1. ຊື່ຫຼັກສູດ
ຊື່ພາສາລາວ: ຫຼັກສູດວິທະຍາສາດປະລິນຍາໂທ ສາຂາ ເຄມີສາດ
ຊື່ພາສາອັງກິດ: Master of Science Program in Chemistry
2. ຊື່ປະກາສະນີຍະບັດ
ພາສາລາວ: ປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ
ຊື່ພາສາອັງກິດ: Master of Science Program in Chemistry
3. ໜ່ວຍງານຮັບຜິດຊອບ
ປທ. ສີສະຫວາດ ຫຼວງສີສຸພັນ ເປັນປະທານປອ. ເກຊິນີ ພົມແກ້ວນາ ເປັນຮອງປະທານ
ເບີໂທຕິດຕໍ່: 20 5699 5449ປທ. ຄຳພອນ ຈັນດາວົງ ເປັນຄະນະຮສ.ປອ. ພູສີ ອິນທະປັນຍາ ເປັນຄະນະປອ. ວັນແສງ ຈຸນລະມະນີ ເປັນຄະນະ
ເບີໂທຕິດຕໍ່: 20 5505 0288ປອ. ເພັງໄຊ ດີວັນໄຊ ເປັນຄະນະປອ. ສັນຕິ ກົງມະນີ ເປັນເລຂາ
ພາກວິຊາເຄມີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ
ໂທລະສັບ ແລະແຟັກ: 021-770-173: ອີເມລ: kesinyp@gmail.com; vnchounlamany@gmail.com
4. ປັດຊະຍາ ແລະ ຈຸດປະສົງ
ປັດຊະຍາ:
ຫຼັກສູດປະລິນຍາໂທວິທະຍາສາດ ສາຂາເຄມີສາດນີ້ ສ້າງຂຶ້ນເພຶ່ອສ້າງນັກວິຊາການລະດັບສູງ ແລະ ນັກຄົ້ນຄວ້າ ໃນຂະແໜງເຄມີສາດ ເພື່ອສະໜອງບຸກຄະລາກອນທີ່ມີ
ຄຸນສົມບັດສິນທຳປະຕິວັດ ມີຄວາມຮູ້ ແລະ ຄວາມສາມາດ ທີ່ເລິກເຊິ່ງທາງດ້ານວິທະຍາສາດ ແລະ ມີຫົວຄິດປະດິດສ້າງ ທີ່ສາມາດນຳໃຊ້ ວິທະຍາສາດເທັກໂນໂລຢີ ແລະ ນະວັດ
ຕະກຳ ເຂົ້າໃນການພັດທະນາໃນຂະແໜງການຕ່າງໆເຊັ່ນ: ກະສິກຳ, ອຸດສະຫະກຳການຜະລິດ, ພະລັງງານ-ບໍ່ແຮ່, ອາຫານ, ການຢາ, ຜະລິດຕະພັນທຳມະຊາດ, ສິ່ງແວດລ້ອມ
ແລະ ອື່ນໆ ເພື່ອກໍ່ໃຫ້ເກີດ ປະໂຫຍດສູງສຸດແກ່ສັງຄົມ ແລະ ປະເທດຊາດ.
ຈຸດປະສົງ:
- ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາການຢ່າງເລິກເຊິ່ງໃນສາຂາເຄມີສາດ ແລະ ສາມາດນຳໃຊ້ວິທະຍາສາດທີ່ທັນສະໄໝເຂົ້າໃນການພັດທະນາວຽກງານຕ່າງໆຢ່າງມີປະສິດທິພາບ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງພາກລັດ ແລະ ເອກະຊົນໃນການພັດທະນາປະເທດຊາດ.
- ເພື່ອຍົກລະດັບນັັກວິຊາການທາງດ້ານເຄມີ/ສິ່ງແວດລ້ອມ, ນັກວາງແຜນ ແລະ ນັກບໍລິຫານຄຸ້ມຄອງໃຫ້ສາມາດສະໜອງຂໍ້ມູນທາງດ້ານເຄມີໃຫ້ແກ່ຂະແໜງກະສິກຳ, ອຸດສາຫະກຳ, ພະລັງງານ -ບໍ່ແຮ່, ການຈັດການ-ຄຸ້ມຄອງສະພາບແວດລ້ອມ ແລະ ອື່ນໆ.
- ເພື່ອໃຫ້ນັກສຶກສາມີທັກສະໃນດ້ານການຄົ້ນຄວ້າວິໄຈໃນສາຂາວິຊາ ເຄມີສາດ ທີ່ສາມາດຮ່ວມມືກັບນັກຄົ້ນຄວ້າວິທະຍາສາດໃນລະດັບພາກພື້ນ ແລະ ສາກົນ. ນອກຈາກນັ້ນ ຍັງສາມາດເປັນຄູສອນ-ຄູຝຶກອົບຮົມໃນສາຂາເຄມີສາດ.
- ເພື່ອໃຫ້ນັກສຶກສາມີຄວາມສາມາດພັດທະນາຕົນເອງ ມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານເຄມີສາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
5. ການກຳນົດການເປີດສອນ
ດຳເນີນການຮຽນການສອນນັບແຕ່ສົກສຶກສາ 2017-2018 ເປັນຕົ້ນໄປ. ໃນແຕ່ລະຊຸດຮຽນ ພາຍຫຼັງສຳເລັດການສຶກສາຈະໄດ້ປະເມີນຄຸນະພາບຂອງການສຶກສາເພື່ອປະເມີນ
ແລະ ປັບປຸງຫຼັກສູດ.
6. ຄາດຄະເນແຜນຮັບນັກສຶກສາ:
ອີງຕາມເງື່ອນໄຂຕົວຈິງຂອງພາກວິຊາ ຈຳນວນນັກສຶກສາທີ່ສາມາດຮັບເຂົ້າຮຽນໄດ້ໃນຊຸດໜຶ່ງແມ່ນ 15 ຄົນ ລະອຽດຕາມຕາຕະລາງລຸ່ມນີ້.
ປີ 1 | ປີ 2 | |
2017-2018 | 15 | 0 |
2018-2019 | 15 | 15 |
2019-2020 | 15 | 15 |
2020-2021 | 15 | 15 |
7. ເງື່ອນໄຂຂອງຜູ້ເຂົ້າສຶກສາ
- ຕ້ອງສຳເລັດການສຶກສາລະດັບປະລິນຍາຕີໃນສາຂາເຄມີສາດ ຫຼື ສາຂາວິຊາທີ່ກ່ຽວຂ້ອງ ເຊັ່ນ: ຄູເຄມີ, ກະເສດສາດ, ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດການແພດ, ການຢາ, ວິສະວະກຳ ແລະສາຂາອື່ນໆທີ່ກ່ຽວຂ້ອງ ຈາກພາຍໃນ ຫຼື ຕ່າງປະເທດ ຕາມເງື່ອນໄຂທີ່ໄດ້ກຳນົດໃນຫຼັກສູດ.
- ມີຄະແນນສະເລ່ຍສະສົມ ລະດັບ 2.75 ຂຶ້ນໄປ. ສຳລັບຜູ້ທີ່ມີຄະແນນສະເລ່ຍສະສົມ ຕ່ຳກວ່າ 2.75 ຕ້ອງມີປະສົບການໃນການເຮັດວຽກທາງດ້ານວິຊາສະເພາະ ຢ່າງໜ້ອຍ 2 ປີ.
- ຕ້ອງມີສຸຂະພາບແຂງແຮງ.
- ຕ້ອງມີໃບຢັ້ງຢືນລະດັບພາສາອັງກິດ ໃນລະດັບກາງຂຶ້ນໄປ.
- ຕ້ອງມີຄວາມຮູ້ ດ້ານ IT ທີ່ສາມາດເຂົ້າເຖິງເຄືອຄ່າຍຄົ້ນຫາຂໍ້ມູນໄດ້ (ມີໃບຢັ້ງຢືນ)
- ຕ້ອງໄດ້ຜ່ານການຄັດເລືອກ (ການສອບເສັງແລະສຳພາດ) ຕາມລະບຽບການທີ່ໄດ້ກຳນົດໄວ້ໃນຫຼັກສູດນີ້.
- ມີຄຸນສົມບັດດີ, ບໍ່ມີປະຫວັດເຄື່ອນໄຫວທີ່ບໍ່ດີເວລາຮຽນ ຫຼື ເວລາປະຕິບັດງານໃນກົມກອງທ້ອງຖິ່ນກ່ອນມາຮຽນ. ພະນັກງານທີ່ສັງກັດລັດ ຕ້ອງມີໜັງສືນຳສົ່ງຈາກກົມກອງທີ່ຕົນສັງກັດ. ສຳລັບພະນັກ ງານທີ່ເຮັດວຽກນຳເອກະຊົນ ຕ້ອງ ມີໜັງສືນຳສົ່ງຈາກບ່ອນເຮັດວຽກ.
ຜູ້ທີ່ຈະເປັນນັກສຶກສາລະດັບຫຼັງປະລິນຍາຕີມະຫາວິທະຍາໄລແຫ່ງຊາດ ຕ້ອງຜ່ານຂັ້ນຕອນຕ່າງໆດັ່ງລຸ່ມນີ້:
(1) ເອກະສານສະໝັກເຂົ້າສອບເສັງປະກອບມີ:
ປະກອບຟອມສະໝັກທີ່ຄະນະວິຊາ ຫຼື ຫ້ອງການສຶກສາຫຼັງປະລິນຍາຕີວາງອອກໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມເງື່ອນໄຂທຸກປະການ.
- ມີສຳເນົາປະກາສະນີຍະບັດ ແລະ ສຳເນົາໃບຄະແນນ (ກໍລະນີທີ່ຈົບມາແຕ່ຕ່າງປະເທດ ໃຫ້ມີທັງໜັງສືຢັ້ງຢືນທຽບ ປະກາສະນີຍະບັດ ຈາກກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ.
- ໃບຢັ້ງຢືນ ດ້ານພາສາອັງກິດ
- ໃບຢັ້ງຢືນ ດ້ານ IT
(2) ການຂໍລົງທະບຽນເຂົ້າຮຽນຕ້ອງປະຕິບັດດັ່ງນີ້:
- ປະກອບເອກະສານ ແລະ ຄຳຮ້ອງຂໍລົງທະບຽນເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດວາງອອກໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂທຸກປະການ.
- ມີປະກາສະນີຍະບັດ ແລະ ໃບຄະແນນ ສະບັບເດີມມາຢັ້ງຢືນ ໃນເວລາມາລົງທະບຽນ.
- ມີຂໍ້ຕົກລົງອະນຸມັດລົງທະບຽນເຂົ້າຮຽນຈາກທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ. ສຳລັບພະນັກງານລັດໃຫ້ມີຂໍ້ຕົກລົງຂອງກົມກອງທີ່ຕົນສັງກັດ (ກໍລະນີເຮັດວຽກນຳເອກະຊົນ ໃຫ້ເອົາໃບນຳສົ່ງຈາກຕົ້ນສັງກັດທີ່ຕົນເຮັດວຽກ. ກໍລະນີຮຽນຈົບໃໝ່ (ບໍ່ທັນເຮັດວຽກ) ໃຫ້ເອົາໃບຢັ້ງຢືນທີ່ຢູ່ຈາກອຳນາດການປົກຄອງບ້ານທີ່ຕົນອາໄສຢູ່).
- ນັກສຶກສາທຸກຄົນຕ້ອງໄດ້ລົງທະບຽນ, ຊຳລະເງິນຄ່າລົງທະບຽນ ແລະ ຄ່າຮຽນ ກ່ອນເວ ລາເຂົ້າຮຽນຢ່າງນ້ອຍ 2 ອາທິດ.
- ຖ້ານັກສຶກສາຄົນໃດນຳໃຊ້ປະກາສະນີຍາບັດປອມ ໃນການສະໝັກຮຽນ, ຖ້າກວດພົບນັກສຶກສາຄົນນັ້ນຈະຖືກປະຕິບັດວິໄນຕາມກົດໝາຍບ້ານເມືອງ ແລະບໍ່ສາມາດຖອນເງິນຄ່າຮຽນຄືນໄດ້.
8. ວິທີການຄັດເລືອກຜູ້ເຂົ້າສຶກສາ
ຈັດຕັ້ງການສອບເສັງ ແລະ ສຳພາດ.
9. ການຈັດຕັ້ງການຮຽນ–ການສອນ
ພວກເຮົາຈະດຳເນີນການຮຽນຫຼັກສູດ 2 ປີ ຕາມຮູບແບບທີ 2 ປະກອບດ້ວຍ ໝວດວິຊາບັງຄັບ ໝວດວິຊາເລືອກ ແລະ ບົດວິທະຍານິພົນ.
10. ໄລຍະເວລາການສຶກສາ
- ໃຊ້ເວລາໃນການສຶກສາ 2 ປີ ຫຼື 2 ສົກຮຽນ, ສາມາດແກ່ຍາວສູງສຸດໄດ້ບໍ່ເກີນ 1 ປີ (ໃນກໍລະນີມີເຫດຈຳເປັນທາງດ້ານສຸຂະພາບ ຊຶ່ງມີການຢັ້ງຢືນ-ຮັບຮອງຈາກໂຮງໝໍ ແມ່ນສາມາດຮັກສາສະຖານະພາບນັກສຶກສາ ແລະ ສືບຕໍ່ການຮຽນໄດ້ສູງສຸດບໍ່ເກີນ 2-3 ປີ ຕາມການພິຈາລະນາຂອງຄະນະກຳມະການຮັບຜິດຊອບຫຼັກສູດ).
- ສົກຮຽນໜຶ່ງຖືກແບ່ງອອກເປັນ 2 ພາກຮຽນ ຄື ພາກຮຽນ 1 ແລະ ພາກຮຽນ 2. ໃນໜຶ່ງພາກຮຽນ ມີໄລຍະເວລາການຮຽນ ປະມານ 5 ເດືອນ (20 ອາທິດ ) ແລະ ມີໄລຍະຮຽນຕົວຈິງຢ່າງນ້ອຍ 16 ອາທິດ.
- ການເປີດການຮຽນ-ການສອນມີສອງໄລຍະຄື: ເລີ່ມພາກຮຽນທີ 1 ໃນ ເດືອນກັນຍາ ຫຼື ເລີ່ມພາກ ຮຽນ 2 ໃນ ເດືອນ ກຸມພາ ຂອງແຕ່ລະສົກສຶກສາ.
11. ໂຄງສ້າງຫຼັກສູດ
ຫຼັກສູດນີ້ປະກອບດ້ວຍໝວດວິຊາບັງຄັບ, ໝວດວິຊາເລືອກ ແລະ ວິທະຍານິພົນ ລວມທັງໝົດ 44 ໜ່ວຍກິດ, ຊຶ່ງແຕ່ລະໝວດວິຊາຈະມີຈຳນວນໜ່ວຍກິດຕ່າງກັນ (ຕາຕະລາງ 1). ໝວດວິຊາບັງຄັບແມ່ນບັນດາວິຊາສະເພາະທີ່ກຳນົດໄວ້ໃນໂຄງການຫຼັກສູດ ຊຶ່ງນັກສຶກສາທຸກໆຄົນຈຳເປັນຕ້ອງໄດ້ຮຽນ ແລະ ເສັງຜ່ານ. ໝວດວິຊາເລືອກແມ່ນບັນດາວິຊາສະເພາະທີ່ກຳນົດໄວ້ໃນຫຼັກສູດ ຊຶ່ງນັກສຶກສາແຕ່ລະຄົນສາມາດເລືອກຮຽນໄດ້ຕາມຈຳນວນໜ່ວຍກິດທີ່ກຳນົດໃຫ້. ຂຽນບົດວິທະຍານິພົນ ໝາຍເຖິງ ການຂຽນບົດຄົ້ນຄວ້າວິທະຍາສາດ ໃນຫົວຂໍ້ໃດໜຶ່ງ ເພື່ອສະໜັບສະໜູນການຈົບຊັ້ນຂອງນັກສຶກສາ ພາຍໃຕ້ການຊີ້ນຳຂອງອາຈານທີ່ປຶກສາ.
ຕາຕະລາງ 1 ໝວດວິຊາ ແລະ ຈຳນວນໜ່ວຍກິດໃນໂຄງສ້າງຂອງຫຼັກສູດ
ໝວດວິຊາ | ຈຳນວນໜ່ວຍກິດ |
ໝວດວິຊາບັງຄັບ | 28 |
ໝວດວິຊາເລືອກ | 4 |
ຂຽນບົດວິທະຍານິພົນ | 12 |
ລວມ | 44 |
12. ແຜນການຮຽນ–ການສອນແຕ່ລະປີ
ປີ 1 ພາກຮຽນ 1
ລຳດັບ | ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
1 | 230MCH02 | ເຄມີວິເຄາະຂັ້ນສູງ | 3(3-0-3) |
2 | 230MCH03 | ເຄມີສິ່ງແວດລ້ອມ | 3 (2-0-6) |
3 | 230MCH07 | ແນວທາງນະໂຍບາຍຂອງ ສປປລາວ | 2(2-0-3) |
4 | 230MCH10 | ການຄຸ້ມຄອງຄຸນະພາບນ້ຳ | 2(2-0-3) |
5 | 230MCH09 | ວິທີການຄົ້ນຄວ້າ | 2(2-0-3) |
ລວມ | 12 |
ປີ 1 ພາກຮຽນ 2
ລຳດັບ | ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
1 | 230MCH01 | ວິເຄາະດ້ວຍເຄື່ອງມືຂັ້ນສູງ | 3 (2-3-2) |
2 | 230MCH05 | ເຄມີອົງຄະທາດຂັ້ນສູງ | 3 (3-0-3) |
3 | 230MCH06 | ເຄມີອະນົງຄະທາດຂັ້ນສູງ | 3 (3-0-3) |
4 | 230MCH11 | ການປະເມີນຜົນກະທົບທາງສິ່ງແວດລ້ອມ | 2(2-0-3) |
5 | 230MCH08 | ສຳມະນາກ່ຽວກັບວິຊາເຄມີ | 1 (0-3-0) |
ລວມ | 12 |
ປີ 2 ພາກຮຽນ 1
ລຳດັບ | ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
1 | 230MCH12 | ພາສາອັງກິດສຳລັບການຂຽນທາງວິທະຍາສາດ | 2 (1-0-6) |
2 | 230MCH04 | ວິທະຍາສາດ ແລະ ເທັກໂນໂລຊີລະດັບນາໂນ | 2 (1-0-6) |
3 | 230MCHXX | ວິຊາເລືອກ I | 2 (1-0-6) |
4 | 230MCHXX | ວິຊາເລືອກ II | 2 (1-0-6) |
5 | 230MCH27 | ວິທະຍານິພົນ | 4 (0-9-6) |
ລວມ | 12 |
ປີ 2 ພາກຮຽນ 2
ລຳດັບ | ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
1 | 230MCH26 | ວິທະຍານິພົນ | 8 (0-21-6) |
ລວມ | 8 |