ປະລິນຍາເອກ
ຄະນະວິທະຍາສາດທໍາມະຊາດ ໄດ້ເປີດຫຼັກສູດປະລິນຍາເອກເລີ່ມແຕ່ສົກປີ 2024, ແລະ ປະຈຸບັນມີ 2 ຫຼັກສູດ.
· ຫຼັກສູດປະລິນຍາເອກວິທະຍາສາດ 2 ຫຼັກສູດ ຄື:
1. ຫຼັກສູດປະລິນຍາເອກ ສາຂາຟີຊິກສາດ
2. ຫຼັກສູດປະລິນຍາເອກ ສາຂາຊີວະວິທະຍາ
· ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາ ຟີຊິກສາດ (Doctor of Philosophy of Science Program in Physics)
ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາຟີຊິກສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
1. ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ);
2. ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ ເພື່ອເປົ້າໝາຍດັ່ງນີ້:
- ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບຟີຊິກສາດ ຢ່າງເປັນລະບົບ, ກວ້າງຂວາງ ແລະ ເລິກເຊິ່ງ;
- ມີຄວາມສາມາດເຮັດການຄົ້ນຄວ້າໃນຂົງເຂດຟີຊິກສາດ, ນະວັດຕະກຳ ແລະ ສາມາດໜູນໃຊ້ໃນວຽກງານຕົວຈິງໄດ້;
- ສາມາດລົງເລິກທາງດ້ານຟີຊິກສາດ ແລະ ສາມາດສອນຟີຊິກສາດ ໃນລະດັບສູງໄດ້ດີ.
o ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
- ເປັນນັກຄົ້ນຄວ້າທາງດ້ານຟີຊິກສາດ, ນັກວິເຄາະຂໍ້ມູນ, ຄູສອນຟີຊິກສາດ ຢູ່ສະຖານການສຶກສາຊັ້ນສູງຕ່າງໆໃນ ສປປ ລາວ;
- ປະກອບອາຊີບໃນຂະແໜງ ໄຟຟ້າ, ວັດສະດຸສາດ, ພະລັງງານທົດແທນ, ລັງສີທາງດ້ານການແພດ ແລະ ອຸດສາຫະກຳ-ກະສິກໍາ, ການສໍາຫຼວດທໍລະນີສາດ ແລະ ແຮ່ທາດ.
ໄລຍະເວລາໃນການສຶກສາແມ່ນ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ). ກໍລະນີນັກສຶກສາບໍ່ສາມາດສຳເລັດການຮຽນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດ (3 ປີ) ແມ່ນໃຫ້ຮັກສາສະຖານະພາບນັກສຶກສາ ແຕ່ບໍ່ເກີນ 3 ສົກສຶກສາ (6 ພາກຮຽນ), ນັກສຶກສາຕ້ອງໄດ້ຈ່າຍຄ່າຮັກສາສະຖານະພາບນັກສຶກສາ ຕາມລະບຽບຂອງການສຶກສາຊັ້ນສູງ.
o ຈຳນວນໜ່ວຍກິດ
ໂຄງສ້າງຂອງຫຼັກສູດລະດັບປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ມີທັງໝົດ 57 ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:
1. ໝວດວິຊາສະເພາະ 11 ໜ່ວຍກິດ
2. ໝວດວິຊາເລືອກ 6 ໜ່ວຍກິດ
3. ວິທະຍານິພົນ 40 ໜ່ວຍກິດ
ລວມ 57 ໜ່ວຍກິດ
· ວິຊາທີ່ສຳຄັນໃນຫຼັກສູດດັ່ງກ່າວມີຄື:
o ວິທີການຄົ້ນຄວ້າ
o ສຳມະນາ 1
o ສຳມະນາ 2
o ສຳມະນາ 3
o ໄຟຟ້າແມ່ເຫຼັກຂັ້ນສູງ
o ກົນລະສາດຄວັນຕໍາ
ຫຼັກສູດລະດັບປະລິນຍາເອກວິທະຍາສາດ ສາຂາຊີວະວິທະຍາ (Doctor of Philosophy of Sciences Program in Biology)
ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາຊີວະວິທະຍາ ມີຈຸດປະສົງເພື່ອສ້າງນັກວິຊາການ:
1. ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ)
2. ມີຄວາມຮູ້ ຄວາມສາມາດ ແລະ ຄວາມຊຳນານດ້ານຊີວະວິທະຍາ, ມີຈັນຍາບັນ ແລະ ຮັກອາຊີບຂອງຕົນເອງ
3. ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບຊີວະວິທະຍາໃນລະດັບສູງ ຢ່າງເປັນລະບົບ, ກວ້າງຂວາງ ແລະ ເລິກເຊິ່ງ ສາມາດເຮັດການຄົ້ນຄວ້າໃນຂົງເຂດຊີວະວິທະຍາ, ນະວັດຕະກຳ ສາມາດໜູນໃຊ້ເຂົ້າໃນວຽກງານຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສາມາດສອນຊີວະວິທະຍາໃນລະດັບສູງໄດ້ດີ.
· ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ພາຍຫຼັງສຶກສາຈົບຫຼັກສູດນີ້ແລ້ວ ນັກສຶກສາ ສາມາດ:
- ເປັນນັກວິຊາການ, ນັກຄົ້ນຄວ້າວິໄຈ, ຊ່ຽວຊານ, ນັກອະນຸລັກ, ທີ່ປຶກສາທາງຊີວະວິທະຍາ ແລະ ສິ່ງແວດລ້ອມ, ອາຈານສອນຊີວະວິທະຍາຢູ່ສະຖານການສຶກສາຊັ້ນສູງ ແລະ ອື່ນໆ.
- ປະກອບອາຊີບໃນດ້ານວິທະຍາສາດທຳມະຊາດ ແລະ ຊີວະເຕັກໂນໂລຊີ ໃນຂະແໜງການຊັບພະຍາກອນ ທໍາມະຊາດ, ສິ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ສາທາລະນະສຸກ, ພະລັງງານ ແລະ ບໍ່ແຮ່, ອຸດສາຫະກໍາ ການຄ້າ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
ໄລຍະເວລາໃນການສຶກສາຈົນຈົບແມ່ນ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ). ກໍລະນີນັກສຶກສາບໍ່ສາມາດສຳເລັດການຮຽນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດ (3 ປີ) ແມ່ນໃຫ້ຮັກສາສະຖານະພາບ ນັກສຶກສາໄດ້ບໍ່ເກີນ 3 ສົກສຶກສາ (6 ພາກຮຽນ), ນັກສຶກສາຕ້ອງໄດ້ຈ່າຍຄ່າຮັກສາສະຖານະພາບເປັນນັກສຶກສາ ຕາມລະບຽບຂອງກົມການສຶກສາຊັ້ນສູງ.
· ການກໍານົດໜ່ວຍກິດ
ໂຄງສ້າງຂອງຫຼັກສູດ ລະດັບປະລິນຍາເອກ ວິທະຍາສາດ ສາຂາ ຊີວະວິທະຍາ ແມ່ນ ການສຶກສາທີ່ເນັ້ນ ໜັກ ໃສ່ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ການຮຽນຕາມຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ມີທັງໝົດ 60 ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:
1. ໝວດວິຊາບັງຄັບ 9 ໜ່ວຍກິດ
2. ໝວດວິຊາເລືອກ 9 ໜ່ວຍກິດ
3. ວິທະຍານິພົນ (ວິຊາບັງຄັບ) 42 ໜ່ວຍກິດ
ລວມ 60 ໜ່ວຍກິດ
· ໝວດວິຊາບັງຄັບ
o ສຳມະນາ 1
o ສຳມະນາ 2
o ສຳມະນາ 3
o ສຳມະນາ 4
o ບັນຫາພິເສດຂອງການວິໄຈທາງຊີວະວິທະຍາລະດັບສູງ
o ການຈັດຈຳແນກສິ່ງທີ່ມີຊີວິດລະດັບສູງ
o ວິທະຍານິພົນ





