່ງແວດລ້ອມ, ການອະນຸລັກຊີວະນາໆພັນ, ທໍລະນີສາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ.
o ພະແນກການຂັ້ນແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນ: ໃນການສຳຫຼວດພາກສະໜາມ ແລະ ໂຄງການພັດທະນາຊຸມຊົນ.
o ໂຮງຮຽນ ແລະ ສະຖາບັນການສຶກສາ: ໃນການພັດທະນາຫຼັກສູດ, ການຝຶກອົບຮົມຄູ ແລະ ການສົ່ງເສີມການສຶກສາແບບ STEM.
o ລັດວິສາຫະກິດ, ບໍລິສັດເອກະຊົນ, ແລະ ອົງການຈັດຕັ້ງຕ່າງໆ: ສຳລັບການໃຫ້ຄຳປຶກສາດ້ານວິທະຍາສາດ, ການວິເຄາະທາງເຄມີ, ການປະເມີນດ້ານສິ່ງແວດລ້ອມ ແລະ ການບໍລິການທາງດ້ານເຕັກນິກ, ວິເຄາະຄຸນນະພາບສິ່ງແວດລ້ອມ( ດິນ ແລະ ນ້ຳ), ຄວາມປອດໄພຂອງອາຫານ ແລະ ການວິເຄາະໃນຫ້ອງທົດລອງ.
o ອົງການຈັດຕັ້ງສາກົນ ແລະ ອົງການເພື່ອການພັດທະນາ: ທີ່ເຮັດວຽກດ້ານການອະນຸລັກຊີວະນາໆພັນ, ການປ່ຽນແປງສະພາບພູມອາກາດ, ການກະເສດ ແລະ ການພັດທະນາແບບຍືນຍົງ.
ຄູອາຈານໃນຄະນະຍັງໄດ້ຮ່ວມມືກັບຄູ່ຮ່ວມງານພາຍໃນປະເທດໃນຂົງເຂດ:
o ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA)
o ການສຳຫຼວດດ້ານຊີວະນາໆພັນ ແລະ ທໍລະນີສາດ
o ການວິເຄາະນ້ຳເສຍ ແລະ ຄຸນນະພາບສິ່ງແວດລ້ອມ
o ການເກັບກຳ ແລະ ວິເຄາະຂໍ້ມູນວິທະຍາສາດ
o ການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມວິຊາຊີບ
o ການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ການບໍລິການທີ່ປຶກສາທາງດ້ານເຕັກນິກ
ໂດຍຜ່ານການຮ່ວມມືພາຍໃນປະເທດເຫຼົ່ານີ້, ຄະນະວິທະຍາສາດທຳມະຊາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນຄວາມກ້າວໜ້າທາງວິທະຍາສາດ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງໃນລາວ.





