ປະລິນຍາໂທ
ຄະນະວິທະຍາສາດທໍາມະຊາດໄດ້ເລີ່ມຈັດຕັ້ງການຮຽນ-ການສອນລະດັບປະລິນຍາໂທວິທະຍາສາດ ເລີ່ມແຕ່ປີ 2006 ເປັນຕົ້ນມາ ແລະ ມາຮອດປະຈຸບັນ ມີທັງໝົດຫຼັກສູດປະລິນຍາໂທວິທະຍາສາດ 9 ຫຼັກສູດ (ຮູບແບບທົ່ວໄປ 6 ຫຼັກສູດ ແລະ ຮູບແບບຄົ້ນຄວ້າ 3 ຫຼັກສູດ).
· ຫຼັກສູດປະລິນຍາໂທວິທະຍາສາດ ຮູບແບບທົ່ວໄປ 6 ຫຼັກສູດ ຄື:
1. ຫຼັກສູດປະລິນຍາໂທ ສາຂາ ຄະນິດສາດ
2. ຫຼັກສູດປະລິນຍາໂທ ສາຂາ ຊີວະວິທະຍາ
3. ຫຼັກສູດປະລິນຍາໂທ ສາຂາ ຟີຊິກສາດນໍາໃຊ້
4. ຫຼັກສູດປະລິນຍາໂທ ສາຂາ ພະລັງງານທົດແທນ
4. ຫຼັກສູດປະລິນຍາໂທ ສາຂາ ວິທະຍາສາດເຄມີສາດ
6. ຫຼັກສູດປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ
· ຫຼັກສູດປະລິນຍາໂທວິທະຍາສາດ ຮູບແບບຄົ້ນຄວ້າ 3 ຫຼັກສູດ ຄື:
- ຫຼັກສູດປະລິນຍາໂທ ສາຂາ ຊີວະວິທະຍາ
- ຫຼັກສູດປະລິນຍາໂທ ສາຂາຟີຊິກສາດນຳໃຊ້
- ຫຼັກສູດປະລິນຍາໂທ ສາຂາ ວິທະຍາສາດເຄມີສາດ
· ຫຼັກສູດລະດັບປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ (Master of Science Program in Mathematics)
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
1) ໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ);
2) ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ, ກ່ຽວກັບຄະນິດສາດ ເພື່ອເປົ້າໝາຍດັ່ງນີ້:
- ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບຄະນິດ ສາດຢ່າງເປັນລະບົບ, ກວ້າງຂວາງ ແລະ ເລິກເຊິ່ງ;
- ມີຄວາມສາມາດເຮັດການຄົ້ນຄວ້າໃນຂົງເຂດຄະນິດສາດ, ນະວັດຕະກຳ, ເສດຖະກິດ-ສັງຄົມ ແລະ ສາມາດໜູນໃຊ້ໃນວຽກງານຕົວຈິງໄດ້;
- ສາມາດລົງເລິກທາງດ້ານຄະນິດສາດ ແລະ ສາມາດສິດສອນຄະນິດສາດໃນລະດັບສູງໄດ້ດີ;
3) ເພື່ອໃຫ້ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
o ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ເປັນນັກຄົ້ນຄວ້າທາງດ້ານຄະນິດສາດ, ນັກວິເຄາະຂໍ້ມູນ, ອາຈານສອນຄະນິດສາດຢູ່ສະຖານການສຶກສາຊັ້ນສູງຕ່າງໆໃນ ສປປ ລາວ; ສາມາດປະກອບອາຊີບໃນຂະແໜງການທະນາຄານ, ໂທລະຄົມມະນາຄົມ, ສູນສະຖິຕິແຫ່ງຊາດ, ບັນດາກະຊວງຕ່າງໆ ແລະ ການປະກອບທຸລະກິດສ່ວນຕົວ.
ໄລຍະເວລາການສຶກສາແມ່ນ 2 ປີ ຫຼື ເທົ່າກັບ 4 ພາກຮຽນ, ສໍາລັບນັກສຶກສາທີ່ບໍ່ສາມາດຈົບຕາມກໍານົດສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 2 ປີ ຫຼື 4 ພາກຮຽນ, ແຕ່ນັກສຶກສາຕ້ອງໄດ້ຈ່າຍເງິນຄ່າຮັກສາສະຖານະພາບເປັນນັກສຶກສາຕາມລະບຽບຫຼັກການຂອງການສຶກສາຊັ້ນສູງ.
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາຄະນິດສາດ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ທັງໝົດ 46 ໜ່ວຍກິດ, ດັ່ງລາຍລະອຽດລຸ່ມນີ້:
1. ໝວດວິຊາບັງຄັບ 30 ໜ່ວຍກິດ
2. ໝວດວິຊາເລືອກ 4 ໜ່ວຍກິດ
3. ຂຽນວິທະຍານິພົນ 12 ໜ່ວຍກິດ
ລວມ 46 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ຫຼັກການວິເຄາະຈຳນວນຈິງ
o ພຶດຊະຄະນິດລີເນແອ
o ສົມຜົນຈຸນລະຄະນິດສາມັນຂັ້ນສູງ
o ວິທີການທາງດ້ານຄະນິດສາດ
o ພຶດຊະຄະນິດນາມມະທຳ
o ທິດສະດີສະຖິຕິ
o ສົມຜົນຈຸນລະຄະນິດພາກສ່ວນຂັ້ນສູງ
o ທິດສະດີການຄວບຄຸມທີ່ດີ
o ວິທີການທາງດ້ານຈຳນວນຂັ້ນສູງ
o ວິໄຈດຳເນີນງານ
· ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຊີວະວິທະຍາ (Master of Science Program in Biology)
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
1. ເພື່ອໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ).
2. ເພື່ອໃຫ້ນັກສຶກສາ ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນ ແລະ ຮັກອາຊີບຂອງຕົນເອງດ້ານການ ຄົ້ນຄວ້າວິໄຈ ໃນສາຂາວິຊາ ຊີວະວິທະຍາ, ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ.
3. ເພື່ອສ້າງໃຫ້ນັກສຶກສາ ມີຄວາມສາມາດພັດທະນາຕົນເອງ ທາງດ້ານວິຊາການ ສາຂາຊີວະວິທະຍາ ຢ່າງຕໍ່ເນື່ອງ ແລະ ນຳໃຊ້ຄວາມຮູ້ນັ້ນຢ່າງມີປະສິດທິພາບ, ມີທັກສະໃນການສື່ສານ, ບໍລິການວິຊາການ ດ້ານຊີວະວິທະຍາ, ມີຄວາມຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
o ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
1) ດ້ານວິຊາການ ແລະ ການວິໄຈ ເຊັ່ນ: ຄູສອນ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
2) ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
3) ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນ ເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
4) ປະກອບອາຊີບທາງດ້ານການກະເສດ, ການຈັດສັນ ແລະ ຄຸ້ມຄອງປ່າໄມ້.
5) ສາມາດເປັນນັກປະເມີນ ແລະ ປົກປັກຮັກສາສິ່ງແວດລ້ອມ.
ໄລຍະເວລາການສຶກສາແມ່ນ 2 ປີ ຫຼື ເທົ່າກັບ 4 ພາກຮຽນ, ສໍາລັບນັກສຶກສາທີ່ບໍ່ສາມາດຈົບຕາມກໍານົດສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 2 ປີ ຫຼື 4 ພາກຮຽນ, ແຕ່ນັກສຶກສາຕ້ອງໄດ້ຈ່າຍເງິນຄ່າຮັກສາສະຖານະພາບເປັນນັກສຶກສາຕາມລະບຽບຫຼັກການຂອງການສຶກສາຊັ້ນສູງ.
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາ ຊີວະວິທະຍາ ແມ່ນການສຶກສາທີ່ເນັ້ນ ໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ທັງໝົດ 41 ໜ່ວຍກິດ.
§ ໝວດວິຊາບັງຄັບ 22 ໜ່ວຍກິດ
§ ໝວດວິຊາເລືອກ 4 ໜ່ວຍກິດ
§ ຂຽນວິທະຍານິພົນ 15 ໜ່ວຍກິດ
ລວມ 41 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ສຳມະນາ ສຳລັບຊີວະວິທະຍາ
o ວິທີການວິໄຈທາງຊີວະວິທະຍາລະດັບສູງ
o ຄວາມຮູ້ທາງດ້ານຊີວະວິທະຍາລະດັບສູງ
o ຫຼັກການ ອະນຸກົມວິຖານຂອງສິ່ງທີ່ມີຊີວິດແບບໃໝ່
o ຊີວະນາໆພັນ ແລະ ການອະນຸລັກ
o ຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບ
o ພາສາອັງກິດສຳລັບວິທະຍາສາດ
o ແນວທາງນະໂຍບາຍການເມືອງປະຈຸບັນຂອງ ສປປ. ລາວ
o ສະຖິຕິສຳລັບການວິໄຈທາງຊີວະວິທະຍາ
o ບັນຫາພິເສດທາງຊີວະວິທະຍາ
· ຫຼັກສູດປະລິນຍາໂທວິທະຍາສາດສາຂາຟີຊິກສາດນໍາໃຊ້ (Master of Science Program in Applied Physics)
o ຈຸດປະສົງຂອງຫຼັກສູດ
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
1) ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ ໂດຍສະເພາະແມ່ນການນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທາງດ້ານວິທະຍາສາດ, ທີ່ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃນປະຈຸບັນຢູ່ໃນພາກພື້ນ ແລະ ສາກົນ.
2) ນັກສຶກສາທີ່ຮຽນຈົບ ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆ ເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ, ວັດສະດຸສາດ, ການສໍາຫຼວດດ້ານທໍລະນີຟີຊິກ ແລະ ດ້ານວິສະວະກໍາທໍລະນີສາດ, ການສໍາຫຼວດ ແລະການນໍາໃຊ້ລັງສີວິທະຍາເຂົ້າໃນຂະແໜງການກະສິກໍາ, ອຸດສະຫະກໍາ, ສິ່ງແວດລ້ອມ, ການແພດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
3) ເພື່ອໃຫ້ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
o ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
o ເປັນພະນັກງານລັດ ໃນສະຖາບັນການສຶກສາໃນລະດັບຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບຟີຊິກສາດ ເຊັ່ນ: ສະຖານີໄຟຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ກົມມາດຕະຖານ, ພະແນກລັງສີ, ກົມທໍລະນີສາດ ແລະ ແຮ່ທາດ, ກົມຊັບພະຍາກອນນໍ້າ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.
o ເປັນນັກວິຊາການ ດ້ານຟີຊິກສາດ ເຊັ່ນ: ທີ່ປຶກສາ, ນັກຄົ້ນຄ້ວາວິໄຈ ແລະ ເປັນຄູ-ອາຈານ;
o ນອກຈາກນັ້ນ, ຍັງສາມາດປະກອບອາຊີບເຂົ້າໃນພາກສ່ວນເອກະຊົນ ເຊັ່ນ: ທຸລະກິດທາງ ອຸປະກອນອີເລັກໂຕຣນິກ, ບໍລິສັດທີ່ກ່ຽວຂ້ອງກັບການສໍາຫຼວດ ແລະ ຊອກຄົ້ນບໍ່ແຮ່, ອຸດສະຫະກຳການບໍລິການ, ເຄື່ອງມືທາງການແພດ ແລະ ອື່ນໆ.
o ໄລຍະເວລາການສຶກສາ
ໄລຍະເວລາການສຶກສາແມ່ນ 2 ປີ ຫຼື ເທົ່າກັບ 4 ພາກຮຽນ, ສໍາລັບນັກສຶກສາທີ່ບໍ່ສາມາດຈົບຕາມກໍານົດສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 2 ປີ ຫຼື 4 ພາກຮຽນ, ແຕ່ນັກສຶກສາຕ້ອງໄດ້ຈ່າຍເງິນຄ່າຮັກສາສະຖານະພາບເປັນນັກສຶກສາຕາມລະບຽບຫຼັກການຂອງການສຶກສາຊັ້ນສູງ.
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາ ຟີຊິກສາດ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ທັງໝົດ 45 ໜ່ວຍກິດ, ດັ່ງລາຍລະອຽດລຸ່ມນີ້:
- ໝວດວິຊາບັງຄັບ 29 ໜ່ວຍກິດ
- ໝວດວິຊາເລືອກ: 4 ໜ່ວຍກິດ
- ໝວດວິທະຍານິພົນ 12 ໜ່ວຍກິດ
ລວມ 45 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ແນວທາງການເມືອງຂອງ ສປປ ລາວ
o ຄະນິດສາດສໍາລັບຟີຊິກ
o ທາດເຄິ່ງຊັກນໍາ
o ກົນລະສາດ-ຄວາມຮ້ອນ
o ໄຟຟ້າ-ແມ່ເຫຼັກ
o ສຳມະນາ
o ເຕັກນິກການທົດລອງ
o ກົນລະສາດຄວັນຕໍາ
o ອີເລັກໂຕຣນິກ
o ວິທີການຄົ້ນຄວ້າ
o ຟີຊິກແຜນໃໝ
· ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ພະລັງງານທົດແທນ (Master of Science Program in Renewable Energy)
o ຈຸດປະສົງຂອງຫຼັກສູດ
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
-
- ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້ ແລະ ຄວາມສາມາດດ້ານພະລັງງານທົດແທນ ອອກຮັບໃຊ້ສັງຄົມໃນຂະແໜງການຕ່າງໆເຊັ່ນ: ຂະແໜງພະລັງງານ, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງອຸດສະຫະກໍາ, ຂະແໜງສິ່ງແວດລ້ອມ, ຂະແໜງການໄຟຟ້າ, ອີເລັກໂຕຣນິກ ແລະ ອື່ນໆ;
- ໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມສາມາດໃນການຄົ້ນຄວ້າວິທະຍາສາດທາງດ້ານພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານນໍ້າ, ຊີວະມວນ ແລະ ພະລັງງານຊີວະພາບ, ພະລັງງານຄວາມຮ້ອນໃຕ້ດິນ, ພະລັງງານເຄມີໄຟຟ້າ, ພະລັງງານໄຮໂດຣເຈນ, ແບດເຕີຣີ ແລະ ວັດສະດຸ ໃໝ່, ສາມາດສືບຕໍ່ສຶກສາໃນລະດັບທີ່ສູງກວ່າ;
- ສ້າງໃຫ້ນັກສຶກສາມີທັດສະນະຫຼັກໝັ້ນຄຸນສົມບັດສິນທໍາປະຕິວັດ, ມີແບບແຜນວິທີການດໍາລົງຊີວິດທີ່ຖືກຕ້ອງຕາມຮີດຄອງປະເພນີລາວ, ມີຄຸນນະທໍາ-ຈາລິຍະທຳ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕໍ່ສິ່ງແວດລ້ອມ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດຜົນບົນພື້ນຖານທາງວິທະຍາສາດ.
o ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
o ເປັນນັກວິຊາການ, ເປັນຄູ-ອາຈານ ແລະ ນັກຄົ້ນຄວ້າວິໄຈ ທາງດ້ານພະລັງງານທົດແທນ;
o ເປັນພະນັກງານໃນສະຖາບັນ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບພະລັງງານທົດແທນ;
o ສາມາດປະກອບອາຊີບເປັນທີ່ປຶກສາ, ທຸລະກິດສ່ວນຕົວ ແລະ ບໍລິສັດຕ່າງໆ ທີ່ກ່ຽວຂ້ອງກັບພະລັງງານທົດແທນ.
o ໄລຍະເວລາການສຶກສາ
ໄລຍະເວລາການສຶກສາແມ່ນ 2 ປີ ຫຼື ເທົ່າກັບ 4 ພາກຮຽນ, ສໍາລັບນັກສຶກສາທີ່ບໍ່ສາມາດຈົບຕາມກໍານົດສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 2 ປີ ຫຼື 4 ພາກຮຽນ, ແຕ່ນັກສຶກສາຕ້ອງໄດ້ຈ່າຍເງິນຄ່າຮັກສາສະຖານະພາບເປັນນັກສຶກສາຕາມລະບຽບຫຼັກການຂອງການສຶກສາຊັ້ນສູງ.
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາ ພະລັງງານທົດແທນ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມທີ່ສິດສອນໃນຫຼັກສູດ ທັງໝົດ 40 ໜ່ວຍກິດ, ດັ່ງລາຍລະອຽດລຸ່ມນີ້:
- ໝວດວິຊາບັງຄັບ 20 ໜ່ວຍກິດ
- ໝວດວິຊາເລືອກ 4 ໜ່ວຍກິດ
- ຂຽນວິທະຍານິພົນ 16 ໜ່ວຍກິດ
ລວມຈໍານວນໜ່ວຍກິດທັງໝົດ 40 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ທາດເຄິ່ງຊັກນຳ (Semiconductors)
o ວັດສະດຸພະລັງງານ (Energy Materials)
o ພະລັງງານເຄມີໄຟຟ້າ (Electrochemical Energy)
o ເຊລແສງຕາເວັນ (Solar Cells)
o ອິນເຕີເນັດສັບພະສິ່ງ (Internet of Things)
o ພະລັງງານໄຮໂດຣເຈນ (Hydrogen Energy)
o ວິທີການຄົ້ນຄວ້າວິທະຍາສາດ (Research Methodology)
o ພະລັງງານສີຂຽວ (Green Energy)
o ພະລັງງານຈາກຊີວະມວນ ແລະ ສິ່ງເສດເຫຼືອ (Energy from Biomass and Waste)
o ສຳມະນາ 1 (Seminar 1)
o ສຳມະນາ 2 (Seminar 2)
· ຫຼັກສູດປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ (Master of Science Program in Chemistry)
o ຈຸດປະສົງຂອງຫຼັກສູດ
ຫຼັກສູດປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
1) ໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ).
2) ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ, ກ່ຽວກັບເຄມີສາດ ເພື່ອເປົ້າໝາຍດັ່ງນີ້:
- ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້-ຄວາມສາມາດ ທາງດ້ານເຄມີສາດ, ມີທັກສະໃນການນຳໃຊ້ທິດສະດີ ແລະ ພາກປະຕິບັດຕົວຈິງເຂົ້າໃນວຽກງານຄົ້ນຄ້ວາວິໄຈ, ສາມາດສື່ສານ ແລະ ບໍລິການວິຊາການດ້ານເຄມີສາດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ສາມາດນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີທີ່ທັນສະໄໝເຂົ້າໃນການພັດທະນາວຽກງານຕ່າງໆຢ່າງມີປະສິດທິພາບ.
- ເພື່ອຍົກລະດັບນັັກວິຊາການ, ຄູສອນ, ນັກວາງແຜນ ແລະ ນັກບໍລິຫານ ທາງດ້ານວິທະຍາສາດສາຂາເຄມີສາດ ແລະ ເຄມີສິ່ງແວດລ້ອມ ໃຫ້ແກ່ຂະແໜງການສຶກສາ, ກະສິກຳ, ອຸດສາຫະກຳ, ພະລັງງານ-ບໍ່ແຮ່, ການແພດ, ການຈັດການ-ຄຸ້ມຄອງສະພາບແວດລ້ອມ ແລະ ອື່ນໆ.
3) ເພື່ອໃຫ້ນັກສຶກສາມີຄວາມສາມາດໄປຮຽນຕໍ່ລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
o ອາຊີບດ້ານວິຊາການ ແລະ ການສຶກສາວິໄຈ ເຊັ່ນ: ນັກວິຊາການ, ນັກຄົ້ນຄວ້າ, ອາຈານສອນ, ນັກອະນຸລັກສິ່ງແວດລ້ອມ ແລະ ອື່ນໆ.
o ອາຊີບພະນັກງານໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງອຸດສະຫະກໍາ ແລະ ການຄ້າ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງສາທາລະນະສຸກ ແລະ ຂະແໜງອື່ນໆທີ່ກ່ຽວຂ້ອງ.
o ອາຊີບໃນລັດວິສາຫະກິດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆເຊັ່່ນ: ເປັນທີ່ປຶກສາຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ອຸດສະຫະກໍາຜະລິດເຄື່ອງອຸປະໂພກ ບໍລິໂພກຕ່າງໆ, ບໍລິສັດຈໍາໜ່າຍອຸປະກອນທົດລອງ ແລະ ທາດເຄມີ.
o ໄລຍະເວລາການສຶກສາ
ໄລຍະເວລາການສຶກສາແມ່ນ 2 ປີ ຫຼື ເທົ່າກັບ 4 ພາກຮຽນ, ສໍາລັບນັກສຶກສາທີ່ບໍ່ສາມາດຈົບຕາມກໍານົດສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 2 ປີ ຫຼື 4 ພາກຮຽນ, ແຕ່ນັກສຶກສາຕ້ອງໄດ້ຈ່າຍເງິນຄ່າຮັກສາສະຖານະພາບເປັນນັກສຶກສາຕາມລະບຽບຫຼັກການຂອງການສຶກສາຊັ້ນສູງ.
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາເຄມີສາດ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ທັງໝົດ 44 ໜ່ວຍກິດ, ດັ່ງລາຍລະອຽດລຸ່ມນີ້:
§ ໝວດວິຊາບັງຄັບ 28 ໜ່ວຍກິດ
§ ໝວດວິຊາເລືອກ 4 ໜ່ວຍກິດ
§ ຂຽນວິທະຍານິພົນ 12 ໜ່ວຍກິດ
ລວມ 44 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ວິເຄາະດ້ວຍເຄື່ອງມືຂັ້ນສູງ (Advanced Instrumental Analysis)
o ເຄມີວິເຄາະຂັ້ນສູງ (Advanced Analytical Chemistry)
o ສຳມະນາກ່ຽວກັບວິຊາເຄມີ (Seminar in Chemistry)
o ວິທີການຄົ້ນຄວ້າ (Research Methodology)
o ເຄມີສິ່ງແວດລ້ອມ (Environmental Chemistry)
o ວິທະຍາສາດ ແລະ ເທັກໂນໂລຊີລະດັບນາໂນ
o (Nano-scale Science and Technology)
o ເຄມີອົງຄະທາດຂັ້ນສູງ (Advanced Organic Chemistry)
o ເຄມີອະນົງຄະທາດຂັ້ນສູງ (Advanced Inorganic Chemistry)
o ແນວທາງນະໂຍບາຍຂອງ ສປປລາວ (Policy trend of Lao PDR)
o ການຄຸ້ມຄອງຄຸນະພາບນ້ຳ (Water Quality Management)
o ການປະເມີນຜົນກະທົບທາງສິ່ງແວດລ້ອມ (Environmental Impact Assessment)
o ພາສາອັງກິດສຳລັບການຂຽນທາງວິທະຍາສາດ (English for Scientific Writing)


· ຫຼັກສູດປະລິນຍາໂທວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ (Master of Science Program in Computer Science)
o ຈຸດປະສົງຂອງຫຼັກສູດ
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ ມີຈຸດປະສົງເພື່ອສ້າງນັກວິຊາການ:
1) ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິວັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ)
2) ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ, ກ່ຽວກັບວິທະຍາສາດຄອມພິວເຕີ ເພື່ອເປົ້າໝາຍດັ່ງນີ້:
− ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບວິທະຍາສາດຄອມພິວເຕີຢ່າງເປັນລະບົບ, ກວ້າງຂວາງ, ເລິກເຊິ່ງ;
− ໃຫ້ມີຄວາມຮູ້ກ່ຽວກັບ ວິທີການຄົ້ນຄວ້າວິໄຈດ້ານວິທະຍາສາດຄອມພິວເຕີເຂົ້າໃນການເລືອກເຟັ້ນວິທີການແກ້ໄຂບັນຫາຕ່າງໆໃນສັງຄົມໄດ້ຢ່າງເໝາະສົມ, ສ້າງແບບຈຳລອງ ແລະ ວິເຄາະຂໍ້ມູນແບບວິທະຍາສາດ, ແລະ ພັດທະນາຊັອບແວ (Software).
− ໃຫ້ມີຄວາມສາມາດ ພັດທະນາຊັອບແວ (Software) ເພື່ອຕອບສະໜອງຄວາມຕ້ອງການຂອງອົງການຕ່າງໆ, ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາວິທະຍາສາດຄອມພິວເຕີ ແລະ ສາຂາຕ່າງໆທີ່ກ່ຽວຂ້ອງ, ປະດິດນະວັດຕະກຳ ແລະ ເຕັກໂນໂລຊີຢ່າງມີວິທະຍາສາດ, ການເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ວິທະຍາສາດຄອມພິວເຕີ ສາມາດປະກອບອາຊີບໄດ້ດັ່ງນີ້:
- ນັກວິທະຍາສາດຄອມພິວເຕີ, ນັກວິທະຍາສາດຂໍ້ມູນ, ນັກວິເຄາະ-ອອກແບບລະບົບເຕັກໂນໂລຊີ
ແລະ ນັກພັດທະນາຊັອບແວ.
- ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ.
- ປະກອບອາຊີບເປັນຂອງຕົນເອງ (Startup), ເປັນທີ່ປືກສາ, ເປັນນັກຄົ້ນຄວ້າ-ພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ
o ໜ່ວຍກິດໃນຫຼັກສູດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາໂທວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ທັງໝົດ 46 ໜ່ວຍກິດ, ດັ່ງລາຍລະອຽດລຸ່ມນີ້:
§ ໜວດວິຊາບັງຄັບ 30 ໜ່ວຍກິດ
§ ໜວດວິຊາເລືອກ 4 ໜ່ວຍກິດ
§ ຂຽນວິທະຍານິພົນ 12 ໜ່ວຍກິດ
ລວມ 46 ໜ່ວຍກິດ
ນອກຈາກໝວດວິຊາທີ່ໄດ້ກຳນົດໃນຫຼັກສູດແລ້ວ ນັກສຶກສາຈະຕ້ອງໄດ້ຮຽນບາງວິຊາທີ່ເປັນ ຄວາມຮູ້ພື້ນຖານທີ່ຈຳເປັນ (ແຕ່ບໍ່ໄດ້ນັບໜ່ວຍກິດ), ເຊັ່ນ: ວິຊາ ພາສາໂປຣແກຣມເບື້ອງຕົ້ນ, ເຄືອຂ່າຍຄອມພິວເຕີ ແລະ ວິສະວະກະຊັອບແວ.
- ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ແນວທາງການເມືອງຂອງ ສປປ ລາວ (Political Policy of Lao P.D.R)
o ວິທີການຄົ້ນຄ້ວາທາງວິທະຍາສາດຄອມພິວເຕີ (Research Methodology in Computer Sciene)
o ໂຄງສ້າງຂໍ້ມູນ ແລະ ຂັ້ນຕອນວິທີ (Data Structures and Algorithms)
o ປັນຍາປະດິດຂັ້ນສູງ (Advanced Artificial Intelligence)
o ຂໍ້ມູນມະຫາສານ (Big Data)
o ວິທະຍາສາດຂໍ້ມູນ (Data Science)
o ການຮຽນຮູ້ຂອງຄອມພິວເຕີ (Machine Learning)
o ຄອມພິວເຕີກຼາຟຟິກ ແລະວີເຊິນ (Computer Graphics and Vision)
o ການທົດລອງ ແລະການປະເມີນຜົນການວິໄຈ (Research Experiment and Evaluation)
o ການຂຸດຄົ້ນຂໍ້ມູນ (Data Mining)
o ລະບົບປະຕິບັດການ (Operating Systems)
o ຄະນິດສາດສຳລັບຄອມພິວເຕີ (Mathematics for Computer Science)
ຫຼັກສູດປະລິນຍາໂທ ວິທະຍາສາດສາຂາວິຊາຊີວະວິທະຍາ (ຮູບແບບການຄົ້ນຄວ້າ), Master of Science Program in Biology (Research)
· ຈຸດປະສົງຂອງຫຼັກສູດ
- ເພື່ອໃຫ້ນັກສຶກສາ ມີຄວາມຮູ້ ແລະ ຄວາມສາມາດ ດ້ານການຄົ້ນຄວ້າວິໄຈໃນສາຂາວິຊາຊີວະວິທະຍາ, ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ.
- ເພື່ອສ້າງໃຫ້ນັກສຶກສາ ມີຄວາມສາມາດພັດທະນາຕົນເອງ ທາງດ້ານວິຊາການ ສາຂາຊີວະວິທະຍາ ຢ່າງຕໍ່ເນື່ອງ ແລະ ນຳໃຊ້ຄວາມຮູ້ນັ້ນຢ່າງມີປະສິດທິພາບ.
- ເພື່ອໃຫ້ນັກສຶກສາມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານຊີວະວິທະຍາ, ມີຄວາມ ຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
1) ດ້ານວິຊາການ ແລະ ການວິໄຈເຊັ່ນ: ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
2) ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
3) ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
4) ປະກອບອາຊີບທາງດ້ານການກະເສດ, ການຈັດສັນ ແລະ ຄຸ້ມຄອງປ່າໄມ້.
5) ສາມາດເປັນນັກປະເມີນ ແລະ ປົກປັກຮັກສາສິ່ງແວດລ້ອມ.
· ໄລຍະເວລາການສຶກສາ
ກຳນົດໃນຫຼັກສູດ 2 ປີ ຫຼື ເທົ່າກັບ 4 ພາກຮຽນ ສຳລັບນັກສຶກສາທີ່ບໍ່ສາມາດຈົບໄດ້ພາຍໃນກຳນົດ 2 ປີສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 1 ປີ ຫຼື 2 ພາກຮຽນ.
· ການກໍານົດໜ່ວຍກິດ
ຈໍານວນໜ່ວຍກິດທັງໝົດ 44 ໜ່ວຍກິດ, ເຊິ່ງປະກອບມີ:
- ວິທະຍານິພົນ 36 ໜ່ວຍກິດ
- ວິຊາບັງຄັບ 4 ໜ່ວຍກິດ
- ວິຊາເລືອກ 4 ໜ່ວຍກິດ
· ວິຊາບັງຄັບ
o ສຳມະນາ 1
o ສຳມະນາ 2
o ວິທີການວິໄຈທາງຊີວະວິທະຍາລະດັບສູງ
o ບັນຫາພິເສດທາງຊີວະວິທະຍາ
ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາຟີຊິກສາດນໍາໃຊ້ (ຮູບແບບການຄົ້ນຄວ້າ), Master of Science Program in Applied Physics (Research)
· ຈຸດປະສົງຂອງຫຼັກສູດ
ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ ໂດຍສະເພາະແມ່ນການນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທາງດ້ານວິທະຍາສາດ, ທີ່ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃນປະຈຸບັນຢູ່ໃນພາກພື້ນ ແລະ ສາກົນ.
ນັກສຶກສາທີ່ຮຽນຈົບ ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆ ເຊັ່ນ: ຂະແໜງການວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ, ວັດສະດຸສາດ, ການສໍາຫຼວດດ້ານທໍລະນີສາດ ແລະ ດ້ານວິສະວະກໍາທໍລະນີ, ການສໍາຫຼວດ ແລະການນໍາໃຊ້ລັງສີວິທະຍາເຂົ້າໃນຂະແໜງການກະສິກໍາ, ອຸດສະຫະກໍາ, ທາງສິ່ງແວດລ້ອມ ແລະ ທາງການແພດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
ເພື່ອໃຫ້ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.
· ໄລຍະເວລາການສຶກສາ
ໃຊ້ຫຼັກສູດລະບົບ 2 ປີ (4 ພາກຮຽນ) ບໍ່ເກີນ 3 ປີ (6 ພາກຮຽນ).
· ການກໍານົດໜ່ວຍກິດ
ຈໍານວນໜ່ວຍກິດທັງໝົດ 46 ໜ່ວຍກິດ, ເຊິ່ງປະກອບມີ:
- ວິທະຍານິພົນ: 36 ໜ່ວຍກິດ
- ວິຊາບັງຄັບ: 4 ໜ່ວຍກິດ
- ວິຊາເລືອກ: 6 ໜ່ວຍກິດ
· ວິຊາບັງຄັບ
o ວິທີການຄົ້ນຄວ້າ
o ສຳມະນາ1
o ສຳມະນາ2
ຫຼັກສູດປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ (ຮູບແບບການຄົ້ນຄວ້າ), Master of Science Program in Chemistry (Research)
· ຈຸດປະສົງ
- ເພື່ອກໍ່ສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ
- ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານການຄົ້ນຄວ້າ ແລະ ສາມາດນຳໃຊ້ວິທະຍາສາດທີ່ທັນສະໄໝເຂົ້າໃນການພັດທະນາວຽກງານຕ່າງໆຢ່າງມີປະສິດທິພາບ.
- ເພື່ອໃຫ້ນັກສຶກສາມີທັກສະໃນດ້ານການຄົ້ນຄ້ວາວິໄຈໃນສາຂາ ເຄມີສາດ ທີ່ສາມາດຮ່ວມມືກັບນັກຄົ້ນຄວ້າວິທະຍາສາດໃນລະດັບພາກພື້ນ ແລະ ສາກົນ.
- ເພື່ອໃຫ້ນັກສຶກສາມີຄວາມສາມາດພັດທະນາຕົນເອງ ມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານເຄມີສາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
- ເພື່ອຍົກລະດັບນັັກວິຊາການ, ນັກວາງແຜນ ແລະ ນັກບໍລິຫານ ທາງດ້ານວິທະຍາສາດສາຂາເຄມີສາດ ແລະ ເຄມີສິ່ງແວດລ້ອມ ໃຫ້ແກ່ຂະແໜງກະສິກຳ, ອຸດສາຫະກຳ, ພະລັງງານ-ບໍ່ແຮ່, ການແພດ, ການຈັດການ-ຄຸ້ມຄອງສະພາບແວດລ້ອມ ແລະ ອື່ນໆ.
- ເພື່ອໃຫ້ນັກສຶກສາມີຄວາມສາມາດໄປຮຽນຕໍ່ລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
- ອາຊີບດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ນັກວິຊາການ, ນັກຄົ້ນຄວ້າວິໄຈ, ນັກອະນຸລັກສິ່ງແວດລ້ອມ, ຄູ-ອາຈານ ແລະ ອື່ນໆ.
- ອາຊີບພະນັກງານລັດ ໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງພະລັງງານ ແລະ ບໍແຮ່, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງ ສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
- ອາຊີບໃນລັດວິສາຫະກິດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຊັ່ນ: ທີ່ປຶກສາທາງດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍ ອຸປະກອນທົດລອງ ແລະ ທາດເຄມີ, ອຸດສາຫະກຳຜະລິດເຄື່ອງອຸປະໂພກ ບໍລິໂພກຕ່າງໆ.
· ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ຈໍານວນໜ່ວຍກິດທັງໝົດ.....46....ໜ່ວຍກິດ, ເຊິ່ງປະກອບມີ:
- ວິທະຍານິພົນ....36.....ໜ່ວຍກິດ
- ວິຊາບັງຄັບ......6.......ໜ່ວຍກິດ
- ວິຊາເລືອກ......4........ໜ່ວຍກິດ
· ໜວດວິຊາສະເພາະ
o ວິເຄາະດ້ວຍເຄື່ອງມືຂັ້ນສູງ (Advanced Instrumental Analysis)
o ເຄມີວິເຄາະຂັ້ນສູງ (Advanced Analytical Chemistry)
o ສຳມະນາກ່ຽວກັບວິຊາເຄມີ (Seminar in Chemistry)
o ວິທີການຄົ້ນຄວ້າ (Research Methodology)





