ພະແນກການສຶກສາຫຼັງປະລິນຍາຕີ
1. ພາລະບົດບາດ
ເປັນເສນາທິການໃຫ້ແກ່ຫົວໜ້າຄະນະວິຊາ ທາງດ້ານການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການສຶກສາໃນລະດັບຫຼັງປະລິນຍາຕີ ພາຍໃນ ຄວທ ໃຫ້ຂະຫຍາຍຕົວຕາມຍຸດທະສາດ, ມີຄຸນນະພາບສູງຂຶ້ນທຽບເທົ່າພາກພື້ນ ແລະ ສາກົນ.
2. ໜ້າທີ່
1. ວຽກງານກົງຈັກ ແລະ ນິຕິກໍາຂອງພະແນກຫຼັງປະລິນຍາຕີ
2. ວຽກງານຄຸ້ມຄອງນັກສຶກສາ ລະດັບຫຼັງປະລິນຍາຕີ
3. ວຽກງານຄຸ້ມຄອງຫຼັກສູດ ແລະ ໄຊຍະບັດ ລະດັບຫຼັງປະລິນຍາຕີ
4. ວຽກງານທະບຽນ, ປະມວນຜົນ ແລະ ປະເມີນການຮຽນ-ການສອນ
5. ຈັດຕັ້ງກອງປະຊຸມພິຈາລະນາຕໍາແໜ່ງວິຊາການຄູຕາມຂັ້ນຕອນ, ໂດຍປະຕິບັດຕາມຂໍ້ກໍານົດຂອງກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາວາງອອກ
6) ປະຕິບັດວຽກງານອື່ນໆຕາມຄໍາແນະນໍາຂອງຫົວໜ້າຄະນະວິຊາ ແລະ ຮອງຫົວໜ້າຄະນະວິຊາ
3. ຂອບເຂດສິດ
1. ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຕາມຂອບເຂດສິດ ແລະ ພາລະບົດບາດຂອງພະແນກການສຶກສາຫຼັງປະລິນຍາຕີ.
2. ນຳໃຊ້ງົບປະມານ, ແຫຼ່ງລາຍຮັບຕ່າງໆ, ວັດຖຸອຸປະກອນ ແລະ ສະຖານທີ່ ພາຍໃຕ້ການຄຸ້ມຄອງຂອງຄະນະວິຊາ ທີ່ໄດ້ຮັບອະນຸມັດ ແລະ ຖືກຕ້ອງຕາມຂໍ້ກຳນົດ.
3. ພົວພັນກັບບັນດາພະແນກການ ແລະ ພາກວິຊາ ພາຍໃນຄະນະວິທະຍາສາດທຳມະຊາດ.
5. ກົງຈັກ ແລະ ບຸກຄະລາກອນ
| ຫົວໜ້າພະແນກ |
![]() |
| ຮສ. ນາງ ພູວັນ ສຸກສົມຫວັງ |
| ຮອງຫົວໜ້າພະແນກ | ຮອງຫົວໜ້າພະແນກ |
![]() |
![]() |
1. ຮສ. ນ ພູວັນ ສຸກສົມຫວັງ ຫົວໜ້າພະແນກ
ມີໜ້າທີ່ຮັບຜິດຊອບລວມ - ຮອບດ້ານ ຕໍ່ການຈັດຕັ້ງ ໃນທຸກວຽກງານຂອງພະແນກການສຶກສາຫຼັງປະລິນຍາຕີ ( ເຮັດບົດສະຫຼຸບ, ແຜນການ, ການເງີນ, ການຄຸ້ມຄອງຫຼັກສູດ.)
2. ຮສ. ສົມມິດ ທຸມມາລີ ຮອງຫົວໜ້າພະແນກ
ມີໜ້າທີ່ຮັບຜິດຊອບການເກັບກໍາສະຖິຕິ ຄູອາຈານ ແລະ ນັກສຶກສາປະລິນຍາໂທ, ວຽກງານການຂໍຕໍາແໜ່ງງານວິຊາການຄູ, ຕາຕະລາງການຮຽນ-ການສອນ, ການປະເມີນ ອາຈານສອນ ແລະ ຊ່ວຍວຽກຕາມການມອບໝາຍຂອງຫົວໜ້າພະແນກ.
3. ອຈ. ປອ. ແສງທອງ ບຸນຍາວົງ ຮອງຫົວໜ້າພະແນກ
ມີໜ້າທີ່ ຮັບຜິດຊອບ ວຽກງານກິດຈະກໍານັກສຶກສາ, ການຮັບ -ລົງທະບຽນນັກສຶກສາ, ປະກາສະນີຍະບັດ, ຄະແນນນັກສຶກສາ ແລະ ຊ່ວຍວຽກຕາມການມອບໝາຍຂອງຫົວໜ້າພະແນກ.
6. ພະແນກການສຶກສາຫຼັງປະລິນຍາຕີ ປະກອບດ້ວຍ 4 ໜ່ວຍງານຄື:
1. ໜ່ວຍງານທະບຽນ, ປະມວນຜົນ ແລະ ປະເມີນການຮຽນ- ການສອນ
2. ໜ່ວຍງານຄຸ້ມຄອງ ແລະ ພັດທະນາຫຼັກສູດ
3. ໜ່ວຍງານ ໄຊຍະບັດ ແລະ ກິດຈະກໍານັກສຶກສາ
4. ໜ່ວຍງານແຜນການ ແລະ ການຮ່ວມມື








