ຄວາມເປັນມາ
ພະແນກການສຶກສາຫຼັງປະລິນຍາຕີ ສ້າງຕັ້ງຂື້ນມາພ້ອມກັບການສ້າງຕັ້ງ ຄະນະວິທະຍາສາດທໍາມະຊາດ ແລະ ເປັນໜຶ່ງໃນ 6 ພະແນກ ທີ່ເຮັດໜ້າທີ່ບໍລິຫານດ້ານວິຊາການລະດັບຫຼັງປະລິນຍາຕີຂອງຄະນະວິຊາ, ພາຍໃຕ້ການຊີ້ນຳຂອງຄະນະບໍດີ ແລະ ຮອງຄະນະບໍດີຜູ້ຮັບຜິດຊອບວຽກງານຫຼັງປະລິນຍາຕີ.
ວິໄສທັດ
ຍົກສູງຄວາມຮູ້ – ຄວາມສາມາດທີ່ມີຄຸນນະພາບ, ບໍລິການວ່ອງໄວ, ມີຄວາມຖືກຕ້ອງ ແລະ ມີຄວາມຮັບຜິດຊອບສຸງໃນການປະຕິບັດວຽກງານ.
ພາລະບົດບາດ
ເປັນເສນາທິການໃຫ້ແກ່ຄະນະບໍດີທາງດ້ານການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການສຶກສາໃນລະດັບຫຼັງປະລິນຍາຕີພາຍໃນ ຄວທ ໃຫ້ຂະຫຍາຍຕົວຕາມຍຸດທະສາດ, ມີຄຸນນະພາບສູງຂຶ້ນທຽບເທົ່າພາກພື້ນ ແລະ ສາກົນ.
ໜ້າທີ່
- ວຽກງານກົງຈັກ ແລະ ນິຕິກໍາຂອງພະແນກຫຼັງປະລິນຍາຕີ
- ວຽກງານຄຸ້ມຄອງນັກສຶກສາ ລະດັບຫຼັງປະລິນຍາຕີ
- ວຽກງານຄຸ້ມຄອງຫຼັກສູດ ແລະ ໄຊຍະບັດ ລະດັບຫຼັງປະລິນຍາຕີ
- ວຽກງານທະບຽນ, ປະມວນຜົນ ແລະ ປະເມີນການຮຽນ-ການສອນ
- ຈັດຕັ້ງກອງປະຊຸມພິຈາລະນາຕໍາແໜ່ງວິຊາການຄູຕາມຂັ້ນຕອນ, ໂດຍປະຕິບັດຕາມຂໍ້ກໍານົດຂອງກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາວາງອອກ
- ປະຕິບັດວຽກງານອື່ນໆຕາມຄໍາແນະນໍາຂອງຄະນະບໍດີ ແລະ ຮອງຄະນະບໍດີ
ຂອບເຂດສິດ
- ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຕາມຂອບເຂດສິດ ແລະ ພາລະບົດບາດຂອງພະແນກການສຶກສາຫຼັງປະລິນຍາຕີ.
- ນຳໃຊ້ງົບປະມານ, ແຫຼ່ງລາຍຮັບຕ່າງໆ, ວັດຖຸອຸປະກອນ ແລະ ສະຖານທີ່ ພາຍໃຕ້ການຄຸ້ມຄອງຂອງຄະນະວິຊາ ທີ່ໄດ້ຮັບອະນຸມັດ ແລະ ຖືກຕ້ອງຕາມຂໍ້ກຳນົດ.
- ພົວພັນກັບບັນດາພະແນກການ ແລະ ພາກວິຊາ ພາຍໃນຄະນະວິທະຍາສາດທຳມະຊາດ.
ກົງຈັກ ແລະ ບຸກຄະລາກອນ
ຫົວໜ້າພະແນກ
ປທ. ນ.ພູວັນ ສຸກສົມຫວັງ (Phouvanh SOUKSOMVANG. MSc)
ປະລິນຍາໂທ ສາຂາ ຟີຊິກສາດ
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
vanh160971@yahoo.com
ປທ. ນ.ພູວັນ ສຸກສົມຫວັງ (Phouvanh SOUKSOMVANG. MSc)
ປະລິນຍາໂທ ສາຂາ ຟີຊິກສາດ
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
vanh160971@yahoo.com
ຮອງຫົວໜ້າພະແນກ
ປທ. ສົມມິດ ທຸມມາລີ (Sommith THOUMMALY,MSc)
MASTER IN INFORMATION TECHNOLOGY
ຮອງພະແນກ
ຕໍາແໜ່ງວິຊາການ: ອາຈານ
s. thoummaly@nuol.edu.la
ຮອງຫົວໜ້າພະແນກ
ປອ. ແສງທອງ ບຸນຍະວົງ (Sengthong BOUNYAVONG, Ph.D)
ປະລິນຍາເອກ ສາຂາ ຟີຊິກວັດຖຸແຂງ
ຮອງພະແນກ
ຕໍາແໜ່ງວິຊາການ:
sengthongdocs@gmail.com
ພະແນກການສຶກສາຫຼັງປະລິນຍາຕີ ປະກອບດ້ວຍ 4 ໜ່ວຍງານຄື:
- ໜ່ວຍງານທະບຽນ, ປະມວນຜົນ ແລະ ປະເມີນການຮຽນ- ການສອນ
- ໜ່ວຍງານຄຸ້ມຄອງ ແລະ ພັດທະນາຫຼັກສູດ
- ໜ່ວຍງານ ໄຊຍະບັດ ແລະ ກິດຈະກໍານັກສຶກສາ
- ໜ່ວຍງານແຜນການ ແລະ ການຮ່ວມມື