ຄວາມເປັນມາ
ສະຖາບັນການສຶກສາຊັ້ນສູງ ໝາຍເຖິງ ບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ທີ່ມີຫຼັກສູດການຮຽນການສອນ ແຕ່ລະດັບຊັ້ນສູງ (Diploma Degree) ຂຶ້ນຫາລະດັບປະລິນຍາຕີ (Bachelor Degree) ຂຶ້ນໄປ ສະຖາບັນການສຶກສາຊັ້ນສູງເຫຼົ່ານີ້ມີຄວາມສໍາຄັນ ແລະ ມີຄວາມຈໍາເປັນຕໍ່ສັງຄົມ ແລະ ປະເທດຊາດເພາະເປັນແຫຼ່ງວິຊາການໃນສາຂາວິຊາຊີບລະດັບສູງ. ບັນດາສະຖາບັນທີ່ກ່າວມານັ້ນມີພາລະໜ້າທີ່ຫຼັກຂອງສະຖາບັນການສຶກສາຊັ້ນສູງ ໄດ້ແກ່: ການຈັດການຮຽນ-ການສອນຄວາມຮູ້ວິທະຍາສາດແລະວິຊາຊີບຕ່າງໆເພື່ອຜະລິດບຸກຄະລາກອນແກ່ສັງຄົມ, ການຄົ້ນຄວ້າວິໄຈເພື່ອຊອກຫາຄວາມຮູ້ໃໝ່ທີ່ມີຄຸນນະພາບ, ການໃຫ້ການບໍລິການທາງດ້ານວິຊາການ ແກ່ສັງຄົມ ແລະ ການທະນຸບໍາລຸງ ແລະ ເສີມຂະຫຍາຍ ສິລະປະວັດທະນະທໍາຂອງຊາດ.
ປະເທດເຮົາການກໍ່ສ້າງບຸກຄະລາກອນໃນສາຂາວິຊາຕ່າງໆເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດສັງຄົມ ນັ້ນເປັນພາລະໜ້າທີ່ສໍາຄັນທີ່ສຸດຂອງສະຖາບັນ ເພາະວ່າປະເທດຂອງພວກເຮົາຍັງຂາດເຂີນນັກວິຊາການດ້ານຕ່າງໆຢ່າງຫຼວງຫຼາຍ ແຕ່ການຜະລິດບຸກຄະລາກອນ ຫຼື ການກໍ່ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທີ່ມີຄຸນນະພາບນັ້ນ ເປັນຂະບວນການທີ່ສະຫຼັບຊັບຊ້ອນ ແລະ ຕ້ອງການຫຼາຍປັດໄຈສົມຄວນກ່ຽວກັບຝ່າຍສະຖາບັນການສຶກສາ(ຜູ້ບໍລິຫານ) ແລະ ຝ່າຍນັກສຶກສາເອງ ໃນນີ້, ຖ້າວ່າ ຝ່າຍໃດຝ່າຍໜຶ່ງຫາກຂາດຄວາມພ້ອມ ການກໍ່ສ້າງນັກສຶກສາກໍ່ຈະບໍ່ໄດ້ຮັບຜົນດີ ຊຶ່ງເຮົາສັງເກດເຫັນໄດ້ວ່າ : ໃນແຕ່ລະປີມີນັກສຶກສາຈໍານວນຫຼວງຫຼາຍເຂົ້າມາສຶກສາຮໍ່າຮຽນໃນມະຫາວິທະຍາໄລແຫ່ງຊາດຕາມສາຂາວິຊາຮຽນໃນຄະນະວິຊາຕ່າງໆ ຊຶ່ງວ່ານັກສຶກສາເຫຼົ່ານີ້ມີຄວາມພ້ອມແຕກຕ່າງກັນຫຼາຍດ້ານເປັນຕົ້ນ: ນັກສຶກສາມີຄວາມພ້ອມໃນການສຶກສາຮໍ່າຮຽນ, ດ້ານຮ່າງກາຍ, ດ້ານຈິດໃຈ ແລະ ມີລະດັບຄວາມຮູ້ພື້ນຖານ, ມີຄວາມຕັ້ງໃຈໃນການຮໍ່າຮຽນ ແລະ ມີທຶນຮອນຮອງຮັບການຮໍ່າຮຽນ, ແຕ່ກໍ່ມີນັກສຶກສາບໍ່ໜ້ອຍຍັງຂາດຄວາມພ້ອມ ເຊັ່ນ: ດ້ານສຸຂະພາບ, ດ້ານຄວາມຮູ້ພື້ນຖານ, ດ້ານການເງິນ ແລະ ມີບັນຫາທາງດ້ານວິຊາຮຽນ ຫຼື ຂາດຄວາມຕັ້ງໃຈໃນຍາມຮຽນ ເພາະສະນັ້ນ, ສະຖາບັນການສຶກສາຈິ່ງມີຄວາມຈໍາເປັນຕ້ອງມີໜ່ວຍງານໜຶ່ງ ທີ່ເຮັດໜ້າທີ່ຄຸ້ມຄອງນັກສຶກສາ ໂດຍແນໃສ່ຊ່ວຍເຫຼືອນັກສຶກສາໃຫ້ມີເງື່ອນໄຂພຽງພໍໃນການສຶກສາຮໍ່າຮຽນ ແລະ ພ້ອມກັນນັ້ນກໍສຶກສາອົບຮົມໃຫ້ເຂົາເຈົ້າໃຫ້ມີຄວາມສົມບູນທາງດ້ານຮ່າງກາຍ, ສະຕິປັນຍາ, ກິລິຍາມາລະຍາດ, ສຸຂະພະລານາໄມ ແລະ ມີຄວາມພ້ອມເປັນພົນລະເມືອງດີຂອງຊາດເມື່ອສໍາເລັດການສຶກສາ.
ວິໄສທັດ
ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ ການຈັດຕັ້ງຄຸ້ມຄອງບໍລິຫານວຽກງານນັກສຶກສາຮັບປະກັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍແຜນພັດທະນາຄະນະວິຊາກໍຄືມະຫາວິທະຍາໄລວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ ການຄຸ້ມຄອງນັກສຶກສາກໍານົດຍຸດທະສາດ 4 ໜ້າທີ່, 4 ພັດທະນາ ແລະ ກໍານົດວິໄສທັດໃນການຄຸ້ມຄອງນັກສຶກສາເປັນ 4 ດ້ານ ຄື: ມີຄວາມຊໍານິຊໍານານ, ມີຄວາມທັນສະໄໝ, ມີຄວາມໝັ້ນໃຈ ແລະ ມີຄວາມມະນຸດສະທໍາ.
ພາລະບົດບາດ
ພະແນກຄຸ້ມຄອງນັກສຶກສາ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີ ໂດຍສະເພາະແມ່ນທ່ານຮອງຄະນະບໍດີຕາມການມອບໝາຍຂອງທ່ານຄະນະບໍດີ ໃຫ້ຮັບຜິດຊອບຊີ້ນໍາຝ່າຍກິດຈະການນັກສຶກສາ ໃນການຄຸ້ມຄອງຊີວິດການເມືອງຂອງນັກສຶກສາ, ຄຸ້ມຄອງກິດຈະກໍາເຄື່ອນໄຫວນອກຫຼັກສູດ ການຈັດຕັ້ງຂະບວນການ ກິລາ, ສີລະປະວັນນະຄະດີ, ຄຸ້ມຄອງສະຫວັດດີການ-ທຶນມູນນິທິນັກສຶກສາ ແລະ ຕິດຕາມການປະກອບວຽກງານຂອງອະດີດນັກສຶກສາ.
ໜ້າທີ່
- ກໍາສະພາບລວມທາງດ້ານແນວຄິດ, ກໍານົດທິດທາງ, ມາດຕະການດໍາເນີນວຽກງານການສຶກສາອົບຮົມແນວຄິດນັກສຶກສາ
- ສ້າງຂໍ້ກໍານົດກົດລະບຽບ ໃນການຄຸ້ມຄອງນັກສຶກສາ.
- ສ້າງແຜນການ, ຈັດຕັ້ງດໍາເນີນການເຄື່ອນໄຫວທາງດ້ານຊີວິດການເມືອງ, ເຜີຍແຜ່ສະພາບກການ, ແນວທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ແກ່ນັກສຶກສາ.
- ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ, ພະແນກວິຊາການຈັດຕັ້ງຂະບວນການເຄື່ອນໄຫວ ທາງດ້ານການສຶກສາຮໍ່າຮຽນ, ການຄົ້ນຄ້ວາວິທະຍາສາດ, ສີລະປະວັນນະຄະດີ, ກິລາ, ຂະບວນການເຄື່ອນໄຫວດ້ານສັງຄົມອື່ນໆ, ສ້າງສິ່ງແວດລ້ອມ ແລະ ວັດທະນະທໍາອັນດີງາມ.
- ສົມທົບກັບຄະນະພາກເພື່ອເກັບກໍາການລາຍງານຂອງຄູປະຈໍາຫ້ອງເພື່ອຕິດຕາມການຂາດຮຽນຂອງນັກສຶກສາແລະລາຍງານໃຫ້ຮອງຄະນະບໍດີຊາບ
ຂອບເຂດສິດ
- ຄົ້ນຄ້ວາວາງແຜນຈັດຕັ້ງປະຕິບັດປະເມີນຜົນ ແລະ ລາຍງານຄະນະບໍດີກ່ຽວກັບວຽກງານຄຸ້ມຄອງນັກສຶກສາ
- ຄົ້ນຄ້ວາ ແລະ ນໍາສະເໜີປັບປຸງກົດລະບຽບນັກສຶກສາ
- ມີສິດຮຽກປະຊຸມສາມັນ-ວິສາມັນ, ມີສິດຕັດສິນວຽກງານ, ມີສິດປະສານງານໃນໝູ່ຄະນະ, ພາກວິຊາ ບົນພື້ນຖານລວມສູນປະຊາທິປະໄຕ
- ມີສິດສັ່ງການ ແລະ ລົງລາຍເຊັນເອກະສານຕ່າງໆທາງລັດຖະການຂອງພະແນກເຊັ່ນ: ບົດສະຫຼູບ, ແຜນການ, ແຜນງົບປະມານ, ໃບຢັ້ງຢືນ, ໜັງສືສັນຍາ, ລາຍຮັບລາຍຈ່າຍຕ່າງໆ
- ມີສິດກວດກາໃນຂົງເຂດວຽກງານທີ່ກ່ຽວຂ້ອງ ແລະ ຂຶ້ນກັບພະແນກຂອງຕົນ
- ມີສິດສະເໜີຂັ້ນເທິງ,ຕັດສິນການປະພຶດ, ລົງວິໄນ, ສຶກສາອົບຮົມ ແລະ ປະເມີນຄຸນສົມບັດນັກສຶກສາປະຈໍາພາກຮຽນ, ປີຮຽນ ແລ້ວລາຍງານຄະນະບໍດີ
- ຄົ້ນຄ້ວາ ແລະ ປະຕິບັດແຜນນະໂຍບາຍຕໍ່ພະນັກງານ ແລະ ນັກສຶກສາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
ກົງຈັກ ແລະ ບຸກຄະລາກອນ
ຫົວໜ້າພະແນກ
ປທ. ໄກສອນ ສົນທິກຸມມານ (Kaisone SONTHIKOUMMAN, MSc)
ປະລິນຍາໂທ ສາຂາ ຟີຊິກສາດ
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ຊອ
ປທ. ໄກສອນ ສົນທິກຸມມານ (Kaisone SONTHIKOUMMAN, MSc)
ປະລິນຍາໂທ ສາຂາ ຟີຊິກສາດ
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ຊອ
ຮອງຫົວໜ້າພະແນກ
ນ. ພູແກ້ວ ຖາທິລາດ(Phoukeo THATHILATH, MSc)
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
ຮອງຫົວໜ້າພະແນກ
ພະແນກຄຸ້ມຄອງນັກສຶກສາ ປະກອບດ້ວຍ 4 ໜ່ວຍງານຄື:
ໜ່ວຍງານຄຸ້ມຄອງແນວຄິດການເມືອງນັກສຶກສາ
ທ່ານ. ປີຍະເດດ ຈັນທິລາດ (Piyadeth CHANTHILATH, BSc)
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
ນ. ພູແກ້ວ ຖາທິລາດ(Phoukeo THATHILATH, MSc)
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
ໜ່ວຍງານຄຸ້ມຄອງລະບຽບວິໄນນັກສຶກສາ
ຫົວໜ້າໜ່ວຍງານລະບຽບວິໄນ
ປຕ. ວິໄລວັນ ພະວົງສາ ( Vilayvanh PHAVONGSA )
ພະນັກງານ
ຕໍາແໜ່ງວິຊາການ:
ປຕ. ວິໄລວັນ ພະວົງສາ ( Vilayvanh PHAVONGSA )
ພະນັກງານ
ຕໍາແໜ່ງວິຊາການ:
ໜ່ວຍງານຄຸ້ມຄອງສະຫວັດດີການນັກສຶກສາ
ປທ. ໄກສອນ ສົນທິກຸມມານ (Kaisone SONTHIKOUMMAN, MSc)
ປະລິນຍາໂທ ສາຂາ ຟີຊິກສາດ
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ຊອ