ພະແນກ ການເງິນ-ຊັບສິນ
1. ພາລະບົດບາດ
ພະແນກການເງິນ-ຊັບສີນ ເປັນເສນາທິການໃຫ້ແກ່ຄະນະບໍດີກ່ຽວກັບການຄຸ້ມຄອງງົບປະມານ-ການເງີນຈາກທຸກແຫລ່ງທືນ, ການຄຸ້ມຄອງບັນຊີຊັບສິນຂອງລັດ, ການຈັດຊື້ຈັດຈ້າງຂອງຄະນະວິຊາ ບົນພື້ນຖານນະໂຍບາຍ, ຂໍ້ກຳນົດ, ກົດລະບຽບ, ດຳລັດຕ່າງໆ ແລະ ກົດໝາຍຂອງ ສ.ປ.ປ.ລ.
2. ໜ້າທີ່
1. ເປັນເສນາທິການໃຫ້ແກ່ຫົວໜ້າຄະນະວິຊາ ກ່ຽວກັບການຄຸ້ມຄອງງົບປະມານ-ການເງິນນຈາກທຸກແຫລ່ງທືນ, ການຄຸ້ມຄອງບັນຊີຊັບສິນຂອງລັດ, ການຈັດຊື້ຈັດຈ້າງຂອງຄະນະວິຊາ ບົນພື້ນຖານນະໂຍບາຍ, ຂໍ້ກຳນົດ, ກົດລະບຽບ, ດຳລັດຕ່າງໆ ແລະ ກົດໝາຍຂອງ ສ.ປ.ປ.ລາວ.
2. ຈັດຕັ້ງຜັນຂະຫຍາຍດຳລັດ ຂໍ້ກຳນົດ, ມະຕິຄຳສັ່ງ ແລະ ລະບຽບຫລັກການຕ່າງໆ ກ່ຽວກັບການເງິນ ແລະ ຊັບສິນ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງລັດຖະບານ, ສ້າງກົນໄກຄຸ້ມຄອງໃຫ້ມີປະສິດທິຜົນ.
3. ຄົ້ນຄວ້າລະບຽບພາຍໃນກ່ຽວກັບການຄຸ້ມຄອງງົບປະມານການເງິນ-ການບັນຊີ ແລະ ການຄຸ້ມຄອງຊັບສິນ, ການກວດກາດ້ານການເງິນ ແລະ ຊັບບສິນພາຍໃນຄະນະວິຊາ.
4. ສ້າງແຜນງົບປະມານປະຈຳເດືອນ, ງວດ ແລະ ປະຈຳປີຕາມລະບຽບກົດໝາຍທາງດ້ານການເງິນໃຫ້ຖືກຕ້ອງ ແລະ ທັນເວລາ.
5. ກວດຜ່ານທຸກເອກະສານລາຍຈ່າຍງົບປະມານ-ການເງິນກ່ອນການຂໍອະນຸມັດຈາກທ່ານຄະນະບໍດີ.
6. ຕິດຕາມ ແລະ ກວດກາ ການປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານຕາມລະບຽບການກົດໜາຍດ້ານການເງິນ ແລະ ຂໍ້ກຳນົດຂອງມະຫາວິທະຍາໄລແຫ່ງຊາດຢ່າງເຂັ້ມງວດ.
7. ແນະນຳ ແລະ ຝຶກອົບຮົມໃຫ້ພາກວິຊາ, ພະແນກ, ອົງການຈັດຕັ້ງມະຫາຊົນ ແລະ ຄູ-ອາຈານພາຍໃນຄະນະວິຊາກ່ຽວກັບການປະຕິບັດລະບຽບດ້ານການເງິນ, ແຜນງົບປະມານຂອງກະຊວງການເງິນ.
8. ສະຫລຸບສັງລວມການປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ເພື່ອລາຍງານຄະນະບໍດີ ແລະ ລາຍງານບັນດາອົງ ການການເງິນຂັ້ນເທິງຕາມເວລາທີ່ກຳນົດ.
9. ຄຸ້ມຄອງບັນຊີຊັບສິນຂອງລັດ ພາຍໃນຄະນະວິຊາ.
10. ກຳນົດແຜນເຄື່ອນໄຫວ, ການແບ່ງງານ, ກວດກາ, ຕີລາຄາ ປະເມີນຜົນຄຸນນະພາບຂອງພະນັກງານຂອງຕົນເປັນປະຈຳ.
11. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າຄະນະວິຊາ.
3. ຂອບເຂດສິດ
1. ມີສິດຈ່າຍເງິນຄັງສຸກເສີນໃນວຽກງານທີ່ເລັ່ງດ່ວນບໍ່ກາຍ 1,000,000 ກີບ ແລ້ວສ້າງເອກະສານສະເໜີ ຂໍອະນຸມັດຄືນຕາມລະບຽບຫຼັກການ.
2. ຕິດຕາມ, ກວດກາ, ຊຸກຍູ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດແລະສົ່ງເສີມວຽກງານການເງິນຕາມຄວາມຮັບຜິດຊອບ.
3. ຄົ້ນຄວ້າ ແລະ ແບ່ງງານໃຫ້ບຸກຄະລາກອນພາຍໃນພະແນກໃຫ້ເໝາະສົມຕາມຄວາມສາມາດ ແລະ ວຸດທິ
4. ຄົ້ນຄວ້າ ແລະ ສະເໜີການຍ້ອງຍໍໃຫ້ບຸກຄະລາກອນພາຍໃນພະແນກຜູ້ທີ່ເຮັດວຽກດີເດັ່ນ ຫຼື ປະຕິບັດວິໃນຕໍ່ຜູ້ກະທໍາຜິດລະບຽບກົດໝາຍ.
5. ສະເໜີເຮັດແຈ້ງການ ແລະ ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດ.
6. ຄົ້ນຄວ້າ ແລະ ສະເໜີທາງຂັ້ນເທິງເພື່ອຂໍອະນຸມັດລາພັກປະຈໍາປີໃຫ້ພະນັກງານພາຍໃນພະແນກ ໃນກໍລະນີພະນັກງານຕ້ອງ ການລາພັກປະຈໍາປີ.
7. ຄົ້ນຄວ້າ ແລະ ສະເໜີອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະເພາະກິດພາຍໃນພະແນກ ຫຼື ສະເໜີແຕ່ງຕັ້ງພະນັກງານຂອງພະແນກເຮັດວຽກຮີບດ່ວນນອກໂມງລັດຖະການຕາມລະບຽບຫຼັກການ.
8. ເຊັນຢັ້ງຢືນເອກະສານການເງິນຕ່າງໆທີ່ກ່ຽວຂ້ອງ.
9. ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຄະນະບໍດີ.
ກົງຈັກ ແລະ ບຸກຄະລາກອນ
| ຫົວໜ້າພະແນກ |
![]() |
| ອຈ. ບົວສົດ ໄຊຍະຈັກ |
| ຮອງຫົວໜ້າພະແນກ | ຮອງຫົວໜ້າພະແນກ |
![]() |
|
|
ນ. ດວງມາລາ ສຸລິຍະເດດ
|
ຊອ. ນ. ໄກສອນ ວຽງທານີ |
|
ວຽກງານບັນຊີ |
ວຽກງານຈົດຮັບຈົດຈ່າຍ | ວຽກງານເກັບລາຍຮັບ | ະ |
![]() |
![]() |
||
| ສາຍລຸ້ງ ພົມມະລາດ | ຟອງສີ ສີສຸພັນ |
ນ. ທິພາວັນ ຄຸນພິລາພັນ |









