ປະຫວັດຄວາມເປັນມາ
ຄະນະວິທະຍາສາດທຳມະຊາດ ເປັນຄະນະໜຶ່ງທີ່ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ໃນປີ 1996 ແລະ ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໃນການເອົາໃຈໃສ່ດຳເນີນປະຕິບັດຫຼັກສູດການຮຽນ-ການສອນ ເພື່ອສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ຈະລິຍະທໍາ ແລະ ຄວາມສີວິໄລທາງດ້ານຈິດໃຈ ເພື່ອຕອບສະໜອງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຄະນະວິທະຍາສາດທໍາມະຊາດມີໜ້າທີ່ໃນການສ້າງນັກວິຊາການດ້ານວິທະຍາສາດທໍາມະຊາດ ແລະ ເຕັກໂນໂລຊີ ໃນ 5 ສາຂາໃຫຍ່ຄື: ຄະນິດສາດ-ສະຖິຕິ, ຟິຊິກສາດ, ເຄມີສາດ, ຊີວະວິທະຍາ ແລະ ວິທະຍາສາດຄອມພິວເຕີ ຊຶ່ງປະຈຸບັນປະກອບມີ 5 ພາກວິຊາ ແລະ 6 ພະແນກບໍລິຫານ, ໃນນັ້ນ ແຕ່ລະພາກວິຊາແມ່ນໄດ້ປະຕິບັດຫຼັກສູດການຮຽນ-ການສອນ ຕາມສາຂາວິຊາຂອງໃຜລາວ.
ນັບແຕ່ການສ້າງຕັ້ງຄະນະມາຮອດປະຈຸບັນ, ຄະນະໄດ້ພັດທະນາຫຼາຍຫຼັກສູດການຮຽນການສອນ ແລະ ການຄົ້ນຄວ້າວິທະຍາສາດ ໂດຍມີການຮ່ວມມື ແລະ ສະໜັບສະໜູນ ຈາກ ກັບພາກລັດ,ພາກເອກະຊົນ, ສະຖາບັນການສຶກສາ, ແລະ ອົງການຈັດຕັ້ງສາກົນທັງພາຍ ແລະ ຕ່າງປະເທດເປັນຂັ້ນໆມາ. ປະຈຸບັນ ຄະນະວິທະຍາສາດທຳມະຊາດ ມິຫຼັກສູດການຮຽນການສອນ ທັງໝົດທີ່ຖືກອະນຸມັດໃຫ້ປະຕິບັດຢູ່ 27 ຫຼັກສູດ, ໃນນີ້ຫຼັກສູດລະດັບປະລີນຍາເອກ 2 ສາຂາ, ຫຼັກສູດລະດັບປະລີນຍາໂທ 9 ສາຂາ, ຫຼັກສູດລະດັບປະລີນຍາຕີ 15 ສາຂາ ແລະ ຫຼັກສູດປະລິນຍາຕີຕໍ່ເນື່ອງ 1 ຫຼັກສູດ.
ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ມາຍັງຄະນະນຳມະຫາວິທະຍາໄລແຫ່ງຊາດ, ຄະນະນຳຄະນະວິຊາ, ພະນັກງານຄູອາຈານ ແລະ ທຸກທ່ານຈາກພາກສ່ວນຕ່າງໆ ທີ່ໄດ້ອຸທິດຕົນຢ່າງຕັ້ງໜ້າເຂົ້າໃນການພັດທະນາຄະນະວິທະຍາສາດທຳມະຊາດ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນໄລຍະຜ່ານມາ.





