ວິໄສທັດ ແລະ ເປົ້າໝາຍ
1. ວິໄສທັດ
ຄະນະວິທະຍາສາດທຳມະຊາດຈະເປັນ ສູນກາງທາງດ້ານການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ນຳໜ້າຂອງຊາດ, ທຽບເທົ່າກັບພາກພື້້ນ ແລະ ສາກົນ.
2. ຄຳຂວັນ
“ມຸ່ງໝັ້ນສູ່ຄວາມເປັນເລີດທາງດ້ານວິຊາການ, ຈັດການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ມີນະວັດຕະກຳທີ່ທັນສະໄໝ ແລະ ໃຫ້ບໍລິການແກ່ສັງຄົມ”
3. ພາລະບົດບາດ ແລະ ໜ້າທີ່:
1) ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ ແລະ ນັກບໍລິຫານ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີວິໄນ, ມີຫົວຄິດປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ, ໃຫ້ຄະນະວິທະຍາສາດທໍາມະຊາດເປັນທີ່ຍອມຮັບຂອງສັງຄົມລາວ ແລະ ສາກົນ.
2) ດໍາເນີນ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບ ແລະ ມາດຕະຖານທຽບເທົ່າພາກພື້ນ ແລະ ສາກົນ ເພື່ອຕອບສະໜອງ ການພັດທະນາເສດຖະກິດ - ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ.
3) ບໍລິການທາງດ້ານວິຊາການທີີ່່ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຕອບສະໜອງໃຫ້ແກ່່ສັງຄົມ.
4) ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທໍາທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.
4. ຈຸດໝາຍລວມ:
1) ຍົກລະດັບຄວາມຮູ້ຄວາມສາມາດຂອງຄູ - ອາຈານ, ພະນັກງານໃຫ້ກາຍເປັນຜູ້ມີຄວາມສາມາດ ເຖິງເປັນຜູ້ຊ່ຽວຊານທາງດ້ານວິຊາສະເພາະ ແລະ ໃນໜ້າທີ່ຮັບຜິດຊອບ.
2) ສ້າງນັກສຶກສາກາຍເປັນນັກວິຊາການ ທີ່ມີຄຸນສົມບັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄຸນນະພາບທາງດ້ານຄວາມຮູ້ ແລະ ຄວາມສາມາດຢູ່ໃນລະດັບນໍາໜ້າຂອງຊາດ ແລະ ໃຫ້ກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນ.
3) ຍົກລະດັບ ມາດຕະຖານດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງຄະນະວິຊາໃຫ້ທຽບເທົ່າພາກພື້ນ ແລະ ສາກົນ.
4) ພັດທະນາລະບົບບໍລິຫານຄຸ້ມຄອງ ຂອງຄະນະວິທະຍາສາດທຳມະຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ວ່ອງໄວກະທັດຮັດ ແລະ ມີຄວາມທັນສະໄໝ.
5) ພັດທະນາຄະນະວິທະຍາສາດທຳມະຊາດ ໃຫ້ເປັນພື້ນທີ່ສະອາດ, ສີຂຽວ, ມີພື້ນຖານໂຄງລ່າງ, ເຄື່ອງມື, ວັດຖຸອຸປະກອນ ແລະ ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ ເພື່ອຮັບໃຊ້ການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ.





