ປະຫວັດຄວາມເປັນມາ
ພາກວິຊາຄະນິດສາດ ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ໃນວັນທີ 5 ພຶດສະພາ ປີ 1996, ຊຶ່ງຂຶ້ນກັບຄະນະວິທະຍາສາດທໍາມະຊາດ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ອີງຕາມແຜນຍຸດທະສາດ ແລະ ແຜນພັດທະນາ ການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ເພື່ອຮັບໃຊ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ພາກວິຊາຄະນິດສາດກໍແມ່ນພາກວິຊາໜຶ່ງ ທີ່ໄດ້ພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ໂດຍສະເພາະແມ່ນນັກຄະນິດສາດ, ນັກເສດ ຖະສາດບໍລິຫານທຸລະກິດ ແລະ ນັກສະຖິຕິ. ເພື່ອໃຫ້ສອດຄ່ອງກັບຫຼັກສູດທີ່ມີ ແລະ ໃຫ້ສັງຄົມຮັບຮູ້, ມາຮອດວັນທີ 23 ມີນາ 2020 ພາກວິຊາຄະນິສາດ ໄດ້ປ່ຽນມາເປັນ ພາກວິຊາຄະນິດສາດ ແລະ ສະຖິຕິ ນັບແຕ່ນັ້ນເປັນຕົ້ນມາ.
ປະຈຸບັນນີ້ ພາກວິຊາຄະນິດສາດ ແລະ ສະຖິຕິ ປະກອບມີ 2 ຫຼັກສູດ ຄື ຫຼັກສູດປະລິນຍາໂທ ແລະ ຫຼັກສູດປະລິນຍາຕີ. ຫຼັກສູດປະລິນຍາໂທວິທະຍາສາດ ປະກອບມີ 1 ສາຂາ ຄື: ສາຂາ ຄະນິດສາດ. ຫຼັກສູດປະລິນຍາຕີ ປະກອບມີ 3 ສາຂາ ຄື: ສາຂາ ຄະນິດສາດ, ສາຂາຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ສາຂາ ສະຖິຕິ. ເພື່ອຕອບສະໜອງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທາງພາກວິຊາ ກໍໄດ້ສ້າງ ແລະ ພັດທະນານັກສຶກສາ ໃຫ້ກາຍເປັນນັກສຶກສາດ້ານວິທະຍາສາດ, ເປັນນັກວິຊາການທີ່ມີຄຸນນະພາບ, ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ, ມີຄວາມຊື່ສັດບໍລິສຸດ ມີແນວຄິດຮັກຊາດ ແລະ ອາຊີບ. ສາມາດເຮັດການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ສຶກສາຕໍ່ໃນລະດັບສູງໄດ້. ນັກສຶກສາທີ່ຮຽນຈົບຈາກພາກວິຊານີ້ ສາມາດປະກອບໄດ້ຫຼາກຫຼາຍອາຊີບ ເຊັ່ນ: ເປັນບຸກຄະລະກອນທາງດ້ານການສຶກສາຂອງສະຖາບັນ ແລະ ມະຫາວິທະຍາໄລ, ເປັນນັກວິທະຍາສາດປະຈຳສະຖາບັນ ແລະ ສູນຂອງຂະແໜງ ການວິທະຍາສາດ ແລະ ເຕັກໂນໂລຊີ, ເປັນນັກວິໄຈທາງດ້ານປະລິມານ ແລະ ຄຸນນະພາບ, ເປັນຜູ້ປະກອບການທຸລະກິດສ່ວນຕົວ ແລະ ອື່ນໆ.
ວິໄສທັດ
ເປັນເລີດທາງດ້ານຄະນິດສາດ, ສະຖິຕິ ແລະ ການຄົ້ນຄວ້າວິທະຍາສາດ.
ພາລະບົດບາດ
ພາກວິຊາຄະນິດສາດ ແລະ ສະຖິຕິ ມີພາລະບົດບາດໃນການ ຈັດຕັ້ງການຮຽນ-ການສອນ, ການວາງແຜນ ແລະ ກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາ ສາດທາງດ້ານ ຄະນິດສາດ ແລະ ສະຖິຕິ , ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານຄະນະບໍດີ ແລະ ອະທິການບໍດີມະຫາວິທະຍາ ໄລແຫ່ງຊາດ.
ໜ້າທີ່
- ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍ ໃຫ້ແກ່ ພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ພາຍໃນ ພາກວິຊາໃຫ້ເປັນພົນລະເມືອງດີຂອງຊາດ ແລະ ມີຈັນຍາບັນໃນວິຊາຊີບຂອງຕົນ.
- ຈັດຕັ້ງການຮຽນ-ການສອນວິຊາສະເພາະ ສາຂາຄະນິດສາດ ແລະ ສະຖິຕິ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ມີຄຸນນະພາບ.
- ຈັດຝຶກອົບຮົມ-ບໍາລຸງ ຍົກລະດັບວິຊາສະເພາະໄລຍະສັ້ນ ໃນສາຂາວິຊາທີ່ກ່ຽວຂ້ອງກັບພາກວິຊາ ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
- ຈັດຕັ້ງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຢີ ໃນຂະແໜງວິຊາການທີ່ກ່ຽວຂ້ອງ.
- ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດ ຂອງການຄົ້ນວ້າ-ວິໄຈ ທີ່ມີປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ.
- ພົວພັນຮ່ວມມືກັບໂຮງຈັກໂຮງງານ ແລະ ພື້ນຖານການຜະລິດຕ່າງໆ, ສູນ, ສະຖາບັນ,ກົມ, ກະຊວງ ແລະ ອື່ນໆ ເພື່ອການຝຶກງານ, ທົດລອງ ຂອງນັກສຶກສາ ແລະ ການປົກປັກຮັກສາສິ່ງແວດລ້ອມ.
- ໃຫ້ບໍລິການຊ່ຽວຊານ ເປັນທີ່ປຶກສາວິຊາການໃຫ້ແກ່ສັງຄົມ ໃນສາຂາຄະນິດສາດ ແລະ ສະຖິຕິ ບໍລິການວິຊາການອື່ນໆ ທີ່ກ່ຽວຂ້ອງ.
- ຈັດກິດຈະກໍາຕ່າງໆ ເພື່ອເຜີຍແຜ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
- ຊຸກຍູ້ສົ່ງເສີມໃຫ້ພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ຂອງພາກວິຊາຄະນິດສາດ ແລະ ສະຖິຕິ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸລັກ, ສົ່ງເສີມສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.
- ຮັບເອົາ ແລະ ສົ່ງເສີມສິລະປະອັນດີງາມ ແລະ ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.
- ຄຸ້ມຄອງພະນັກງານຕາມລະບຽບລັດຖະກອນ, ນະໂຍບາຍຂອງລັດຖະບານ, ຂໍ້ກໍານົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ຂໍ້ກໍານົດຕ່າງໆ ທີ່ຄະນະ ວິທະຍາສາດທໍາມະຊາດວາງອອກ.
- ຄຸ້ມຄອງດູແລ ແລະ ພັດທະນານັກສຶກສາ ທີ່ຢູ່ໃນຄວາມຮັບຜິດຊອບຂອງພາກວິຊາຕາມຂໍ້ກໍານົດກົດລະບຽບຂອງຄະນະວິທະຍາສາດທໍາມະຊາດ.
- ຄຸ້ມຄອງຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງພາກວິຊາ ຕາມຂໍ້ກໍານົດກົດລະບຽບຂອງມະຫາວິທະຍາໄລແຫ່ງຊາດ ແລະ ຕາມລະບຽບ ກົດໝາຍຂອງລັດຖະບານ.
- ຄຸ້ມຄອງດູແລຊາວຕ່າງປະເທດ ທີ່ມາປະຕິບັດໜ້າທີ່ ແລະ ສຶກສາຄົ້ນຄວ້າຢູ່ໃນພາກວິຊາຕາມພາລະບົດບາດ.
ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະບໍດີ.
ຂອບເຂດສິດ
- ສ້າງລາຍຮັບທາງດ້ານວິຊາການດ້ວຍຮູບແບບຕ່າງໆ ທີ່ຖືກຕ້ອງຕາມກົດລະບຽບຂອງຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ ລະບຽບກົດໝາຍ.
- ນໍາໃຊ້ງົບປະມານທີ່ລັດຖະບານສະໜອງໃຫ້ ແລະ ທຶນຮອນຈາກແຫຼ່ງລາຍຮັບຕ່າງໆ ຕາມລະບຽບກົດໝາຍຂອງລັດ, ຕາມການອະນຸມັດຂອງຄະນະບໍດີ ກໍຄືອະທິການບໍດີ ໂດຍສອດຄ່ອງກັບງົບປະມານ ແລະ ລະບຽບການເງິນ.
- ຄົ້ນຄວ້າ ແລະ ສະເໜີບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ປະຕິບັດນະໂຍບາຍ, ການຍ້ອງຍໍ, ປົດຕໍາແໜ່ງ, ປະຕິບັດວິໄນສໍາລັບພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ທີ່ຢູ່ໃນການຄຸ້ມຄອງຂອງພາກວິຊາກໍຄືຄະນະວິທະຍາສາດທໍາມະຊາດ.
- ປົກປ້ອງຄຸ້ມຄອງລິຂະສິດດ້ານວິຊາການ ຂອງພາກວິຊາກໍຄືຂອງຄະນະວິທະຍາສາດທໍາມະຊາດ ແລະ ມະຫາວິທະຍາ ໄລແຫ່ງຊາດ.
- ຄົ້ນຄວ້າ ແລະ ສະເໜີຂໍອະນຸມັດການຕິດຕໍ່ພົວພັນເປັນທາງການ, ຂໍອະນຸມັດເຊັນສັນຍາຮ່ວມມືທາງດ້ານວິຊາການກັບມະຫາວິທະຍາໄລ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບກົດໝາຍ.
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຄະນະບໍດີ.
ກົງຈັກ ແລະ ບຸກຄະລາກອນ
ຄະນະພາກວິຊາ ຄະນິດສາດ ແລະ ສະຖິຕິ
ປທ. ນ. ຄໍາຜຸ ອິນທະວອນ (Khamphou INTHAVONE, MSc)
ປະລິນຍາໂທ ສາຂາ ສະຖິຕິນໍາໃຊ້
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ອາຈານ
ປອ. ວິໄລສັກ ສີໂຄດວົງສາ ( Vilaysack Sykhotvongsa, Ph.D)
ປະລິນຍາເອກ ສາຂາ ຍຸດທະສາດ
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ
ປອ. ຜຸຍ ສຸກສົມຫວັງ (Phoui SOUKSOMVANG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ. ຄໍາຜຸ ອິນທະວອນ (Khamphou INTHAVONE, MSc)
ປະລິນຍາໂທ ສາຂາ ສະຖິຕິນໍາໃຊ້
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ອາຈານ
ປອ. ວິໄລສັກ ສີໂຄດວົງສາ ( Vilaysack Sykhotvongsa, Ph.D)
ປະລິນຍາເອກ ສາຂາ ຍຸດທະສາດ
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ
ປອ. ຜຸຍ ສຸກສົມຫວັງ (Phoui SOUKSOMVANG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
ໜ່ວຍວິຊາພາກວິຊາຄະນິດສາດ ແລະ ສະຖິຕິ ປະກອບດ້ວຍ 5 ໜ່ວຍວິຊາ ແລະ 1 ໜ່ວຍງານ ຄື:
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຫົວໜ້າໜ່ວຍວິຊາ
ປອ. ລີຊັດເຕີ ລີເລ່ຍນູ (Lisatteur Lilianou, Ph.D)
ປະລິນຍາເອກ ສາຂາ ສາຂາ ບໍລິຫານໂຄງການ ແລະ ນະວັດຕະກໍາການພັດທະນາແບບຍືນຍົງ
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ອາຈານ
ປອ. ລີຊັດເຕີ ລີເລ່ຍນູ (Lisatteur Lilianou, Ph.D)
ປະລິນຍາເອກ ສາຂາ ສາຂາ ບໍລິຫານໂຄງການ ແລະ ນະວັດຕະກໍາການພັດທະນາແບບຍືນຍົງ
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າໜ່ວຍວິຊາ
ທ່ານ ອຈ. ປອ. ຜຸຍ ສຸກສົມຫວັງ ຮອງຫົວໜ້າພາກວິຊາ
ທ່ານ ປອ. ນ. ບຸນສະໜອງ ສູນວໍລະວົງ ຫົວໜ້າໜ່ວຍວິຊາຄະນິດສາດພື້ນຖານ
ທ່ານ ຊອ. ປທ. ເພັດມະໂນ ມອັກຊົມ ຫົວໜ້າໜ່ວຍງານ
ທ່ານ ຊອ. ປທ. ຄໍາໄມ ບຸນພອນ ຮອງຫົວໜ້າໜ່ວຍວິຊາຄະນິດສາດພື້ນຖານ
ທ່ານ ຊອ. ປທ. ນ. ພິດສະໄໝ ມູນລະດົກ
ທ່ານ ປທ. ນ. ປິ່ນຄໍາ ທານະວັນ
ທ່ານ ອຈ. ປອ. ບຸນມີ ຄໍາອິນຊູ
ທ່ານ ຊອ. ປທ. ຂັນຄໍາ ວົງສະຫວ່າງ
ໜ່ວຍວິຊາ ພຶດຊະຄະນິດ ແລະ ຄອມບີນາຕໍຣິກ
ຫົວໜ້າໜ່ວຍວິຊາ
ປທ. ເກດຕິສັກ ໄຊຊະນະດາສີ (Kettisack SAYSANADASY)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ອາຈານ
ປທ. ເກດຕິສັກ ໄຊຊະນະດາສີ (Kettisack SAYSANADASY)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າໜ່ວຍວິຊາ
ປທ. ນ. ປານທອງ ວົງບຸນສີ (Parnthong Vongbousy MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ພຶດຊະຄະນິດ ແລະ ຄອມບີນາຕໍຣິກ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ປານທອງ ວົງບຸນສີ (Parnthong Vongbousy MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ພຶດຊະຄະນິດ ແລະ ຄອມບີນາຕໍຣິກ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ທ່ານ ຮສ. ປອ. ອຸດອນ ພະນະລາສີ
ທ່ານ ປອ. ສອນໄຊ ຊົງວິໄລ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
ທ່ານ ຊອ. ປທ. ນ. ບົວສີ ດວງສະຫັວນ
ທ່ານ ປຕ. ນ. ບົວເກດ ວັນນະຈິດ
ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຫົວໜ້າໜ່ວຍວິຊາ
ປທ. ຄໍາສະຫຍຸຍ ໄຊຍາລາດ (Khamsagnouy Xaynalath, MSc)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ຫົວໜ້າໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ອາຈານ
ປທ. ຄໍາສະຫຍຸຍ ໄຊຍາລາດ (Khamsagnouy Xaynalath, MSc)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ຫົວໜ້າໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າໜ່ວຍວິຊາ
ປທ. ນ. ສາຍລົມເຢັນ ບຸດຕະ (Sailomyen Bouttah, MSc)
ປະລິນຍາໂທ ສາຂາ ການບັນຊີ
ຮອງໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ສາຍລົມເຢັນ ບຸດຕະ (Sailomyen Bouttah, MSc)
ປະລິນຍາໂທ ສາຂາ ການບັນຊີ
ຮອງໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ທ່ານ ຊອ. ປທ. ນ. ອໍາພອນ ແສງສະຫວ່າງ
ທ່ານ ຮສ. ປທ. ສັກມອນ ສີຣິສັກ ຮອງຄະນະບໍດີ
ທ່ານ ປທ. ນ. ໄກສອນ ວຽງທານີ
ທ່ານ ປຕ. ສຸທິຍາ ແກ້ວວິຈິດ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຫົວໜ້າໜ່ວຍວິຊາ
ປທ. ນ. ບຸນທັນ ຄໍາພາໃສ (Bounthan Khamphasay, MSc)
ປະລິນຍາໂທ ສາຂາ ສະຖິຕິນໍາໃຊ້
ຫົວໜ້າໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ. ບຸນທັນ ຄໍາພາໃສ (Bounthan Khamphasay, MSc)
ປະລິນຍາໂທ ສາຂາ ສະຖິຕິນໍາໃຊ້
ຫົວໜ້າໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າໜ່ວຍວິຊາ
ປທ. ນ. ພຸດທະໄຊ ສີບຸນເຮືອງ (Phouthaxay Sibounheuang, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ພຸດທະໄຊ ສີບຸນເຮືອງ (Phouthaxay Sibounheuang, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ທ່ານ ອຈ. ປທ. ນ. ຄໍາຜຸ ອິນທະວອນ ຫົວໜ້າພາກວິຊາ
ທ່ານ ອຈ. ປອ. ວິໄລສັກ ສີໂຄດວົງສາ ຮອງຫົວໜ້າພາກວິຊາ
ທ່ານ ຊອ. ປທ. ນ. ຍອດ ໄມປາວຄ່າ
ທ່ານ ປທ. ນ. ອິນນາວັນ ນາມຄາລັກ
ໜ່ວຍວິຊາ ຄະນິດສາດພື້ນຖານ
ຫົວໜ້າໜ່ວຍວິຊາ
ປອ. ນ. ບຸນສະໜອງ ສູນວໍລະວົງ (Bounsanong SOUNVORAVONG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ:
ປອ. ນ. ບຸນສະໜອງ ສູນວໍລະວົງ (Bounsanong SOUNVORAVONG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ:
ຮອງຫົວໜ້າໜ່ວຍວິຊາ
ປທ. ຄໍາໄມ ບຸນພອນ (Khammai BOUNPHONE, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ຄໍາໄມ ບຸນພອນ (Khammai BOUNPHONE, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ອາຈານທັງໝົດໃນພາກວິຊາເປັນສະມາຊິກ
ໜ່ວຍງານບໍລິຫານ
ຫົວໜ້າໜ່ວຍງານ
ປທ. ເພັດມະໂນ ມັອກຊົມ (Phetmano MOCKXOM)
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
ປທ. ເພັດມະໂນ ມັອກຊົມ (Phetmano MOCKXOM)
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
ອົງການຈັດຕັ້ງມະຫາຊົນ
ອົງການຈັດຕັ້ງຊາວໜຸ່ມ
ຫົວໜ້າ
ປທ. ຄໍາໄມ ບຸນພອນ (Khammai BOUNPHONE, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ຄໍາໄມ ບຸນພອນ (Khammai BOUNPHONE, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ຮອງຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າ
ປທ. ນ. ອໍາພອນ ແສງສະຫວ່າງ (Amphone SENGSAVANG. MSc)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ອໍາພອນ ແສງສະຫວ່າງ (Amphone SENGSAVANG. MSc)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ອົງການຈັດຕັ້ງສະຫະພັນແມ່ຍິງ
ຫົວໜ້າ
ປທ. ນ. ພຸດທະໄຊ ສີບຸນເຮືອງ (Phouthaxay Sibounheuang, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ພຸດທະໄຊ ສີບຸນເຮືອງ (Phouthaxay Sibounheuang, MSc)
ປະລິນຍາໂທ ສາຂາ ຄະນິດສາດ
ໜ່ວຍວິຊາ ສະຖິຕິ ແລະ ການວິໄຈ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າ
ທ່ານ ນ. ອາປິ່ງ ແກ້ວສຸພັນ (ນັກສຶກສາ)
ອົງການຈັດຕັ້ງກຳມະບານ
ຫົວໜ້າ
ປທ. ນ. ສາຍລົມເຢັນ ບຸດຕະ (Sailomyen Bouttah, MSc)
ປະລິນຍາໂທ ສາຂາ ການບັນຊີ
ຮອງໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ປທ. ນ. ສາຍລົມເຢັນ ບຸດຕະ (Sailomyen Bouttah, MSc)
ປະລິນຍາໂທ ສາຂາ ການບັນຊີ
ຮອງໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າ
ປອ. ນ. ບຸນສະໜອງ ສູນວໍລະວົງ (Bounsanong SOUNVORAVONG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ:
ປອ. ນ. ບຸນສະໜອງ ສູນວໍລະວົງ (Bounsanong SOUNVORAVONG, Ph.D)
ປະລິນຍາເອກ ສາຂາ ຄະນິດສາດ
ຫົວໜ້າໜ່ວຍວິຊາ ຄະນິດສາດພື້ນຖານ
ຕໍາແໜ່ງວິຊາການ:
ຄະນະໜ່ວຍ
ທ່ານ ທິບພະກອນ ສີສຸພັນ (ນັກສຶກສາ)