1. ຊື່ຫຼັກສູດ
- ຊື່ພາສາລາວ: ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາ ເຄມີສາດ
- ຊື່ພາສາອັງກິດ: Doctor of Philosophy of Science Program in Chemistry
2. ຊື່ປະກາສະນີຍາບັດ
- ຊື່ພາສາລາວ ຊື່ເຕັມ: ປະລິນຍາເອກ ເຄມີສາດ, ຊື່ຫຍໍ້: ປອ. ຄມ.
- ຊື່ພາສາອັງກິດ ຊື່ເຕັມ: Doctor of Philosophy in Chemistry, ຊື່ຫຍໍ້: Ph.D. Chem.
3. ໜ່ວຍງານຮັບຜິດຊອບ
ພາກວິຊາເຄມີສາດ, ພະແນກການສຶກສາຫຼັງປະລິນຍາຕີ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ
ໂທລະສັບ: 021 770 173, 020 5699 5449, 020 5573 8857, 020 5505 0288, 020 5504 3779, 020 5983 3350
ແຟກ: 021 770 173
ອີເມລ: k.phomkeona@nuol.edu.la; phengxay@hotmail.com; vnchounlamany@gmail.com; s.kongmany@nuol.edu.la; vongdeth@yahoo.com
4. ປັດຊະຍາ
ໂດຍອີງຕາມແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແຕ່ນີ້ເຖິງປີ 2025, ໜຶ່ງໃນບັນດາປັດໄຈເພື່ອໃຫ້ການພັດທະນາ ເສດຖະກິດ-ສັງຄົມ ມີຄວາມເຂັ້ມແຂງ ລັດຖະບານຕ້ອງໄດ້ສ້າງ ນັກຄົ້ນຄວ້າວິທະຍາສາດ ທີ່ມີຄວາມຮູ້ ຄວາມສາມາດ ທາງດ້ານວິທະຍາສາດ ໃນລະດັບສູງ ເພື່ອນຳໃຊ້ເຂົ້າໃນ ການຄົ້ນຄວ້າວິໄຈ ທາງດ້ານວິທະຍາສາດ.
ຫຼັກສູດປະລິນຍາເອກວິທະຍາສາດ ສາຂາເຄມີສາດ ເປັນຫຼັກສູດທີ່ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາການ ລະດັບປະລິນຍາເອກ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຄວາມຮູ້ເລິກເຊິ່ງທາງດ້ານເຄມີສາດທີ່ສາ ມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າວິໄຈ ໃນຂະແໜງການເຄມີສາດ, ເຕັກໂນໂລຢີ ແລະ ນະວັດຕະກໍາ, ສາມາດເປັນຜູ້ໃຫ້ຄຳປຶກສາ ແລະ ພັດທະນາວຽກງານດ້ານເຄມີສາດ, ມີຈັນຍາບັນ, ມີຄຸນສົມບັດສິນທຳປະຕິບັດ, ມີທັດສະນະມະຫາຊົນ, ມີທັດສະນະແຮງງານ, ຮູ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ວາງອອກ. ນອກຈາກນີ້, ຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນເຄມີສາດໃນລະດັບສູງ ຢູ່ຕາມສະຖານ ການສຶກສາຊັ້ນສູງຕ່າງໆ ພາຍໃນປະເທດ ແລະ ໄປຄົ້ນຄວ້າວິໄຈ ເຄມີສາດ ຢູ່ຕ່າງປະເທດ.
5. ຈຸດປະສົງ
ຫຼັກສູດລະດັບປະລິນຍາເອກ ວິທະຍາສາດ ສາຂາ ເຄມີສາດ ມີຈຸດປະສົງເພື່ອສ້າງນັກວິຊາການ:
- ໃຫ້ເປັນພົນລະເມືອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມ ຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ (ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ)
- ໃຫ້ມີຄວາມຮູ້ທາງດ້ານວິຊາການກ່ຽວກັບເຄມີສາດ, ມີຈັນຍາບັນ ແລະ ຮັກອາຊີບຂອງຕົນເອງ ເພື່ອເປົ້າໝາຍ ດັ່ງນີ້:
- ໃຫ້ເຂົ້າໃຈ, ກຳແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບ ເຄມີສາດຢ່າງເປັນລະບົບ, ກວ້າງຂວາງ-ເລິກເຊິ່ງ;
- ມີຄວາມສາມາດເຮັດການຄົ້ນຄວ້າໃນຂົງເຂດເຄມີສາດ, ນະວັດຕະກຳ ແລະ ສາມາດໜູນໃຊ້ໃນວຽກງານ ຕົວຈິງໄດ້;
- ສາມາດລົງເລິກທາງດ້ານເຄມີສາດ ແລະ ສາມາດສອນເຄມີສາດໃນລະດັບສູງໄດ້ດີ.
6. ຄາດໝາຍຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
6.1 ຄາດໝາຍຜົນການຮຽນຮູ້
ພາຍຫຼັງສໍາເລັດຫຼັກສູດລະດັບປະລິນຍາເອກວິທະຍາສາດ ສາຂາ ເຄມີສາດ ນັກສຶກສາຈະສາມາດ:
6.1.1 ດ້ານຄວາມຮູ້
- ຮຽບຮຽງທິດສະດີ, ຫຼັກການ ແລະ ການປະຕິບັດຕົວຈິງຢ່າງເປັນລະບົບເຂົ້າໃນການປະຕິບັດໜ້າທີ່ ແລະ ແກ້ໄຂ ບັນຫາທີ່ກ່ຽວຂ້ອງທາງດ້ານເຄມີ;
- ຈຳແນກປະເພດເຄື່ອງມືຂັ້ນສູງໃນການວິເຄາະທາງເຄມີສາດເພື່ອໝູນໃຊ້ເຂົ້າໃນການຄົ້ນຄວ້າ, ສ້າງນະວັດຕະກຳ ແລະ ອະທິບາຍປະກົດການທາງທຳມະຊາດ ແລະ ສິ່ງແວດລ້ອມ ໂດຍຫຼັກການທາງດ້ານເຄມີ.
6.1.2 ດ້ານທັກສະ
- ປະສົມປະສານຄວາມຮູ້ທາງທິດສະດີ, ພາກປະຕິບັດຕົວຈິງ ແລະ ເຄື່ອງມືວິໄຈທາງດ້ານເຄມີສາດ ເຂົ້າໃນ ການແກ້ໄຂບັນຫາໃນຂະແໜງການຕ່າງໆທີ່ກ່ຽວຂ້ອງ, ອະທິບາຍການປ່ຽນແປງທາງທຳມະຊາດ ແລະ ສິ່ງແວດລ້ອມ.
- ວິເຄາະຂໍ້ມູນ, ປະເມີນຜົນການຄົ້ນຄວ້າ ແລະ ມີຫົວຄິດປະດິດສ້າງໃນການອອກແບບການຄົ້ນຄວ້າວິໄຈໂດຍໃຊ້ວິທີການທາງເຄມີສາດເພື່ອແກ້ບັນຫາໄດ້ຢ່າງຖືກຕ້ອງ ແລະ ມີເຫດຜົນ.
6.1.3 ດ້ານການນໍາໃຊ້
- ນຳໃຊ້ທິດສະດີ, ຫຼັກການທາງດ້ານເຄມີສາດ, ເຄື່ອງມືວິໄຈ ແລະ ເຕັກໂນໂລຊີ ຂັ້ນສູງ ຢ່າງມີປະສິດທິພາບ ເຂົ້າໃນວຽກງານໃນຂະແໜງການຕ່າງໆທີ່ກ່ຽວຂ້ອງ ລວມທັງແກ້ໄຂບັນຫາທາງວິທະຍາສາດ ແລະ ສິ່ງແວດ ລ້ອມ ທີ່ເກີດຂື້ນ.
- ອອກແບບການຄົ້ນຄວ້າ, ປະດິດສ້າງນະວັດຕະກຳ, ສອນເຄມີສາດຢູ່ສະຖານການສຶກສາຊັ້ນສູງຕ່າງໆ
6.1.4 ດ້ານທັກສະທາງສັງຄົມ
- ສະແດງອອກເຖິງການມີຈັນຍາທຳ ແລະ ຈັນຍາບັນທາງດ້ານວິຊາຊີບ, ການມີຄວາມຮັບຜິດຊອບ, ການມີ ນໍ້າໃຈຮັກຊາດ ແລະ ການໃຫ້ບໍລິການທາງດ້ານວິຊາການກ່ຽວກັບເຄມີສາດ ລວມທັງການຖ່າຍຖອດຄວາມຮູ້ ໃຫ້ແກ່ຄົນອື່ນ;
- ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິພາບ, ມີຄວາມອົດທົນ ແລະ ມີພາວະ ການເປັນຜູ້ນຳ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ພາຍຫຼັງສຶກສາຈົບຫຼັກສູດນີ້ແລ້ວ ນັກສຶກສາ ສາມາດ:
- ເປັນນັກວິຊາການ, ນັກຄົ້ນຄວ້າວິໄຈ, ຊ່ຽວຊານ, ນັກອະນຸລັກສິ່ງແວດລ້ອມ, ທີ່ປຶກສາທາງເຄມີ ແລະ ສິ່ງແວດລ້ອມ, ອາຈານສອນເຄມີສາດຢູ່ສະຖານການສຶກສາຊັ້ນສູງ ແລະ ອື່ນໆ
- ປະກອບອາຊີບໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍແຮ່, ອຸດສາຫະກໍາ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້, ສາທາລະນະສຸກ, ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
7. ກໍານົດເວລາການເປີດສອນ
ການເປີດສອນຈະເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນໃນຊຸດສຶກສາ 2022-2025 ແລະ ຈະມີການ ປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ຫຼັງຈາກຊຸດສຶກສາທີ 1 ໃກ້ຈະສຳເລັດການສຶກສາ ແລ້ວສືບຕໍ່ ຮັບນັກສຶກສາຊຸດທີ 2.
8. ຄາດຄະເນແຜນຮັບນັກສຶກສາ
ການຮັບນັກສຶກສາແມ່ນຮັບເປັນຊຸດສຶກສາ, ແຕ່ລະຊຸດສຶກສາຄາດວ່າຈະຮັບນັກສຶກສາໄດ້ຈໍານວນບໍ່ເກີນ 7 ຄົນ. ຫຼັງຈາກການສຶກສາໃນຊຸດທີ 1 ໃກ້ຈະສຳເລັດ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ແລ້ວຈະສືບຕໍ່ດຳເນີນການຮັບນັກສຶກສາຊຸດ ທີ 2, ລາຍລະອຽດແຜນການຮັບນັກສຶກສາໃນແຕ່ລະຊຸດສຶກສາມີດັ່ງລຸ່ມນີ້:
ຊຸດທີ 1 ແຕ່ ປີ 2022-2025
ສົກສຶກສາ | ປີ 1 | ປີ 2 | ປີ 3 | ລວມ | ຄາດຄະເນນັກສຶກສາຈະຈົບ |
2022-2023 | 7 | 7 | 0 | ||
2023-2024 | 7 | 7 | 0 | ||
2024-2025 | 7 | 7 | 7 |
ຊຸດທີ 2 ແຕ່ ປີ 2025-2028
ສົກສຶກສາ | ປີ 1 | ປີ 2 | ປີ 3 | ລວມ | ຄາດຄະເນນັກສຶກສາຈະຈົບ |
2025-2026 | 7 | 7 | 0 | ||
2026-2027 | 7 | 7 | 0 | ||
2027-2028 | 7 | 7 | 7 |
9. ເງື່ອນໄຂຂອງຜູ້ເຂົ້າສຶກສາ
ໂດຍອີງຕາມມາດຕາ 19 ວ່າດ້ວຍມາດຕະຖານຫຼັກສູດແຫ່ງຊາດ ລະດັບປະລິນຍາເອກ, ຜູ້ເຂົ້າ ສຶກສາໃນ ຫຼັກສູດລະດັບປະລິນຍາເອກ ສາຂາເຄມີສາດ ຕ້ອງມີເງື່ອນໄຂດ່ັງນີ້:
- ຕ້ອງແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາໂທ ຫຼື ທຽບເທົ່າ ໃນສາຂາວິຊາເຄມີສາດ ຫຼື ສາຂາວິຊາ ທີ່ກ່ຽວຂ້ອງ ທີ່ມີຄະແນນສະເລ່ຍສະສົມ (CGPA) 3.00 ຂຶ້ນໄປ, ມີຄວາມຮູ້ພາສາອັງກິດລະດັບດີ ສາມາດ ຂຽນ ແລະ ນຳສະເໜີບົດເປັນພາສາອັງກິດໄດ້;
- ສຳລັບຜູ້ທີ່ສຳເລັດການສຶກສາລະດັບປະລິນຍາໂທ ໃນສາຂາວິຊາທີ່ກ່ຽວຂ້ອງກັບເຄມີສາດ ເຊັ່ນ: ສາຂາ ວິທະຍາສາດສິ່ງແວດລ້ອມ, ວິສະວະກຳສາດ, ກະເສດສາດ, ຊັບພະຍາກອນນ້ຳ, ວິທະຍາສາດການແພດ ແລະ ການຢາ ແລະ ອື່ນໆ, ຕ້ອງໄດ້ຮຽນວິຊາຄວາມຮູ້ພື້ນຖານທີ່ຈຳເປັນ 15-30 ໜ່ວຍກິດ ຕາມສາຂາວິຊາ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ ແລະ ມີໃບຢັ້ງຢືນຄວາມຮູ້ພາສາອັງກິດ ໃນລະດັບດີ ຕາມການກຳນົດ ໃນຫຼັກສູດ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
- ສຳລັບຜູ້ສຳເລັດການສຶກສາ ລະດັບປະລິນຍາໂທ ສາຂາເຄມີສາດໃນຮູບແບບທີ 3 ທີ່ຂຽນບົດສຶກສາເອກະ ລາດແມ່ນຕ້ອງໄດ້ຮຽນວິທີວິທະຍາການຄົ້ນຄວ້າກ່ອນເຂົ້າຮຽນ ໂດຍບໍ່ນັບໜ່ວຍກິດເຂົ້າໃນຫຼັກສູດ;
- ເງື່ອນໄຂອື່ນໆ ໃຫ້ປະຕິບັດຕາມຂໍ້ກຳນົດຂອງມະຫາວິທະຍາໄລແຫ່ງຊາດກຳນົດໄວ້.
10. ວິທີການຄັດເລືອກຜູ້ທີ່ເຂົ້າສຶກສາ
ວິທີຄັດເລືອກຜູ້ທີ່ເຂົ້າສຶກສາແມ່ນພິຈາລະນາ ແລະ ອີງໃສ່:
- ຂໍ້ກຳນົດ, ເງື່ອນໄຂທີ່ໄດ້ລະບຸໄວ້ໃນຫຼັກສູດ ແລະ ຂໍ້ກຳນົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂອງຄະນະວິທະຍາສາດທຳມະຊາດ;
- ສອບເສັງຄັດເລືອກໃນຮູບແບບການຂຽນ, ສະເໜີໂຄງການຄົ້ນຄວ້າ (Concept note) ຕໍ່ຄະນະກຳມະການ ຊຶ່ງຄະນະກຳມະການທີ່ເປັນອາຈານປະຈຳໃນຫຼັກສູດຈະຄັດເລືອກຕາມຄວາມຊຳນານ ແລະ ຄວາມເປັນໄປໄດ້ຂອງ ອາຈານທີ່ຈະຮັບເປັນອາຈານທີ່ປຶກສາ;
- ສອບເສັງພາສາອັງກິດ.
11. ການຈັດຕັ້ງການຮຽນ-ການສອນ
- ຈັດຕັ້ງການຮຽນ-ການສອນ ຮູບແບບ 2 (ແມ່ນຮູບແບບການສຶກສາທີ່ເນັ້ນໃສ່ການຮຽນພາກທິດສະດີ ແລະ ການຄົ້ນຄວ້າວິທະຍາສາດ) ໃນໄລຍະເວລາ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ) ໃນນັ້ນ 1 ປີ ແບ່ງອອກເປັນ 2 ພາກຮຽນ, 1 ພາກຮຽນມີ 5 ເດືອນ(20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກແລ້ງ), ຮຽນເຕັມເວລາ.
- ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງລວມທັງໝົດມີ 58 ໜ່ວຍກິດ, ໃນນັ້ນພາກຮຽນໜຶ່ງ ມີ
- ໄລຍະຮຽນທັງໝົດ 20 ອາທິດ
- ໃຊ້ເວລາ 3 ປີ ລາຍລະອຽດຄິດໄລ່ຕາມໜ່ວຍກິດ ຂອງແຕ່ລະພາກຮຽນ ທີ່ໄດ້ສະເໜີຢູ່ໃນແຜນການຮຽນ-
- ການສອນ, ການກໍານົດການຈັດຕັ້ງການຮຽນ-ການສອນແມ່ນປະຕິບັດດັ່ງນີ້:
- ໜຶ່ງປີຮຽນແບ່ງເປັນ 2 ພາກຮຽນ ແລະ 1 ພາກຮຽນມີ 5 ເດືອນ ຫຼື 20 ອາທິດ (ຮຽນຕົວຈິງ 9 ວິຊາ ພາຍໃນໄລຍະເວລາ 2 ປີ ທຳອິດ),ຄົ້ນຄວ້າ ແລະ ຂຽນບົດວິທະຍານິພົນ 3 ປີ (ນັບແຕ່ ລົງທະບຽນເປັນນັກສຶກສາ)
- ຮຽນຕົວຈິງ 64 ອາທິດ (ຮຽນ 2 ປີ ຫຼື 4 ພາກຮຽນ)
- ແຮວັນພັກ 4 ອາທິດ (ພາກຮຽນລະ 1 ອາທິດ)
- ແຮສອບເສັງ 4 ອາທິດ (ພາກຮຽນລະ 1 ອາທິດ)
- ສອບເສັງ 8 ອາທິດ (ພາກຮຽນລະ 2 ອາທິດ)
- ວິທະຍານິພົນ 3 ປີ ຫລື 6 ພາກຮຽນ
- ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:00 ໂມງ.
12. ໄລຍະເວລາການສຶກສາ
ໄລຍະເວລາໃນການສຶກສາຈົນຈົບແມ່ນ 3 ປີ (6 ພາກຮຽນ) ແຕ່ບໍ່ເກີນ 6 ປີ (12 ພາກຮຽນ). ກໍລະນີນັກສຶກສາບໍ່ສາມາດສຳເລັດການຮຽນຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດ (3 ປີ) ແມ່ນໃຫ້ຮັກສາສະຖານະພາບ ນັກສຶກສາໄດ້ບໍ່ເກີນ 3 ສົກສຶກສາ (6 ພາກຮຽນ), ນັກສຶກສາຕ້ອງໄດ້ຈ່າຍຄ່າຮັກສາສະຖານະພາບເປັນນັກສຶກສາ ຕາມລະບຽບຂອງການສຶກສາຊັ້ນສູງ.
13. ເນື້ອໃນໂຄງສ້າງຂອງຫຼັກສູດ
ໂຄງສ້າງຂອງຫຼັກສູດ ລະດັບປະລິນຍາເອກວິທະຍາສາດ ສາຂາເຄມີສາດ ແມ່ນ ການສຶກສາທີ່ເນັ້ນໜັກ ໃສ່ ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນ ໃນຫຼັກສູດ ມີທັງໝົດ 58 ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:
- ໝວດວິຊາບັງຄັບ 9 ໜ່ວຍກິດ
- ໝວດວິຊາເລືອກ 9 ໜ່ວຍກິດ
- ວິທະຍານິພົນ(ວິຊາບັງຄັບ) 40 ໜ່ວຍກິດ
ລວມ 58 ໜ່ວຍກິດ
ແຜນການຮຽນ-ການສອນ
ປີທີ 1, ພາກຮຽນທີ 1
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208RM121 |
ວິທີການຄົ້ນຄວ້າ |
2(1-2-3) |
208AI126 |
ວິເຄາະເຄື່ອງມືຂັ້ນສູງ |
3(2-2-5) |
208XX13X |
ວິຊາເລືອກ 1 |
3(2-2-5) |
208SN122 |
ສຳມະນາ 1 |
1(0-2-1) |
208TH121 |
ວິທະຍານິພົນ |
2(0-0-6) |
ລວມ |
11(5-8-20) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງ ທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງ ອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ ແລະ ທົບທວນເອກະສານທີ່ກ່ຽວຂ້ອງກັບຫົວຂໍ້ທີ່ຈະດຳເນີນການຄົ້ນຄວ້າ.
ປີທີ 1, ພາກຮຽນທີ 2
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208SN123 |
ສຳມະນາ 2 |
1(0-2-1) |
208XX13X |
ວິຊາເລືອກ 2 |
3(2-2-5) |
208TH121 |
ວິທະຍານິພົນ |
4(0-0-12) |
ລວມ |
8(2-4-18) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ ແລະ ທົບທວນເອກະສານທີ່ກ່ຽວຂ້ອງກັບຫົວຂໍ້ທີ່ຈະດຳເນີນການຄົ້ນຄວ້າ, ປ້ອງກັນບົດສະເໜີວິທະຍານິພົນ (proposal) ແລະ ດຳເນີນການທົດລອງ.
ປີທີ 2, ພາກຮຽນທີ 1
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208SN124 |
ສຳມະນາ 3 |
1(0-2-1) |
208XX13X |
ວິຊາເລືອກ 3 |
3(2-2-5) |
208TH121 |
ວິທະຍານິພົນ |
6(0-0-18) |
ລວມ |
10(2-4-24) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງ ທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງ ອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ, ດຳເນີນການທົດລອງ ແລະ ກະກຽມສົ່ງບົດຄວາມວິຊາການ ເພື່ອນຳສະເໜີໃນກອງປະຊຸມວິທະຍາສາດ ຫຼື ເຜີຍແຜ່ໃນວາລະສານພາຍໃນ ຫຼື ສາກົນ.
ປີທີ 2, ພາກຮຽນທີ 2
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208SN125 |
ສຳມະນາ 4 |
1(0-2-1) |
208TH121 |
ວິທະຍານິພົນ |
8(0-0-24) |
ລວມ |
9(0-2-25) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ຂຶ້ນຫ້ອງຮຽນ ແລະ ປະຕິບັດລະບຽບການຮຽນ-ການສອນທຸກຢ່າງ ທີ່ອາຈານສອນວິຊານັ້ນໆກຳນົດໄວ້ (ລວມທັງການເຮັດກິດຈະກຳໃນຫ້ອງຮຽນ, ການເຮັດວຽກບ້ານສົ່ງ ອາຈານສອນຕາມກຳນົດເວລາທີ່ອາຈານໃຫ້ມາ, ການສອບເສັງກາງພາກ ແລະ ເສັງທ້າຍພາກ). ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ, ດຳເນີນການທົດລອງ, ນຳສະເໜີບົດໃນກອງປະຊຸມວິທະຍາສາດ, ສົ່ງບົດຄວາມວິຊາການເພື່ອເຜີຍແຜ່ໃນວາລະສານພາຍໃນ ຫຼື ສາກົນ
ປີທີ 3, ພາກຮຽນທີ 1
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208TH121 |
ວິທະຍານິພົນ |
10(0-0-30) |
ລວມ |
10(0-0-30) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ, ດຳເນີນການທົດລອງ, ນຳສະເໜີບົດໃນກອງປະຊຸມວິທະຍາສາດ, ສົ່ງບົດຄວາມວິຊາການເພື່ອເຜີຍແຜ່ໃນວາລະສານພາຍໃນ ຫຼື ສາກົນ.
ປີທີ 3, ພາກຮຽນທີ 2
ລະຫັດວິຊາ |
ລາຍວິຊາ |
ໜ່ວຍກິດ |
208TH121 |
ວິທະຍານິພົນ |
10(0-0-30) |
ລວມ |
10(0-0-30) |
ຄຳອະທິບາຍເພີ່ມເຕີມ: ນັກສຶກສາຕ້ອງໄດ້ປຶກສາຫາລື ກັບອາຈານທີ່ປືກສາ, ດຳເນີນການທົດລອງ, ນຳສະເໜີບົດໃນກອງປະຊຸມວິທະຍາສາດ, ສົ່ງບົດຄວາມວິຊາການເພື່ອເຜີຍແຜ່ໃນວາລະສານພາຍໃນ ຫຼື ສາກົນ ແລະ ປ້ອງກັນບົດວິທະຍານິພົນ.