1. ຊື່ຫຼັກສູດ

    • ຫຼັກສູດປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ
    • Master of Science Program in Mathematics.

2. ປະກາສະນີຍາບັດ

    • ປະລິນຍາໂທ ວິທະຍາສາດ ສາຂາ ຄະນິດສາດ
    • ປທວ. ຄນ.
    • Master of Science in Mathematics.
    • M.Sc. AM. 

3. ໜ່ວຍງານຮັບຜິດຊອບ

ພາກວິຊາຄະນິດສາດ ແລະ ສະຖິຕິ, ພະແນກການສຶກສາຫຼັງປະລິນຍາຕີ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ
ໂທ:   02052994619; 02056025904; 02056430439; 02059668754 02059560639
ໂທລະສານ:   021770173
Email: phoui20@gmail.com, fwjlis@yahoo.com, ssirisack2000@yahoo.com,  khamphasay@yahoo.com, phanalasy@gmail.com,

4. ຄວາມເປັນມາ ແລະ ປັດຊະຍາ ຂອງຫຼັກສູດ:

  • ຄວາມເປັນມາ

ຄະນະວິທະຍາສາດທຳມະຊາດ ຂຽນຫຍໍ້ວ່າ ຄວທ ສ້າງຕັ້ງຂຶ້ນພ້ອມມະຫາວິທະຍາໄລແຫ່ງຊາດ ໃນວັນທີ 5 ພະຈິກ 1996 ໂດຍເປັນການເຕົ້າໂຮມເອົາ 2 ພະແນກເຂົ້າກັນຄື: ພະແນກເລກ-ວັດຖຸ ແລະ ພະແນກເຄມີ-ຊີວະ; ຊຶ່ງໃນເມື່ອກ່ອນຂຶ້ນກັບມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ) ຄະນະວິທະຍາສາດທຳມະຊາດ ເປັນຄະ ນະໜຶ່ງທີ່ສັງກັດໃນອົງປະກອບການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ໃນການຈັດຕັ້ງການຮຽນ-ການສອນສາຂາວິຊາວິທະຍາສາດທຳມະຊາດ ເພື່ອສ້າງນັກວິຊາ ການ, ນັກຄົ້ນຄວ້າວິທະຍາສາດ, ເຮັດໃຫ້ພາລະບົດບາດໃນການອະນຸລັກ, ຮັກສາ ແລະ ສົ່ງເສີມສິນລະປະວັດ ທະນາທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າໃນລາວ ແລະໃຫ້ການບໍລິການວິຊາການແກ່ສັງຄົມ

ຄະນະວິທະຍາສາດທຳມະຊາດ ເປັນຄະນະໜຶ່ງທີ່ມີບົດບາດສຳຄັນ ໃນການຜັນຂະຫຍາຍທິດທາງ, ແນວທາງນະໂຍບາຍການເມືອງຂອງພັກ ແລະ ຖະບານ ວ່າດ້ວຍການກໍ່ສ້າງ ແລະ ພັດທະນາຊັບພະຍາ ກອນມະນຸດກ່ຽວກັບການຮຽນຮູ້ໃຫ້ມີຄວາມສາດໃນການນຳໃຊ້ວິທະຍາສາດ(ຄວາມຮູ້ທາງຄະນິດສາດ) ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະສາມາດນຳໃຊ້ເຕັກໂນໂລຊີເຂົ້າໃນການຄົ້ນຄວ້າວິທະຍາສາດ ແລະ ສາ ມາດນຳໃຊ້ເຂົ້າການແກ້ໄຂບັນຫາປະກົດການທາງມະຊາດ ແລະ ສັງຄົມ

ໃນຄະນະວິທະຍາສາດທຳມະຊາດ ມີທັງໝົດ 5 ພາກວິຊາຄືື: ພາກວິຊາຄະນິດສາດ, ພາກວິຊາເຄມີສາດ, ພາກວິຊາຊີວະວິທະຍາ, ພາກວິຊາຟີຊິກສາດ ແລະ ພາກວິຊາວິທະຍາສາດຄອມພີວເຕີ ຊຶ່ງມີຫຼັກສູດລະດັບປະລິນຍາໂທໃນ 6 ຫຼັກສູດຄື: ພາກວິຊາຄະນິດສາດມີ 1 ຫຼັກສູດ, ພາກວິຊາເຄມີສາດມີ 1 ຫຼັກສູດ, ພາກວິຊາຊີວະວິທະຍາມີ 1 ຫຼັກສູດ, ພາກວິຊາຟີຊິກສາດມີ 2 ຫຼັກສູດ ແລະ ພາກວິຊາວິທະຍາສາດຄອມພີວເຕີມີ 1 ຫຼັກສູດ ໃນນັ້ນ ຫຼັກສູດ ສາຂາຄະນິດສາດ ຂອງພາກວິຊາຄະນິດສາດ ໄດ້ເລີ່ມເປີດແຕ່ສົກຮຽນ 2005-2006 ແລະ ໄດ້ດຳເນີນການຮຽນ-ການສອນມາເປັນຮຸ້ນທີ 10 ແລ້ວ ແລະມີນັກສຶກສາທີ່ຮຽນຈົບໄປແລ້ວ ຈຳນວນ 53 ທ່ານ ແລະ ມີນັກສຶກສາຈຳນວນ 19 ທ່ານ ກຳລັງສຶກສາ ແລະ ຂຽນບົດວິທະຍານິພົນ ແຕ່ວ່ານັບແຕ່ເປີດຫຼັກສູດສາຂານີ້ມາ ພວກເຮົາຍັງບໍ່ທັນໄດ້ມີການປະເມິນຫຼັກສູດຈັກເທື່ອ. ສະນັ້ນ, ດຽວນີ້ພວກຂ້າພະເຈົ້າຈິ່ງມີຈຸດປະສົງຢາກປັບປຸງຫຼັກສູດໃຫ້ດີຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ

  • ປັດຊະຍາ

ໂດຍອີງຕາມແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແຕ່ນີ້ເຖິງ 2025, ໜຶ່ງໃນບັນດາປັດໄຈເພື່ອໃຫ້ການພັດທະນາ ເສດຖະກິດ-ສັງຄົມ ມີຄວາມເຂັ້ມແຂງ ລັດຖະບານຕ້ອງໄດ້ສ້າງນັກຄົ້ນຄວ້າວິທະຍາສາດ ທີ່ມີຄວາມຮູ້ ຄວາມສາມາດ ທາງດ້ານຄະນິດສາດ ໃນລະດັບສູງ ເພື່ອນຳໃຊ້ເຂົ້າໃນການຄົ້ນຄວ້າ ວິໄຈ ທາງດ້ານວິທະຍາສາດ

ຫຼັກສູດປະລິນຍາໂທ ສາຂາຄະນິດ ສາດນໍາໃຊ້ ເປັນຫຼັກສູດທີ່ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາ ການລະດັບປະລິນຍາໂທ ໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານທາງດ້ານຄະນິດສາດ, ຄະນິດສາດ ແລະ ສະຖິຕິ ທີ່ສາມາດນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າວິໄຈ ແລະ ຜູ້ທີ່ຮຽນຈົບຫຼັກສູດນີ້ ຍັງສາມາດ ສິດສອນດ້ານຄະນິດສາດ ຫຼື ສະຖິຕິ ຢູ່ຕາມສະຖາບັນ ການສຶກສາຊັ້ນສູງຕ່າງໆພາຍໃນປະເທດ ແລະ ໄປສຶກສາຕໍ່ ລະດັບປະລິນຍາເອກຢູ່ຕ່າງປະເທດ

5. ຈຸດປະສົງຂອງຫຼັກສູດ

  • ເພື່ອສ້າງໃຫ້ນັກສຶກສາເປັນພົນລະເມຶອງທີ່ດີ, ມີຄຸນສົມບັດດີ, ມີສິນທຳປະຕິບັດ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮູ້ຮັກ ແລະ ອານຸລັກຮິດຄອງປະເພນີອັນດີງາມ ຂອງຊາດ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ(ຕາມ 03 ລັກສະນະ ແລະ 05 ຫຼັກມູນຂອງການສຶກສາແຫ່ງຊາດ)
  • ເພື່ອສ້າງໃຫ້ນັກສຶກສາມີຄວາມຮູ້ທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບ ຂອງຕົນເອງກ່ຽວກັບຄະນິດສາດ ແລະ ສະຖິຕິ ເພື່ອເປົ້າໝາຍດັ່ງນີ້:
  • ໃຫ້ເຂົ້າໃຈ ແລະ ສາມາດດຳເນີນການຄົ້ນຄວ້າໃນຂົງເຂດຄະນິດສາດ ແລະ ສະຖິຕິ
  • ໃຫ້ເຂົ້າໃຈ ແລະ ສາມາດສຶກສາຕໍ່ລະດັບປະລິນຍາເອກ ໃນສາຂາວິຊາທີ່ກ່ຽວຂ້ອງ

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

6.1 ຜົນການຮຽນຮູ້
           ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊາ ຄະນິດສາດນໍາໃຊ້ ນີ້ແລ້ວນັກສຶກສາຈະສາມາດ:
  • ດ້ານຄວາມຮູ້:
  • ມີຄວາມຮູ້ແລະຄວາມເຂົ້າໃຈແນວຄິດ, ທິດສະດີ ແລະ ຫຼັກການໃນສາຂາຄະນິດສາດ;
  • ມີຄວາມຮູ້ແລະຄວາມເຂົ້າໃຈເຄື່ອງມືພື້ນຖານທາງຄະນິດສາດ;
  • ມີຄວາມຮູ້ແລະຄວາມເຂົ້າໃຈທາງຄະນິດສາດນໍາໃຊ້ ເຊັ່ນ: ການນໍາໃຊ້ແບບຈໍາລອງທາງຄະນິດສາດ, ນໍາໃຊ້ຄະນິດສາດໃນທາງເສດຖະສາດແລະບໍລິຫານທຸລະກິດ, ຄະນິດສາດທາງດ້ານການເງິນ, ສະຖິຕິຄະນິດສາດ ແລະ ອື່ນໆ ;
  • ຮູ້ວິທີການຄົ້ນຄວ້າ, ຮູ້ນໍາໃຊ້ຜົນການຄົ້ນຄວ້າ ແລະ ຮູ້ປະເມີນຜົນ
  • ດ້ານທັກສະ:
  • ສາມາດຈໍາແນກບັນຫາ, ວິເຄາະບັນຫາຢ່າງເປັນລະບົບ ແລະ ແກ້ບັນຫາຢ່າງໄດ້ຖືກຕ້ອງ ແລະ ມີເຫດມີຜົນ;
  • ສາມາດກໍານົດປະເດັນການສຶກສາ,ຄົ້ນຫາ,ຮວບຮວມຂໍ້ມູນ,ແປຄວາມໝາຍ ແລະສະຫຼຸບປະເດັນຈາກແຫຼ່ງຂໍ້ມູນທີ່ຫຼາກຫຼາຍ
  • ສາມາດນໍາຂໍ້ມູນ ແລະ ຫຼັກຖານຕ່າງໆມາວິເຄາະ ແລະ ສະເໜີແນະວິທີທາງແກ້ໄຂບັນຫາຕ່າງໆ
  • ດ້ານການນໍາໃຊ້:

ສາມານຳໃຊ້ຄວາມຮູ້ທີ່ໄດ້ສຶກສາມາຂຽນໂປຣແກຣມຄອມພີວເຕີ ເພື່ອແກ້ໄຂບັນຫາທາງຄະນິດສາດ, ຄິດໄລ່ບັນຊີການເງິນຕ່າງໆ, ສ້າງແບບຈຳລອງທາງຄະນິດສາດເພື່ອປະເມີນການເຕີບໂຕພົນລະເມືອງ, ເສດ ຖະກິດ, ຄວາມເພີ່ງພໍໃຈຂອງລູກຄ້າ, ຈັດລຳດັບຄວາມສຳຄັນຂອງປັດໄຈຕໍ່ຄວາມເພີ່ງພໍໃຈຕ່າງໆ ແລະ ແກ້ໄຂບາງບັນຫາສັງຄົມ, ສອນຄະນິດສາດຢູ່ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງຕ່າງໆ ໃນ ສປປ ລາວ. ນອກນັ້ນ, ຍັງສາມາດປະກອບທຸລະກິດສ່ວນຕົວ.

  • ດ້ານທັກສະທາງສັງຄົມ:
  • ມີຄວາມສາມາດເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດຕິພາບ.
  • ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ແລະ ຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີປະສິດທີພາບ.
  • ມີການພັດທະນາຕົນເອງທາງດ້ານຄວາມຮູ້ແລະ ທັກສະທາງວິຊາການຢ່າງຕໍ່ເນື່ອງ.
  • ມີຄວາມສາມາດໃນການຄິດລິເລີ່ມສ້າງສັນໃນການວິເຄາະບັນຫາດ້ວນຕົນເອງ ແລະ ຮ່ວມກັບບຸກຄົນອື່ນ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ນັກສຶກສາທີ່ສຳເລັດການສຶກສາຈາກຫລັກສູດຄະນິດສານຳໃຊ້ສາມາດປະກອບອາຊີບເປັນ:

ນັກວິໄຈທາງດ້ານຄະນິດສາດ, ນັກວິເຄາະຂໍ້ມູນ, ເປັນອາຈານສອນຄະນິດສາດຢູ່ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງຕ່າງໆ ໃນ ສປປ ລາວ, ສາມາດປະກອບອາຊີບໃນຂະແໜງການທະນາຄານ, ໂທລະຄົມມະນາຄົມ, ສູນສະຖິຕິແຫ່ງຊາດ ແລະ ບັນດາກະຊວງຕ່າງໆ, ນອກນັ້ນ, ຍັງສາມາດປະກອບທຸລະກິດສ່ວນຕົວ

7. ກໍານົດເວລາການເປີດສອນ

ການເປີດສອນຈະເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນສົກສຶກສາ 2021-2022 ເປັນຕົ້ນໄປ ແລະ ຈະມີການປະເມີນຜົນຫຼັງຈາກນັກສຶກສາທີ່ຮຽນຈົບ 2 ຫາ 3 ຮຸ່ນ.

8. ຄາດຄະເນແຜນຮັບນັກສຶກສາ

ໃນແຕ່ລະສົກສຶກສາຄາດວ່າຈະຮັບນັກສຶກສາໄດ້ຈໍານວນ 20 ຄົນ, ດັ່ງລຸ່ມນີ້:

ສົກສຶກສາ ປີ 1 ປີ 2 ລວມ ຄາດຄະເນນັກສຶກສາຈະຈົບ
2021 20 20
2022 20 20 40 20
2023 20 20 40 20
2024 20 20 40 20
2025 20 20 40 20

9. ເງື່ອນໄຂຂອງຜູ້ເຂົ້າສຶກສາ

  • ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດນີ້, ຕ້ອງແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາທີ່ກ່ຽວຂ້ອງ ເຊັ່ນ: ສາຂາຄະນິດສາດ, ສາຂາຄະນິດສາດ-ຄອມພີວເຕີ, ສາຂາວິທະຍາສາດຄອມພີວເຕີ, ສາຂາຄູສາຍທຳມະຊາດ, ສາຂາສະຖິຕິ, ສາຂາຄະນິດສາດສຳລັບເສດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດ ຫຼື ສະຖາບັນອື່ນໆ ທີ່ມີຜົນການຮຽນດີ ແລະ ມີພື້ນຖານຄວາມຮູ້ຄວາມ
  • ມີຄະແນນສະສົມສະເລ່ຍ 00 ຂຶ້ນໄປ, ຖ້ານັກສຶກສາຜູ້ທີ່ມີຄະແນນສະສົມສະເລ່ຍບໍ່ເຖິງ 3.00 ແຕ່ບໍ່ຕໍ່າກວ່າ 2.5 ຕ້ອງມີໃບຜ່ານງານຈາກອົງກອນທີ່ຕົນເອງສັງກັດບໍ່ຕໍ່າກວ່າ 2 ປີ
  • ຕ້ອງໄດ້ເສັງເຂົ້າຕາມມາດຕະຖານຂອງຄະນະວິທະ ຍາສາດທຳມະຊາດ
  • ຕ້ອງມີຄວາມຮູ້ທາງດ້ານພາສາອັງກິດ ລະດັບກາງຂຶ້ນໄປ ດ້ວຍການທົດສອບຂອງມະຫາວິທະຍາໄລແຫ່ງຊາດ ຫຼື ຄະນະວິທະຍາສາດ ທຳມະຊາດ
  • ຖ້າເປັນພະນັກງານຕ້ອງມີໃບອະນຸຍາດລາພັກ ມາຮຽນຈາກກົມກອງທີ່ຕົນເອງສັງກັດ.
  • ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ
  • ມີສຸຂະພາບແຂງແຮງດີ

10. ວິທີການຄັດເລືອກຜູ້ເຂົ້າສຶກສາ

ຕາມຂໍ້ກຳນົດວ່າດ້ວຍການຮັບນັກສຶກສາ ເຂົ້າສຶກສາ ໃນລະດັບປະລິນຍາໂທ ຂອງມະຫາວິທະຍາ ໄລແຫ່ງຊາດ ຫຼື ຂອງຄະນະວິທະຍາສາດທຳມະຊາດດັ່ງນີ້:
ຜູ້ທີ່ຈະເຂົ້າຮຽນໃນຫຼັກສູດນີ້ ຕ້ອງຕອບສະໜອງຕາມເງື່ອນໄຂລຸ່ມນີ້:

  1. ນັກສຶກສາຕ້ອງປະກອບເອກະສານຄົບຖ້ວນ ຕາມຄະນະວິທະຍາສາດ ທຳມະຊາດກຳນົດໄວ້
  2. ຈັດຕັ້ງການສອບເສັງ ແລະ ສຳພາດ
  3. ລາຍງານຜົນການສອບເສັງໃຫ້ພະແນກຫຼັງປະລິນຍາຕີ ຂອງຄະນະວິທະຍາສາດທຳມະຊາດ ເພື່ອສະເໜີຕໍ່ຂັ້ນເທີງ ເພື່ອຂໍອະນຸມັດ ຮັບເອົາເປັນນັກສຶກສາຢ່າງເປັນທາງການ

11. ການຈັດຕັ້ງການຮຽນ-ການສອນ

  • ການຈັດຕັ້ງການຮຽນ-ການສອນແບບຄົ້ນຄວ້າໃນໄລຍະເວລາ 2 ປີ (4 ພາກຮຽນ) ແຕ່ບໍ່ເກິນ 3 ປີ (6 ພາກຮຽນ) ໃນນັ້ນ 1 ປີ ແບ່ງອອກເປັນ 2 ພາກຮຽນ, 1 ພາກຮຽນມີ 5 ເດືອນ (20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກແລ້ງ).
  • ສອນເປັນລະບົບໜ່ວຍກິດ ໃນແຜນການຮຽນ ຊຶ່ງ ລວມທັງໝົດມີ 46 ໜ່ວຍກິດ, ໃນນັ້ນພາກຮຽນໜຶ່ງ ມີໄລຍະຮຽນທັງໝົດ 20 ອາທິດ ແລະ ຮຽນໃນຊ່ວງວັນເສົາ-ອາທິດ.
  • ໃຊ້ເວລາ 2 ປີ ລາຍລະອຽດຄິດໄລ່ຕາມໜ່ວຍກິດ ຂອງແຕ່ລະພາກຮຽນ ທີ່ໄດ້ສະເໜີຢູ່ໃນແຜນການຮຽນ-ການສອນ, ການກໍານົດການຈັດຕັ້ງການຮຽນການສອນແມ່ນປະຕິບັດດັ່ງນີ້:
  • ໜຶ່ງປີຮຽນແບ່ງເປັນ 2 ພາກຮຽນ ແລະ 1 ພາກຮຽນມີ 5 ເດືອນ ຫຼື 20 ອາທິດ
  • ຮຽນຕົວຈິງ                   16 ອາທິດ (ຮຽນແຕ່ 1 ພາກຮຽນ)
  • ແຮວັນພັກ 1    ອາທິດ
  • ແຮສອບເສັງ 1    ອາທິດ
  • ສອບເສັງ 2    ອາທິດ
  • ໜຶ່ງອາທິດຮຽນ                   2  ວັນ (ວັນເສົາ ແລະ ວັນອາທິດ)
  • ໜຶ່ງວັນຮຽນ 8 ຊົ່ວໂມງ
  • ໜຶ່ງຊົ່ວໂມງຮຽນ                   50 ນາທີ, ພັກຜ່ອນ 10 ນາທີ
  • ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:30 ໂມງ

12. ໄລຍະເວລາການສຶກສາ

ໄລຍະເວລາໃນການສຶກສາຈົນຈົບແມ່ນ 2 ປີ ແຕ່ບໍ່ເກີນ 3 ປີ (4 ພາກຮຽນ ແຕ່ບໍ່ເກີນ 6 ພາກຮຽນ)

13. ເນື້ອໃນໂຄງສ້າງຂອງຫຼັກສູດ

13.1 ການກໍານົດໜ່ວຍກິດ
ໂຄງສ້າງຂອງຫຼັກສູດ ລະດັບປະລິນຍາໂທນີ້ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ການຄົ້ນຄວ້າວິໄຈ ໂດຍມີການຂຽນບົດວິທະຍານິພົນ ແລະ ມີຈໍານວນໜ່ວຍກິດລວມ ທີ່ສິດສອນໃນ ຫຼັກສູດ ມີທັງໝົດ 46 ໜ່ວຍກິດ, ດັ່ງມີລາຍລະອຽດລຸ່ມນີ້:

  1. ໝວດວິຊາສະເພາະທັງໝົດ                                  30    ໜ່ວຍກິດ
  2. ໝວດວິຊາເລຶອກມີທັງໝົດ                                      4    ໜ່ວຍກິດ
  3. ວິທະຍານິພົນ(ບັງຄັບ) 12   ໜ່ວຍກິດ

ລວມ                                            46   ໜ່ວຍກິດ

13.2 ແຜນ​ການ​ຮຽນ-​ການ​ສອນ

ປີທີ 1, ພາກຮຽນທີ 1

ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
207RA121 ຫຼັກການວິເຄາະຈຳນວນຈິງ 3(2-2-5) ວິຊາສະເພາະ
207LA121 ພຶດຊະ​ຄະນິດ​ລີ​ແນ​ແອ 3(2-2-5) ວິຊາສະເພາະ
207AP121 ສົມຜົນຈຸນລະຄະນິດພາກສ່ວນຂັ້ນສູງ 3(2-2-5) ວິຊາສະເພາະ
207ST121 ທິດສະດີສະຖິຕິ 3(2-2-5) ວິຊາສະເພາະ
ລວມ: 12

ປີທີ 1, ພາກຮຽນທີ 2

ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
207AA121 ພຶດຊະຄະນິດນາມມະທຳ 3(2-2-5) ວິຊາສະເພາະ
207CT121 ທິດສະດີການຄວບຄຸມທີ່ດີ 3(2-2-5) ວິຊາສະເພາະ
207AN121 ວິທີການທາງດ້ານຈຳນວນຂັ້ນສູງ 3(2-2-5) ວິຊາສະເພາະ
207SM131 ສຳມະນາ 1(1-0-2) ວິຊາເລືອກ
ລວມ: 10

ປີທີ 2, ພາກຮຽນທີ 1

ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
207MM221 ວິທີການທາງດ້ານຄະນິດສາດ 3(2-2-5) ວິຊາສະເພາະ
207OR221 ວິໄຈດຳເນີນງານ 3(2-2-5) ວິຊາສະເພາະ
207AO221 ສົມຜົນຈຸນລະຄະນິດສາມັນຂັ້ນສູງ 3(2-2-5) ວິຊາສະເພາະ
ລວມ: 9

ປີທີ 2, ພາກຮຽນທີ 2

ລະຫັດວິຊາ ຊື່ວິຊາ ໜ່ວຍກິດ ໝວດວິຊາ
207AE231 ແບບຈຳລອງທາງດ້ານເອໂກໂນເມຕຣິກ ຂັ້ນສູງ 3(2-2-5) ວິຊາເລືອກ
207TH221 ວິທະຍານິພົນ 12(0-0-60) ວິຊາສະເພາະ
ລວມ: 15