ພະແນກຄຸ້ມຄອງນັກສຶກສາ
ພະແນກຄຸ້ມຄອງນັກສຶກສາ
1. ພາລະບົດບາດ
ພະແນກຄຸ້ມຄອງນັກສຶກສາ ມີພາລະບົດບາດເປັນເສນາທິການໃຫ້ແກ່ຫົວໜ້າຄະນະວິຊາ ໂດຍສະເພາະແມ່ນທ່ານຮອງຫົວໜ້າຄະນະວິຊາ ຕາມການມອບໝາຍຂອງທ່ານຫົວໜ້າຄະນະວິຊາ ໃຫ້ຮັບຜິດຊອບຊີ້ນໍາຝ່າຍກິດຈະການນັກສຶກສາ ໃນການຄຸ້ມຄອງຊີວິດການເມືອງຂອງນັກສຶກສາ, ຄຸ້ມຄອງກິດຈະກໍາເຄື່ອນໄຫວນອກຫຼັກສູດ ການຈັດຕັ້ງຂະບວນການ ກິລາ, ສີລະປະວັນນະຄະດີ, ຄຸ້ມຄອງສະຫວັດດີການ-ທຶນມູນນິທິນັກສຶກສາ ແລະ ຕິດຕາມການປະກອບວຽກງານຂອງອະດີດນັກສຶກສາ.
2. ໜ້າທີ່
1. ກໍາສະພາບລວມທາງດ້ານແນວຄິດ, ກໍານົດທິດທາງ, ມາດຕະການດໍາເນີນວຽກງານການສຶກສາອົບຮົມແນວຄິດນັກສຶກສາ
2. ສ້າງຂໍ້ກໍານົດກົດລະບຽບ ໃນການຄຸ້ມຄອງນັກສຶກສາ.
3. ສ້າງແຜນການ, ຈັດຕັ້ງດໍາເນີນການເຄື່ອນໄຫວທາງດ້ານຊີວິດການເມືອງ, ເຜີຍແຜ່ສະພາບກການ, ແນວທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ແກ່ນັກສຶກສາ.
4. ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ, ພະແນກວິຊາການຈັດຕັ້ງຂະບວນການເຄື່ອນໄຫວ ທາງດ້ານການສຶກສາຮໍ່າຮຽນ, ການຄົ້ນຄ້ວາວິທະຍາສາດ, ສີລະປະວັນນະຄະດີ, ກິລາ, ຂະບວນການເຄື່ອນໄຫວດ້ານສັງຄົມອື່ນໆ, ສ້າງສິ່ງແວດລ້ອມ ແລະ ວັດທະນະທໍາອັນດີງາມ.
5. ສົມທົບກັບຄະນະພາກເພື່ອເກັບກໍາການລາຍງານຂອງຄູປະຈໍາຫ້ອງເພື່ອຕິດຕາມການຂາດຮຽນຂອງນັກສຶກສາແລະລາຍງານໃຫ້ຮອງຄະນະບໍດີຊາບ
3. ຂອບເຂດສິດ
1. ຄົ້ນຄ້ວາວາງແຜນຈັດຕັ້ງປະຕິບັດປະເມີນຜົນ ແລະ ລາຍງານຄະນະບໍດີກ່ຽວກັບວຽກງານຄຸ້ມຄອງນັກສຶກສາ
2. ຄົ້ນຄ້ວາ ແລະ ນໍາສະເໜີປັບປຸງກົດລະບຽບນັກສຶກສາ
3. ມີສິດຮຽກປະຊຸມສາມັນ-ວິສາມັນ, ມີສິດຕັດສິນວຽກງານ, ມີສິດປະສານງານໃນໝູ່ຄະນະ, ພາກວິຊາ ບົນພື້ນຖານລວມສູນປະຊາທິປະໄຕ
4. ມີສິດສັ່ງການ ແລະ ລົງລາຍເຊັນເອກະສານຕ່າງໆທາງລັດຖະການຂອງພະແນກເຊັ່ນ: ບົດສະຫຼູບ, ແຜນການ, ແຜນງົບປະມານ, ໃບຢັ້ງຢືນ, ໜັງສືສັນຍາ, ລາຍຮັບລາຍຈ່າຍຕ່າງໆ
5. ມີສິດກວດກາໃນຂົງເຂດວຽກງານທີ່ກ່ຽວຂ້ອງ ແລະ ຂຶ້ນກັບພະແນກຂອງຕົນ
6. ມີສິດສະເໜີຂັ້ນເທິງ,ຕັດສິນການປະພຶດ, ລົງວິໄນ, ສຶກສາອົບຮົມ ແລະ ປະເມີນຄຸນສົມບັດນັກສຶກສາປະຈໍາພາກຮຽນ, ປີຮຽນ ແລ້ວລາຍງານຄະນະບໍດີ
7. ຄົ້ນຄ້ວາ ແລະ ປະຕິບັດແຜນນະໂຍບາຍຕໍ່ພະນັກງານ ແລະ ນັກສຶກສາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
6. ກົງຈັກ ແລະ ບຸກຄະລາກອນ
|
ໜ່ວຍງານຄຸ້ມຄອງແນວຄິດການເມືອງນັກສຶກສາ |
ໜ່ວຍງານລະບຽບວິໄນ |
ໜ່ວຍງານຄຸ້ມຄອງສະຫວັດດີການນັກສຶກສາ |
ໜ່ວຍງານຄຸ້ມຄອງກິດຈະກໍານັກສຶກສາ |
![]() |
![]() |
![]() |
|
|
ຊອ. ໄກສອນ ສົນທິກຸມມານ |
ຊອ. ນ. ສົມມະນີ ລູຊາວົງ | ວິໄລວັນ ພະວົງສາ |
ສຸດທິຍາ ແກ້ວວິຈິດ |








