1. ຊື່ຫຼັກສູດ
-
- ຊື່ພາສາລາວ: ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາ ຄະນິດສາດ
- ຊື່ພາສາອັງກິດ: Doctor of Philosophy of Science Program in Mathematics.
2. ຊື່ປະກາສະນີຍາບັດ
-
- ຊື່ພາສາລາວ ຊື່ເຕັມ: ປະລິນຍາເອກ ຄະນິດສາດ, ຊື່ຫຍໍ້: ປອ. ຄສ.
- ຊື່ພາສາອັງກິດ ຊື່ເຕັມ: Doctor of Philosophy in Mathematics, ຊື່ຫຍໍ້: Ph.D. Math.
3. ໜ່ວຍງານຮັບຜິດຊອບ
ພາກວິຊາຄະນິດສາດ ແລະ ສະຖິຕິ, ພະແນກການສຶກສາຫຼັງປະລິນຍາຕີ, ຄະນະວິທະຍາສາດທໍາມະຊາດ, ມະຫາ ວິທະຍາໄລແຫ່ງຊາດ
ໂທ: 02052994619; 02022220456; 02022245472; 02056430439; 02055055058 ໂທລະສານ: 021770173
Email: phoui20@gmail.com; songvilay.sonexay@gmail.com; v.sykhotvongsa@yahoo.com; fwjlis@yahoo.com; tear1284@hotmail.com
4. ປັດຊະຍາ ຂອງຫຼັກສູດ
ໂດຍອີງຕາມແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແຕ່ນີ້ເຖິງປີ 2025, ໜຶ່ງໃນບັນດາປັດໄຈເພື່ອໃຫ້ການພັດທະນາ ເສດຖະກິດ-ສັງຄົມ ມີຄວາມເຂັ້ມແຂງ ລັດຖະບານຕ້ອງໄດ້ສ້າງນັກຄົ້ນຄວ້າວິທະຍາສາດ ທີ່ມີຄວາມຮູ້ ຄວາມສາມາດ ທາງດ້ານວິທະຍາສາດ ໃນລະດັບສູງ ເພື່ອນຳໃຊ້ເຂົ້າໃນການຄົ້ນຄວ້າ ວິໄຈ ທາງດ້ານວິທະຍາສາດ. ຫຼັກສູດປະລິນຍາເອກວິທະຍາສາດ ສາຂາ ຄະນິດສາດ ເປັນຫຼັກສູດທີ່ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາການ ລະດັບປະລິນຍາເອກ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຄວາມຮູ້ເລິກເຊິ່ງທາງດ້ານຄະນິດສາດທີ່ສາ ມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າວິໄຈ, ເປັນຜູ້ໃຫ້ຄຳປຶກສາ ແລະ ພັດທະນາຄະນິດສາດ, ມີຈັນຍາບັນຂອງນັກພັດທະນາ, ມີຄຸນສົມບັດສິນທຳປະຕິບັດ, ມີທັດສະນະມະຫາຊົນ, ມີທັດສະນະແຮງງານ, ຮູ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ. ນອກຈາກນີ້, ຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນຄະນິດສາດລະດັບສູງ ຢູ່ຕາມສະຖາບັນການສຶກສາຊັ້ນສູງຕ່າງໆ ພາຍໃນປະເທດ ແລະ ໄປຄົ້ນຄວ້າວິໄຈ ຄະນິດສາດ ຢູ່ຕ່າງປະເທດ.
5. ຈຸດປະສົງຂອງຫຼັກສູດ
ຫຼັກສູດປະລິນຍາເອກ ວິທະຍາສາດ ສາຂາ ຄະນິດສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
- ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ)
- ໃຫ້ມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງ, ກ່ຽວກັບຄະນິດສາດ ເພື່ອເປົ້າໝາຍດັ່ງນີ້:
- ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບຄະນິດສາດຢ່າງເປັນລະບົບ, ກວ້າງຂວາງ, ເລິກເຊິ່ງ;
- ມີຄວາມສາມາດເຮັດການຄົ້ນຄວ້າໃນຂົງເຂດຄະນິດສາດ, ນະວັດຕະກຳ ແລະ ສາມາດໜູນໃຊ້ໃນວຽກງານຕົວຈິງໄດ້;
- ສາມາດລົງເລິກທາງດ້ານຄະນິດສາດ ແລະ ສາມາດສອນຄະນິດສາດໃນລະດັບສູງໄດ້ດີ.
6.ຄາດໝາຍຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາຄາດໝາຍຜົນການຮຽນຮູ້
ພາຍຫຼັງສໍາເລັດຫຼັກສູດ ປະລິນຍາເອກວິທະຍາສາດ ສາຂາ ຄະນິດສາດ ນັກສຶກສາຈະສາມາດ:
- ດ້ານຄວາມຮູ້
- ຮຽບຮຽງ ທິດສະດີ ແລະ ຫຼັກການໃນສາຂາຄະນິດສາດ;
- ຈຳແນກປະເພດເຄື່ອງມືພື້ນຖານທາງຄະນິດສາດ;
- ອະທິບາຍການນໍາໃຊ້ແບບຈໍາລອງທາງຄະນິດສາດເຂົ້າໃນປະກົດການທາງທຳມະຊາດ, ສິ່ງແວດລ້ອມ, ເສດຖະ ກິດ-ການເງິນ, ການຂະຫຍາຍຕົວຂອງພົນລະເມືອງ, ເສດຖະສາດ ແລະ ບໍລິຫານທຸລະກິດ.
- ດ້ານທັກສະ
ປະສົມປະສານການນຳໃຊ້ແບບຈຳລອງທາງຄະນິດສາດ ແລະ ການຂຽນໂປຣແກຣມໃນຄອມພິວເຕີເຂົ້າໃນການຄາດຄະເນການຂະຫຍາຍຕົວຂອງປະຊາກອນ, ເສດຖະກິດ-ສັງຄົມ ແລະ ອະທິບາຍການປ່ຽນແປງທາງທຳມະຊາດ ແລະ ສິ່ງແວດລ້ອມ;ວິເຄາະຂໍ້ມູນ, ແປຄວາມໝາຍຈາກການວິເຄາະຂໍ້ມູນ ແລະ ສະຫຼຸບບັນຫາທີ່ວິເຄາະໂດຍໃຊ້ວິທີການທາງຄະນິດ ສາດເພື່ອແກ້ບັນຫາໄດ້ຢ່າງຖືກຕ້ອງ ແລະ ມີເຫດຜົນ.
- ດ້ານການນໍາໃຊ້
ນຳໃຊ້ທິດສະດີ, ຫຼັກການທາງດ້ານຄະນິດສາດ ແລະ ເຄື່ອງມືຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນການແກ້ໄຂບັນຫາການຊອກຫາຕົ້ນທຶນຕໍ່າສຸດ, ກຳໄລສູງສຸດ, ປະກົດການທາງທຳມະຊາດ ແລະ ສິ່ງແວດລ້ອມ, ການແຜ່ລະບາດຂອງພະຍາດ, ຄິດໄລ່ບັນຊີການເງິນຕ່າງໆ ແລະ ສະເໜີແນະວິທີທາງແກ້ໄຂບັນຫາຕ່າງໆ;ສ້າງແບບຈຳລອງທາງຄະນິດສາດເພື່ອປະເມີນການເຕີບໂຕຂອງປະຊາກອນ, ເສດຖະກິດ-ສັງຄົມ, ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ, ຈັດລຳດັບຄວາມສຳຄັນຂອງປັດໄຈຕໍ່ຄວາມເພິ່ງພໍໃຈຕ່າງໆ ແລະ ແກ້ໄຂບາງບັນຫາຂອງສັງຄົມ, ສອນຄະນິດສາດຢູ່ສະຖານການສຶກສາຊັ້ນສູງຕ່າງໆ ໃນ ສປປ ລາວ;ວາງແຜນປະກອບທຸລະກິດສ່ວນຕົວ. - ດ້ານທັກສະທາງສັງຄົມ
ສະແດງອອກເຖິງການມີຈັນຍາທຳ ແລະ ຈັນຍາບັນທາງດ້ານວິຊາຊີບ, ການມີຄວາມຮັບຜິດຊອບ, ການມີນໍ້າໃຈຮັກຊາດ ແລະ ການໃຫ້ບໍລິການທາງດ້ານວິຊາການກ່ຽວກັບຄະນິດສາດ ລວມທັງການຖ່າຍຖອດຄວາມຮູ້ໃຫ້ແກ່ຄົນອື່ນ;ມີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິພາບ, ມີຄວາມອົດທົນ ແລະ ມີພາວະການເປັນຜູ້ນຳ;ມີການພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານວິຊາການຢ່າງຕໍ່ເນື່ອງ. - ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ເປັນນັກຄົ້ນຄວ້າທາງດ້ານຄະນິດສາດ, ນັກວິເຄາະຂໍ້ມູນ, ອາຈານສອນຄະນິດສາດຢູ່ສະຖານການສຶກສາຊັ້ນສູງຕ່າງໆ ໃນ ສປປ ລາວ;ປະກອບອາຊີບໃນຂະແໜງການທະນາຄານ, ໂທລະຄົມມະນາຄົມ, ສູນສະຖິຕິແຫ່ງຊາດ, ບັນດາກະຊວງຕ່າງໆ ແລະ ການປະກອບທຸລະກິດສ່ວນຕົວ.
7. ກໍານົດເວລາການເປີດສອນ
ການເປີດສອນຈະເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນໃນຊຸດສຶກສາ 2022-2025 ແລະ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ຫຼັງຈາກຊຸດສຶກສາທີ 1 ໃກ້ຈະສຳເລັດການສຶກສາ ແລ້ວສືບຕໍ່ຮັບນັກສຶກສາຊຸດທີ 2.
8. ຄາດຄະເນແຜນຮັບນັກສຶກສາ
ການຮັບນັກສຶກສາແມ່ນຮັບເປັນຊຸດສຶກສາ, ແຕ່ລະຊຸດສຶກສາຄາດວ່າຈະຮັບນັກສຶກສາໄດ້ຈໍານວນບໍ່ເກີນ 7 ຄົນ ຫຼັງຈາກການສຶກສາໃນຊຸດທີ 1 ໃກ້ຈະສຳເລັດ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ແລ້ວຈະສືບຕໍ່ດຳເນີນການຮັບນັກສຶກສາຊຸດ ທີ 2, ລາຍລະອຽດແຜນການຮັບນັກສຶກສາໃນແຕ່ລະຊຸດສຶກສາມີດັ່ງລຸ່ມນີ້:
ຊຸດທີ 1 ແຕ່ ປີ 2022-2025
ສົກສຶກສາ | ປີ 1 | ປີ 2 | ປີ 3 | ລວມ | ຄາດຄະເນນັກສຶກສາຈະຈົບ |
2022-2023 | 7 | 7 | 0 | ||
2023-2024 | 7 | 7 | 0 | ||
2024-2025 | 7 | 7 | 7 |
ຊຸດທີ 2 ແຕ່ ປີ 2025-2028
ສົກສຶກສາ | ປີ 1 | ປີ 2 | ປີ 3 | ລວມ | ຄາດຄະເນນັກສຶກສາຈະຈົບ |
2025-2026 | 7 | 7 | 0 | ||
2026-2027 | 7 | 7 | 0 | ||
2027-2028 | 7 | 7 | 7 |
9. ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຜູ້ເຂົ້າສຶກສາໃນຫຼັກສູດປະລິນຍາເອກ ຕ້ອງມີເງື່ອນໄຂ (ໂດຍອີງຕາມມາດຕາ 19 ວ່າດ້ວຍມາດຕະຖານຫຼັກ ສູດແຫ່ງຊາດ ລະດັບປະລິນຍາເອກ) ດ່ັງນີ້:
- ຕ້ອງແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາໂທ ຫຼື ທຽບເທົ່າ ໃນສາຂາວິຊາຄະນິດສາດທີ່ມີຄະແນນສະເລ່ຍສະສົມ (CGPA) 3.00 ຂຶ້ນໄປ ແລະ ມີຄວາມຮູ້ພາສາອັງກິດລະດັບດີສາມາດຂຽນ ແລະ ນຳສະເໜີບົດເປັນພາສາອັງກິດໄດ້;
- ສຳລັບຜູ້ທີ່ສຳເລັດການສຶກສາລະດັບປະລິນຍາໂທ ໃນສາຂາວິຊາທີ່ກ່ຽວຂ້ອງກັບຄະນິດສາດ ເຊັ່ນ: ສາຂາວິທະຍາສາດຄອມພີວເຕີ, ສາຂາຄະນິດສາດສຳລັບເສດຖະສາດ ແລະ ສາຂາສະຖິຕິ ທີ່ຈະເຂົ້າສຶກສາຕໍ່ລະດັບປະລິນຍາເອກ ໃນສາຂາຄະນິດສາດ ຕ້ອງໄດ້ຮຽນວິຊາຄວາມຮູ້ພື້ນຖານທີ່ຈຳເປັນ 18 ໜ່ວຍກິດ ຕາມສາຂາວິຊາ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ ແລະ ມີໃບຢັ້ງຢືນຄວາມຮູ້ພາສາອັງກິດ ໃນລະດັບດີ ຕາມການກຳນົດໃນຫຼັກສູດ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
- ສຳລັບຜູ້ສຳເລັດການສຶກສາ ລະດັບປະລິນຍາໂທ ສາຂາຄະນິດສາດໃນຮູບແບບທີ 3 ທີ່ຂຽນບົດສຶກສາເອກະ ລາດແມ່ນຕ້ອງໄດ້ຮຽນວິທີວິທະຍາການຄົ້ນຄວ້າກ່ອນເຂົ້າຮຽນ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ;
- ເງື່ອນໄຂອື່ນໆ ໃຫ້ປະຕິບັດຕາມຂໍ້ກຳນົດຂອງມະຫາວິທະຍາໄລແຫ່ງຊາດກຳນົດໄວ້.
10. ວິທີການຄັດເລືອກຜູ້ທີ່ເຂົ້າສຶກສາ
ວິທີຄັດເລືອກຜູ້ທີ່ເຂົ້າສຶກສາແມ່ນພິຈາລະນາ ແລະ ອີງໃສ່:
- ຂໍ້ກຳນົດ, ເງື່ອນໄຂທີ່ໄດ້ລະບຸໄວ້ໃນຫຼັກສູດ ແລະ ຂໍ້ກຳນົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
- ສອບເສັງຄັດເລືອກໃນຮູບແບບການຂຽນ, ສະເໜີໂຄງການຄົ້ນຄວ້າ (Concept note) ຕໍ່ຄະນະກຳມະການ ຊຶ່ງຄະນະກຳມະການທີ່ເປັນອາຈານປະຈຳໃນຫຼັກສູດຈະຄັດເລືອກຕາມຄວາມຊຳນານ ແລະ ຄວາມເປັນໄປໄດ້ຂອງອາຈານທີ່ຈະຮັບເປັນອາຈານທີ່ປຶກສາ;
- ສອບເສັງພາສາອັງກິດ.
11. ການຈັດຕັ້ງການຮຽນ-ການສອນ
- ຈັດຕັ້ງການຮຽນ-ການສອນ ຮູບແບບ 2 (ແມ່ນຮູບແບບການສຶກສາທີ່ເນັ້ນໃສ່ການຮຽນພາກທິດສະດີ ແລະ ການຄົ້ນຄວ້າວິທະຍາສາດ) ໃນໄລຍະເວລາ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ) ໃນນັ້ນ 1 ປີ ແບ່ງອອກເປັນ 2 ພາກຮຽນ, 1 ພາກຮຽນມີ 5 ເດືອນ(20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກແລ້ງ), ຮຽນເຕັມເວລາ.
- ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງລວມທັງໝົດມີ 64 ໜ່ວຍກິດ, ໃນນັ້ນພາກຮຽນໜຶ່ງ ມີໄລຍະຮຽນທັງໝົດ 20 ອາທິດ.
- ໃຊ້ເວລາ 3 ປີ ລາຍລະອຽດຄິດໄລ່ຕາມໜ່ວຍກິດ ຂອງແຕ່ລະພາກຮຽນ ທີ່ໄດ້ສະເໜີຢູ່ໃນແຜນການຮຽນ-ການສອນ, ການກໍານົດການຈັດຕັ້ງການຮຽນ-ການສອນແມ່ນປະຕິບັດດັ່ງນີ້:
- ໜຶ່ງປີຮຽນແບ່ງເປັນ 2 ພາກຮຽນ ແລະ 1 ພາກຮຽນມີ 5 ເດືອນ ຫຼື 20 ອາທິດ(ຮຽນຕົວຈິງ 7 ວິຊາ ພາຍໃນໄລຍະເວລາ 1 ປີ 6 ເດືອນ ແລະ ຄົ້ນຄວ້າຂຽນບົດວິທະຍານິພົນ 1 ປີ 6 ເດືອນ)
- ຮຽນຕົວຈິງ 48 ອາທິດ (ຮຽນ 1 ປີ 6 ເດືອນ ຫຼື 3 ພາກຮຽນ)
- ແຮວັນພັກ 3 ອາທິດ (ພາກຮຽນລະ 1 ອາທິດ)
- ແຮສອບເສັງ 3 ອາທິດ (ພາກຮຽນລະ 1 ອາທິດ)
- ສອບເສັງ 6 ອາທິດ (ພາກຮຽນລະ 2 ອາທິດ)
- ວິທະຍານິພົນ 1 ປີ 6 ເດືອນ ຫລື 3 ພາກຮຽນ
- ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:00 ໂມງ.
12. ໄລຍະເວລາການສຶກສາ
ໄລຍະເວລາໃນການສຶກສາຈົນຈົບແມ່ນ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ). ກໍລະນີນັກສຶກສາບໍ່ສາມາດສຳເລັດການຮຽນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດ (3 ປີ) ແມ່ນໃຫ້ຮັກສາສະຖານະພາບນັກ ສຶກສາໄດ້ບໍ່ເກີນ 3 ສົກສຶກສາ (6 ພາກຮຽນ), ນັກສຶກສາຕ້ອງໄດ້ຈ່າຍຄ່າຮັກສາສະຖານະພາບເປັນນັກສຶກສາ ຕາມລະບຽບຂອງການສຶກສາຊັ້ນສູງ.
13. ເນື້ອໃນໂຄງສ້າງຂອງຫຼັກສູດ
13.1 ການກໍານົດໜ່ວຍກິດ
ໂຄງສ້າງຂອງຫຼັກສູດ ລະດັບປະລິນຍາເອກວິທະຍາສາດ ສາຂາ ຄະນິດສາດ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນຫຼັກສູດ ມີທັງໝົດ 64 ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:
- ໝວດວິຊາສະເພາະທັງໝົດ 20 ໜ່ວຍກິດ
- ໝວດວິຊາເລືອກມີທັງໝົດ 8 ໜ່ວຍກິດ
- ວິທະຍານິພົນ(ວິຊາບັງຄັບ) 36 ໜ່ວຍກິດ
ລວມ 64 ໜ່ວຍກິດ
13.2 ແຜນການຮຽນ-ການສອນ
ປີທີ 1, ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208RA121 | ຫຼັກການວິເຄາະຈຳນວນຈິງ | 3(2-2-5) | ວິຊາສະເພາະ |
2 | 208LA121 | ພຶດຊະຄະນິດລີແນແອ | 3(2-2-5) | ວິຊາສະເພາະ |
3 | 208AO121 | ສົມຜົນຈຸນລະຄະນິດສາມັນຂັ້ນສູງ | 3(2-2-5) | ວິຊາສະເພາະ |
4 | 208AN131 | ວິທີການທາງດ້ານຈຳນວນຂັ້ນສູງ | 3(2-2-5) | ວິຊາເລືອກ |
ລວມ: | 12 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ)
ປີທີ 1, ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208AA121 | ພຶດຊະຄະນິດນາມມະທຳ | 3(2-2-5) | ວິຊາສະເພາະ |
2 | 208AP121 | ສົມຜົນຈຸນລະຄະນິດພາກສ່ວນຂັ້ນສູງ | 3(2-2-5) | ວິຊາສະເພາະ |
3 | 208SM121 | ວິທີການຄົ້ນຄວ້າ 1 | 1(1-0-2) | ວິຊາສະເພາະ |
4 | 208MM131 | ວິທີການທາງດ້ານຄະນິດສາດ | 3(2-2-5) | ວິຊາເລືອກ |
ລວມ: | 10 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ທ້າຍພາກ)
ປີທີ 2, ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208SM222 | ວິທີການຄົ້ນຄວ້າ 2 | 1(1-0-2) | ວິຊາສະເພາະ |
2 | 208NT221 | ທິດສະດີຈຳນວນ | 3(2-2-5) | ວິຊາສະເພາະ |
3 | 208EM211 | ພາສາອັງກິດສຳລັບຄະນິດສາດ | 2(2-0-4) | ວິຊາເລືອກ |
ລວມ: | 6 ໜ່ວຍກິດ | |||
ສອບເສັງຄວາລີຟາຍ (Qualifying exam) | ||||
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208RA121 | ຫຼັກການວິເຄາະຈຳນວນຈິງ | 3(2-2-5) | ວິຊາສະເພາະ |
2 | 208LA121 | ພຶດຊະຄະນິດລີແນແອ | 3(2-2-5) | ວິຊາສະເພາະ |
3 | 208AO121 | ສົມຜົນຈຸນລະຄະນິດສາມັນຂັ້ນສູງ | 3(2-2-5) | ວິຊາສະເພາະ |
ລວມ: | 9 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງຂອງອາຈານທີ່ສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງອາ ຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ຫຼັງຈາກສອບເສັງຜ່ານທຸກວິຊາທີ່ລົງທະບຽນຮຽນ, ນັກສຶກສາຍັງຈະຕ້ອງໄດ້ສອບເສັງຄວາລີຟາຍ (Qualifying examination: QE) ໃນສາມວິຊາທີ່ລະບຸໃນຕາຕະຂ້າງເທິງ ແຕ່ວ່າຈຳນວນໜ່ວຍກິດໃນການສອບເສັງຄວາລີຟາຍ ບໍ່ໄດ້ນັບເຂົ້າໃນໜ່ວຍກິດຂອງຫຼັກສູດ ພຽງແຕ່ບອກໃຫ້ຮູ້ຊື່ໆ, ການສອບເສັງຄວາລີຟາຍຈະບໍ່ມີເກຣດ ມີແຕ່ຄະນະຮັບຜິດຊອບຫຼັກສູດຈະແຈ້ງໃຫ້ນັກສຶກສາຊາບວ່າ: ຜ່ານ ຫຼື ບໍ່ຜ່ານ, ຖ້າວ່ານັກສຶກສາສອບເສັງຄວາລີຟາຍບໍ່ຜ່ານ, ນັກສຶກສາມີໂອກາດສອບເສັງອີກ 2 ຄັ້ງ, ຖ້ານັກສອບເສັງຄວາລີຟາຍບໍ່ຜ່ານຄັ້ງທີ 3 ຖືວ່ານັກສຶກສາຜູ້ນັ້ນສິ້ນສຸດການເປັນສະຖານະພາບນັກສຶກສາ
ປີທີ 2, ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208TH221 | ວິທະຍານິພົນ | 12(0-0-60) | ວິຊາສະເພາະ |
ລວມ: | 12 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາເລີ່ມດຳເນີນການຂຽນ (Paper) ສະບັບທີ 1 ແລະ ແຕ່ລະອາທິດຕ້ອງໄດ້ລາຍງານຄວາມຄືດໜ້າຂອງການຂຽນ (Paper) ຕໍ່ອາຈານທີ່ປຶກສາ, ສົ່ງ (Paper) ໄປຕີພິມ
ປີທີ 3, ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208TH221 | ວິທະຍານິພົນ | 12(0-0-60) | ວິຊາສະເພາະ |
ລວມ: | 12 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາເລີ່ມດຳເນີນການຂຽນ (Paper) ສະບັບທີ 2 ແລະ ແຕ່ລະອາທິດຕ້ອງໄດ້ລາຍງານຄວາມຄືດໜ້າຂອງການຂຽນ (Paper) ສະບັບທີ 2 ຕໍ່ອາຈານທີ່ປຶກສາ, ສົ່ງ (Paper) ສະບັບທີ 2 ໄປຕີພີມ
ປີທີ 3, ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ໝວດວິຊາ |
1 | 208TH221 | ວິທະຍານິພົນ | 12(0-0-60) | ວິຊາສະເພາະ |
ລວມ: | 12 ໜ່ວຍກິດ |
ຄຳອະທິບາຍເພີ່ມເຕີມ: ຫຼັງຈາກໄດ້ຮັບໜັງສືຢັ້ງຢືນການຮັບຮອງການຕີພີມບົດຄົ້ນຄວ້າທັງສອງສະບັບ ນັກສຶກສາດຳເນີນການຂຽນວິທະຍານິພົນສະບັບສົມບູນ ແລ້ວກຽມປ້ອງກັນວິທະຍານິພົນຕາມວັນ, ເວລາທີ່ຄະນະຮັບຜິດ ຊອບຫຼັກສູດກຳນົດໃຫ້