1. ຊື່ຫຼັກສູດ
1.1 ປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ (ຮູບແບບການຄົ້ນຄວ້າ)
1.2 Master of Science Program in Chemistry
2. ຊື່ປະກາສະນີຍະບັດ
2.1 ປະລິນຍາໂທວິທະຍາສາດ ສາຂາ ເຄມີສາດ
2.2 ປທວ.ຄມ.
2.3 Master of Science in Chemistry
2.4 M.Sc. Chem.
3. ໜ່ວຍງານຮັບຜິດຊອບການສ້າງຫຼັກສູດ
ພາກວິຊາເຄມີສາດ ແລະ ພະແນກຫຼັງປະລິນຍາຕີ, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ.
ວິທະຍາເຂດດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ໂທລະສັບ: +856 21 770173
ມືຖື: 20 56995449, 20 55738857, 20 55627169, 20 28929997, 20 55682978
ໂທລະສານ: +856 21 770173, ຕູ້ໄປສະນີ: 7322
4. ປັດຊະຍາ
ຫຼັກສູດປະລິນຍາໂທວິທະຍາສາດສາຂາເຄມີສາດ ສ້າງຂຶ້ນເພຶ່ອສ້າງນັກວິຊາການ ແລະ ນັກຄົ້ນຄວ້າໃຫ້ມີຄວາມຮູ້ໃນລະດັບສູງໃນຂະແໜງວິທະຍາສາດສາຂາເຄມີສາດ, ໂດຍສຸມໃສ່ການຄົ້ນຄວ້າເປັນຫຼັກ ເພື່ອສະໜອງບຸກຄະລາກອນທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ມີທັກສະທາງດ້ານການຄົ້ນຄວ້າວິທະຍາສາດ, ມີຫົວຄິດປະດິດສ້າງ ສາມາດນຳໃຊ້ ແລະ ນຳພາວຽກງານວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາ ສັງຄົມ ແລະ ປະເທດຊາດ.
5. ຈຸດປະສົງ
- ເພື່ອກໍ່ສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ
- ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານການຄົ້ນຄວ້າ ແລະ ສາມາດນຳໃຊ້ວິທະຍາສາດທີ່ທັນສະໄໝເຂົ້າໃນການພັດທະນາວຽກງານຕ່າງໆຢ່າງມີປະສິດທິພາບ.
- ເພື່ອໃຫ້ນັກສຶກສາມີທັກສະໃນດ້ານການຄົ້ນຄ້ວາວິໄຈໃນສາຂາ ເຄມີສາດ ທີ່ສາມາດຮ່ວມມືກັບນັກຄົ້ນຄວ້າວິທະຍາສາດໃນລະດັບພາກພື້ນ ແລະ ສາກົນ.
- ເພື່ອໃຫ້ນັກສຶກສາມີຄວາມສາມາດພັດທະນາຕົນເອງ ມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານເຄມີສາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
- ເພື່ອຍົກລະດັບນັັກວິຊາການ, ນັກວາງແຜນ ແລະ ນັກບໍລິຫານ ທາງດ້ານວິທະຍາສາດສາຂາເຄມີສາດ ແລະ ເຄມີສິ່ງແວດລ້ອມ ໃຫ້ແກ່ຂະແໜງກະສິກຳ, ອຸດສາຫະກຳ, ພະລັງງານ-ບໍ່ແຮ່, ການແພດ, ການຈັດການ-ຄຸ້ມຄອງສະພາບແວດລ້ອມ ແລະ ອື່ນໆ.
- ເພື່ອໃຫ້ນັກສຶກສາມີຄວາມສາມາດໄປຮຽນຕໍ່ລະດັບທີ່ສູງກວ່າທັງພາຍໃນ ແລະ ຕ່າງປະເທດ.
6. ຄາດໝາຍຜົນການຮຽນ
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດປະລິນຍາໂທວິທະຍາສາດ ສາຂາ ເຄມີສາດແລ້ວ ນັກສຶກສາຈະສາມາດ:
ດ້ານຄວາມຮູ້:
- ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງຢ່າງເປັນລະບົບເຂົ້າໃນການປະຕິບັດໜ້າທີ່ ແລະ ແກ້ໄຂບັນຫາທາງດ້ານເຄມີ ແລະ ສິ່ງແວດລ້ອມ
ດ້ານທັກສະ:
- ວິເຄາະຂໍ້ມູນ ແລະ ປະເມີນຜົນການຄົ້ນຄວ້າ, ມີຄວາມຄິດສ້າງສັນໃນການຄົ້ນຄວ້າວິໄຈ, ແກ້ໄຂບັນຫາດ້ວຍຕົນເອງ ແລະ ມີຄວາມສາມາດເຮັດວຽກງານຄົ້ນຄວ້າວິທະຍາສາດໃນລະດັບດີໄດ້.
ດ້ານການນຳໃຊ້:
- ນຳໃຊ້ທິດສະດີ, ຫຼັກການ, ເຄື່ອງມືການທົດລອງຂັ້ນສູງທີ່ກ່ຽວຂ້ອງກັບຄວາມຮູ້ທາງເຄມີ ເຂົ້າໃນການຄົ້ນຄ້ວາວິໄຈ
ດ້ານທັກສະທາງສັງຄົມ:
- ປະຕິບັດວຽກງານທີ່ກ່ຽວຂ້ອງກັບເຄມີ ແລະ ເຄມີສິ່ງແວດລ້ອມຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບ ແລະ ນໍ້າໃຈເສຍສະຫຼະເພື່ອສ່ວນລວມ;
- ດຳເນີນການໃຫ້ຄໍາປຶກສາຄວາມຮູ້ດ້ານເຄມີ ແລະ ເຄມີສິ່ງແວດລ້ອມແກ່ພາກລັດ ແລະ ເອກະຊົນ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
- ອາຊີບດ້ານວິຊາການ ແລະ ການສຶກສາວິໄຈເຊັ່ນ: ນັກວິຊາການ, ນັກຄົ້ນຄວ້າວິໄຈ, ນັກອະນຸລັກສິ່ງແວດລ້ອມ, ຄູ-ອາຈານ ແລະ ອື່ນໆ.
- ອາຊີບພະນັກງານລັດ ໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງພະລັງງານ ແລະ ບໍແຮ່, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງ ສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
- ອາຊີບໃນລັດວິສາຫະກິດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຊັ່ນ: ທີ່ປຶກສາທາງດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍ ອຸປະກອນທົດລອງ ແລະ ທາດເຄມີ, ອຸດສາຫະກຳຜະລິດເຄື່ອງອຸປະໂພກ ບໍລິໂພກຕ່າງໆ.
7. ກຳນົດເວລາການເປີດສອນ
ເລີ່ມແຕ່ສົກຮຽນ 2021-2022 ເປັນຕົ້ນໄປ ແລະ ຈະປະເມີນຜົນພາຍຫຼງນັກສຶກສາ ຮຽນຈົບ 2-3 ລຸ້ນ
8. ຄາດຄະເນແຜນການຮັບນັກສຶກສາ
ສົກສຶກສາ | ຈໍານວນນັກສຶກສາ | ຈໍານວນນັກສຶກສາທີ່ຄາດວ່າຈະຮຽນຈົບ | ||
ປີທີ 1 | ປີທີ 2 | ລວມ | ||
2021-2022 | 10 | 0 | 10 | 0 |
2022-2023 | 10 | 10 | 20 | 10 |
2023-2024 | 10 | 10 | 20 | 10 |
2024-2025 | 10 | 10 | 20 | 10 |
9. ເງື່ອນໄຂຂອງຜູ້ເຂົ້າສຶກສາ
- ນັກສຶກສາທີ່ຈະເຂົ້າສຶກສາ ຕ້ອງສໍາເລັດການສຶກສາລະດັບປະລິນຍາຕີໃນສາຂາວິຊາດຽວກັນ ຫຼື ສໍາເລັດການສຶກສາລະດັບປະລິນຍາຕີວິທະຍາສາດໃນສາຂາທີ່ກ່ຽວຂ້ອງ ເຊັ່ນ: ສາຂາສິ່ງແວດລ້ອມ, ສາຂາວິສະວະກຳ, ສາຂາກະເສດສາດ, ສາຂາຊັບພະຍາກອນນໍ້າ, ສາຂາວິທະຍາສາດການແພດ ແລະ ອື່ນໆ ທີ່ມີຜົນການຮຽນໃນລະດັບດີ.
- ມີຄະແນນສະເລ່ຍສະສົມ (CGPA) ໃນລະດັບ 00 ຂຶ້ນໄປ, ສຳລັບຜູ່ທີ່ມີຄະແນນສະເລ່ຍສະສົມຕໍ່າກວ່າ 3.00 ແມ່ນຕ້ອງມີປະສົບການໃນການເຮັດວຽກທາງດ້ານວິຊາສະເພາະຢ່າງໜ້ອຍ 2 ປີ, ມີພື້ນຖານຄວາມຮູ້, ຄວາມສາມາດ, ມີຄວາມພ້ອມທີ່ຈະຂຽນວິທະຍານິພົນໄດ້ ແລະ ມີໃບຢັ້ງຢືນຄວາມຮູ້ລະດັບພາສາອັງກິດໃນລະດັບກາງ.
- ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ.
- ມີສຸຂະພາບແຂງແຮງດີ.
- ເງື່ອນໄຂອື່ນໆ ແມ່ນໃຫ້ປະຕິບັດຕາມຂໍ້ກຳນົດ ຂອງມະຫາວິທະຍາໄລ່ແຫ່ງຊາດທີ່ກຳນົດໄວ້.
10. ວິທີການຄັດເລືອກຜູ້ເຂົ້າສຶກສາ
ການພິຈາລະນາແມ່ນອີງໃສ່:
- ອີງຕາມຂໍ້ກໍານົດ, ເງື່ອນໄຂທີ່ໄດ້ລະບຸໄວ້ໃນຫຼັກສູດ ແລະ ຂໍ້ກໍານົດຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ
- ສອບເສັງຄັດເລືອກໃນຮູບແບບການຂຽນ, ສອບສຳພາດ ແລະ ໃຫ້ນັກສຶກສາຂຽນບົດສະເໜີໂຄງການຄົ້ນຄວ້າ ແລະ ນໍາສະເໜີໃນຮູບແບບພີເຊັນເທເຊີ້ນຕໍ່ຄະນະກຳມະການ ຊຶ່ງຄະນະກຳມະການທີ່ເປັນອາຈານປະຈຳໃນຫຼັກສູດຈະຄັດເລືອກຕາມຄວາມຊໍານານ ແລະ ຄວາມເປັນໄປໄດ້ຂອງອາຈານທີ່ຈະຮັບເປັນອາຈານທີ່ປຶກສາ.
11. ການຈັດການຮຽນ–ການສອນ
ພວກເຮົາຈະດຳເນີນການຮຽນຫຼັກສູດ 2 ປີ ຕາມຮູບແບບທີ່ 1 ເຊິ່ງແມ່ນ ການສຶກສາທີ່ເນັ້ນໜັກໃສ່ການຄົ້ນຄວ້າ, ຂຽນວິທະຍານິພົນ ແລະ ເຮັດກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບຫົວບົດຄົ້ນຄວ້າ ແບບຮຽນເຕັມເວລາ.
12. ໄລຍະເວລາການສຶກສາ
– ໃຊ້ ເວລາການສຶກສາ 2 ປີ ຫລື 4 ພາກຮຽນ; ສໍາລັບນັກສຶກສາທີ່ບໍ່ສໍາເລັດການຮຽນລະດັບປະລິນຍາໂທ ຕາມທີ່ໄດ້ກໍານົດໄວ້ໃນຫຼັກສູດ ແມ່ນໃຫ້ຮັກສາສະຖານະພາບໄດ້ 1 ປີ ຫາ 3 ປີ, ແຕ່ນັກສຶກສາຕ້ອງຈ່າຍຄ່າຮັກສາສະຖານະພາບ ເປັນນັກສຶກສາຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ.
– ການເປີດການຮຽນ-ການສອນ ແມ່ນ ເລີ່ມເດືອນ ມີນາ (3) ຂອງແຕ່ລະສົກສຶກສາ.
13. ເນື້ອໃນໂຄງສ້າງຫຼັກສູດ
1. ການກໍານົດໜ່ວຍກິດເຂົ້າໃນຫຼັກສູດ
ຈໍານວນໜ່ວຍກິດທັງໝົດ…..46….ໜ່ວຍກິດ, ເຊິ່ງປະກອບມີ:
- ວິທະຍານິພົນ….36…..ໜ່ວຍກິດ
- ວິຊາບັງຄັບ……6…….ໜ່ວຍກິດ
- ວິຊາເລືອກ……4……..ໜ່ວຍກິດ
- ການຈັດແບ່ງລາຍວິຊາຮຽນໃນແຕ່ລະໝວດວິຊາຮຽນ (ໝວດວິຊາບັງຄັບ ແລະ ໝວດວິຊາເລືອກ)
ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ
- ປີ 1 ພາກຮຽນ 1
- ລົງທະບຽນເຂົ້າເປັນນັກສກສາ (Registration as a master student)
- ຮຽນວິຊາບັງຄັບ 4 ວິຊາ ແລະ ວິຊາເລືອກ 2 ວິຊາ (Study 4 compulsory subjects and 2 elective subjects)
- ສຶກສາເອກະສານ ແລະ ນໍາສະເໜີເຄົ້າໂຄງບົດໂຄງການຄົ້ນຄວ້າ (Literature review and Present thesis proposal)
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 207AI121 | ວິເຄາະດ້ວຍເຄື່ອງມືຂັ້ນສູງ (Advanced Instrumental Analysis) | 2 (1-2-3) |
2 | 207AA122 | ເຄມີວິເຄາະຂັ້ນສູງ (Advanced Analytical Chemistry) | 2 (1-2-3) |
3 | 207SN123 | ສຳມະນາກ່ຽວກັບວິຊາເຄມີ (Seminar in Chemistry) | 1 (1-2-3) |
4 | 207RH124 | ວິທີການຄົ້ນຄວ້າ (Research Methodology) | 1 (1-2-3) |
5 | ວິຊາເລືອກ 1 | 2 (1-0-5) | |
6 | ວິຊາເລືອກ 2 | 2 (1-0-5) | |
7 | 207TH221 | ວິທະຍານິພົນ (Thesis) | 6 |
- ປີ 1 ພາກຮຽນ 2
- ເຮັດບົດວິທະຍານິພົນ
- ດຳເນີນການສຳຫຼວດ ແລະ ລົງເກັບຕົວຢ່າງຢູ່ພາກສະໜາມ (Field work for sampling)
- ກຽມຕົວຢ່າງ ແລະ ດຳເນີນການທົດລອງໃນຫ້ອງທົດລອງ (Sample preparation and experiment in laboratory)
- ວິເຄາະຂໍ້ມູນ ແລະ ສັງລວມຂໍ້ມູນ (Data analysis and summary)
- ນໍາສະເໜີຜົນງານການຄົ້້ນຄວ້າໃນກອງປະຊຸມສຳມະນາ ໃນກໍລະນີທີ່ມີຂໍ້ມູນຄົບຖ້ວນ ແລະ ສາມາດນໍາສະເໜີໄດ້ (Present in scientific seminar)
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 207TH221 | ວິທະຍານິພົນ (Thesis) | 10 |
- ປີ 2 ພາກຮຽນ 1
- ສືບຕໍ່ເຮັດບົດວິທະຍານິພົນ
- ເກັບຕົວຢ່າງຢູ່ພາກສະໜາມ (Field work for sampling)
- ກຽມຕົວຢ່າງ ແລະ ດຳເນີນການທົດລອງໃນຫ້ອງທົດລອງ (Sample preparation and experiment in laboratory)
- ວິເຄາະຂໍ້ມູນ ແລະ ສັງລວມຂໍ້ມູນ (Data analysis and summary)
- ດຳເນີນການຂຽນໂຄງຮ່າງວິທະຍານິພົນ (Draft thesis and consult with suppervisor)
- ດຳເນີນການປ້ອງກັນຄວາມຄືບໜ້າຂອງບົດໂຄງການຈົບຊັ້ນ (Prilinary thesis defense)
- ນໍາສະເໜີຜົນງານການຄົ້້ນຄວ້າໃນກອງປະຊຸມສຳມະນາ (Present in scientific seminar)
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 207TH221 | ວິທະຍານິພົນ (Thesis) | 10 |
- ປີ 2 ພາກຮຽນ 2
- ສືບຕໍ່ຂຽນບົດວິທະຍານິພົນ ແລະ ສົ່ງໃຫ້ຄະນະກຳມະການກວດຜ່ານ ເພື່ອກະກຽມປ້ອງກັນວິທະຍານິພົນ (Write thesis and submit to thesis defense)
- ປ້ອງກັນບົດວິທະຍານິພົນ (Final thesis defense).
- ໃນກໍລະນີທີ່ຄະແນນປ້ອງກັນບົດວິທະຍານິພົນຂອງນັກສຶກສາຫາກຕໍ່າກວ່າເກນຄາດໝາຍທີ່ກຳນົດ (ຕໍ່າກວ່າ 5) ແມ່ນຈະຕ້ອງໄດ້ດຳເນີນການປ້ອງກັນບົດຄືນໃໝ່ໃນຮອບທີ 2 ພາຍໃນເວລາບໍ່ເກີນ 8 ອາທິດ.
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 207TH221 | ວິທະຍານິພົນ (Thesis) | 10 |