1. ຊື່ຫຼັກສູດ

  • ຊື່ພາສາລາວ: ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາ ຟີຊິກສາດ
  • ຊື່ພາສາອັງກິດDoctor of Philosophy of Science Program in Physics

2. ຊື່ປະກາສະນີຍະບັດ

3. ໜ່ວຍງານຮັບຜິດຊອບ

ພາກວິຊາຟີຊິກສາດ, ພະແນກສຶກສາຫຼັງປະລິນຍາຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ.

ໂທ:021 770173, 02058621864, 02055120723, 02098598963, 02055680480, 02023232378

ໂທລະສານ: 021770173

Email: Bounphanh.ton@gmail.com,  singsoupho@nuol.edu.la, lemthong2009@gmail.com, sonexaysy@gmail.com, sengthong_bounyavong@yahoo.com

4. ປັດຊະຍາ

ໂດຍອີງຕາມແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແຕ່ນີ້ເຖິງປີ 2025,  ໜຶ່ງໃນບັນດາປັດໄຈເພື່ອໃຫ້ການພັດທະນາ ເສດຖະກິດ-ສັງຄົມ ມີຄວາມເຂັ້ມແຂງ ລັດຖະບານຕ້ອງໄດ້ສ້າງນັກຄົ້ນຄວ້າວິທະຍາສາດ ທີ່ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດໃນລະດັບສູງ ເພື່ອນຳໃຊ້ເຂົ້າໃນການຄົ້ນຄວ້າທາງດ້ານວິທະຍາສາດ.

ຫຼັກສູດປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ ເປັນຫຼັກສູດທີ່ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາການ ລະດັບປະລິນຍາເອກ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຄວາມຮູ້ເລິກເຊິ່ງທາງດ້ານຟີຊິກສາດ ທີ່ສາມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າ, ເປັນຜູ້ໃຫ້ຄຳປຶກສາ ແລະ ພັດທະນາຟີຊິກສາດ, ມີຈັນຍາບັນຂອງນັກພັດທະນາ, ມີຄຸນສົມບັດສິນທຳປະຕິບັດ, ມີທັດສະນະມະຫາຊົນ, ມີທັດສະນະແຮງງານ, ຮູ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ. ນອກຈາກນີ້, ຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນຟີຊິກສາດລະດັບສູງ ຢູ່ຕາມສະຖາບັນການສຶກສາຊັ້ນສູງຕ່າງໆ ພາຍໃນປະເທດ ແລະ ໄປຄົ້ນຄວ້າດ້ານຟີຊິກສາດ ຢູ່ຕ່າງປະເທດ.

5. ຈຸດປະສົງ

    ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາຟີຊິກສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:

  1. ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ);
  2. ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ ເພື່ອເປົ້າໝາຍດັ່ງນີ້:
  3. ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບຟີຊິກສາດ ຢ່າງເປັນລະບົບ, ກວ້າງຂວາງ ແລະ ເລິກເຊິ່ງ;
  4. ມີຄວາມສາມາດເຮັດການຄົ້ນຄວ້າໃນຂົງເຂດຟີຊິກສາດ, ນະວັດຕະກຳ ແລະ ສາມາດໜູນໃຊ້ໃນວຽກງານຕົວຈິງໄດ້;
  5. ສາມາດລົງເລິກທາງດ້ານຟີຊິກສາດ ແລະ ສາມາດສອນຟີຊິກສາດ ໃນລະດັບສູງໄດ້ດີ.

6. ຄາດໝາຍຜົນການຮຽນ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ພາຍຫຼັງສໍາເລັດການສຶກສາໃນຫຼັກສູດລະດັບ ປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ ນັກສຶກສາຈະສາມາດ:

6.1 ຄາດໝາຍຜົນການຮຽນ
6.1.1 ດ້ານຄວາມຮູ້   
  • ຮຽບຮຽງ ທິດສະດີ ແລະ ຫຼັກການໃນສາຂາຟີຊິກສາດ;
  • ຈຳແນກປະເພດເຄື່ອງມືພື້ນຖານທາງຟີຊິກສາດ;
  • ອະທິບາຍຜົນການທົດລອງທາງຟີຊິກສາດ ເຂົ້າໃນປະກົດການທາງທຳມະຊາດ ແລະ ສິ່ງແວດລ້ອມ.
6.1.2 ດ້ານທັກສະ
  • ປະສົມປະສານການນຳໃຊ້ທິດສະດີ, ການທົດລອງທາງຟີຊິກສາດ  ເພື່ອອະທິບາຍການປ່ຽນແປງທາງທຳມະຊາດ ແລະ ສິ່ງແວດລ້ອມ;
  • ວິເຄາະຂໍ້ມູນ, ແປຄວາມໝາຍຈາກການວິເຄາະຂໍ້ມູນ ແລະ ສະຫຼຸບບັນຫາທີ່ວິເຄາະໂດຍໃຊ້ວິທີການທາງຟີຊິກສາດ ເພື່ອແກ້ບັນຫາໄດ້ຢ່າງຖືກຕ້ອງ ແລະ ມີເຫດຜົນ.
6.1.3 ດ້ານການນໍາໃຊ້
  • ນຳໃຊ້ທິດສະດີ, ຫຼັກການທາງດ້ານຟີຊິກສາດ  ແລະ ເຄື່ອງມືຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນການແກ້ໄຂບັນຫາດ້ານທໍລະນີສາດ, ວັດສະດຸສາດ, ພະລັງງານທົດແທນ ແລະ ລັງສີນິວເຄລຍ;
  • ປະດິດສ້າງເຄື່ອງມື, ອຸປະກອນ ແລະ ລະບົບຄວບຄຸມການຜະລິດ ເຂົ້າໃນການປະກອບອາຊີບທີ່ກ່ຽວຂ້ອງ.
6.1.4 ດ້ານທັກສະທາງສັງຄົມ
  • ສະແດງອອກເຖິງການມີຈັນຍາທຳ ແລະ ຈັນຍາບັນທາງດ້ານວິຊາຊີບ, ການມີຄວາມຮັບຜິດຊອບ, ການມີນໍ້າໃຈຮັກຊາດ ແລະ ການໃຫ້ບໍລິການທາງດ້ານວິຊາການກ່ຽວກັບຟີຊິກສາດ  ລວມທັງການຖ່າຍຖອດຄວາມຮູ້ໃຫ້ແກ່ຄົນອື່ນ;
  • ມີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິພາບ, ມີຄວາມອົດທົນ ແລະ ມີພາວະການເປັນຜູ້ນຳ;
  • ມີການພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານວິຊາການຢ່າງຕໍ່ເນື່ອງ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
  • ເປັນນັກຄົ້ນຄວ້າທາງດ້ານຟີຊິກສາດ, ນັກວິເຄາະຂໍ້ມູນ, ຄູສອນຟີຊິກສາດ ຢູ່ສະຖານການສຶກສາຊັ້ນສູງຕ່າງໆໃນ ສປປ ລາວ;
  • ປະກອບອາຊີບໃນຂະແໜງ ໄຟຟ້າ, ວັດສະດຸສາດ, ພະລັງງານທົດແທນ, ລັງ​ສີ​ທາງ​ດ້ານ​ການ​ແພດ ແລະ ອຸດ​ສາ​ຫະ​ກຳ-ກະສິກໍາ, ການສໍາຫຼວດທໍລະນີສາດ ແລະ ແຮ່ທາດ.

7. ກໍານົດເວລາການເປີດສອນ

ການເປີດສອນຈະເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນໃນຊຸດສຶກສາ 2022-2025  ແລະ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ຫຼັງຈາກຊຸດສຶກສາທີ 1  ສໍາເລັດການສຶກສາ ແລ້ວສືບຕໍ່ຮັບນັກສຶກສາຊຸດທີ 2.

8. ຄາດຄະເນແຜນຮັບນັກສຶກສາ

ການຮັບນັກສຶກສາແມ່ນຮັບເປັນຊຸດສຶກສາ, ແຕ່ລະຊຸດສຶກສາຄາດວ່າຈະຮັບນັກສຶກສາໄດ້ຈໍານວນບໍ່ເກີນ 7 ຄົນ ຫຼັງຈາກການສຶກສາໃນຊຸດທີ 1 ໃກ້ຈະສຳເລັດ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ແລ້ວຈະສືບຕໍ່ດຳເນີນການຮັບນັກສຶກສາຊຸດ ທີ 2, ລາຍລະອຽດແຜນການຮັບນັກສຶກສາໃນແຕ່ລະຊຸດສຶກສາມີດັ່ງລຸ່ມນີ້:

ຊຸດທີ 1 ແຕ່ ປີ 2022-2025

ສົກສຶກສາ ປີ 1 ປີ 2 ປີ 3 ລວມ ຄາດຄະເນນັກສຶກສາຈະຈົບ
2022-2023 7     7 0
2023-2024   7   7 0
2024-2025     7 7 7

ຊຸດທີ 2 ແຕ່ ປີ 2025-2028

ສົກສຶກສາ ປີ 1 ປີ 2 ປີ 3 ລວມ ຄາດຄະເນນັກສຶກສາຈະຈົບ
2025-2026 7     7 0
2026-2027   7   7 0
2027-2028     7 7 7

9. ເງື່ອນໄຂຂອງຜູ້ເຂົ້າສຶກສາ

ຜູ້ເຂົ້າສຶກສາໃນຫຼັກສູດປະລິນຍາເອກ ຕ້ອງມີເງື່ອນໄຂ (ໂດຍອີງຕາມມາດຕາ 19  ວ່າດ້ວຍມາດຕະຖານຫຼັກສູດແຫ່ງຊາດ ລະດັບປະລິນຍາເອກ) ດັ່ງນີ້:

  • ແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາໂທ ຫຼື ທຽບເທົ່າ ໃນສາຂາວິຊາຟີຊິກສາດ ທີ່ມີຄະແນນສະເລ່ຍສະສົມ (CGPA) 3.00 ຂຶ້ນໄປ ແລະ ມີຄວາມຮູ້ພາສາອັງກິດລະດັບດີສາມາດຂຽນ ແລະ ນຳສະເໜີບົດເປັນພາສາອັງກິດໄດ້;
  • ທີ່ກ່ຽວຂ້ອງກັບຟີຊິກສາດ  ເຊັ່ນ: ຄູຟີຊິກ, ວິສະວະກໍາສາດ ທີ່ຈະເຂົ້າສຶກສາຕໍ່ລະດັບປະລິນຍາເອກ ໃນສາຂາຟີຊິກສາດ  ຕ້ອງໄດ້ຮຽນວິຊາຄວາມຮູ້ພື້ນຖານທີ່ຈຳເປັນ 9 ໜ່ວຍກິດ ຕາມສາຂາວິຊາ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ ແລະ ມີໃບຢັ້ງຢືນຄວາມຮູ້ພາສາອັງກິດ ໃນລະດັບດີ ຕາມການກຳນົດໃນຫຼັກສູດ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
  • 3 ທີ່ຂຽນບົດສຶກສາເອກະ ລາດແມ່ນຕ້ອງໄດ້ຮຽນວິທີວິທະຍາການຄົ້ນຄວ້າກ່ອນເຂົ້າຮຽນ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ;
  • ສະຖານການສຶກສາຊັ້ນສູງກຳນົດໄວ້.

10. ວິທີການຄັດເລືອກຜູ້ທີ່ເຂົ້າສຶກສາ

ວິທີຄັດເລືອກຜູ້ທີ່ເຂົ້າສຶກສາແມ່ນພິຈາລະນາ ແລະ ອີງໃສ່:

  1. ຂໍ້ກຳນົດ, ເງື່ອນໄຂທີ່ໄດ້ລະບຸໄວ້ໃນຫຼັກສູດ ແລະ ຂໍ້ກຳນົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
  2. ສອບເສັງຄັດເລືອກໃນຮູບແບບການຂຽນ, ສະເໜີໂຄງການຄົ້ນຄວ້າ (Concept note) ຕໍ່ຄະນະກໍາມະການ ຊຶ່ງຄະນະກຳມະການທີ່ເປັນຄູປະຈຳໃນຫຼັກສູດຈະຄັດເລືອກຕາມຄວາມຊຳນານ ແລະ ຄວາມເປັນໄປໄດ້ຂອງຄູທີ່ຈະຮັບເປັນຄູນໍາພາ;
  3. ສອບເສັງພາສາອັງກິດ.

11. ການຈັດຕັ້ງການຮຽນ-ການສອນ

  • ຈັດຕັ້ງການຮຽນ-ການສອນ ຮູບແບບ 2 (ແມ່ນຮູບແບບການສຶກສາທີ່ເນັ້ນໃສ່ການຮຽນພາກທິດສະດີ ແລະ ການຄົ້ນຄວ້າວິທະຍາສາດ) ໃນໄລຍະເວລາ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ) ໃນນັ້ນ 1 ປີ ແບ່ງອອກເປັນ 2 ພາກຮຽນ, 1 ພາກຮຽນມີ 5 ເດືອນ (20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກແລ້ງ), ຮຽນເຕັມເວລາ.
  • ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງລວມທັງໝົດມີ 57 ໜ່ວຍກິດ, ໃນນັ້ນພາກຮຽນ 1 ມີ

ໄລຍະຮຽນທັງໝົດ 20 ອາທິດ.

  • ໃຊ້ເວລາ 3 ປີ ລາຍລະອຽດຄິດໄລ່ຕາມໜ່ວຍກິດ ຂອງແຕ່ລະພາກຮຽນ ທີ່ໄດ້ສະເໜີຢູ່ໃນແຜນການຮຽນ-

ການສອນ, ການກໍານົດການຈັດຕັ້ງການຮຽນ-ການສອນແມ່ນປະຕິບັດດັ່ງນີ້:

  • ໜຶ່ງປີຮຽນແບ່ງເປັນ 2 ພາກຮຽນ ແລະ 1 ພາກຮຽນມີ 5 ເດືອນ ຫຼື 20 ອາທິດ
  • ຮຽນຕົວຈິງ                                        48 ອາທິດ (ຮຽນ 1 ປີ 6 ເດືອນ ຫຼື 3 ພາກຮຽນ)
  • ແຮວັນພັກ                                         3    ອາທິດ (ພາກຮຽນລະ 1 ອາທິດ)
  • ແຮສອບເສັງ                                3    ອາທິດ (ພາກຮຽນລະ 1 ອາທິດ)
  • ສອບເສັງ                                           6    ອາທິດ (ພາກຮຽນລະ 2 ອາທິດ)
  • ວິທະຍານິພົນ                                 2 ປີ 6 ເດືອນ ຫລື 5 ພາກຮຽນ
  • ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:00 ໂມງ.

12. ໄລຍະເວລາການສຶກສາ

ໄລຍະເວລາໃນການສຶກສາແມ່ນ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ). ກໍລະນີນັກສຶກສາບໍ່ສາມາດສຳເລັດການຮຽນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດ (3 ປີ) ແມ່ນໃຫ້ຮັກສາສະຖານະພາບນັກສຶກສາ ແຕ່ບໍ່ເກີນ 3 ສົກສຶກສາ (6 ພາກຮຽນ), ນັກສຶກສາຕ້ອງໄດ້ຈ່າຍຄ່າຮັກສາສະຖານະພາບນັກສຶກສາ ຕາມລະບຽບຂອງການສຶກສາຊັ້ນສູງ.

13. ເນື້ອໃນໂຄງສ້າງຫຼັກສູດ

13.1 ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ

       ໂຄງສ້າງຂອງຫຼັກສູດລະດັບປະລິນຍາເອກວິທະຍາສາດ ສາຂາຟີຊິກສາດ  ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ມີທັງໝົດ 57  ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:

  1. ໝວດວິຊາສະເພາະ                                                         11       ໜ່ວຍກິດ
  2. ໝວດວິຊາເລືອກ                                                          6        ໜ່ວຍກິດ
  3. ວິທະຍານິພົນ                                                          40       ໜ່ວຍກິດ

                             ລວມ                                               57      ໜ່ວຍກິດ

13.2  ແຜນ​ການ​ຮຽນ-​ການ​ສອນ

ປີທີ 1, ພາກຮຽນທີ 1

ລ/ດ   ລະ​ຫັດ​ວິຊາ ຊື່ວິຊາ ໜ່ວຍ​ກິດ ໝວດວິຊາ
1 208RM121 ວິທີການຄົ້ນຄວ້າ 2(1-2-3) ວິຊາສະເພາະ
2 208EM133 ໄຟຟ້າແມ່ເຫຼັກຂັ້ນສູງ 3(2-2-5) ວິຊາສະເພາະ
  ລວມ 5(3-4-8)  

ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງທີ່ຄູສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງຄູສອນຕາມກຳນົດເວລາທີ່ຄູໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ).

ປີທີ 1, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
1 208SN121 ສຳ​ມະ​ນາ 1 1(0-2-1) ວິຊາສະເພາະ
2 208QM134 ກົນລະສາດຄວັນຕໍາ   3(306) ວິຊາສະເພາະ
3 208xx131 ວິຊາເລືອກ 1 3(2-2-5) ວິຊາເລືອກ
4 208TH221 ວິທະຍາ​ນິພົນ 4(0-0-12) ວິຊາສະເພາະ
    ລວມ: 11(5-4-24)  

ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງທີ່ຄູສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງຄູສອນຕາມກຳນົດເວລາທີ່ຄູໃຫ້ມາ, ການສອບເສັງກາງພາກ ແລະ ທ້າຍພາກ) ແລະ ນັກສຶກສາຕ້ອງປ້ອງກັນບົດສະເໜີວິທະຍານິພົນ (Proposal), ເລີ່ມດໍາເນີນການເກັບກໍາຂໍ້ມູນ ແລະ ທົດລອງຕົວຈິງ.

ປີທີ 2, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
1 208SN122 ສຳ​ມະ​ນາ 2 1(0-2-1) ວິຊາສະເພາະ
2 208xx131 ວິຊາເລືອກ 2 3(2-2-5) ວິຊາເລືອກ
3 208TH221 ວິທະຍາ​ນິພົນ 8(0-0-24) ວິຊາສະເພາະ
    ລວມ: 12(2-4-30)  

ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງຂອງຄູທີ່ສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງອາ ຈານສອນຕາມກຳນົດເວລາທີ່ຄູໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ສືບຕໍ່ດໍາເນີນການເກັບກໍາຂໍ້ມູນ ແລະ ທົດລອງຕົວຈິງ, ເລີ່ມດຳເນີນການຂຽນບົດຄວາມວິຊາການ (Paper), ມີການລາຍງານຄວາມຄືບໜ້າຂອງການຂຽນບົດຄວາມວິຊາການ ແລະ ບົດວິທະຍານິພົນ ຕໍ່ຄູນໍາພາ.

ປີທີ 2, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
1 208SN123 ສຳ​ມະ​ນາ 3 1(0-2-1) ວິຊາສະເພາະ
2 208TH221 ວິທະຍາ​ນິພົນ 8(0-0-24) ວິຊາສະເພາະ
    ລວມ: 9(0-2-25)  

ຄຳອະທິບາຍເພີ່ມເຕີມ: ນັກສຶກສາເລີ່ມດຳເນີນການຂຽນບົດຄວາມວິຊາການ (Paper) ແລະ ມີການລາຍງານຄວາມຄືບໜ້າຂອງການຂຽນບົດຄວາມວິຊາການ ຕໍ່ຄູນໍາພາ.

ປີທີ 3, ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
  208TH221 ວິທະຍາ​ນິພົນ 10(0-0-30)  
    ລວມ: 10(0-0-30)  

ຄຳອະທິບາຍເພີ່ມເຕີມ: ນັກສຶກສາສືບຕໍ່ຂຽນບົດຄວາມວິຊາການ ສົ່ງເຂົ້າຕີພີມໃນວາລະສານວິທະຍາສາດ ແລະ ລາຍງານຄວາມຄືບໜ້າບົດວິທະຍານິພົນຕໍ່ຄູນໍາພາ.

ປີທີ 3, ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
1 208TH321 ວິທະຍານິພົນ 10(0-0-30) ວິຊາສະເພາະ
    ລວມ: 10(0-0-30)