1. ຊື່​ຫຼັກສູດ

    • ພາສາລາວ: ຫຼັກສູດ ປະ​ລິນ​ຍາ​ໂທ ວິ​ທະຍາ​ສາດ ສາຂາ ​ຟີຊິກສາດນໍາໃຊ້
    • ພາສາອັງກິດ: Master of Science Program in Applied Physics

2. ຊື່​ປະ​ກາສະ​ນີ​ຍະ​ບັດ

  • ປະລິນຍາໂທວິທະຍາສາດ ສາຂາ ​ ຟີຊິກສາດນໍາໃຊ້
  • ປທວ. ຟຊນຊ
  • Master of Science in Applied Physics
  • M. A.Ph.

3. ໜ່ວຍ​ງານຮັບຜິດຊອບຫຼັກສູດ

ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຄະນະ​ວິທະຍາ​ສາດທຳ​ມະ​ຊາດ, ພະ​ແນ​ກ ສຶກສາ​ຫຼັງ​ປະລິນຍາ​ຕີ ແລະ ພາກວິຊາຟີຊິກສາດ
​​ໂທ​ລະ​ສັບ:  021 770 173, 020 55120723, 02022203337, 02058621864
​ແຟກ:   021 770 173
ອີເ​ມລ:  np.volachack@gmail.com; singsoupho@nuol.edu.la

​4. ປັດ​ຊະ​ຍາ ​

ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ອີງຕາມແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ການສ້້າງຫຼັກສູດຟີຊິກສາດນໍາໃຊ້ ກໍ່ແມ່ນໜຶ່ງໃນແຜນພັດທະນາທາງດ້ານບຸກຄະລາກອນ ເພື່ອຕອບສະໜອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ຫຼັກສູດນີ້ມີເປົ້າໝາຍເພື່ອສ້າງ ແລະ ພັດທະນານັກສຶກສາ ແລະ ນັກຄົ້ນຄວ້າໃຫ້ກາຍເປັນນັກວິຊາການດ້ານ ຟີຊິກສາດນຳໃຊ້ ພ້ອມທັງໃຫ້ເປັນນັກວິຊາການທີ່ມີ ຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ລະບຽບວິໄນ, ຫົວຄິດປະດິດສ້າງ, ຄວາມສັດຊື່ບໍລິສຸດ, ແນວຄິດຮັກຊາດ ແລະ ຮັກອາຊີບ.  ສ້າງນັກສຶກສາໃຫ້ເປັນນັກວິທະຍາສາດທີ່ມີຄຸນນະພາບ, ສາມາດເຮັດການຄົ້ນຄວ້າວິທະຍາສາດ  ແລະ ເປັນທີ່ຍອມຮັບຂອງສັງຄົມຢູ່ພາຍໃນ ແລະ ຕ່າງ ປະເທດ.

5. ຈຸດປະສົງຂອງຫຼັກສູດ

– ເພື່ອສ້າງນັກສຶກສາໃຫ້ເປັນຜູ້ສະຫງວນມັກໃນການຄົ້ນຄ້ວາສຶກສາຮຽນຮູ້ວິທະຍາສາດ, ໃຫ້ກາຍ ເປັນນັກວິຊາການທາງດ້ານວິທະຍາສາດ, ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດ ຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຢູ່ໃນພາກພື້ນ ແລະ ສາກົນ.
– ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດ ວຽກງານ ຕ່າງໆ ເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ ແລະ ສາມາດພັດທະນາການເປັນຄູສອນໄດ້.
– ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

6.1. ຜົນການຮຽນຮູ້

  • ດ້ານຄວາມຮູ້: ພາຍຫຼັງທີ່ຮຽນຈົບຫຼັກສູດນີ້ ນັກ​ສຶກ​ສາສາມາດ:
    • ເຮັດການທົດລອງ, ການນໍາໃຊ້ເຄື່ອງມື ແລະ ອຸປະກອນທາງດ້ານວິທະຍາສາດໄດ້ຕາມຈຸດປະສົງ, ແລະ ຕິດຕາມຄວາມກ້າວໜ້າວິຊາການທາງດ້ານວິທະຍາສາດ.
    • ສ້າງສິ່ງປະດິດໃໝ່ຈາກຜົນງານການຄົ້ນຄວ້າວິທະຍາສາດ, ກວດສອບຄຸນສົມບັດຂອງວັດສະດຸ.
    • ສໍາຫຼວດດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ.
    • ສໍາຫຼວດດ້ານລັງສີວິທະຍາໃນສິ່ງແວດລ້ອມ ແລະ ນໍາໃຊ້ລັງສີເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
  • ດ້ານທັກສະ:
    • ນໍາໃຊ້ໃນການແກ້ໄຂບັນຫາວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີລະບົບ.
    • ເຮັດວຽກເປັນໝູ່ຄະນະ, ການສື່ສານ, ຄົ້ນຄິດຢ່າງມີວິຈາລະນະຍານ ແລະ ທັກສະໃນການຄົ້ນຄວ້າ.
  • ດ້ານການນໍາໃຊ້:
    • ນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເຂົ້າໃນການປະກອບອາຊີບຕາມຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ແລະ ແກ້ໄຂບັນຫາທາງທໍາມະຊາດທີ່ເກີດຂື້ນ.
    • ດຳເນີນການສໍາຫຼວດ ດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
    • ນໍາໃຊ້ລັງສີວິທະຍາເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
    • ສ້າງສິ່ງປະດິດໃໝ່.
  • ດ້ານທັກສະທາງສັງຄົມ:
    • ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີນໍ້າໃຈຮັກຊາດ, ຮັກສີ່ງແວດລ້ອມແບບຍືນຍົງ.
    • ​ນຳ​ໃຊ້​ເທັກ​ໂນ​ໂລ​ຊີ, ​ສະ​ແດງ​ຄວາມ​ຄິດ​ເຫັນ​ດ້ານ​ວິ​ຊາ​ການ,ໃຫ້​ຄຳ​ປຶກ​ສາ​ດ້ານ​ວິ​ຊາ​ການ, ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ກັບສັງຄົມ ແລະ ​ເພື່ອນ​ຮ່ວມ​ງານ.

6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

  • ເປັນນັກວິຊາການ ດ້ານຟີຊິກສາດ ເຊັ່ນ: ເປັນຄູ-ອາ​ຈານ, ທີ່ປຶກສາ ແລະ ນັກ​ຄົ້ນຄ້ວາວິ​ໄຈ.
  • ເປັນພະ​ນັກ​ງານ​ລັດ ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໃນ​ລະ​ດັບ​ຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບຟີຊິກສາດ ເຊັ່ນ: ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ກົມມາດຕະຖານ, ພະແນກລັງສີ.
  • ນອກຈາກນັ້ນ, ຍັງສາມາດປະກອບອາຊີບເຂົ້າໃນພາກສ່ວນເອກະຊົນ ເຊັ່ນ: ທຸລະກິດທາງ ອຸປະກອນອີເລັກໂຕຣນິກ, ບໍລິສັດທີ່ກ່ຽວຂ້ອງກັບ, ​ອຸດ​ສະ​ຫະ​ກຳ​ການ​ບໍ​ລິ​ການ, ເຄື່ອງມືການແພດ ແລະ ອື່ນໆ.

7. ​​ກໍານົດ​ເວລາການ​ເປີດສອນ

​​ດຳ​ເນີນ​ການ​ຮຽນ​-ການ​ສອນນັບແຕ່ ສົກສຶກສາ 2020-2021 ​ເປັນຕົ້ນ​ໄປ. ​ໃນ​ແຕ່​ລະ​ຊຸດ​ຮຽນ ພາຍຫຼັງ​ສຳ​ເລັດ​ການ​ສຶກສາ​ຈະ​ໄດ້​​​ປະ​ເມີນ​ຄຸນ​ນະພາ​ບ ​ຂອງ​ການ​ສຶກສາ ເພື່ອປະມວນ ສະຫຼຸບ​ຖອດ​ຖອນ​ບົດ​ຮຽນ.

8. ຄາ​ດຄະ​​ເນ​​ແຜນ​ການຮັບ​ນັກ​ສຶກສາ

        ຮັບ​ນັກ​ສຶກສາ ​ແຕ່ 10 ຫາ 20 ຄົນ

ສົກສຶກສາ ປີ 1 ປີ 2 ລວ​ມ ຄາດ​ຄະ​ເນ​ນັກ​ສຶກສາ​ຈະ​ຈົບ
2020-2021 20 20
2021-2022 20 20 40 20

​9. ຄຸນສົມບັດຂອງນັກສຶກສາ

​ຜູ້​ເຂົ້າ​ສຶກສາ​ ຕ້ອງ​ມີ​ເງື່​ອນ​ໄຂ​ດັ່ງ​ນີ້:

9.1. ສຳລັບນັກສຶກສາ

  • ຈົບ​ປະລິນຍາ​ຕີ ​ທາງດ້ານ​ວິທະຍາ​ສາດ ສາ​ຂາ: ຟີ​ຊິກ​ສາດ, ​ຄູຟີຊິກສາດ, ວິສະວະກໍາສາດ ແລະ ຈົບວິທະຍາໄລຄູສາຍຄູທໍາມະຊາດ ທັງພາຍໃນ ແລະ ຕ່າງປະເທດ.
  • ນັກສຶກສາທີ່ຮຽນຈົບ ມີ​ຄະ​​ແນນ​ສະ​ສົມ​ສະ​ເລ່ຍລວມ (CGPA) ​3.00 ຂຶ້ນໄປຮຽນຕໍ່ໄດ້ເລີຍ, ຖ້າມີ​ຄະ​ແນນ​ສະ​ສົມ​ສະ​ເລ່ຍ (CGPA) ຕໍ່າກວ່າ 3.00 ​ຕ້ອງ​ໄດ້​ຜ່ານ​ການ​ເຮັດ​ວຽກ​ງານກ່ຽວ​ກັບ​ວິຊາ​ສະ​ເພາະ​ທີ່​ກ່ຽວຂ້ອງ​ຢ່າງ​ໜ້ອຍ 2 ປີ.
  • ມີ​ລະດັບພາສາ​ອັງ​ກິດໃນລະດັບເຂົ້າໃຈ ​ອ່ານ, ຂຽນ ​ແລະ ຊອກຄົ້ນບົດຮຽນໄດ້.
  • ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ.
  • ມີສຸຂະພາບແຂງແຮງດີ.

9.2. ສຳລັບພະນັກງານ

  • ຖ້າເປັນພະນັກງານຕ້ອງມີໃບອະນຸຍາດລາພັກມາຮຽນຈາກກົມກອງ, ຖ້າຮຽນຕາມລະບົບຮຽນ ເຕັມເວລາ.
  • ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ.
  • ມີສຸຂະພາບແຂງແຮງດີ.

10. ວິທີ​ການ​ຄັດ​ເລືອກ​ຜູ້​ເຂົ້າ​ສຶກສາ

​ອີງຕາມ​ຂໍ້​ກຳນົດວ່າ​ດ້ວຍ​ການ​ຮັບ​ນັກ​ສຶກສາ​ເຂົ້າສຶກສາ​ໃນ​ລະດັບ​ປະລິນ​ຍາ​ໂທ​ຂ​ອງ​ມະຫາວິ​ທະຍາ​ໄລ​​ແຫ່ງ​ຊາດ ຫຼື​ ຂອງ​ຄະນະ​ວິທະຍາ​ສາດ​ທຳ​ມະ​ຊາດ ດັ່ງ​ນີ້:

  • ນັກ​ສຶກສາ​ຕ້ອງ​ປະກ​ອບ​ເອກະສານຄົບ​ຖ້ວນ​ຕາມ​ທີ່​ຄະນະ​ວິທະຍາສາດ​ກຳນົດ​ໄວ້.
  • ມີການ​ສອບ​​ເສັງ ​ແລະ​ ສໍາພາດ.
  • ລາຍ​ງານ​ຜົນ​ການສອບ​ເສັງ ​ໃຫ້​ຫ້ອງ​ການ​​ ການສຶກສາຫຼັງ​ປະລິນຍາ​ຕີ​ ມະຫາວິທະຍາ​ໄລ​​ແຫ່ງ​ຊາດ ​ເພື່​ອຂໍອະນຸ​ມັດ​ຮັບ​​ເອົາ​ນັກ​ສຶກສາ​ເປັນ​ທາງ​ການ​.

11. ການ​ຈັດ​ຕັ້ງ​ການ​ຮຽນ ການ​ສອນ

  • ​ການຈັດຕັ້ງການຮຽນແບບເຕັມເວລາຄື 2 ປີ ຫຼື 2 ສົກຮຽນ (4 ພາກຮຽນ) ແຕ່ບໍ່ເກີນ 3 ປີ ຫຼື 6 ພາກຮຽນ. ໃນນັ້ນ ໜຶ່ງສົກຮຽນແບ່ງອອກເປັນ 2 ພາກຮຽນ, ໜຶ່ງພາກຮຽນມີ 5 ເດືອນ (20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກແລ້ງ).
  • ສອນຕາມລະບົບ​ໜ່ວຍ​ກິດ, ຕາມລາຍວິຊາທີ່ໄດ້ກໍານົດໄວ້ໃນແຜນການຮຽນລວມທັງໝົດແມ່ນ 45 ໜ່ວຍກິດ.
  • ໜຶ່ງອາທິດຮຽນແຕ່ວັນຈັນ ເຖິງ ວັນສຸກ, ໜຶ່ງວັນຮຽນສູງສຸດບໍ່ເກີນ 7 ຊົ່ວໂມງ, ຊົ່ວໂມງຮຽນ ແມ່ນ 50   ນາທີ.
  • ມີການໄປທັດສະນະສຶກສາ ເພື່ອສຶກສາ ແລະ ແລກປ່ຽນບົດຮຽນຕາມສະຖານທີ່ໆກ່ຽວຂ້ອງກັບວິຊາສະເພາະ ຢູ່ພາຍໃນ ຫຼື ຕ່າງປະເທດ.

​​​​12. ໄລຍະ​ເວລາ​ການ​ສຶກສາ

ໃຊ້ຫຼັກສູດລະບົບ 2 ປີ (4 ພາກຮຽນ) ບໍ່​ເກີນ 3 ປີ (6 ພາກຮຽນ). ​

13. ການກຳນົດໜ່ວຍກິດໃນແຜນການຮຽນການສອນ

ໂຄງສ້າງຫຼັກສູດລະດັບປະລິນຍາໂທນີ້ ແມ່ນການສຶກສາທີ່ເນັ້ນໜັກໃສ່ການຮຽນ ແລະ ຄົ້ນຄວ້າວິໄຈໂດຍມີການຂຽນບົດວິທະຍານິພົນ,
ດັ່ງມີລາຍລະອຽດກ່ຽວກັບໜ່ວຍກິດດັ່ງລຸ່ມນີ້:

13.1. ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ

1.) ໝວດວິຊາສະເພາະ:           29 ໜ່ວຍກິດ

2.) ໝວດວິຊາ​​ເລື​ອກ:               4 ໜ່ວຍກິດ

3.) ໝວດວິທະຍານິພົນ:          12 ໜ່ວຍກິດ

ໜ່ວຍກິດລວມທັງໝົດ:      45 ໜ່ວຍກິດ

13.2. ​​ແຜນການຈັດຕັ້ງການ​ຮຽນການ​ສອນ​​ແຕ່ລະ​ປີ, ແຕ່ລະພາກຮຽນ

     ປີ I (ພາກຮຽນ 1):

  ລະ​ຫັດ​ວິຊາ ລາຍວິຊາ ໜ່ວຍ​ກິດ
207PO121 ແນວທາງການເມືອງຂອງ ສປປ ລາວ 2(2-0-4)
207MA121 ຄະນິດສາດສໍາລັບຟີຊິກ 3(22-5)
207SC121 ທາດເຄິ່ງຊັກນໍາ 3(2-2-5)
207MT121 ກົນລະສາດ-ຄວາມຮ້ອນ 3(2-2-5)
ລວມ 11(8619)

       ປີ I (ພາກຮຽນ 2)

  ລະ​ຫັດ​ວິຊາ ລາຍວິຊາ ໜ່ວຍ​ກິດ
207EM121 ໄຟຟ້າ-ແມ່ເຫຼັກ 3(2-2-5)
207SN121 ສຳ​ມະ​ນາ 1(0-3-1)
207TL121 ເທັກນິກການທົດລອງ 3(1-4-4)
207OP131 ແສງສະຫວ່າງ 3(2-2-5)
207PR131 ໂປຣແກຣມວິເຄາະຂໍ້ມູນ 1(0-3-1)
ລວມ 11(5-14-16)

      ປີ II (ພາກຮຽນ 1)

  ລະ​ຫັດ​ວິຊາ ລາຍວິຊາ ໜ່ວຍ​ກິດ
207MP221 ຟີຊິກແຜນໃໝ່ 3(2-2-5)
207QM221 ກົນລະສາດຄວັນຕໍາ 3(3-0-6)
207EL221 ອີເລັກໂຕຣນິກ 3(2-2-5)
207RM221 ວິທີການຄົ້ນຄວ້າ 2(1-3-3)
ລວມ 11(8-7-19)

  ປີ II (ພາກຮຽນ 2)

  ລະ​ຫັດ​ວິຊາ ລາຍວິຊາ ໜ່ວຍ​ກິດ
207TH231 ວິທະຍາ​ນິພົນ 12(0-0-36)