ພາກວິຊາຄະນິດສາດ ແລະ ສະຖິຕິ

ພາກວິຊາຄະນິດສາດ ແລະ ສະຖິຕິ ແມ່ນພາກວິຊາໜຶ່ງໃນຄະນະວິທະຍາສາດທຳມະຊາດ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດລາວໃນ ປີ 1996, ແລະ ໄດ້ດຳເນີນການສິດສອນ ແລະ ການຮຽນຮູ້ຕັ້ງແຕ່ນັ້ນມາ. ພາກວິຊາໄດ້ສິດສອນໃຫ້ນັກຮຽນກາຍເປັນນັກວິຊາການທີ່ມີຄວາມສາມາດສູງດ້ວຍຄວາມຮູ້ທີ່ໜັກແໜ້ນ ແລະທັກສະໃນການປະຕິບັດຕົວຈິງທີ່ຊ່ວຍໃຫ້ເຂົາເຈົ້າແກ້ໄຂບັນຫາຄວາມເປັນຈິງ, ສອນໃຫ້ເຂົາເຈົ້າມີຈັນຍາບັນ ທີ່ຖືກຕ້ອງ, ເປັນຜູ້ນຳໃນການພັດທະນາ, ເປັນມືອາຊີບໃນການຄົ້ນຄວ້າວິທະຍາສາດ ແລະ ຊ່ວຍໃຫ້ສືບຕໍ່ສຶກສາໃນການຂັ້ນສູງຕໍ່ໄປ ເພື່ອພັດທະນາວິຊາຊີບ, ກາຍເປັນຜູ້ທີ່ຊ່ຽວຊານໃນການຄົ້ນຄວ້າ ໃນພາກລັດຖະບານ ແລະ ພາກເອກະຊົນ. ນອກຈາກຂະບວນການດັ່ງກ່າວ, ບັນດາເອກະສານດ້ານການສຶກສາຍັງນຳໃຊ້ຄວາມຮູ້ທາງຄະນິດສາດ ແລະ ສະຖິຕິ ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດທີ່ສະໜັບສະໜູນການພັດທະນາເສດຖະກິດ – ສັງຄົມຂອງຊາດ.
- ຫຼັກສູດປະລິນຍາຕີ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາຄະນິດສາດ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາສະຖິຕິ
-
ຫຼັກສູດປະລິນຍາຕີວິທະຍາສາດ ສາຂາ ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະ ບໍລິຫານທຸລະກິດ
- ຫຼັກສູດປະລິນຍາຕີວິທະຍາສາດ ສາຂາ ຄະນິດສາດ ແລະ ຄອມພິວເຕີສຳລັບທຸລະກິດ

-
ຫຼັກສູດປະລິນຍາໂທ
- ແນະນຳພາກວິຊາ
- Facebook ຂອງພາກວິຊາຄະນິດສາດ
- Facebook ຂອງສູນຄວາມເປັນເລີດທາງດ້ານຄະນິດສາດ
- ແນະນຳຫຼັກສູດປະລິນຍາໂທວິທະຍາສາດສາຂາຄະນິດສາດ ໃນຮູບແບບslideshow.
- Ppt ແນະນຳຫຼັກສູດປະລິນຍາໂທວິທະຍາສາດສາຂາຄະນິດສາດ
ຈຸດພິເສດ ແລະ ອາຊີບທີ່ສາມາດປະກອບໄດ້ຫຼັງຈາກຈົບການສຶກສາ ໃນສາຂາຕ່າງໆຂອງພາກວິຊາຄະນິດສາດ ແລະ ສະຖິຕິ
|
ພາກວິຊາທີ່ຮຽນ |
ຈຸດພິເສດ |
• ອາຊີບທີ່ປະກອບໄດ້ |
|
ຄະນິດສາດ ແລະ ສະຖິຕິ 1) ຄະນິດສາດ 2) ສະຖິຕິ 3) ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະ ບໍລິຫານທຸລະກິດ
|
• ສຶກສາກ່ຽວກັບຄະນິດສາດ, ສະຖິຕິ ແລະ ການນຳໃຊ້ຄະນິດສາດເຂົ້າໃນວຽກງານຕ່າງໆ ເປັນຕົ້ນແມ່ນ ສະຖິຕິ, ເສດຖະສາດ, ການເງິນ, ການປະກັນໄພ, ການບໍລິຫານທຸລະກິດ, ການຄົ້ນຄວ້າວິທະຍາສາດ, ການປະເມີນການປ່ຽນແປງຂອງເສດຖະກິດ ແລະ ສັງຄົມ. • ສຶກສາເຕັກນິກການເກັບຂໍ້ມູນດ້ວຍແບບຕ່າງໆ ແລະ ການວິເຄາະຂໍ້ມູນ • ການສ້າງໂມເດລ (ຮູບແບບຈຳລອງ) ໃຫ້ແກ່ຂະແໜງການຕ່າງໆ |
• ນັກວິຊາການຄະນິດສາດ, • ນັກຄົ້ນຄວ້າຄະນິດສາດ • ນັກວິເຄາະສະຖິຕິ • ນັກວາງແຜນການເງິນ • ນັກລົງທຶນ • ນັກທຸລະກິດ • ຄູສອນຄະນິດສາດ • ພະນັກງານໃນຂະແໜງການຕ່າງໆເຊັ່ນ: • ອຸດສາຫະກຳ ແລະ ການຄ້າ • ການເງິນ • ການປະກັນໄພ • ສະຖາບັນເສດຖະກິດແຫ່ງຊາດ
|
| ຫົວໜ້າພາກວິຊາ |
![]() |
| ອຈ. ນ. ຄໍາຜຸ ອິນທະວອນ |


























