ການຮ່ວມມືສາກົນ
ຄະນະວິທະຍາສາດທຳມະຊາດໄດ້ສ້າງຕັ້ງການຮ່ວມມືສາກົນຢ່າງກວ້າງຂວາງກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ອົງການເພື່ອການພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ. ການເປັນຄູ່ຮ່ວມງານເຫຼົ່ານີ້ ໄດ້ສະໜັບສະໜູນການພັດທະນາວິຊາການ, ການຄົ້ນຄວ້າວິທະຍາສາດ, ການແລກປ່ຽນພະນັກງານ ແລະ ນັກສຶກສາ, ການປັບປຸງຫ້ອງທົດລອງ ແລະ ການສ້າງຂີດຄວາມສາມາດໃນລາວ.
ຄູອາຈານໃນຄະນະວິທະຍາສາດໄດ້ຮ່ວມມື ແລະ ແລກປ່ຽນບົດຮຽນ ກັບ ສະຖາບັນ ແລະ ອົງການຈັດຕັ້ງຈາກຫຼາຍປະເທດ ເປັນຕົ້ນແມ່ນ:
- ສະວີເດັນ (Uppsala University, Umea University...)
- ຍີ່ປຸ່ນ (Nagoya University, Toyohashi Institute of Technology, Institute of Science Tokyo, Human Environment University, Fukuyama University, Okayama University... )
- ໄທ (Khon khaen University, Choulalongkorn University, Thammasat University, Khamphengphet Rasapat University, Mahasarakham University, Rajamangala University of Technology Tawan-ok, Mahidol University, Silpakorn University...)
- ຈີນ (Kunming University of Science and Technology, Qinghai Institute of Salt Lakes Chinese Academy of Sciences, Guizhou Medical University...)
- ຫວຽດນາມ ( The University of Science, Vietnam National University Ho Chi Minh City (VNUHCM-US),...)
- ສະໂລວາກີ (Slovak University of Technology in Bratislava)
- ອົດສະຕາລີ (Commonwealth Scientific and Industrial Research Organisation, CSIRO)
- ຝຣັ່ງ (Université de Picardie Jules Verne)
- ປໍຕູການ (University of Évora)
- ສາທາລະນະລັດ ເກົາຫຼີ (Seoul National University, Joenbuk National University)
- ບັນດາປະເທດອື່ນໆໃນອາຊຽນ ແລະ ເອີຣົບ.


ກິດຈະກຳການຮ່ວມມືສາກົນ ລວມມີ:
- ໂຄງການຄົ້ນຄວ້າຮ່ວມກັນໃນດ້ານ ວິທະຍາສາດສິ່ງແວດລ້ອມ, ຊີວະນາໆພັນ, ເຄມີສາດ, ທໍລະນີສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.
- ການພັດທະນາຫຼັກສູດ ແລະ ການປັບປຸງຄຸນນະພາບການສຶກສາ.
- ທຶນການສຶກສາ ແລະ ການຝຶກອົບຮົມຫຼັງປະລິນຍາຕີ ສຳລັບພະນັກງານ ແລະ ນັກສຶກສາ.
- ໂຄງການແລກປ່ຽນ ຄູ-ອາຈານ, ນັກວິໄຈ ແລະ ນັກສຶກສາ.
- ການພັດທະນາຫ້ອງທົດລອງ ແລະ ການສະໜັບສະໜູນອຸປະກອນວິທະຍາສາດ.
- ການຈັດກອງປະຊຸມສາກົນ, ກອງປະຊຸມສໍາມະນາ ແລະ ບົດຝຶກອົບຮົມຕ່າງໆ.
- ການສ້າງຂີດຄວາມສາມາດໃນການສຶກສາວິທະຍາສາດ ແລະ ວິທີວິທະຍາການຄົ້ນຄວ້າ.
- ການຮ່ວມມືສຳຫຼວດພາກສະໜາມ ແລະ ການສຶກສາດ້ານສິ່ງແວດລ້ອມ.
ຄະນະຍັງໄດ້ຮ່ວມມື ແລະ ເຂົ້າຮ່ວມໃນກິດຈະກຳຕ່າງໆຂອງໂຄງການສະໜັບສະໜູນໂດຍ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມງານເພື່ອການພັດທະນາ ເຊັ່ນ:
- ທະນາຄານໂລກ (The World Bank).
- ອາຊຽນ ແລະ ເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN).
- ອົງການຢູເນສໂກ (UNESCO).
- ອົງການJICA, ອົງການKOICA
- ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການອານຸລັກຕ່າງໆ.
ການຮ່ວມມືເຫຼົ່ານີ້ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນ:
- ການເສີມສ້າງຂີດຄວາມສາມາດໃນການຄົ້ນຄວ້າວິທະຍາສາດ.
- ການປັບປຸງຄຸນນະພາບການສຶກສາຊັ້ນສູງ.
- ການຂະຫຍາຍເຄືອຂ່າຍວິຊາການສາກົນ.
- ການສະໜັບສະໜູນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງສິ່ງແວດລ້ອມໃນລາວ.
- ການຍົກລະດັບນະວັດຕະກຳດິຈິຕອນ ແລະ ວິທະຍາສາດ.
ໂດຍຜ່ານການຮ່ວມມືສາກົນ, ຄະນະວິທະຍາສາດທຳມະຊາດ ຍັງສືບຕໍ່ປັບປຸງມາດຕະຖານວິຊາການ, ປະສິດທິຜົນຂອງການຄົ້ນຄວ້າ ແລະ ການປະກອບສ່ວນເຂົ້າໃນການພັດທະນາລະດັບຊາດ ແລະ ພາກພື້ນ.





