ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
1.ພາລະບົດບາດລວມຂອງພະແນກ
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີພາລະບົດບາດເປັນເສນາທິການໃຫ້ແກ່ທ່ານ ຫົວໜ້າຄະນະວິຊາ ໃນດ້ານການຄຸ້ມຄອງ, ການສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ການຮ່ວມມື, ການສ້າງແຜນການ ແລະ ສ້າງເງື່ອນໄຂໃນການຍົກລະດັບຂອງບຸກຄະລາກອນເພື່ອພັດທະນາຄຸນນະພາບດ້ານການຄົ້ນຄວ້າວິທະຍາສາດ ແລະ ໃຫ້ບໍລິການວິຊາການແກ່ສັງຄົມ.
2. ໜ້າທີ່
2.1 ໜ່ວຍງານວຽກງານຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ຮ່າງ ແລະ ເຊັນເອກະສານທີ່ກ່ຽວຂ້ອງການຄົ້ນຄວ້າວິທະຍາສາດ ຫຼື ນໍາສະເໜີ ໃຫ້ຄະນະນໍາມີຄໍາເຫັນ /ລົງລາຍເຊັນ;
2. ຄົ້ນຄວ້າລະບຽບ, ຫຼັກການ, ນິຕິກໍາ ແລະ ຂໍ້ກຳນົດຕ່າງໆ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ;
3. ແຈ້ງການເປີດຮັບບົດສະເໜີໂຄງການຄົ້ນຄວ້າພາຍໃຕ້ແຫຼ່ງທຶນຕ່າງໆ ຕາມແຈ້ງການຂອງຂັ້ນເທິງ;
4. ຈັດຕັ້ງກອງປະຊຸມຜ່ານ, ຄັດເລືອກ ຫຼື ຈັດບຸລິມະສິດບົດສະເໜີໂຄງການຄົ້ນຄວ້າວິທະຍາສາດ ຂັ້ນຄະນະວິຊາ;
5. ນໍາສະສົ່ງບົດສະເໜີໂຄງການຂອງນັກຄົ້ນຄວ້າທີ່ໄດ້ຮັບຄັດເລືອກ ຫຼື ຈັດບຸລິມະສິດຂັ້ນຄະນະວິຊາ ໃຫ້ ມະຫາວິທະຍາໄລແຫ່ງຊາດ;
6. ຕິດຕາມການດໍາເນີນການຄົ້ນຄວ້າຂອງຄູອາຈານ, ນັກຄົ້ນຄວ້າ ທີ່ໄດ້ຮັບທຶນຄົ້ນຄວ້າພາຍໃຕ້ແຫຼ່ງທຶນຕ່າງໆ;
7. ຂຶ້ນແຜນ, ຈັດກອງປະຊຸມ ແລະ ວາງສະແດງເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດຂອງນັກຄົ້ນຄວ້າແລະ ຄູ-ອາຈານໃນຄະນະວິຊາໃຫ້ພະນັກງານ, ຄູ-ອາຈານ ທັງພາຍໃນກໍ່ຄືສັງຄົມຮັບຮູ້;
8. ຮີບໂຮມສັງລວມບົດຄົ້ນຄວ້າວິທະຍາສາດ ແລະ ບົດຕີພິມລົງວາລະສານຕ່າງໆ ຂອງນັກຄົ້ນຄວ້າ ແລະ ຄູອາຈານໃນຄະນະວິທະຍາສາດທໍາມະຊາດເພື່ອລາຍງານໃຫ້ຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງຮັບຊາບ;
9. ອອກໜັງສືແຈ້ງການເປີດຮັບບົດຄົ້ນຄວ້າ ເພື່ອຕີພິມໃນວາລະສານວິທະຍາສາດ ແລະ ເຕັກໂນໂລຊີ, ແຈ້ງການຊໍາລະຄ່າຕີພິມ, ຮັບເງິນຄ່າຕີພິມ, ບໍລິຫານເງິນຮັບໃຊ້ວຽກຕ່າງໆທີ່ກ່ຽວຂ້ອງ, ອອກໃບຢັ້ງຢືນການຕີພິມ ແລະ ການກວດແກ້, ພິມປຶ້ມວາລະສານ;
10. ເບິ່ງພາບລວມ, ແນະນໍາແຕ່ລະໜ້າວຽກ, ກວດກາການດໍາເນີນໜ້າວຽກ ແລະ ຄວາມຖືກຕ້ອງຕ່າງໆ ທາງດ້ານຂັ້ນຕອນການສົ່ງບົດຄົ້ນຄວ້າ, ສ້າງໂປສເຕີໂຄສະນາ, ກວດໂຄງສ້າງບົດຄົ້ນຄວ້າ ແລະ ການປັບປຸງບົດຄົ້ນຄວ້າຕາມໂຄງສ້າງ, ສົ່ງບົດຄົ້ນຄວ້າໃຫ້ຜູ້ກວດແກ້ຕາມການມອບໝາຍຂອງຄະນະຮັບຜິດຊອບດ້ານເນື້ອໃນ ແລະ ສົ່ງຄໍາແນະນໍາຈາກຜູ້ກວດແກ້ໃຫ້ນັກຄົ້ນຄວ້າ, ສົ່ງ-ຮັບບົດຄົ້ນຄວ້າທີ່ປັບປຸງຫຼ້າສຸດກ່ອນການອັບໂລດລົງວາລະສານໃຫ້ຄະນະຮັບຜິດຊອບດ້ານເນື້ອໃນ, ອັບໂລດວາລະສານລົງເວັບໄຊ, ປັບປຸງໜ້າປົກປຶ້ມ, ຄຸ້ມຄອງດູແລເວັບໄຊ
11. ປະຕິບັດໜ້າທີ່ອື່ນໆທີ່ກ່ຽວຂ້ອງ ຫຼື ຕາມການມອບໝາຍ.
2.2 ໜ່ວຍງານບໍລິການວິຊາການມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ຮ່າງ ແລະ ເຊັນເອກະສານທີ່ກ່ຽວຂ້ອງກັບວຽກງານບໍລິການວິຊາການ ຫຼື ນໍາສະເໜີ ໃຫ້ຄະນະນໍາມີຄໍາເຫັນ /ລົງລາຍເຊັນ;
2. ຄົ້ນຄວ້າລະບຽບ, ຫຼັກການ, ນິຕິກໍາ ແລະ ຂໍ້ກຳນົດຕ່າງໆ ກ່ຽວກັບວຽກງານບໍລິການວິຊາການ ເຊັ່ນ: ວິທີການແບ່ງປັນລາຍຮັບ, ການຖອກພັນທະ ແລະ ວິທີການຄຸ້ມຄອງການໃຫ້ບໍລິການວິຊາການຕ່າງໆ;
3. ຕິດຕາມການບໍລິການ, ການຖອກພັນທະຂອງຜູ້ໄປບໍລິການ, ເກັບກໍາ ແລະ ບັນທຶກຂໍ້ມູນເງິນບໍລິການວິຊາການ;
4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວິທີຄຸ້ມຄອງດ້ານລິຂະສິດທາງວິຊາການທີ່ເປັນຜົນງານຂອງນັກຄົ້ນຄວ້າ ແລະ ຄູ-ອາຈານ ໃນຄະນະວິທະຍາສາດທໍາມະຊາດ;
5. ພົວພັນ ແລະ ປະສານສົບທົບກັບອົງກອນຕ່າງໆທັງພາກລັດ ແລະ ເອກະຊົນ ທີ່ມີຄວາມສົນໃຈ ແລະ ຕ້ອງການໃຊ້ການບໍລິການວິຊາການຂອງນັກຄົ້ນຄວ້າ ແລະ ຄູ-ອາຈານໃນຄະນະວິທະຍາສາດທໍາມະຊາດ, ເພື່ອນຳສະເໜີຄະນະນໍາຄະນະວິທະຍາສາດທໍາມະຊາດພິຈາລະນາເຖິງຄວາມເປັນໄປໄດ້ໃນການເຊັນສັນຍາຮ່ວມມືດ້ານບໍລິການວິຊາການ;
6. ຊຸກຍູ້ສົ່ງເສີມໃຫ້ຄູ-ອາຈານໃນຄະນະວິທະຍາສາດທໍາມະຊາດເຮັດໜ້າທີ່ໃຫ້ບໍລິການວິຊາການແກ່ສັງຄົມ, ພ້ອມທັງຕິດຕາມ ແລະ ຊຸກຍູ້ການຖອກພັນທະຕາມອັດຕາທີ່ໄດ້ກໍານົດດ້ານໃນນິຕິກໍາ;
7. ຊຸກຍູ້ ສົ່ງເສີມໃຫ້ຄູ-ອາຈານໃນຄະນະວິທະຍາສາດທໍາມະຊາດຂຽນ ແລະ ຮຽບຮຽງເອກະ ສານ, ປື້ມຕໍາລາຮັບໃຊ້ໃຫ້ແກ່ການຮຽນ-ການສອນລະດັບຕ່າງໆ, ເອກະສານກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຈັດພິມຈໍາໜ່າຍໃຫ້ແກ່ສັງຄົມ;
8. ສົບທົບກັບພາກວິຊາໃນການຄົ້ນຫາ ແລະ ນໍາໃຊ້ທ່າແຮງທີ່ມີຢູ່ໃນພາກວິຊາກໍ່ຄືໃນຄະນະວິຊາເພື່ອເປີດໃຫ້ບໍລິການວິຊາການດ້ານຕ່າງໆ, ສ້າງຜະລິດຕະພັນວິທະຍາສາດ ແລະ ນະວັດຕະກໍາເພື່ອຈັດຈຳໜ່າຍໃຫ້ແກ່ສັງຄົມ;
9. ເກັບກຳ, ປະເມີນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດການໃຫ້ບໍລິການວິຊາການຕາມໂຄງການຕ່າງໆພາຍໃນຄະນະວິທະຍາສາດທໍາມະຊາດ;
10. ປະຕິບັດໜ້າທີ່ອື່ນໆທີ່ກ່ຽວຂ້ອງ ຫຼື ຕາມການມອບໝາຍ.
2.3 ໜ່ວຍງານຮ່ວມມື ແລະ ພົວພັນຕ່າງປະເທດມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ຮ່າງ ແລະ ເຊັນເອກະສານທີ່ກ່ຽວຂ້ອງກັບວຽກງານຮ່ວມມື ແລະ ພົວພັນຕ່າງປະເທດ ຫຼື ນໍາສະເໜີ ໃຫ້ຄະນະນໍາມີຄໍາເຫັນ /ລົງລາຍເຊັນ;
2. ກະກຽມຮ່າງເອກະສານການຮ່ວມມືລະດັບຕ່າງໆ, ພ້ອມທັງດໍາເນີນເອກະສານການຂໍອະນຸມັດຕາມແຕ່ລະຂັ້ນຕອນ ໃຫ້ແກ່ຄະນະບໍດີເພື່ອເຊັນສັນຍາໃນລະດັບ MOU ຫຼື MOA ຂອງການຮ່ວມມືກັບພາຍໃນ, ພາຍນອກ ແລະ ກັບຕ່າງປະເທດ;
3. ຕິດຕໍ່ປະສານງານໃນລາຍລະອຽດກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະວິທະຍາສາດທໍາມະຊາດ;
4. ຈັດກອງປະຊຸມພົບປະ ແລະ ແລກປ່ຽນວຽກງານຮ່ວມມືກັບພາກສ່ວນຕ່າງໆ;
5. ຈັດຕັ້ງ ແລະ ເຂົ້າຮ່ວມພິທີເຊັນສັນຍາຮ່ວມມືກັບພາກສ່ວນຕ່າງໆ, ຕິດຕາມ ແລະ ເຂົ້າຮ່ວມກິດຈະກໍາການຮ່ວມມືຕ່າງໆທີ່ກ່ຽວຂ້ອງ;
6. ແຈ້ງການທຶນແລກປ່ຽນ, ການຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ເອກະສານນໍາສົ່ງ, ສະໜອງຂໍ້ມູນ, ດໍາເນີນ ແລະ ອໍານວຍຄວາມສະດວກເອກະສານຕ່າງໆ ທີ່ກ່ຽວຂ້ອງ;
7. ດຳເນີນເອກະສານຂໍອະມັດໃຫ້ແກ່ ຄູ-ອາຈານ ແລະ ພະນັກງານໃນຄະນະວິຊາ ທີ່ເດີນທາງໄປປະຊຸມ, ສຳມະນາຝຶກອົບຮົມ ຫຼື ໄປຍົກລະດັບການສຶກສາຢູ່ທັງພາຍໃນ ແລະ ຕ່າງປະເທດ;
8. ດຳເນີນເອກະສານການຂໍວີຊາ, ການຂໍບັດພັກເຊົາ, ການຂໍອະນຸມັດເຮັດວຽກ ແລະ ອື່ນໆ ໃຫ້ແກ່ຊ່ຽວຊານ, ອາສາສະມັກ, ນັກສຶກສາ ທີ່ເຂົ້າມາເຄື່ອນໄຫວວຽກງານວິຊາການ, ການເຮັດວິໄຈ, ມາຝຶກອົບຮົມໃຫ້ຄູ-ອາຈານ ແລະ ມາຊ່ວຍສິດສອນຢູ່ໃນຄະນະວິທະຍາສາດທໍາມະຊາດ;
9. ເກັບກຳສະຖິຕິກ່ຽວກັບວຽກງານດ້ານການຮ່ວມມືກັບພາກສ່ວນຕ່າງໆທັງພາຍໃນ, ຕ່າງປະເທດ ແລະ ສາກົນເພື່ອລາຍງານຂັ້ນເທິງ.
10. ປະຕິບັດໜ້າທີ່ອື່ນໆທີ່ກ່ຽວຂ້ອງ ຫຼື ຕາມການມອບໝາຍ.
5. ກົງຈັກ ແລະ ບຸກຄະລາກອນ
| ຫົວໜ້າພະແນກ |
| ຮອງຫົວໜ້າພະແນກ | ຮອງຫົວໜ້າພະແນກ |
![]() |
![]() |







