ພະແນກ ວິຊາການ
1. ພາລະບົດບາດ
1. ເປັນເສນາທິການໃຫ້ແກ່ທ່ານຫົວໜ້າຄະນະວິຊາ ໃນດ້ານການສ້າງແຜນການພັດທະນາການສືກສາຂອງຄະນະວິຊາ
2. ເປັນເສນາທິການໃຫ້ແກ່ທ່ານຫົວໜ້າຄະນະວິຊາ ໃນການບໍລິຫານວິຊາການ, ສະເໜີແຜນການສ້າງ ແລະ ປັບປຸງລະບົບລົງທະບຽນ
3. ຄຸ້ມຄອງ, ຄົ້ນຄ້ວາ ແລະ ຕິດຕາມການນຳໃຊ້ງົບປະມານວິຊາການ ແລະ ລັດຖະບານ ຊຶ່ງນຳໃຊ້ເຂົ້າໃນການປະຕິບັດໂຄງການຫລັກສູດ,ການປັບປຸງຫຼັກສູດ ແລະ ພັດທະນາຫຼັກສູດໃໝ່.
4. ເປັນເສນາທິການໃຫ້ແກ່ທ່ານຫົວໜ້າຄະນະວິຊາໃນການສ້າງແຜນປັບປຸງຄຸນະພາບທາງດ້ານວິຊາການ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງສັງຄົມ, ສ້າງ ແລະ ຄຸ້ມຄອງລະບົບປະເມີນຜົນການຮຽນ-ການສອນ,ລະບົບຄຸ້ມຄອງຜົນການຮຽນ ແລະ ສ້າງ, ຄຸ້ມຄອງລະບົບປະກັນຄຸນະພາບການສຶກສາ ແລະ ຜັນຂະຫຍາຍ ຂໍ້ກຳນົດ, ນິຕິກຳຕ່າງໆທີ່ພົວພັນກັບວຽກວິຊາການ.
2. ໜ້າທີ່
1. ດຳເນີນການລົງທະບຽນ, ຄຸ້ມຄອງ, ເກັບກຳສະຖິຕິ ຫລື ສ້າງຖານຂໍ້ມູນນັກສືກສາທົ່ວ ຄ ວ ທ
2. ຈັດຕາຕະລາງການຮຽນ-ການສອນໃຫ້ທຸກໆລະບົບ
3. ດຳເນີນເອກະສານ ແລະ ຄຸ້ມຄອງການໂຈະການຮຽນ ແລະ ການລາພັກຮຽນຂອງນັກສືກສາ
4. ສັງລວມແຜນ ແລະ ຄຸ້ມຄອງຄວາມຕ້ອງການ ຫ້ອງຮຽນ-ຫ້ອງທົດລອງ
5. ຈັດຕັ້ງການສອບເສັງທ້າຍພາກຮຽນ, ສອບເສັງຈົບຊຸດຮຽນ ແລະ ການປ້ອງກັບບົດຈົບຊັ້ນ
6. ສ້າງແຜນໃນການເຄື່ອນໄຫວ, ຕິດຕາມ, ເກັບກຳການດຳເນີນໂຄງການຈົບຊັ້ນ ແລະ ສອບເສັງຈົບຊັ້ນໃນຄະນະວິຊາ
7. ຄຸ້ມຄອງຂໍ້ກຳນົດ ແລະ ລະບຽບການຕ່າງໆດ້ານວິຊາການ(ລະບຽບໃນການສອບເສັງ, ລະບຽບໃນຫ້ອງຮຽນ-ຫ້ອງທົດລອງ ,ລະບຽບໃນການລາພັກ, ລະບຽບໃນການໂຈະການຮຽນ ແລະ ອື່ນໆ ທີ່ກ່ຽວຂ້ອງ)
8. ຄຸ້ມຄອງຄະແນນ, ດຳເນີນການຮ່າງໃບຢັ້ງຢືນ ຫລື ໜັງສືອ້າງອີງຕ່າງໆທີ່ກ່ຽວຂ້ອງກັບວຽກງານວິຊາການ
9. ສ້າງລະບົບປະກັນຄຸນນະພາບການສຶກສາ, ດໍາເນີນການວັດ ແລະ ການປະເມີນຜົນທຸກວຽກງານວິຊາການ
10. ເກັບກຳ, ສັງລວມ ແລະ ຂຶ້ນແຜນໃນການພິມປຶ້ມ, ເອກະສານອ້າງອີງການສິດສອນຕ່າງໆ
11. ສ້າງແຜນງົບປະມານ, ເກັບກຳຂໍ້ມູນໃນການລົງຝືກງານຂອງນັກສືກສາ, ສະຖານທີ່ລົງຝືກງານຂອງນັກ
ສືກສາ ແລະ ການລົງຕິດຕາມ, ກວດກາການລົງຝືກງານ.
12. ດຳເນີນການເກັບກຳສະຖິຕິນັກສືກສາ, ຄຸ້ມຄອງວຽກງານໄຊຍະບັດ, ປະກາສະນີຍະບັດ ຕໍ່ຜູ້ທີ່ຈະໄດ້
ຮັບໃບປະກາສະນີຍະບັດ, ເປັນເຈົ້າການໃນການຈັດຕັ້ງການຝືກຊ້ອມ ແລະ ຮັບໃບປະກາສະນີຍະບັດ.
13. ຄຸ້ມຄອງຫຼັກສູດທັງໝົດ, ຂື້ນແຜນໃນການປັບປຸງ ແລະ ພັດທະນາຫຼັກສູດໃໝ່ທີ່ຈຳເປັນ(ລະດັບ
ປະລິນຍາຕີລົງມາ)
14. ບໍລິຫານຄຸ້ມຄອງງົບປະມານວິຊາການ ແລະ ບາງງົບປະມານລັດຖະບານທີ່ກ່ຽວຂ້ອງກັບວຽກວິຊາການ
15. ສັງລວມການຂື້ນງົບປະມານດ້ານອຸປະກອນຮັບໃຊ້ວິຊາການ, ບໍລິການສອບເສັງທັງໝົດ, ເງິນຄ່າ
ສິດສອນທັງໝົດ(ການສິດສອນພາກຮຽນປົກກະຕິ ແລະ ພາກຮຽນເພີ່ມ(ພາກຮຽນ 3))
16. ຕິດຕາມ,ເກັບກຳ ແລະ ຜ່ານເອກະສານ ສຳລັບການສະເໜີຈ່າຍງົບປະມານຮ່ວງວິຊາການຂອງພາກ
ສ່ວນຕ່າງໆ
17. ສ້າງແຜນງົບປະມານໃນການປະເມີນ ແລະ ກວດກາການປະຕິບັດຫຼັກສູດທັງໝົດ
18. ສ້າງແຜນການ ແລະ ສະເໜີການຈັດຝືກອົບຮົມວິຊາການທີ່ເຫັນວ່າມີຄວາມຈຳເປັນ ໃນ ຄ ວ ທ
19. ບໍລິຫານ, ຄຸ້ມຄອງ ແລະ ບໍລິການຫໍສະໝຸດຂອງ ຄ ວ ທ
20. ຄຸ້ມຄອງຂໍ້ກຳນົດ, ນິຕິກຳ, ລະບຽບການຕ່າງໆ ຂອງ ມ ຊ ພ້ອມຜັນຂະຫຍາຍບາງພາກສ່ວນຂອງຂໍ້ກຳນົດ ສຳລັບການເຄື່ອນໄຫວວຽກງານວິຊາການບາງດ້ານ ເຊັ່ນ: ຄ່າສິດສອນ, ການສອບເສັງ, ບົດໂຄງ
ການຈົບຊັ້ນ, ສອບເສັງຈົບຊັ້ນ, ການລົງຝືກງານຂອງນັກສືກສາ ແລະ ນະໂຍບາຍອື່ນໆທີ່ກ່ຽວຂ້ອງກັບ
ວຽກງານວິຊາການ
3. ຂອບເຂດສິດ
1. ເກັບກຳ, ສັງລວມ ແລະ ສະເໜີເປີດກອງປະຊຸມເພື່ອຄົ້ນຄວ້າ,ປະກອບຄຳຄິດເຫັນ ຕໍ່ກັບແຜນແຜນຍຸດທະສາດຂອງ ຄ ວ ທ
2. ເກັບກຳ, ສັງລວມ ແລະ ສະເໜີເປີດກອງປະຊຸມການປັບປຸງຫຼັກສູດ, ພັດທະນາຫລັກສູດໃໝ່, ປັບປຸງ-
ພັດທະນາລະບົບການລົງທະບຽນ ແລະ ອື່ນໆທີ່ກ່ຽວຂ້ອງ.
3. ສະເໜີຈັດຕັ້ງກອງປະຊຸມເພື່ອປັບປຸງ, ຜັນຂະຫຍາຍ ແລະ ເຜີຍແຜ່ຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງກັບວຽກງານວິຊາການ
4. ສະເໜີການສ້າງຂະບວນການສອນດີ-ສອນເກັ່ງ, ຮຽນດີ-ຮຽນເກັ່ງ, ດຳເນີນການຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ດີເດັ່ນ ແລະ ປະຕິບັດວິໄນຕໍ່ຜູ້ທີ່ທີ່ຜິດລະບຽບທາງດ້ານວິຊາການ
5. ຄົ້ນຄ້ວາ ແລະ ສະເໜີປ່ຽນແປງການປະຕິບັດນະໂຍບາຍຕ່າງໆທາງດ້ານວິຊາການ ຕໍ່ອາຈານສອນ ແລະ ນັກສືກສາໃຫ້ແທດເໝາະ ແລະ ເປັນໄປຕາມຂໍ້ກຳນົດຂອງ ມ ຊ ໄດ້ວາງອອກ.
6. ບໍລິຫານ, ຄຸ້ມຄອງ ແລະ ຈັດການດ້ານງົບປະມານຕ່າງໆເຂົ້າໃນວຽກທີ່ຕົນຮັບຜິດຊອບ
7. ສະເໜີເປີດກອງປະຊຸມເພື່ອຄົ້ນຄວ້າ ປະກອບຄຳເຫັນໃນວຽກງານການວັດ, ການປະເມີນຜົນ ແລະ ວຽກງານພັດທະນາຄຸນນະພາບການຮຽນ-ການສອນ.
8. ເປັນເລຂານຸການຂອງສະພາວິຊາການຂອງຄະນະວິຊາ.
ກົງຈັກ ແລະ ບຸກຄະລາກອນ
| ຫົວໜ້າພະແນກ |
![]() |
| ຮສ.ໄພວັນ ປັດຖາ |
| ຮອງຫົວໜ້າພະແນກ | ຮອງຫົວໜ້າພະແນກ |
![]() |
![]() |
|
ຊອ. ມູນພີນ ພອນປັນຍາ |
ອຈ. ນ. ຈິດນາວັນ ພອນຄຳມາ |
|
|
|
| ໜ່ວຍງານປະກັນຄຸນນະພາບ | ໜ່ວຍງານສະຖິຕິ ແລະ ປະເມີນຜົນ | ໜ່ວຍງານຫໍສະໝຸດ |
ໜ່ວຍງານບໍລິການການສຶກສາ |
![]() |
![]() |
![]() |
![]() |
|
ຊອ. ນ. ສຸໄພວີ ທິບພະວົງ |
ຊອ. ນ. ບົວເກດ ວັນນະຈິິດ |
ຊອ. ຂັນຄຳ ວົງສະຫວ່າງ |
ອຈ. ປິ່ນຄຳ ທານະວັນ |
| ໜ່ວຍງານຄຸ້ມຄອງຫລັກສູດ ແລະ ວຸດທິບັດ | |||
|
|












