1. ຊື່​ຫຼັກ​ສູດ:

ຫຼັກ​ສູດ​ປະ​ລິນ​ຍາໂທ ວິ​ທະ​ຍາ​ສາດ ສາ​ຂາວິຊາຊີ​ວະ​ວິ​ທະ​ຍາ
Master of Science Program in Biology

2. ຊື່​​ປະ​ກາສະນີຍະບັດ:

ປະ​ລິນ​ຍາ​ໂທ ​ວິ​ທະ​ຍາ​ສາດ ສາ​ຂາວິຊາຊີ​ວະ​ວິ​ທະ​ຍາ M.Sc. (Biology)

3. ໜ່ວຍ​ງານ​ຮັບ​ຜິດ​ຊອບ:

ພາກວິ​ຊາ​ຊີ​ວະ​ວິ​ທະ​ຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

4. ປັດ​ຊະ​ຍາ ແລະ ຈຸດ​ປະ​ສົງ​ຂອງຫຼັກສູດ

4.1  ປັດ​ຊະ​ຍາ:
ການຮຽນຫຼັກສູດປະລິນຍາໂທ ສາຂາ​ຊີ​ວະ​ວິທະຍາ ​ແນ​ໃສ່​ສ້າງ​ນັກ​ວິຊາການ ທີ່ມີຄວາມຮູ້ລົງເລິກດ້ານຊີວະວິທະຍາ, ມີຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນ ວິທະຍາ ສາດ ກຽມພ້ອມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດເຮົາ.
4.2  ຈຸດປະສົງ:

  • ​​​ເພື່ອໃຫ້ນັກສຶກສາ ມີຄວາມຮູ້ ແລະ ຄວາມສາມາດ ດ້ານການຄົ້ນຄວ້າວິໄຈໃນສາຂາວິຊາ ຊີວະວິທະຍາ, ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ.
  • ເພື່ອສ້າງໃຫ້ນັກສຶກສາ ມີຄວາມສາມາດພັດທະນາຕົນເອງ ທາງດ້ານວິຊາການ ສາຂາ ຊີວະວິທະຍາ ຢ່າງຕໍ່ເນື່ອງ ແລະ ນຳໃຊ້ຄວາມຮູ້ນັ້ນຢ່າງມີປະສິດທິພາບ.
  • ເພື່ອ​ໃຫ້ນັກສຶກສາມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານຊີວະວິທະຍາ,ມີຄວາມຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ. 

5. ກຳ​ນົດ​ເວ​ລາ​ໃນ​ການ​ເປີດ​ສອນ: ​

ເລີ່ມສົກ​ຮຽນ 2016 -​ 2017

6. ຄາດຄະເນແຜນການຮັບນັກສຶກສາ

ອີງຕາມເງືອນໄຂຕົວຈິງຂອງພາກວິຊາ ຮັບນັກສຶກສາທຸກໆປີ ຕາມສົກຮຽນ ດັ່ງຕາຕະລາງລຸ່ມນີ້:

ປີຮຽນ / ສົກຮຽນ 2016-2017 2017-2018 2018-2019 2019-2020
ປີທີ 1 15 15 15 15
ປີທີ 2 15 15 15 15
ລວມ 30 30 30 30

7. ເງື່ອນໄຂ​ຂອງ​ຜູ້​ເຂົ້າ​ຮຽນ:

  • ຕ້ອງ​ເປັນ​ນັກ​ສຶກ​ສາ​ທີ່​ມີປະກາສະນິຍະບັດປະລິນຍາຕີ ໃນສາຂາຊີວະວິທະຍາ, ຄູຊີວະວິທະຍາ, ສາຂາກະເສດສາດ, ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດການແພດ ຫຼື ສາຂາອື່ນໆ ທີ່ມີຄວາມກ່ຽວຂ້ອງ ກັບຊີວະວິທະຍາ.
  • ສຳລັບຜູ້ທີ່ໄດ້ຄະແນນສະເລ່ັຍສະສົມ CGPA = 3.00 ຂຶ້ນໄປແມ່ນສາມາດຮຽນຕໍ່ໄດ້ເລີຍ, ສຳລັບຜູ້ທີ່ມີຄະແນນສະເລັ່ຍສະສົມ CGPA = 50 – 2.99 ຕ້ອງມີປະສົບການຢ່າງໜ້ອຍ 2 ປີ ຈຶ່ງສາມາດຮຽນຕໍ່ໄດ້.
  • ຕ້ອງ​ຮູ້​ພາສາ​ອັງກິດ​ໃນ​ລະດັບ​ກາງຂຶ້ນ​ໄປ.
  • ຕ້ອງໄດ້ຜ່ານການສອບເສັງ ແລະ ສໍາພາດຄັດເລືອກຕາມລະບຽບການທີ່ໄດ້ກຳນົດໄວ້ໃນຫຼັກສູດ.
  • ຕ້ອງມີຄຸນສົມບັດດີ, ບໍ່ມີປະຫວັດເຄື່ອນໄຫວທີ່ບໍ່ດີເວລາຮຽນ ຫຼື ປະຕິບັດງານໃນກົມກອງ ທ້ອງຖິ່ນ ກ່ອນມາຮຽນ.
  • ພະນັກງານທີ່ສັງກັດລັດຕ້ອງມີໜັງສືນໍາສົ່ງຈາກກົມກອງທີ່ຕົນສັງກັດ, ສຳລັບພະນັກງານ ທີ່ເຮັດ ວຽກ ນຳເອກກະຊົນ ຕ້ອງມີໜັງສືນຳສົ່ງຈາກບ່ອນເຮັດວຽກ.
  • ຕ້ອງມີສຸຂະພາບແຂງແຮງ

8. ວິ​ທີ​ການ​ເລືອກ:

ສອບເສັງຂຽນ ແລະ ສຳພາດ

9. ການຈັດຕັ້ງການຮຽນ-ການສອນ:

ຮຽນເຕັມເວລາ ເຊິ່ງຈະສອນຕາມລະບົບໜ່ວຍກິດ 4 ພາກຮຽນ ຫຼື 2 ປີ, ແຕ່ບໍເກີນ 6 ພາກຮຽນ ຫຼື 3 ປີ. ແຕ່ລະພາກຮຽນໃຊ້ເວລາ 5 ເດືອນ ຫຼື 20 ອາທິດ ເພື່ອຮຽນຄົບຕາມ  ໜ່ວຍກິດ. ການກຳນົດການຈັດຕັ້ງການຮຽນ-ການສອນປະຕິບັດດັ່ງນີ້:

– ໜຶ່ງສົກຮຽນແບ່ງເປັນ 2  ພາກຮຽນ ແລະ 1 ພາກຮຽນ ມີ 5 ເດືອນ ຫຼື ມີ 20 ອາທິດ

  • ຮຽນຕົວຈິງ 16 ອາທິດ/ພາກຮຽນ
  • ທວນຄືນ ແລະ ສອບເສັງ 2 ອາທິດ/ພາກຮຽນ
  • ແຮວັນພັກ 5 ວັນ (ວັນຈັນ ຫາ ວັກສຸກ)
  • ໜຶ່ງອາທິດ ຮຽນ 5 ວັນ (ວັນຈັນ ຫາ ວັກສຸກ)
  • ໜຶ່ງວັນ ຮຽນ 5 ຫາ 7 ຊົ່ວໂມງ
  • ໜຶ່ງຊົ່ວໂມງ ຮຽນ 50 ນາທີ
  • ລະຫວ່າງຊົ່ວໂມງຮຽນ 10 ນາທີ
  • ຕອນເຊົ້າເລີ່ມ ເວລາ 8:00 ໂມງ ຫາ 11:30 ໂມງ
  • ຕອນບ່າຍ ເລີ່ມເວລາ 13:00 ໂມງ ຫາ 16:30 ໂມງ

10. ໄລ​ຍະ​ເວ​ລາ​ການສຶກສາ: 4-6 ພາກຮຽນ (2 ຫາ 3 ປີ)

ໃນການປະຕິບັດຫຼັກສູດການຮຽນການສອນຕ່ຳສຸດ 4 ພາກຮຽນ (2 ປີ) ແລະ ສູງສຸດບໍ່ເກີນ 6 ພາກຮຽນ (3 ປີ)

11. ​ແຜນການ​ຮຽນ-ການ​ສອນ

ປີທີ 1 ພາກຮຽນທີ 1 

ລ/ດ ລະຫັດວິຊາ ວິຊາ ຈ/ນ ໜ່ວຍກິດ
1 240BI 682 ຊີວະນາໆພັນ ແລະ ການອະນຸລັກ 3 (2 – 3 – 2)
2 240BI 613 ວິທີ​ການ​ວິ​ໄຈທາງຊີວະວິທະຍາລະດັບສູງ 2 (2 – 0 ​- 2)
3 240BI 616 ຫຼັກການ ອະນຸກົມວິຖານຂອງສິ່ງທີ່ມີຊີວິດແບບໃໝ່ 2 (1 – 3 – 2)
4 220SSM01 ແນວທາງນະໂຍບາຍຂອງ ສປປ.ລາວ 2 (2 – 0 – 2)
5 240BI 611 ຄວາມຮູ້ທາງດ້ານຊີວະວິທະຍາລະດັບສູງ 3 (2 – 3 – 2)
  ລວມ 12 ໜ່ວຍກິດ

 ປີທີ 1 ພາກຮຽນທີ 2 

ລ/ດ ລະຫັດວິຊາ ວິຊາ ຈ/ນ ໜ່ວຍກິດ
1 240BI 610 ສຳມະນາ 2 (2 -​ 0 – 2)
2 240BI 683 ຄວາມ​ປອດ​ໄພ​ທາງດ້ານເຕັກໂນໂລຊີ​ຊີວະພາບ 2 (1 – 3 – 2)
3 240BI 700 ວິທະຍານິພົນ 2 (0 -​ 6​ -​​ 2)
4 240BIXXX ພາສາອັງກິດສຳລັບວິທະຍາສາດ 2 (2 – 0 – 2)
5 210ST612 ສະຖິຕິສຳລັບການວິໄຈທາງຊີວະວິທະຍາ 2 (1 – 3 – 2)
6 240BI xxx ວິຊາເລືອກ 2 ໜ່ວຍກິດ
ລວມ 12 ໜ່ວຍກິດ

ປີທີ 2 ພາກຮຽນທີ 1                    

ລ/ດ ລະຫັດວິຊາ ວິຊາ ຈ/ນ ໜ່ວຍກິດ
1 240BI 617 ບັນຫາພິເສດທາງຊີວະວິທະຍາ 2 (0 – 6 – 2)
2 240BI 700 ວິທະຍານິພົນ 7 (0 -21 -​​ 2)
3 240BI xxx ວິຊາເລືອກ 2  ໜ່ວຍກິດ
ລວມ 10 ໜ່ວຍກິດ

ປີທີ 2 ພາກຮຽນທີ 2

ລ/ດ ລະຫັດວິຊາ ວິຊາ ຈ/ນ ໜ່ວຍກິດ
1 240BI 700 ວິທະຍານິພົນ 6 (0 -​​ 18 -​​ 2)
  ລວມ 6     ໜ່ວຍກິດ

11.3.1    ວິທະຍານິພົນ                                    

ລ/ດ ລະຫັດວິຊາ ວິຊາ ຈ/ນ ໜ່ວຍກິດ
1 240BI 700 ວິທະຍານິພົນ 2 (0 ​ -​ 6 -​​ 2)
2 240BI 700 ວິທະຍານິພົນ 7 (0 -​​ 21 -​​ 2)
3 240BI 700 ວິທະຍານິພົນ 6 (0 -18​ -​​2)
ລວມ 15   ໜ່ວຍກິດ