ປະລິນຍາຕີ
ຄະນະວິທະຍາສາດທໍາມະຊາດໄດ້ຈັດຕັ້ງການຮຽນ-ການສອນລະດັບປະລິນຍາຕີວິທະຍາສາດ ຈຳນວນ 18 ຫຼັກສູດ ໃນ5 ພາກວິຊາ ດັ່ງລຸ່ມນີ້:
· ພາກວິຊາຊີວະວິທະຍາ ມີ 2 ຫຼັກສູດຄື:
· ພາກວິຊາເຄມີສາດ ມີ 2 ຫຼັກສູດ ຄື:
1. ສາຂາເຄມີສາດ
· ພາກວິຊາຟີຊິກສາດ ມີ 5 ຫຼັກສູດ ຄື:
1. ສາຂາຟີຊິກສາດ
3. ສາຂາຟີຊິກນິວເຄລຍ
5. ສາຂາເຕັກໂນໂລຊີຟີຊິກສາດ (ຫຼັກສູດໃໝ່)
· ພາກວິຊາ ຄະນິດສາດ ແລະ ສະຖິຕິ ມີ 4 ຫຼັກສູດ ຄື:
1. ຄະນິດສາດ
2. ສະຖິຕິ
3. ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະ ບໍລິຫານທຸລະກິດ
4. ຄະນິດສາດ ແລະ ຄອມພິວເຕີສໍາລັບທຸລະກິດ
· ພາກວິຊາວິທະຍາສາດຄອມພິວເຕີ ມີ 5 ຫຼັກສູດຄື:
1. ວິທະຍາສາດຄອມພິວເຕີ
2. ການພັດທະນາເວັບໄຊ
4. ຫຼັກສູດປັນຍາປະດິດ (AI) 2+2
5. ຫຼັກສູດຕໍ່ເນື່ອງປ. ຕີວິທະຍາສາດຄອມພິວເຕີ


ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາຊີວະວິທະຍາ(Bachelor of Science Program in Biology)
· ຈຸດປະສົງຂອງຫຼັກສູດ
1. ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້ ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
2. ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
3. ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
4. ໃຫ້ຜູ້ຮຽນຮູ້ ທີ່ຮຽນຈົບຈາກສາຂາວິຊານີ້ ມີຄຸນສົມບັດດີ, ມີແນວຄວາມຄິດຮັກຊາດ ຮັກສັງຄົມ ເຊິ່ງລວມເອົາຄວາມຮັກທຳມະຊາດ ທັງສິ່ງມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ໂດຍສະເພາະ ແມ່ນຊັບພະຍາກອນຂອງຊາດ ໃຫ້ມີການນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຮຽນຈົບຫຼັກສູດປະລິນຍາຕີວິທະຍາສາດ ສາຂາຊີວະວິທະຍາ ສາມາດປະກອບອາຊີບໄດ້ດັ່ງນີ້:
1. ດ້ານວິຊາການ ແລະ ການວິໄຈເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
2. ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
3. ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, WWF, WCS, WCA, MRC, IRD, GIZ ແລະ ອື່ນໆ.
4. ປະກອບອາຊີບທາງດ້ານການກະເສດ.
5. ສາມາດເປັນນັກປະເມີນທາງດ້ານຊີວະນາໆພັນ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
· ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາພື້ນຖານວິຊາສະເພາະ 37 ໜ່ວຍກິດ
3. ໝວດວິຊາສະເພາະ 71 ໜ່ວຍກິດ
3.1 ຮຽນຕົວຈິງ 65 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 128 ໜ່ວຍກິດ
· ວິຊາສະເພາະ:
o ສັນຖານວິທະຍາຂອງພືດ
o ສັດບໍ່ມີກະດູກສັນຫຼັງ
o ນິເວດວິທະຍາ
o ກຳມະພັນວິທະຍາ
o ຊີວະເຄມີ 1
o ຊີວະເຄມີ 2
o ອະນຸກົມວິຖານພືດ
o ສັດມີກະດູກສັນຫຼັງ
o ວິວັດທະນາການຂອງສິ່ງມີຊີວິດ
o ກາຍະວິພາກສາດພືດ
o ຈຸລະຊີບວິທະຍາທົ່ວໄປ
o ກາຍະວິພາກສາດສັດ
o ສະລິລະສາດພືດ
o ສະລິລະສາດສັດ
o ຝຶກງານ
o ຫຼັກອະນຸກົມວິຖານສັດ
o ຄັບພະວິທະຍາ
o ສຳມະນາ
o ຊີວະນາໆພັນ
o ການຈັດການຊັບພະຍາກອນທໍາມະຊາດ
o ພືດຂັ້ນສູງ
o ແມງໄມ້ວິທະຍາ
o ຊີວະວິທະຍານ້ຳຈືດ
o ບົດໂຄງການຈົບຊັ້ນ

ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາເຕັກໂນໂລຊີ ຊີວະພາບ(Bachelor of Science Program in Biotechnology)
- ຈຸດປະສົງຂອງຫຼັກສູດ
1. ເພື່ອສ້າງນັກວິຊາການໃຫ້ມີຄວາມຮູ້, ຄວາມສາມາດດ້ານເຕັກໂນໂລຊີຊີວະພາບ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.
2. ເພື່ອໃຫ້ຜູ້ຮຽນມີຄວາມສາມາດ, ມີທັກສະ, ຄວາມຊຳນິຊຳນານ, ມີຫົວຄິດປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າໃນການປະກອບອາຊີບຢ່າງມີປະສິດທິຜົນ.
3. ເພື່ອໃຫ້ຜູ້ຮຽນສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຮຽນຈົບຫຼັກສູດປະລິນຍາຕີສາຂາເຕັກໂນໂລຊີຊີວະພາບສາມາດປະກອບອາຊີບໄດ້ດັ່ງນີ້:
1) ດ້ານວິຊາການ ແລະ ການວິໄຈ ເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
2) ອາຊີບພະນັກງານ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ໂຮງງານອຸດສະຫະກໍາຕ່າງໆ.
3) ເປັນນັກວິຊາການໃຫ້ກັບຂະແໜງກະສິກໍາ, ໂຮງງານອຸດສະຫະກໍາອາຫານ-ເຄື່ອງດື່ມ ແລະ ຂະແໜງ ການອື່ນໆທີ່ກ່ຽວຂ້ອງ.
· ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
1) ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2) ໝວດວິຊາພື້ນຖານຂອງວິຊາສະເພາະ 37 ໜ່ວຍກິດ
3) ໝວດວິຊາສະເພາະ 68 ໜ່ວຍກິດ
3.1 ຮຽນຕົວຈິງ 62 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4) ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 125 ໜ່ວຍກິດ
· ວິຊາສະເພາະ
o ຈຸລະຊີບວິທະຍາທົ່ວໄປ
o ຮໍໂມນພືດ
o ນິເວດວິທະຍາ
o ພືດສາດ
o ຊີວະເຄມີ 1
o ຊີວະເຄມີ 2
o ກຳມະພັນວິທະຍາ
o ຈຸລະຊີບນຳໃຊ້
o ເຕັກໂນໂລຊີໃນການເກັບຮັກສາຜົນຜະລິດ
o ເຫັດ-ຣາວິທະຍາ
o ເຕັກໂນໂລຊີໃນການໝັກ
o ເອນໄຊມ໌ວິທະຍາ
o ຊີວະໂມເລກຸນ
o ການເພາະລ້ຽງແພຈຸລັງພືດ
o ເຄມີອາຫານ
o ການແປຮູບອາຫານ
o ເຕັກໂນໂລຊີການປູກເຫັດ
o ສຳມະນາ
o ຝຶກງານ
o ການຄວບຄຸມທາງຊີວະວິທະຍາ
o ຄວາມປອດໄພທາງດ້ານເຕັກໂນໂລຊີຊີວະພາບ
o ອາຫານ ແລະ ໂພຊະນາການ
o ຣາແມງໄມ້
o ບົດໂຄງການຈົບຊັ້ນ
ຫຼັກສູດປະລິນຍາຕີວິທະຍາສາດ ສາຂາເຄມີສາດ (Bachelor of Science Program in Chemistry)
· ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງບຸກຄະລາກອນໃຫ້ກາຍເປັນນັກວິຊາການທາງດ້ານເຄມີສາດທີ່ມີຄວາມຮູ້, ຄວາມສາມາດທີ່ໜັກແໜ້ນທັງທາງທິດສະດີ, ການປະຕິບັດຕົວຈິງ, ມີທັກສະໃນການຄົ້ນຄວ້າວິໄຈ ແລະ ການແກ້ໄຂບັນຫາ ໂດຍນຳໃຊ້ວິທີທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
- ເພື່ອສ້າງໃຫ້ນັກສຶກສາມີທັກສະໃນການເຮັດວຽກງານວິໄຈທາງເຄມີ, ມີທັກສະໃນການສື່ສານ ແລະ ການຮ່ວມມື, ມີຄວາມສາມາດພຽງພໍໃນການປະກອບອາຊີບເປັນນັກວິຊາການຢູ່ໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະກຳປຸງແຕ່ງ, ການຢາ, ກະສິກຳ, ອາຫານ, ບໍ່ແຮ່, ເປັນຄູສອນ ແລະ ອື່ນໆ. ນອກຈາກນັ້ນ ຍັງສາມາດໄປສຶກສາຕໍ່ໃນລະດັບສູງ ໃນສາຂາວິຊາຕ່າງໆທີ່ກ່ຽວຂ້ອງ.
- ເພື່ອສ້າງບຸກຄະລາກອນຂອງຊາດໃຫ້ມີແນວຄິດ, ຄຸນສົມບັດສິນທຳປະຕິວັດໃນການປະກອບອາຊີບ, ຮູ້ຮັກສາມັກຄີເພືອນຮ່ວມງານ-ອົງກອນ ແລະ ຮັກສາຮີດຄອງອັນດີງາມຂອງຊາດ.
- ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສຳເລັດການສຶກສາ
ຮຽນຈົບຫຼັກສູດປະລິນຍາຕີສາຂາເຄມີສາດສາມາດປະກອບອາຊີບໄດ້ດັ່ງນີ້:
1. ອາຊີບດ້ານວິຊາການ ເຊັ່ນ: ນັກວິຊາການດ້ານເຄມີ, ນັກວິເຄາະເຄມີ, ນັກວິຊາການຄຸ້ມຄອງ ແລະ ຮັບປະກັນຄຸນນະພາບຜະລິດຕະພັນ, ຜູ້ຊ່ວຍໃນການຄົ້ນຄວ້າວິໃຈ, ຄູອາຈານ ແລະ ອື່ນໆ.
2. ອາຊີບພະນັກງານລັດ ໃນໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບຂະແໜງການເຄມີທັງໃນຂັ້ນເມືອງ, ແຂວງ ແລະ ກະຊວງຕ່າງໆ ເຊັ່ນ: ໜ່ວຍງານໃນຂະແໜງອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ສິ່ງແວດລ້ອມ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ສຶກສາທິການ ແລະ ກິລາ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ສະຖາບັນຄົ້ນຄວ້າ-ການສຶກສາລະດັບຕ່າງໆ.
3. ອາຊີບໃນພາກເອກະຊົນ ເຊັ່ນ: ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳພະລັງງານ-ບໍ່ແຮ່, ອາຫານ ແລະ ເຄື່ອງດື່ມ, ການຢາ ແລະ ປົວພະຍາດ, ຜະລິດຕະພັນເຄື່ອງໃຊ້ຕ່າງໆ, ທີ່ປຶກສາທາງດ້ານເຄມີ-ສິ່ງແວດລ້ອມ, ອອກແບບຫ້ອງທົດລອງ, ຈຳໜ່າຍອຸປະກອນທົດລອງ-ທາດເຄມີ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາລະດັບຕ່າງໆ ແລະ ອື່ນໆ.
1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 36 ໜ່ວຍກິດ
3. ໝວດວິຊາສະເພາະ 69 ໜ່ວຍກິດ
3.1 ຮຽນຕົວຈິງ 63 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 04 ໜ່ວຍກິດ
ລວມທັງໝົດ 126 ໜ່ວຍກິດ
- ໝວດວິຊາສະເພາະຫຼັກ
-
-
- ເຄມີວິເຄາະ 1 (Analytical Chemistry 1)
- ທົດລອງເຄມີວິເຄາະ 1 (Analytical Chemistry Laboratory 1)
- ເຄມີອົງຄະທາດ 1 (Organic Chemistry 1)
- ທົດລອງເຄມີອົງຄະທາດ 1 (Organic Chemistry Laboratory 1)
- ເຄມີອະນົງຄະທາດ 2 (Inorganic Chemistry 2)
- ທົດລອງເຄມີອະນົງຄະທາດ 2 (Inorganic Chemistry Laboratory 2)
- ເຄມີໄຟຟ້າ (Electrochemistry)
- ເຄມີຟີຊິກ 2 (Physical Chemistry 2)
- ທົດລອງເຄມີຟີຊິກ 2 (Physical Chemistry Laboratory 2)
- ເຄມີວິເຄາະ 2 (Analytical Chemistry 2)
- ທົດລອງເຄມີວິເຄາະ 2 (Analytical Chemistry Laboratory 2)
- ວິເຄາະຄຸນະພາບນໍ້າ (Water Quality Analysis)
- ທົດລອງວິເຄາະຄຸນະພາບ ແລະ ບຳບັດນໍ້າ (Water Quality Analysis Laboratory)
- ສະເປັກໂຕສະໂກປີ້ (Spectroscopy)
- ເຄມີສິ່ງແວດລ້ອມ (Environmental Chemistry)
- ວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis)
- ທົດລອງວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis Laboratory)
- ສຳມະນາທາງເຄມີສາດ (Seminar in Chemistry)
- ວິທີການຄົ້ນຄວ້າ (Research Methodology)
- ເຄມີໂພລີເມີ (Polymer Chemistry)
- ການວິເຄາະຂໍ້ມູນດ້ວຍໂປຣແກຣມທາງສະຖິຕິ (Data Analysis for Business)
- ຝຶກງານ ຫຼື ເຮັດບົດໂຄງການນ້ອຍ (Internship Program)
- ພາກສະໜາມ (Fieldwork)
- ສັງເຄາະອົງຄະທາດ (Organic Synthesis)
- ເຄມີຜະລິດຕະພັນທຳມະຊາດ (Natural Products Chemistry)
- ເຄມີອຸດສາຫະກຳ (Industrial Chemistry)
- ເຄມີກະສິກຳ (Agricultural Chemistry )
- ເຄມີອາຫານ (Food Chemistry)
- ການປະເມີນຜົນກະທົບສິ່ງແວດລ້ອມ (Environmental Impact Assessment)
- ເຄມີນຳໃຊ້ (Applied Chemistry)
- ພະລັງງານທົດແທນ (Renewable Energy)
- ເຄມີອົງຄະທາດ 2 (Organic Chemistry 2)
- ທົດລອງເຄມີອົງຄະທາດ 2 (Organic Chemistry Laboratory 2)
- ໂຄງການຈົບຊັ້ນ (Final Project)
-

ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ເຄມີສິ່ງແວດລ້ອມ (Bachelor of Science Program in Environmental Chemistry)
· ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງບຸກຄະລາກອນໃຫ້ກາຍເປັນນັກວິຊາການທາງດ້ານເຄມີສິ່ງແວດລ້ອມທີ່ມີຄວາມຮູ້, ຄວາມສາມາດທີ່ໜັກແໜ້ນທັງທາງທິດສະດີ, ການປະຕິບັດຕົວຈິງ, ມີທັກສະໃນການຄົ້ນຄວ້າວິໄຈ ແລະ ການແກ້ໄຂບັນຫາ ໂດຍນຳໃຊ້ວິທີທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
- ເພື່ອສ້າງໃຫ້ນັກສຶກສາມີທັກສະໃນການເຮັດວຽກງານວິໄຈທາງເຄມີສິ່ງແວດລ້ອມ ເຊັ່ນ: ການວິເຄາະນໍ້າ, ດິນ, ອາກາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມ, ມີທັກສະໃນການສື່ສານ ແລະ ການຮ່ວມມື, ມີຄວາມສາມາດພຽງພໍໃນການປະກອບອາຊີບເປັນນັກວິຊາການຢູ່ໃນຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງສິ່ງແວດລ້ອມ, ກະສິກຳ, ບໍ່ແຮ່, ພະລັງງານ, ໂຍທາທິການ ແລະ ຂົນສົ່ງ, ການສຶກສາ ແລະ ອື່ນໆ. ນອກຈາກນັ້ນ ຍັງສາມາດໄປສຶກສາຕໍ່ໃນລະດັບສູງ ໃນສາຂາວິຊາຕ່າງໆທີ່ກ່ຽວຂ້ອງ.
- ເພື່ອສ້າງບຸກຄະລາກອນຂອງຊາດໃຫ້ມີແນວຄິດ, ຄຸນສົມບັດສິນທຳປະຕິວັດໃນການປະກອບອາຊີບ, ຮູ້ຮັກສາມັກຄີເພືອນຮ່ວມງານ-ອົງກອນ ແລະ ຮັກສາຮີດຄອງອັນດີງາມຂອງຊາດ.
- ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ນັກສຶກສາທີ່ຮຽນຈົບຫຼັກສູດປະລິນຍາຕີສາຂາ ເຄມີສິ່ງແວດລ້ອມ ສາມາດປະກອບອາຊີບໄດ້ດັ່ງນີ້:
1. ອາຊີບດ້ານວິຊາການ ເຊັ່ນ: ນັກວິຊາການດ້ານເຄມີສິ່ງແວດລ້ອມ, ນັກວິເຄາະຄຸນນະພາບສິ່ງແວດລ້ອມ, ນັກວິຊາການສິ່ງແວດລ້ອມ, ນັກອະນຸລັກສິ່ງແວດລ້ອມ, ຜູ້ກວດກາສິ່ງແວດລ້ອມ, ຜູ້ເຮັດວຽກດ້ານຄວາມປອດໄພສິ່ງແວດລ້ອມ, ຄູ- ອາຈານ ແລະ ອື່ນໆ.
2. ອາຊີບພະນັກງານລັດ ໃນໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບຂະແໜງການເຄມີສິ່ງແວດລ້ອມທັງໃນຂັ້ນເມືອງ, ແຂວງ ແລະ ກະຊວງຕ່າງໆ ເຊັ່ນ: ໜ່ວຍງານໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ສຶກສາທິການ ແລະ ກິລາ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ສະຖາບັນຄົ້ນຄວ້າ-ການສຶກສາລະດັບຕ່າງໆ.
3. ອາຊີບໃນພາກເອກະຊົນ ເຊັ່ນ: ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳພະລັງງານ-ບໍ່ແຮ່, ອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນເຄື່ອງໃຊ້ຕ່າງໆ, ທີ່ປຶກສາດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍອຸປະກອນທົດລອງ ແລະ ທາດເຄມີ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາລະດັບຕ່າງໆ ແລະ ອື່ນໆ.
- ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາພື້ນຖານວິຊາສະເພາະ 34 ໜ່ວຍກິດ
3. ໝວດວິຊາສະເພາະ 70 ໜ່ວຍກິດ
3.1 ຮຽນຕົວຈິງ 64 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 04 ໜ່ວຍກິດ
ລວມທັງໝົດ 125 ໜ່ວຍກິດ
- ໝວດວິຊາສະເພາະຫຼັກ
-
- ພິດວິທະຍາສິ່ງແວດລ້ອມ (Environmental Toxicology)
- ເຄມີວິເຄາະ 1 (Analytical Chemistry 1)
- ທົດລອງເຄມີວິເຄາະ 1 (Analytical Chemistry Laboratory 1)
- ເຄມີວິເຄາະ 2 (Analytical Chemistry 2)
- ທົດລອງເຄມີວິເຄາະ 2 (Analytical Chemistry Laboratory 2)
- ເຄມີສິ່ງແວດລ້ອມ (Environmental Chemistry)
- ສຳມະນາສຳລັບເຄມີສິ່ງແວດລ້ອມ (Seminar in Environmental Chemistry)
- ຝຶກງານ ຫຼື ເຮັດບົດໂຄງການນ້ອຍ (Internship Program)
- ສະເປັກໂຕຣສະໂກປີ (Spectroscopy)
- ນິເວດວິທະຍາຂອງແຫຼ່ງນໍ້າ (Aquatic Ecology)
- ວິເຄາະຄຸນນະພາບນໍ້າ (Water Quality Analysis)
- ທົດລອງວິເຄາະຄຸນະພາບນ້ຳ ແລະ ການບຳບັດ (Water Quality Analysis and Treatment Laboratory)
- ເຄມີກະສິກຳ ແລະ ສິ່ງແວດລ້ອມ (Agricultural Chemistry and Environment)
- ທົດລອງເຄມີກະສິກຳ ແລະ ສິ່ງແວດລ້ອມ (Agricultural Chemistry and Environment Laboratory)
- ມົນລະພິດທາງອາກາດ ແລະ ການບຳບັດ (Air Pollution and Remediation)
- ທົດລອງມົນລະພິດທາງອາກາດ ແລະ ການບຳບັດ (Air Pollution and Remediation Laboratory)
- ການນຳໃຊ້ ແລະ ຈັດການສິ່ງເສດເຫຼືອ (Waste Utilization and Management)
- ມົນລະພິດທາງສຽງ ແລະ ການສັ່ນສະເທືອນ (Noise and Vibration Pollution)
- ເຄມີອົງຄະທາດ 1 (Organic Chemistry 1)
- ທົດລອງເຄມີອົງຄະທາດ 1 (Organic Chemistry Laboratory)
- ຈຸລະຊີບວິທະຍາຂອງນໍ້າເປື້ອນ (WasteWater Microbiology )
- ວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis)
- ທົດລອງວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis Laboratory)
- ການປະເມີນຜົນກະທົບສິ່ງແວດລ້ອມ (Evironmental Impact Assessment)
- ການຈັດການຄຸນະພາບສິ່ງແວດລ້ອມ ແລະ ກົດໝາຍສິ່ງແວດລ້ອມ (Environmental Quality Management and Law)
- ການບຳບັດນໍ້າເປື້ອນ (Wastewater Treatment)
- ການວິເຄາະຂໍ້ມູນດ້ວຍໂປຣແກຣມສຳເລັດຮູບທາງສະຖິຕິ (Statistic Analysis Tools)
- ເຄມີອຸດສະຫາກຳ ແລະ ສິ່ງແວດລ້ອມ (Industrail Chemistry and Environment)
- ວິທີການຄົ້ນຄວ້າ (Research Methodology)
- ພະລັງງານທົດແທນ (Renewable Energy)
- ເຄມີສີຂຽວ (Green Chemistry)
- ເຄມີນໍາໃຊ້ (Applied Chemistry)
- ພາກສະໜາມ (Fieldwork)
- ໂຄງການຈົບຊັ້ນ (Final Project)


ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ເຕັກໂນໂລຊີຟີຊິກສາດ(Bachelor of Science Program in Physics Technology)
· ຈຸດປະສົງຂອງຫຼັກສູດເຕັກໂນໂລຊີຟີຊິກສາດແມ່ນເພື່ອ:
1. ເພື່ອສ້າງໃຫ້ນັກສຶກສາເປັນຜູ້ສະຫງວນມັກໃນການຄົ້ນຄວ້າຮໍ່າຮຽນວິທະຍາສາດ, ໃຫ້ເປັນນັກວິຊາການທາງດ້ານວິທະຍາສາດ, ມີຫົວຄິດປະດິດສ້າງ ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດດ້ວຍຜົນຕາມຫຼັກວິທະຍາສາດ.
2. ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ໃນພາກພື້ນ ແລະ ສາກົນ.
3. ສາມາດໜູນໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເຂົ້າໃນຂົງເຂດວຽກງານຕ່າງໆ ເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຂະແໜງການໄຟຟ້າ ແລະ ເອເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສາຫະກຳ ແລະ ສາມາດເປັນຄູສອນວິທະຍາສາດ ແລະ ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ.
4. ເປັນນັກຄົ້ນຄ້ວາວິທະຍາສາດ ແລະ ສາມາດສຶກສາຕໍ່ໃນຂັ້ນ ປະລິນຍາໂທ, ປະລິນຍາເອກ ຢູ່ພາຍໃນ ຫຼື ຕ່າງປະເທດ.
· ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ
1. ວິສະວະກອນທາງຟີຊິກ (Physics Engineer): ເຮັດວຽກກ່ຽວກັບການອອກແບບ, ພັດທະນາ ແລະ ທົດລອງອຸປະກອນທາງດ້ານຟີຊິກ ເຊັ່ນ: ອຸປະກອນເອເລັກໂຕຣນິກ, ເຄື່ອງມືວິທະຍາສາດ ຫຼື ລະບົບພະລັງງານ.
2. ນັກວິໄຈ ແລະ ພັດທະນາ (Research &Development): ເຮັດວຽກໃນຫ້ອງທົດລອງ ຫຼື ສູນຄົ້ນຄວ້າເພື່ອຊອກຫາເຕັກໂນໂລຊີໃໝ່ ຫຼື ປັບປຸງເຕັກໂນໂລຊີທີ່ມີຢູ່ແລ້ວ.
3. ວິຊາການດ້ານພະລັງງານ (Energy Specialist): ເຮັດວຽກກ່ຽວກັບການຄົ້ນຄວ້າ ແລະ ພັດທະນາພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ ຫຼື ພະລັງງານນິວເຄລຍ.
4. ວິຊາການດ້ານວັດສະດຸ (Materials Scientist): ຄົ້ນຄວ້າ ແລະ ພັດທະນາວັດສະດຸໃໝ່ ທີ່ມີຄຸນສົມບັດພິເສດ ເຊັ່ນ: ວັດສະດຸຄອມໂພຊິດ, ວັດສະດຸນາໂນ ຫຼື ວັດສະດຸທີ່ໃຊ້ໃນອຸດສາຫະກຳ.
5. ວິຊາການດ້ານການສຶກສາ ແລະ ການສອນ (Educator): ເຮັດວຽກເປັນຄູສອນຟີຊິກສາດ ຫຼື ວິຊາທາງດ້ານວິທະຍາສາດໃນໂຮງຮຽນ ຫຼື ມະຫາວິທະຍາໄລ.
6. ນັກວິທະຍາສາດດ້ານຂໍ້ມູນ (Data Scientist): ນຳໃຊ້ຄວາມຮູ້ດ້ານຟີຊິກສາດເພື່ອວິເຄາະ ແລະ ຕີຄວາມໝາຍ ຂໍ້ມູນທີ່ສັບສົນ, ໂດຍສະເພາະໃນຂະແໜງທີ່ຕ້ອງການການຄິດໄລ່ທາງດ້ານຟີຊິກ.
7. ວິຊາການດ້ານທໍລະນີຟີຊິກ(Geophysical Specialist), ສິ່ງແວດລ້ອມ (Environmental) ເຮັດວຽກກ່ຽວກັບ ການວິເຄາະ ແລະ ສໍາຫຼວດທາງທໍລະນີຟີຊິກ ສຶກສາແຮ່ທາດ ແລະ ນໍ້າໃຕ້ດິນ ແລະ ການແກ້ໄຂບັນຫາສິ່ງແວດລ້ອມ ເຊັ່ນ: ການຄວບຄຸມມົນລະພິດ, ການຈັດການຂີ້ເຫຍື້ອ ຫຼື ການປັບປຸງປະສິດທິພາບ ພະລັງງານ.
8. ວິຊາການດ້ານເຕັກນິກ (Technical Consultant): ໃຫ້ຄຳປຶກສາດ້ານວິຊາການໃຫ້ແກ່ບໍລິສັດ ຫຼື ອົງກອນຕ່າງໆ ໃນການເຮັດວຽກທີ່ກ່ຽວຂ້ອງກັບເຕັກໂນໂລຊີຟີຊິກສາດ.
9. ນັກວິທະຍາສາດດາລາສາດ (Astronomer): ຄົ້ນຄວ້າ ແລະ ວິເຄາະຂໍ້ມູນທາງດາລາສາດ ເຊັ່ນ: ດາວ, ດາວເຄາະ ຫຼື ກາເລັກຊີ.
10. ວິຊາການດ້ານຄວາມປອດໄພ (Safety Officer): ເຮັດວຽກໃນການຄຸ້ມຄອງຄວາມປອດໄພໃນສະຖານທີ່ທົດລອງ ຫຼື ສະຖານທີ່ຜະລິດ, ໂດຍສະເພາະໃນຂະແໜງທີ່ຕ້ອງໃຊ້ເຕັກໂນໂລຊີຟີຊິກສາດ.
11. ນອກຈາກນີ້, ຍັງສາມາດສືບຕໍ່ການສຶກສາໃນລະດັບສູງຂຶ້ນໄປ ເຊັ່ນ: ປະລິນຍາໂທ ຫຼື ປະລິນຍາເອກ, ເພື່ອພັດທະນາຄວາມຮູ້ ແລະ ທັກສະໃນຂົງເຂດທີ່ສົນໃຈ.
· ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາຄວາມຮູ້ພື້ນຖານ 35 ໜ່ວຍກິດ
3. ໝວດວິຊາສະເພາະ 70 ໜ່ວຍກິດ
3.1 ຮຽນຕົວຈິງ 64 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 125 ໜ່ວຍກິດ
o ເອເລັກໂຕຣນິກ (Electronics )
o ກົນລະສາດ (Mechanics )
o ຟີຊິກປັດຕະພີ (Physics of the Earth)
o ໄຟຟ້າແມ່ເຫຼັກ(Electromagnetism)
o ການທົດສອບແບບບໍ່ທໍາລາຍ(Non-destructive Testing)
o ຟີຊິກທັນສະໄໝ ແລະ ກົນລະສາດຄວັນຕໍາ (Modern Physics and Quantum Mechanics)
o ທົດລອງຟີຊິກສາດ 3 (Physics Laboratory 3)
o ຟີຊິກດາລາສາດ(Astrophysics)
o ຄອມພິວເຕີ ແລະ ການວິເຄາະຂໍ້ມູນ (Computing for Data Analysis)
o ການອອກແບບວົງຈອນດິຈິຕອລ (Digital Circuit Design)
o ຄວາມຮ້ອນເດີນເຄື່ອນ(Thermodynamics)
o ວັດສະດຸສາດ ແລະ ວິສະວະກໍາ(Materials Science and Engineering)
o ເຕັກໂນໂລຊີແສງ ແລະ ເລເຊີ( Optics and Laser Technology)
o ວັດຖຸເຄິ່ງຊັກນໍາ(Semiconductors)
o ເຕັກໂນໂລຊີນິວເຄລຍ (Nuclear Technology)
o ລະບົບຄວບຄຸມແບບອັດຕະໂນມັດ(Automatic Control System)
o ການອອກແບບລະບົບອິນເຕີເນັດສັບພະສິ່ງ(Internet of Things System Design)
o ການສໍາຫຼວດທາງທໍລະນີຟີຊິກ (Geophysics Exploration)
o ວັດສະດຸພະລັງງານ (Energy Materials)
o ເຕັກໂນໂລຊີພະລັງງານທົດແທນ (Renewable Energy Technology)
o ແຮ່ສາດ-ສີລາສາດ (Mineralogy)
o ຝຶກງານ (Internship)
o ໂຄງການຈົບຊັ້ນ (Final Project)
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ວັດສະດຸສາດ (Bachelor of Science Program in Material Science)
· ຈຸດປະສົງຂອງຫຼັກສູດ
ຈຸດປະສົງຂອງຫຼັກສູດວັດສະດຸສາດແມ່ນເພື່ອ:
1. ໃຫ້ນັກສຶກສາມີຄວາມຮູ້ທາງດ້ານວັດສະດຸສາດ, ຂະບວນການຜະລິດ ແລະ ການພັດທະນາວັດສະດຸ ໃໝ່ ສາມາດປະຍຸກໃຊ້ວັດສະດຸໃຫ້ມີຄວາມເໜາະສົມກັບງານດ້ານຕ່າງໆ
2. ໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດທາງດ້ານວັດສະດຸສາດພຽງພໍທີ່ຈະນໍາໄປສຶກສາຕໍ່ໃນລະດັບສູງຂຶ້ນ ຫຼື ນໍາໄປປະຕິບັດງານໄດ້ໃນອົງກອນຂອງລັດ, ລັດວິສາຫະກິດ ແລະ ເອກະຊົນ.
3. ໃຫ້ນັກສຶກສາມີຄວາມສາມາດວິເຄາະ, ສຶກສາຄົ້ນຄວ້າ ແລະ ວິໄຈດ້ວຍຕົນເອງ, ມີຄວາມສົນໃຈ ແລະ ຕິດຕາມຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງສະໝໍ່າສະເໝີ.
4. ສົ່ງເສີມໃຫ້ນັກສຶກສາມີຄວາມຄິດສ້າງສັນ, ມີຄວາມເປັນຜູ້ນໍາ ແລະ ສາມາດຮ່ວມວຽກງານກັບຄົນອື່ນໄດ້.
5. ປູກຝັງຈິດສໍານຶກທາງດ້ານຄຸນນະທໍາ ແລະ ຈັນຍາບັນ, ຮູ້ຮັກສາຮີດຄອງປະເພນີ ແລະ ຮູ້ອະນຸລັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
· ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ
1. ບຸກຄະລະກອນທາງການສຶກສາໃນສະຖາບັນ ແລະ ມະຫາວິທະຍາໄລ.
2. ນັກວິທະຍາສາດປະຈໍາສະຖາບັນ ແລະ ສູນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
3. ນັກວິໄຈປະຈໍາໜ່ວຍວິໄຈ ແລະ ພັດທະນາຂອງໜ່ວຍງານເອກະຊົນ ຫຼື ໂຮງງານອຸດສາຫະກໍາ.
4. ພະນັກງານບໍລິສັດເອກະຊົນ.
5. ຜູ້ປະກອບການທຸລະກິດສ່ວນຕົວ.
· ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາຄວາມຮູ້ພື້ນຖານ 36 ໜ່ວຍກິດ
3. ໝວດວິຊາສະເພາະ 70 ໜ່ວຍກິດ
3.1 ຮຽນຕົວຈິງ 64 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 126 ໜ່ວຍກິດ
· ໝວດວິຊາສະເພາະ
o ອີເລັກໂຕຣນິກ1 (Electronics 1)
o ວັດສະດຸສາດເບື້ອງຕົ້ນ (Introduction to Materials Science)
o ກົນລະສາດ (Mechanics )
o ຄຸນສົມບັດໄຟຟ້າ, ແມ່ເຫຼັກ ແລະ ແສງຂອງວັດສະດຸ (Electrical, Magnetic and Optical Properties of Materials)
o ຄຸນສົມບັດກົນລະສາດ ຂອງວັດສະດຸ (Mechanical Properties of Materials)
o ຄວາມຮ້ອນເດີນເຄື່ອນຂອງວັດສະດຸ (Thermodynamics of Materials)
o ທົດລອງວັດສະດຸສາດ (Materials Laboratory)
o ໄຟຟ້າແມ່ເຫຼັກ (Electromagnetism)
o ຟີຊິກແສງສະຫວ່າງ (Optical Physics)
o ເຊຣາມິກເບື້ອງຕົ້ນ ແລະ ການເຄືອບ (Introduction to Ceramics and Coating)
o ຟີຊິກວັດຖຸແຂງ (Solid State Physics)
o ວັດສະດຸປະສົມ (Composite Materials)
o ໂລຫະ ແລະ ໂລຫະປະສົມ (Metal and Alloy)
o ວັດສະດຸໝູນວຽນ (Recycle Materials)
o ຟີຊິກອາຕອມ (Atomic Physics)
o ວິທະຍາສາດໂພລີເມີ ແລະ ຂະບວນການຜະລິດ (Polymer Science and Production Process)
o ກົນລະສາດຄວານຕັມ (Quantum Mechanics)
o ການບໍາລຸງຮັກສາວັດສະດຸ (Hazardous Material treatment)
o ການວິເຄາະໂຄງສ້າງວັດສະດຸ (Analysis of Material Structure)
o ວັດສະດຸນາໂນເບື້ອງຕົ້ນ (Introduction to Nanomaterials)
o ພະລັງງານທາງສິ່ງແວດລ້ອມ (Energy Environmental Materials)
o ຝຶກງານ (Training)
o ໂຄງການຈົບຊັ້ນ (Final Project)
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາທໍລະນີຟີຊິກນໍາໃຊ້ (Bachelor of Science Program in Applied Geophysics)
ຫຼັກສູດປະລິນຍາຕີສາຂາທໍລະນີຟີຊິກນຳໃຊ້ ມີເປົ້າໝາຍຄື:
1. ສົ່ງເສີມໃຫ້ເປັນຜູ້ສະຫງວນມັກໃນການຊອກຮູ້ຄົ້ນຄວ້າ ແລະ ຮ່ຳຮຽນ, ມີທັກສະໃນການສື່ສານ, ສາມາດເຮັດວຽກເປັນໝູ່-ຄະນະ, ມີຄຸນນະທຳ-ຈະລິຍະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
2. ໃຫ້ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ານວິທະຍາສາດ, ສາມາດພັດທະນາດ້ານວິຊາການໃຫ້ກ້າວສູ່ລະດັບຊາດ, ພາກພື້ນ ແລະ ສາກົນ.
3. ໃຫ້ມີຄວາມຮູ້ຄວາມສາມາດໃນການສຳຫຼວດດ້ານທໍລະນີຟີຊິກ ແລະ ທໍລະນີສາດຢ່າງເຂັ້ມແຂງເພື່ອໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານຊອກຄົ້ນສຳຫຼວດຫາຊັບພະຍາກອນທໍາມະຊາດໃຕ້ດິນ.
4. ຝຶກຝົນຄວາມສາມາດໃນການປະຕິບັດວຽກງານສະເພາະດ້ານຢ່າງມີຄວາມຊໍານິຊໍານານໃນພາກສະໜາມຕົວຈິງ ແລະ ມີຄວາມຮູ້ວິທະຍາສາດພື້ນຖານພຽງພໍທີ່ຈະສຶກສາຕໍ່ໃນລະດັບສູງຂຶ້ນ.
· ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ
1. ອາຊີບທາງດ້ານວິຊາການ ແລະ ການວິໄຈ ເຊັ່ນ: ເປັນຄູ-ອາຈານ, ນັກວິຊາການ, ນັກວິໄຈ
2. ອາຊີບພະນັກງານລັດ ເຊັ່ນ : ໃນສະຖາບັນການສຶກສາໃນລະດັບຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບທໍລະນີຟີຊິກ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກົມຊັບພະຍາກອນນໍ້າ, ກົມທໍລະນີ ສາດ ແລະ ແຮ່ທາດ, ກົມຈັດສັນນໍ້າສະອາດ, ກະຊວງອຸດສະຫະກໍາ ແລະ ການຄ້າ, ພະແນກ ອຸດສະຫະກໍາ ແລະ ການຄ້າຂອງແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງແຂວງ, ເຂື່ອນໄຟຟ້າ, ກົມແຜນທີ່, ເຫຼົ່ານີ້ເປັນຕົ້ນ.
3. ອາຊີບວົງການທຸລະກິດ ເຊັ່ນ: ບໍລິສັດຊອກຄົ້ນສໍາຫຼວດແຮ່ທາດ, ລັດວິສາຫະກິດແຮ່ທາດ, ສໍາຫຼວດນໍ້າມັນ, ສໍາຫຼວດນໍ້າໃຕ້ດິນ, ສໍາຫຼວດຊັ້ນຫີນຖານ, ແລະ ອື່ນໆ.
· ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມຮູ້ທົ່ວໄປ: 17 ໝ່ວຍກິດ
2. ໝວດວິຊາຄວາມຮູ້ພື້ນຖານ: 43 ໝ່ວຍກິດ
3 ໝວດວິຊາ ສະເພາະ: 72 ໜ່ວຍກິດ
3.1 ຮຽນຕົວຈິງ: 63 ໝ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ: 06 ໝ່ວຍກິດ
4. ໝວດວິຊາເລືອກເສລີ: 03 ໝ່ວຍກິດ
ລວມທັງໝົດ 132 ໝ່ວຍກິດ
· ໝວດວິຊາສະເພາະ
o ການສຳຫຼວດດ້ານທົ່ງດຶງດູດ (Gravity Prospecting)
o ການສຳຫຼວດດ້ານທົ່ງແມ່ເຫຼັກ (Magnetic Prospecting)
o ການສຳຫຼວດທໍລະນີໄຟຟ້າ (Geoelectric Prospecting)
o ການສຳຫຼວດຄື້ນສັ່ນສະເທືອນແບບຫັກ (Seismic Refraction Prospecting)
o ການສຳຫຼວດຄື້້ນສັ່່ນສະເທືອນແບບສະທ້ອນ (Seismic Reflection Prospecting)
o ການສຳຫຼວດດ້ານໄຟຟ້າແມ່ເຫຼັກ (Electromagnetic Prospecting)
o ການສຳຫຼວດດ້ານກຳມັນຕະພາບລັງສີ (Radiometric Prospecting)
o ທໍລະນີຟີຊິກດ້ານສິ່ງແວດລ້ອມ ( Environmental Geophysics)
o ສັງລວມການສຳຫຼວດດ້ານທໍລະນີຟີຊິກ (Integrated Geophysics Methods)
o ທໍລະນີເດີນເຄື່ອນ ແລະ ແມ່ເຫຼັກດຶກດຳບັນ (Geodynamics and Paleomagnetism)
o ຮູເຈາະທໍລະນີຟີຊິກ (Geophysical Logging)
o ອຸທົກທໍລະນີວິທະຍາ (Hydrogeology)
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດ ແລະ ຄອມພິວເຕີສໍາລັບທຸລະກິດ (Bachelor of Science Program in Mathematics and Computer for Business)
· ຈຸດປະສົງຂອງຫຼັກສູດ
1. ເພື່ອສ້າງນັກວິຊາການໃນລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານຄະນິດສາດ ແລະ ຄອມພິວເຕີ ພ້ອມທັງໃຫ້ຜູ້ຮຽນໄດ້ລົງເລິກກ່ຽວກັບການນໍາໃຊ້ຄະນິດສາດ ແລະ ຄອມພິວເຕີເຂົ້າໃນຂົງເຂດທຸລະກິດຕ່າງໆ;
2. ເພື່ອສ້າງນັກວິຊາການທາງດ້ານຄະນິດສາດ ແລະ ຄອມພິວເຕີໃນລະດັບປະລິນຍາຕີໃຫ້ມີຄວາມສາມາດ, ມີທັກສະ, ມີຫົວຄິດປະດິດສ້າງ ແລະ ສາມາດນໍາໃຊ້ຄະນິດສາດ ແລະ ຄອມພິວເຕີເຂົ້າໃນການວິເຄາະບັນຫາ ແລະ ການແກ້ບັນຫາທາງດ້ານທຸລະກິດຕ່າງໆ, ດ້ານເສດຖະກິດ-ສັງຄົມ ແລະ ການປະກອບອາຊີບຢ່າງມີປະສິດທິຜົນ;
3. ເພື່ອໃຫ້ຜູ້ຮຽນຈົບສາຂານີ້ສາມາດພັດທະນາຕົນເອງ ແລະ ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ພ້ອມທັງສາມາດເຮັດການສຶກສາຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ແລະ ຄອມພິວເຕີ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມໃນປັດຈຸບັນ;
4. ເພື່ອສ້າງໃຫ້ນັກສຶກສາມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຄວາມເປັນເອກະລາດໃນການຄົ້ນຄິດ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ.
· ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
1. ໝວດວິຊາຄວາມພື້ນຖານຮູ້ທົ່ວໄປ 17 ໜ່ວຍກິດ
2. ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 34 ໜ່ວຍກິດ
3. ໝວດວິຊາສະເພາະ 68 ໜ່ວຍກິດ
3.1 ຮຽນຕົວຈິງ 62 ໜ່ວຍກິດ
3.2 ຂຽນບົດຈົບຊັ້ນ 06 ໜ່ວຍກິດ
4. ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 122 ໜ່ວຍກິດ
· ໝວດວິຊາສະເພາະ
o ການວິໄຈດໍາເນີນງານ (Operation Research)
o ແບບຈໍາລອງທາງຄະນິດສາດທຸລະກິດ (Mathematical Modeling for Business)
o ບໍລິຫານໂຄງການທຸລະກິດ (Project Management for Business)
o ບັນຊີແຫ່ງລັດ (State Accounting)
o ຄະນິດສາດສໍາລັບຄອມພິວເຕີ 2 (Mathematics for Computer 2)
o ວິທີການຄົ້ນຄວ້າທາງທຸລະກິດ (Research Methodology for Business)
o ສໍາມະນາທາງທຸລະກິດ (Seminar in Business)
o ສຶກສາພາກສະໜາມ (Field Studies)
o ການເງິນທຸລະກິດ (Finance for Business)
o ການວິເຄາະຣີເກຣເຊິນ ແລະ ຄ່າຜັນປ່ຽນ (Regression Analysis and Variance)
o ການວິເຄາະຂໍ້ມູນທາງທຸລະກິດ (Data Analysis for Business)
o ສະຖິຕິທຸລະກິດ (Statistic for Business )
o ໂປຣແກຣມມິງພື້ນຖານ (Basic Programming)
o ຄອມພິວເຕີສໍາລັບທຸລະກິດ 2 (Computer for Business 2)
o ການພັດທະນາແອັບພລີເຄຊັນ (Application Devolopment)
o ການສື່ສານຂໍ້ມູນ ແລະ ເຄືອຂ່າຍ (Communication and Network)
o ລະບົບຖານຂໍ້ມູນ (Database Systems)
o ການຄ້າເອເລັກໂຕຣນິກ (E-Commerce)
o ການນໍາໃຊ້ປັນຍາປະດິດ (AI) ໃນທຸລະກິດ (Artifiial Itelligence for Business)
o ການອອກແບບເວັບໄຊ ( Website Design)
o ຝຶກງານ (Field Work)
o ໂຄງການບົດຈົບຊັ້ນ (Final Project)
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາການພັດທະນາໂປຣແກຣມຄອມພິວເຕີ (Bachelor of Science Program in Computer Programming)
· ຈຸດປະສົງຂອງຫລັກສູດ
ຫຼັກສູດປະລິຍາຕີສາຂາການພັດທະນາໂປຣແກຣມຄອມພິວເຕີ ມີຈຸດປະສົງເພື່ອສ້າງນັກສຶກສາໃຫ້ມີ:
- ຄວາມຮູ້ກ່ຽວກັບ ທິດສະດີ ແລະ ຫລັກການ ໃນການພັດທະນາ ໂປຣແກຣມຄອມພິວເຕີ.
- ຄວາມສາມາດ ນໍາໃຊ້ຄວາມຮູ້ທິດສະດີ ແລະ ຫລັກການ ໃນການພັດທະນາ ໂປຣແກຣມຄອມພິວເຕີ ເພື່ອແກ້ບັນຫາໃນອົງກອນ ແລະ ໃນສັງຄົມຢ່າງຄ່ອງແຄ້ວ.
- ຄວາມສາມາດ ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາການພັດທະນາໂປຣແກຣມຄອມພິວເຕີ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ.
- ການປະດິດນະວັດຕະກຳ ແລະ ເທັກໂນໂລຊີ ຢ່າງມີວິທະຍາສາດ, ການເຮັດວຽກເປັນທີມ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ.
- ຄຸນສົມບັດ, ຈັນຍາບັນ ແລະ ຮັກວິຊາອາຊີບ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ການພັດທະນາໂປຣແກຣມ ສາມາດປະກອບອາຊີບໄດ້ດັ່ງນີ້:
- ນັກພັດທະນາໂປຣແກຣມຄອມພິວເຕີ ແລະ ໂປຣແກຣມເທິງໂທລະສັບມືຖື , ນັກວິເຄາະ-ອອກແບບລະບົບ ,ສ້າງ ແລະ ປະດິດເຄື່ອງນະວັດຕະກໍາເຕັກໂນໂລຊີ ໃຫ້ແກ່ສັງຄົມ.
- ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ.
- ປະກອບອາຊີເປັນຂອງຕົນເອງ (Startup), ເປັນທີ່ປືກສາ, ເປັນນັກຄົ້ນຄວ້າ,ເປັນຜູ້ຄຸ້ມຄອງດູແລລະບົບເຄື່ອຂ່າຍ ແລະ ນັກພັດທະນາຊອບແວ ອີກດ້ວຍ.
· ການກໍານົດໜ່ວຍກິດ ທີ່ສອນໃນຫຼັກສູດ:
- ໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ
- ໝວດວິຊາພື້ນຖານວິຊາສະເພາະ 41 ໜ່ວຍກິດ
- ໝວດວິຊາສະເພາະ 65 ໜ່ວຍກິດ
- ໝວດວິຊາເລືອກ 04 ໜ່ວຍກິດ
ລວມທັງໝົດ 130 ໜ່ວຍກິດ
- ໝວດວິຊາສະເພາະ
o ລະບົບຄອມພິວເຕີ
o Generative and Agentic AI
o ການສື່ສານຂໍ້ມູນ ແລະ ເຄືອຂ່າຍ
o ໂຄງສ້າງ ແລະ ຂັ້ນຕອນວິທີ
o ການຂຽນໂປຣແກຣມດ້ວຍພາສາ C# 1
o ການປະມວນຜົນຮູບພາບ
o ການຂຽນໂປຣແກຣມດ້ວຍພາສາ C# 2
o ການວິເຄາະ ແລະ ອອກແບບລັກສະນະວັດຖຸ (Object Oriented Analysis and Design)
o ການຂຽນໂປຣແກຣມສໍາລັບມືຖື 1(Android)
o ບໍລິຫານເຄື່ອງແມ່ຂ່າຍລະດັບສູງ (Advanced Server Administration)
o Python programming 1
o ການວິເຄາະ ແລະ ອອກແບບລະບົບແບບໂຄງສ້າງ
o ການຂຽນໂປຣແກຣມສໍາລັບມືຖື2 (Multiplatform)
o Internet of Things 1
o ລະບົບຖານຂໍ້ມູນ ແບບບໍ່ມີໂຄງສ້າງ
o Python programming 2 (GUI)
o ສຳມະນາ
o ດາຕາມາຍນິງ ແລະ ການຮຽນຮູ້ຂອງເຄື່ອງ (Data mining and Machin leaning
o Internet of Things 2
o ການຂຽນໂປຣແກຣມສໍາລັບມືຖື 3 (Multiplatform)
o ໂຄງການຈົບຊັ້ນ
o ຝຶກງານ





