1. ຊື່ຫຼັກສູດ
1.1 ປະລິນຍາໂທ ວິທະຍາສາດ ສາຂາວິຊາຊີວະວິທະຍາ ຮູບແບບການຄົ້ນຄວ້າ
1.2 Master of Science Program in Biology
2. ຊື່ປະກາສະນີຍະບັດ
2.1 ປະລິນຍາໂທ ວິທະຍາສາດ ສາຂາວິຊາຊີວະວິທະຍາ
2.2 ປທວ ຊວ
2.3 Master of Science in Biology
2.4 M.Sc. Bio
3. ໜ່ວຍງານຮັບຜິດຊອບ
– ພາກວິຊາຊີວະວິທະຍາ ແລະ ພະແນກການສຶກສາຫຼັງປະລິນຍາຕີ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ
– ໂທລະສັບ: 021 770173, 020 59096515, 020 56516884, 020 55209822, 020 55682978
– ແຟກ: 021 770173
– ອີເມລ: khamfach74@gmail.com, biokklano@yahoo.com, t.keokene@nuol.edu.la
4. ປັດຊະຍາຂອງຫຼັກສູດ
ສ້າງນັກວິຊາການທີ່ມີຄວາມຮູ້ ລົງເລິກດ້ານຊີວະວິທະຍາ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ວິທະຍາສາດກຽມພ້ອມປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ, ເສດຖະກິດ ແລະ ສັງຄົມຂອງ ປະເທດເຮົາ.
5. ຈຸດປະສົງຂອງຫຼັກສູດ
- ເພື່ອໃຫ້ນັກສຶກສາ ມີຄວາມຮູ້ ແລະ ຄວາມສາມາດ ດ້ານການຄົ້ນຄວ້າວິໄຈໃນສາຂາວິຊາ ຊີວະວິທະຍາ, ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ.
- ເພື່ອສ້າງໃຫ້ນັກສຶກສາ ມີຄວາມສາມາດພັດທະນາຕົນເອງ ທາງດ້ານວິຊາການ ສາຂາ ຊີວະວິທະຍາ ຢ່າງຕໍ່ເນື່ອງ ແລະ ນຳໃຊ້ຄວາມຮູ້ນັ້ນຢ່າງມີປະສິດທິພາບ.
- ເພື່ອໃຫ້ນັກສຶກສາມີທັກສະໃນການສື່ສານ ແລະ ບໍລິການວິຊາການດ້ານຊີວະວິທະຍາ, ມີຄວາມ ຮັບຜິດຊອບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
-
- ຜົນການຮຽນຮູ້
- ດ້ານຄວາມຮູ້: ມີຄວາມສາມາດນໍາເອົາຫຼັກການ ແລະ ທິດສະດີທາງດ້ານຊີວະວິທະຍາລະດັບສູງໄປໃຊ້ໃນວຽກງານຕົວຈິງ.
- ດ້ານທັກສະ: ມີທັກສະທາງດ້ານຊີວະວິທະຍາຢ່າງມີຫຼັກການ ເປັນລະບົບປະດິດສ້າງ ແລ້ວໄປປະຍຸກໃຊ້ໃນວຽກງານການຄົ້ນຄວ້າວິໄຈວິທະຍາສາດທຳມະຊາດ, ການອານຸລັກທາງດ້ານຊີວະນາໆພັນ ແລະ ສິ່ງແວດລ້ອມ.
- ດ້ານການນຳໃຊ້: ສາມາດນໍາເອົາຄວາມຮູ້, ຄວາມສາມາດໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ຊີວິດປະຈຳວັນ.
- ດ້ານທັກສະທາງສັງຄົມ: ມີທັດສະນະຄຸນສົມບັດສິນທໍາປະຕິວັດ, ມີທັດສະນະມະຫາຊົນ, ສາມາດນໍາເອົາຄວາມຮູ້ເຕັກໂນໂລຊີຊີວະພາບປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ແລະ ການອະນຸລັກວັດທະນາທໍາອັນດີງາມຂອງຊາດ.
- ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
- ດ້ານວິຊາການ ແລະ ການວິໄຈເຊັ່ນ: ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
- ອາຊີບພະນັກງານລັດ ໃນສະຖາບັນການສຶກສາລະດັບຕ່າງໆ, ການພັດທະນາຊຸມຊົນ ແລະ ການອະນຸລັກທາງດ້ານຊັບພະຍາກອນທຳມະຊາດ.
- ເປັນນັກວິຊາການໃຫ້ກັບອົງກອນ ຫຼື ອົງການອະນຸລັກສາກົນເຊັ່ນ: IUCN, FFW, WCS, MRC, IRD, GIZ ແລະ ອື່ນໆ.
- ປະກອບອາຊີບທາງດ້ານການກະເສດ, ການຈັດສັນ ແລະ ຄຸ້ມຄອງປ່າໄມ້.
- ສາມາດເປັນນັກປະເມີນ ແລະ ປົກປັກຮັກສາສິ່ງແວດລ້ອມ.
7. ກຳນົດການເປີດສອນ
ເລີ່ມແຕ່ສົກສຶກສາ 2021-2022 ເປັນຕົ້ນໄປ ແລະ ຈະປະເມີນຜົນພາຍຫຼັງນັກສຶກສາຮຽນຈົບ 1 ຮຸ່ນ ຫຼື ພາຍໃນສົກສຶກສາ 2023-2024
ເພື່ອປັບປຸງຫຼັກສູດໃຫ້ແທດເໝາະກັບສະພາບການ.
8. ຄາດຄະເນແຜນການຮັບນັກສຶກສາ
ສົກສຶກສາ | ຈໍານວນນັກສຶກສາ | ຈໍານວນນັກສຶກສາທີ່ຄາດວ່າຈະຮຽນຈົບ | ||
ປີທີ 1 | ປີທີ 2 | ລວມ | ||
2021-2022 | 10 | 10 | 0 | |
2022-2023 | 10 | 10 | 20 | 10 |
2023-2024 | 10 | 10 | 20 | 10 |
2024-2025 | 10 | 10 | 20 | 10 |
9. ເງື່ອນໄຂຂອງຜູ້ເຂົ້າສຶກສາ
- ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດນີ້, ຕ້ອງແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ໃນສາຂາທີ່ກ່ຽວຂ້ອງ ທີ່ມີຜົນການຮຽນດີ, ມີພື້ນຖານຄວາມຮູ້ຄວາມສາມາດ, ມີຄວາມພ້ອມ ແລະ ມີປະສົບການໃນການນໍາໃຊ້ເຄື່ອງມືສໍາລັບເຮັດການຄົ້ນຄວ້າວິທະຍາສາດໄດ້.
- ຕ້ອງມີປະສົບການໃນການເຮັດວຽກນໍາຂະແໜງການທີ່ກ່ຽວຂ້ອງກັບວິຊາທີ່ຈະຮຽນຢ່າງໜ້ອຍ 2 ປີ ຫຼື ຖ້າເປັນນັກສຶກສາທີ່ຮຽນຈົບໃໝ່ ຕ້ອງມີຄະແນນສະສົມສະເລ່ຍ (CGPA) 2.75 ຂຶ້ນໄປ.
- ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ
- ມີສຸຂະພາບແຂງແຮງດີ.
- ມີຄວາມຮູ້ທາງດ້ານພາສາອັງກິດໃນລະດັບປານກາງ.
10. ວິທີການເລືອກຜູ້ທີ່ເຂົ້າສຶກສາ
ວິທີການເລືອກຜູ້ທີ່ເຂົ້າສຶກສາ ແມ່ນໄດ້ຄັດເລືອກໂດຍຕາມຂັ້ນຕອນດັ່ງນີ້:
- ອີງຕາມຂໍ້ກໍານົດ, ເງື່ອນໄຂທີ່ໄດ້ລະບຸໄວ້ໃນຫຼັກສູດ ແລະ ຂໍ້ກໍານົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ
- ຮູບແບບການຈັດເລືອກຕ້ອງຜ່ານການສອບເສັງຄັດເລືອກ, ການສໍາພາດ ແລະ ໃຫ້ຜູ້ມາສະໝັກຕ້ອງໄດ້ຂຽນບົດໂຄງການສໍາລັບການຄົ້ນຄວ້າ ແລ້ວນໍາສະເໜີຕໍ່ໜ້າຄະນະກຳມະການ ຊຶ່ງຄະນະກຳມະການທີ່ເປັນອາຈານປະຈຳໃນຫຼັກສູດຈະຄັດເລືອກຕາມຄວາມຊໍານານ ແລະ ຄວາມເປັນໄປໄດ້ຂອງອາຈານທີ່ຈະຮັບເປັນອາຈານທີ່ປຶກສາ.
- ຜູ້ມາສະໝັກເຂົ້າຮຽນຕ້ອງມີປະສົບການໃນການນໍາໃຊ້ເຄື່ອງມືໃນການທົດລອງ
11. ການຈັດຕັ້ງການຮຽນ - ການສອນ
ການຮຽນ-ການສອນເປັນຮູບແບບການຄົ້ນຄວ້າວິທະຍາສາດ ໂດຍລົງເລິກທາງດ້ານການຄົ້ນຄວ້າທັງພາກສະໜາມ, ການທົດລອງ, ວິເຄາະຂໍ້ມູນ ແລະ
ຄົ້ນຄວ້າທິດສະດີເຂົ້າໃນພາກປະຕິບັດຕົວຈິງ.
12. ໄລຍະເວລາການສຶກສາ
ກຳນົດໃນຫຼັກສູດ 2 ປີ ຫຼື ເທົ່າກັບ 4 ພາກຮຽນ ສຳລັບນັກສຶກສາທີ່ບໍ່ສາມາດຈົບໄດ້ພາຍໃນກຳນົດ 2 ປີສາມາດຂະຫຍາຍເວລາໄດ້ອີກບໍ່ເກີນ 1 ປີ ຫຼື 2 ພາກຮຽນ.
13. ເນື້ອໃນໂຄງສ້າງຫຼັກສູດ
13.1 ການກໍານົດໜ່ວຍກິດ
ຈໍານວນໜ່ວຍກິດທັງໝົດ 44 ໜ່ວຍກິດ, ເຊິ່ງປະກອບມີ:
- ວິທະຍານິພົນ 36 ໜ່ວຍກິດ
- ວິຊາບັງຄັບ 4 ໜ່ວຍກິດ
- ວິຊາເລືອກ 4 ໜ່ວຍກິດ
13.2 ແຜນການຮຽນ-ການສອນ
ປີທີ 1 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ວິຊາ | ຈ/ນ ໜ່ວຍກິດ |
1 | 207SE111 | ສຳມະນາ 1 | 1 (0 – 2 – 1) |
2 | 207SP114 | ບັນຫາພິເສດທາງຊີວະວິທະຍາ | 1 (1 – 2 – 1) |
3 | 207RM113 | ວິທີການວິໄຈທາງຊີວະວິທະຍາລະດັບສູງ | 1 (1 – 2 - 2) |
4 | Xxxxx | ວິຊາເລືອກ | 2 (1 – 2 – 3) |
5 | 207TH 231 | ວິທະຍານິພົນ | 6 (0 -12- 6) |
ລວມ | 11 ໜ່ວຍກິດ |
ປີທີ 1 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ວິຊາ | ຈ/ນ ໜ່ວຍກິດ |
1 | 207SE112 | ສຳມະນາ 2 | 1 (0 – 2 – 1) |
1 | Xxxxx | ວິຊາເລືອກ | 2 (1 – 2 – 3) |
2 | 207TH 231 | ວິທະຍານິພົນ | 10 (0 -20 - 10) |
ລວມ | 13 ໜ່ວຍກິດ |
ປີທີ 2 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ວິຊາ | ຈ/ນ ໜ່ວຍກິດ |
1 | 207TH 231 | ວິທະຍານິພົນ | 10 (0 -20 - 10) |
ລວມ | 10 ໜ່ວຍກິດ |
ປີທີ 2 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ວິຊາ | ຈ/ນ ໜ່ວຍກິດ |
1 | 207TH 231 | ວິທະຍານິພົນ | 10 (0 -20 - 10) |
ລວມ | 10 ໜ່ວຍກິດ |