ຄວາມເປັນມາ
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເປັນໜຶ່ງໃນຈຳນວນ 6 ພະແນກທີ່ຂຶ້ນກັບຄະນະວິ ທະຍາສາດທຳມະຊາດ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງຄະນະບໍດີ ຕາມການມອບໝາຍຂອງຄະນະ ບໍດີ.
ວິໄສທັດ
ສ້າງຄວາມເປັນເລີດດ້ານການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການແກ່ສັງຄົມ ແລະ ການຮ່ວມມືຕ່າງໆ.
ພາລະບົດບາດ
ເປັນເສນາທິການໃຫ້ແກ່ ຄະນະບໍດີ ໃນດ້ານການສົ່ງເສີມ ແລະ ຄຸ້ມຄອງວຽກງານຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ, ວຽກງານຮ່ວມມື ແລະ ພົວພັນກັບຕ່າງປະເທດ. ວາງແຜນການ ແລະ ສ້າງເງື່ອນໄຂໃນການຍົກລະດັບບຸກຄະລາກອນ ເພື່ອພັດທະນາຄຸນນະພາບດ້ານການຄົ້ນຄວ້າວິທະຍາສາດ ແລະ ໃຫ້ບໍລິການວິຊາການແກ່ສັງຄົມ.
ໜ້າທີ່
- ດຳເນີນເອກະສານຕ່າງໆທີ່ກ່ຽວຂ້ອງໃນພະແນກ, ຄົ້ນຄວ້າລະບຽບ, ຫຼັກການ, ນິຕິກຳ ແລະ ຂໍ້ກຳ ນົດຕ່າງໆກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ການຮ່ວມມື.
- ເອົາແຈ້ງການກ່ຽວກັບທຶນການຄົ້ນຄວ້າຈາກແຫຼ່ງຕ່າງໆ ມາເຜີຍແຜ່ໃຫ້ທຸກພາກສ່ວນ ໃນ ຄວທ ຮັບຊາບ ເພື່ອຂຽນບົດສະເໜີໂຄງການຂໍງົບປະມານຄົ້ນຄວ້າວິທະຍາສາດ,ຈັດຕັ້ງກອງປະຊຸມຄັດເລືອກຫົວຂໍ້ບົດສະເໜີໂຄງການ.
- ຕິດຕາມ, ກວດກາ ຄວາມຄືບໜ້າໃນການປະຕິບັດໂຄງການຄົ້ນຄວ້າວິທະຍາສາດຕ່າງໆ ພ້ອມທັງລາຍງານຕໍ່ຂັ້ນເທິງເປັນໄລຍະ, ຄຸ້ມຄອງບັນດັນໂຄງການ ແລະ ກິດຈະກຳຕ່າງໆ ກ່ຽວວຽກງານການໃຫ້ບໍລິການວິຊາການ ໃນ ຄວທ ເຂົ້າສູ່ລະບົບ.
- ຂຶ້ນແຜນງົບປະມານ ແລະ ຈັດຕັ້ງກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ຂອງນັກຄົ້ນຄວ້າ, ຄູອາ ຈານ ໃນ ຄວທ ໃຫ້ທຸກພາກສ່ວນໄດ້ຮັບຮູ້, ພ້ອມທັງຈັດພິມວາລະສານວິທະຍາສາດປະຈຳປີຂອງຄະນະວິຊາ.
- ສ້າງແຜນການຝຶກອົບຮົມກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດໃຫ້ບຸກຄະລາກອນທີ່ສົນໃຈໃນພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ພ້ອມທັງຊຸກຍູ້, ສົ່ງເສີມໃຫ້ໄດ້ເຮັດການຄົ້ນຄວ້າ.
- ສຶກສາ, ຄົ້ນຫາ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງຄູອາຈານ ໃນ ຄວທ ທາງດ້ານການຄົ້ນຄວ້າວິທະຍາສາດ ເພື່ອສົ່ງເສີມຄວາມອາດສາມາດໃນການດຳເນີນການຄົ້ນຄວ້າ ໃນຂົງເຂດຕ່າງໆ, ພ້ອມທັງຍາດແຍ່ງເອົາທຶນຊ່ວຍເຫຼືອສຳລັບເຮັດການຄົ້ນຄວ້າຈາກແຫຼ່ງຕ່າງໆ.
- ຊອກຫາແຫຼ່ງຂໍ້ມູນຂ່າວສານກ່ຽວກັບຜົນງານການຄົ້ນຄວ້າວິທະຍາສາດ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອນຳມາເຜີຍແຜ່ໃຫ້ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາ ໃນ ຄວທ ໄດ້ຮັບຮູ້ຢ່າງທົ່ວເຖິງ.
- ປະສານສົມທົບກັບພາກສ່ວນຕ່າງໆ ແລະ ເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບວຽກງານຄົ້ນຄວ້າວິທະຍາສາດ ທີ່ມະ ຫາວິທະຍາໄລ ຫຼື ພາກສ່ວນຕ່າງໆຈັດຕັ້ງຂຶ້ນ.
- ຮີບໂຮມສັງລວມບົດຄົ້ນຄວ້າວິທະຍາສາດຂອງນັກຄົ້ນຄວ້າ ແລະ ຄູອາຈານໃນ ຄວທ ເພື່ອລາຍງານຕໍ່ຂັ້ນເທິິງ ແລະ ພາກສ່ວນກ່ຽວຂ້ອງຮັບຊາບ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີຄຸ້ມຄອງລິຂະສິດດ້ານວິຊາການທີ່ເປັນຜົນງານຂອງນັກຄົ້ນຄວ້າ ແລະ ຄູອາຈານໃນ ຄວທ.
- ຕິດຕໍ່ພົວພັນ, ປະສານສົມທົບກັບອົງກອນຕ່າງໆທັງພາກລົດ ແລະ ເອກະຊົນ ທີ່ມີຄວາມສົນໃຈ ແລະ ຕ້ອງການໃຊ້ບໍລິການວິຊາການຂອງນັກຄົ້ນຄວ້າ, ຄູອາຈານໃນ ຄວທ ແລ້ວ ນຳສະເໜີຕໍ່ຄະນະນຳ ເພື່ອພິຈາລະນາ, ພ້ອມທັງຕິດຕາມ ແລະ ຊຸກຍູ້ການຖອກພັນທະຕາມອັດຕາທີ່ໄດ້ກຳນົດໄວ້ໃນນິຕິກຳ.
- ສົມທົບກັບພາກວິຊາ ແລະ ພະແນກຕ່າງໆ ເພື່ອຄົ້ນຄວ້າ ແລະ ນຳໃຊ້ທ່າແຮງດ້ານຫົວຄິດປະດິດສ້າງ ໃນການສ້າງຜະລິດຕະພັນດ້ານວິທະຍາສາດ ແລະ ນະວັດຕະກຳ ເພື່ອຈັດຈຳໜ່າຍໃຫ້ແກ່ສັງຄົມ.
- ເປັນເສນາທິການໃຫ້ແກ່ຄະນະບໍດີ ແລະ ຫົວໜ້າພະແນກດ້ານວຽກງານການພົວພັນ ແລະ ການຮ່ວມມືກັບພາຍໃນ ແລະ ຕ່າງປະເທດ. ກະກຽມຮ່າງເອກະສານການຮ່ວມມືໃນລະດັບຕ່າງໆ, ພ້ອມທັງດຳເນີນເອກະສານການຂໍອະນຸມັດຕາມຂັ້ນຕອນ ໃຫ້ຄະນະບໍດີເພື່ອເຊັນສັນຍາໃນລະດັບ MOU ຫຼື MOA ຂອງການຮ່ວມມືກັບພາຍໃນ, ພາຍນອກ ແລະ ຕ່າງປະເທດ, ພ້ອມທັງຮີບໂຮມສັນຍາການຮ່ວມມືດັ່ງກ່າວ.
- ດຳເນີນເອກະສານຂໍອະນຸມັດຕ່າງໆໃຫ້ແກ່ຄູອາຈານ ແລະ ພະນັກງານໃນ ຄວທ ທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມ, ເຄື່ອນໄຫວວຽກວິຊາການ, ສຳມະນາ, ຝຶກອົບຮົມ, ໄປຍົກລະດັບການສຶກສາທັງພາຍໃນ ແລະ ຕ່າງປະເທດ.
- ເຮັດບັດອວຍພອນເນື່ອງໃນວັນບຸນ ແລະ ເທດສະການທີ່ສຳຄັນຕ່າງໆ ພ້ອມທັງຈັດສົ່ງໃຫ້ຄະນະນຳຄະນະວິຊາຕ່າງໆ, ຄະນະນຳ ມຊ, ບັນດາຫ້ອງການ, ບັນດາກົມ, ບັນດາກະຊວງ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາຂັ້ນຕ່າງໆ ແລະ ພາກສ່ວນກ່ຽວ ຂ້ອງທັງພາຍໃນ ແລະ ຕ່າງປະເທດ ທີ່ມີການຮ່ວມມືກັບ ຄວທ.
- ດຳເນີນເອກະສານການຂໍວີຊ່າ, ການຂໍບັດພັກເຊົາ, ການຂໍອະນຸມັດເຮັດວຽກ ແລະ ອື່ນໆ ໃຫ້ແກ່ຊ່ຽວຊານ, ອາສາສະໝັກ, ນັກສຶກສາ ທີ່ເຂົ້າມາເຄື່ອນໄຫວວຽກງານຕ່າງໆໃນ ຄວທ, ພ້ອມທັງເກັບກຳສະຖິຕິ ແລະ ຈັດຕັ້ງພິທີອວຍ ພອນວັນຊາດຂອງຊາວຕ່າງປະເທດ.
- ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງທ່ານຄະນະບໍດີ ແລະ ຮອງຄະນະບໍດີ.
ຂອບເຂດສິດ
- ຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການແກ່ສັງຄົມ ແລະ ການຮ່ວມມືກັບພາກສ່ວນຕ່າງໆ ຕາມພາລະບົດບາດ ໂດຍພາຍໃຕ້ການຊີ້ນຳຂອງຂັ້ນເທິງ.
- ນຳໃຊ້ງົບປະມານ, ແຫຼ່ງລາຍຮັບຕ່າງໆ, ອຸປະກອນຮັບໃຊ້, ສະຖານທີ່ ແລະ ສິ່ງອຳນວນຄວາມສະດວກຕ່າງໆ ໂດຍພາຍໃຕ້ການຄຸ້ມຄອງຂອງຄະນະວິຊາ ທີ່ໄດ້ຮັບການອະນຸມັດ ແລະ ຖືກຕ້ອງຕາມລະບຽບຫຼັກການ.
- ຕິດຕໍ່ພົວພັນກັບບັນດາພະແນກການ ແລະ ພາກວິຊາ ພາຍໃນຄະນະວິທະຍາສາດທຳມະຊາດ.
ກົງຈັກ ແລະ ບຸກຄະລາກອນ
ຫົວໜ້າພະແນກ
ປອ. ສອນໄຊ ຊົງວິໄລ (Sonexay SONGVILAY, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າພພະແນກ
ຕໍາແໜ່ງວິຊາການ: ອາຈານ
ປອ. ສອນໄຊ ຊົງວິໄລ (Sonexay SONGVILAY, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າພພະແນກ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າພະແນກ
ປທ. ທອງສຸກ ໄຊບຸນເຮືອງ (Thongsouk Saybounheaung, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ.ອິນນາວັນ ນາມຄາລັກ(Innavanh NAMKHALUCK)
ປະລິນຍາໂທ ສາຂາ ສາຂາ ວິໄຈ ແລະ ປະເມີນຜົນການສຶກສາ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ:
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ປະກອບດ້ວຍ 3 ໜ່ວຍງານຄື:
- ໜ່ວຍງານຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ;
- ໜ່ວຍງານບໍລິການວິຊາການ;
- ໜ່ວຍງານຮ່ວມມື ແລະ ພົວພັນຕ່າງປະເທດ.