ພະແນກຈັດຕັ້ງ-ສັງລວມ
| 1. ພາລະບົດບາດ | ||||||||
| ເປັນເສນາທິການໃຫ້ແກ່ ຫົວໜ້າຄະນະວິຊາ ແລະ ຮອງຫົວໜ້າຄະນະວິຊາໃນວຽກງານຈັດຕັ້ງ ຄຸ້ມຄອງຂໍ້ມູນພະນັກງານ, ວຽກງານບໍລິຫານ-ສັງລວມ, ວຽກງານພິທີການ ແລະ ເລຂານຸການ ແລະ ວຽກງານຄຸ້ມຄອງເຄຫະ ແລະ ບໍລິການ. | ||||||||
| 2. ໜ້າທີ່ | ||||||||
| 1) ຈັດຕັ້ງ-ຄຸ້ມຄອງພະນັກງານ | ||||||||
| 1. ຄົ້້ນຄວ້າ, ເຊື່ອມຊຶມ ບັນມະຕິຄຳສັ່ງ ແລະ ເອກະສານສຳຄັນຕ່າງໆຂອງຂັ້ນເທິງ 2. ຕິດຕາມ, ສະເໜີເລື່ອນ ແລະ ດັດແກ້ ຊັ້ນ-ຂັ້ນ ເງິນເດືອນໃຫ້ພະນັກງານລັດຖະກອນ. 3. ບັນຊີເງິນເດືອນລັດຖະກອນຄູ ແຕ່ລະງວດ. 4. ຄົ້້ນຄວ້າ ແລະ ສະເໜີແຜນຮັບພະນັກງານໃໝ່, ຍົກຍ້າຍ ແລະ ບຳນານ. 5. ປະກັນສັງຄົມ ແລະ ສະຫວັດດີການ. 6. ປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານທີ່ມີຜົນງານດີເດັ່ນ. 7. ສຶກສາ-ອົບຮົມ ຕໍ່ຜູ້ທີ່ລະເມີດກົດລະບຽບຕ່າງໆຂອງລັດຖະກອນ. 8. ປະເມີນ, ທາບທາມ ແລະ ສະເໜີແຕ່ງຕັ້ງຕ່າງໆ 9. ເກັບກຳສະຖິຕິ ແລະ ຂໍ້ມູນປະຫວັດຂອງພະນັກງານພາຍໃນຄະນະວິຊາ. 10. ປັບປຸງນິຕິກຳ ແລະ ການປັບກົງຈັກການຈັດຕັ້ງ. 11. ແຜນພັດທະນາບຸກຄະລາການໄລຍະສັ້ນ ແລະ ໄລຍະຍາວ. 12. ເກັບກຳຂໍ້ມູນຕຳແໜ່ງງານ. 13. ວຽກອົງການຈັດຕັ້ງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ. 14. ຕິດຕາມກວດກາ ແຜນກຳນົດພະນັກງານ, ການປະຕິບັດແຜນການເຄື່ອນໄຫວປະຈຳເດືອນ, ປະຈຳປີ ຂອງ. |
||||||||
| 2) ບໍລິຫານ-ສັງລວມ ແລະ ເລຂານຸການ | ||||||||
| 1. ສ້າງແຜນການເຄື່ອນໄຫວ, ບົດສະຫຼຸບປະຈຳເດືອນ, ປະຈຳປີ ແລະ ປະຈຳ 5 ປີ. 2. ບັນທຶກກອງປະຊຸມຕ່າງໆ 3. ຮັບຜິດຊອບແຜນການນຳໃຊ້ອຸປະກອນ ແລະ ພາຫະນະຮັບໃຊ້ຕ່າງໆ. 4. ຂຶ້ນແຜນນະໂຍບາຍ ໃຫ້ຄະນະນຳເຂົ້າຮ່ວມກອງປະຊຸມພາຍໃນຕ່າງໆ. 5. ຮັບຜິດຊອບງານບຸນສຳຄັນຕ່າງໆ. 6. ວຽກງານປ້ອງກັນຄວາມສະຫງົບ. 7. ຂ່າວສານ, ການເຄື່ອນໄຫວ ແລະ ກິດຈະກຳຕ່າງໆຂອງ ຄວທ. 8. ການຈໍລະຈອນເອກະສານ. 9. ການສຳເນົາ ແລະ ເກັບຮັກສາເອກະສານ. 10. ຮັບແຂກຄະນະນຳ. 11. ພິທີກອນ-ພິທີການ ກອງປະຊຸມຕ່າງໆ. 12. ຮ່າງເອກະສານໃຫ້ຄະນະນຳ. 13. ກວດສອບເອກະສານຕ່າງໆກ່ອນເຂົ້າຫາຄະນະນຳ. |
||||||||
| 3) ເຄຫາ ແລະ ບໍລິການ | ||||||||
| 1. ຈັດຊື້ຈັດຈ້າງຕ່າງໆຂອງຄະນະວິທະຍາສາດທຳມະຊາດ 2. ຮັບຜິດຊອບບູລະນະສ້ອມແປງພາຫະນະ, ອາຄານຮຽນ, ຫ້ອງການ ແລະ ຕິດຕັ້ງອຸປະກອນຕ່າງໆຂອງຄະນະວິຊາ 3. ຮັບຜິດຊອບບັນຊີ ແລະ ເບີກຈ່າຍອຸປະກອນໃນສາງ 4. ຮັບຜິດຊອບວິທະຍາເຂດຂອງຄະນະວິຊາ 5. ກວດນັບ ແລະ ຕິດຕາມຊັບສິນ |
||||||||
| ໂຄງປະກອບ ບຸກຄະລາກອນ: | ||||||||
|
||||||||
|
||||||||
|












