1. ຊື່ຫຼັກສູດ

1.1 ພາສາລາວ: ປະ​ລິນ​ຍາ​ໂທ ວິ​ທະຍາ​ສາດ ສາຂາ ​ຟີຊິກສາດນໍາໃຊ້ (ຮູບແບບການຄົ້ນຄວ້າ)
1.2 ພາສາອັງກິດ: Master of Science Program in Applied Physics (Research)

2. ຊື່ປະກາສະ​ນີຍະ​ບັດ

ປະລິນຍາໂທວິທະຍາສາດ ສາຂາ ​ ຟີຊິກສາດນໍາໃຊ້

  • ປທວ. ຟຊນຊ
  • Master of Science in Applied Physics
  • M. A.Ph.

3. ໜ່ວຍງານຮັບຜິດຊອບຫຼັກສູດ

  • ພາກວິຊາຟີຊິກສາດ, ພະ​ແນ​ກ ສຶກສາ​ຫຼັງ​ປະລິນຍາ​ຕີ ຄະນະ​ວິທະຍາ​ສາດ ທຳ​ມະ​ຊາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ.
  • ​ໂທ​ລະ​ສັບ:  021 770 173, 020  55120723, 020 22203337, 020 58621864
  • ແຟກ:      021 770 173
  • ອີເ​ມລ:      volachack@nuol.edu.la;  singsoupho@nuol.edu.la

4. ​ປັດຊະຍາຂອງຫຼັກສູດ

ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ອີງຕາມແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ການສ້້າງຫຼັກສູດຟີຊິກສາດນໍາໃຊ້ໃນຮູບແບບການຄົ້ນຄວ້າ ກໍ່ແມ່ນໜຶ່ງໃນແຜນພັດທະນາທາງດ້ານບຸກຄະລາກອນ ເພື່ອຕອບສະໜອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ຫຼັກສູດນີ້ມີເປົ້າໝາຍເພື່ອສ້າງ ແລະ ພັດທະນານັກສຶກສາ ແລະ ນັກຄົ້ນຄວ້າໃຫ້ກາຍເປັນນັກວິຊາການດ້ານ ຟີຊິກສາດນໍາໃຊ້ ພ້ອມທັງໃຫ້ເປັນນັກວິຊາການທີ່ມີ ຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ລະບຽບວິໄນ, ຫົວຄິດປະດິດສ້າງ, ຄວາມສັດຊື່ບໍລິສຸດ, ແນວຄິດຮັກຊາດ ແລະ ຮັກອາຊີບ.  ສ້າງນັກສຶກສາໃຫ້ເປັນນັກວິທະຍາສາດທີ່ມີຄຸນນະພາບ, ສາມາດເຮັດການຄົ້ນຄວ້າວິທະຍາສາດ  ແລະ ເປັນທີ່ຍອມຮັບຂອງສັງຄົມຢູ່ພາຍໃນ ແລະ ຕ່າງ ປະເທດ.

5. ຈຸດປະສົງຂອງຫຼັກສູດ

ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ ໂດຍສະເພາະແມ່ນການນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທາງດ້ານວິທະຍາສາດ, ທີ່ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃນປະຈຸບັນຢູ່ໃນພາກພື້ນ ແລະ ສາກົນ.

ນັກສຶກສາທີ່ຮຽນຈົບ ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆ ເຊັ່ນ:  ຂະແໜງການວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ, ວັດສະດຸສາດ, ການສໍາຫຼວດດ້ານທໍລະນີສາດ ແລະ ດ້ານວິສະວະກໍາທໍລະນີ, ການສໍາຫຼວດ ແລະການນໍາໃຊ້ລັງສີວິທະຍາເຂົ້າໃນຂະແໜງການກະສິກໍາ, ອຸດສະຫະກໍາ, ທາງສິ່ງແວດລ້ອມ ແລະ ທາງການແພດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.

ເພື່ອໃຫ້ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ຜົນການຮຽນຮູ້
  • ດ້ານຄວາມຮູ້: ພາຍຫຼັງທີ່ຮຽນຈົບຫຼັກສູດນີ້ ນັກ​ສຶກ​ສາສາມາດ:
    • ເຮັດການທົດລອງ, ການນໍາໃຊ້ເຄື່ອງມື ແລະ ອຸປະກອນທາງດ້ານວິທະຍາສາດໄດ້ຕາມຈຸດປະສົງ, ແລະ ຕິດຕາມຄວາມກ້າວໜ້າວິຊາການທາງດ້ານວິທະຍາສາດ.
    • ສ້າງສິ່ງປະດິດໃໝ່ຈາກຜົນງານການຄົ້ນຄວ້າວິທະຍາສາດ, ກວດສອບຄຸນສົມບັດຂອງວັດສະດຸ.
    • ສໍາຫຼວດດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ.
    • ສໍາຫຼວດດ້ານລັງສີວິທະຍາໃນສິ່ງແວດລ້ອມ ແລະ ນໍາໃຊ້ລັງສີເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
  • ດ້ານທັກສະ:
    • ນໍາໃຊ້ໃນການແກ້ໄຂບັນຫາທາງວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີລະບົບ.
    • ເຮັດວຽກເປັນໝູ່ຄະນະ, ການຕິດຕໍ່ສື່ສານ, ຄົ້ນຄິດຢ່າງມີວິຈາລະນະຍານ ແລະ ທັກສະໃນການຄົ້ນຄວ້າ.
  • ດ້ານການນໍາໃຊ້:
    • ນໍາໃຊ້ຄວາມຮູ້ທາງດ້ານຟີຊິກສາດ ເຂົ້າໃນການປະກອບອາຊີບຕາມຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ແລະ ແກ້ໄຂບັນຫາທາງທໍາມະຊາດທີ່ເກີດຂື້ນ.
    • ດຳເນີນການສໍາຫຼວດ ດ້ານທໍລະນີສາດ, ດ້ານວິສະວະກໍາທໍລະນີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
    • ນໍາໃຊ້ລັງສີວິທະຍາເຂົ້າໃນດ້ານກະສິກໍາ, ດ້ານອຸສະຫະກໍາ ແລະ ໃນທາງການແພດ.
    • ປະດິດສ້າງສິ່ງໃໝ່ໆ.
  • ດ້ານທັກສະທາງສັງຄົມ:
    • ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີນໍ້າໃຈຮັກຊາດ, ຮັກສີ່ງແວດລ້ອມແບບຍືນຍົງ.
    • ​ນໍາ​ໃຊ້​ເທັກ​ໂນ​ໂລ​ຊີ, ​ສະ​ແດງ​ຄວາມ​ຄິດ​ເຫັນ​ດ້ານ​ວິ​ຊາ​ການ, ໃຫ້​ຄຳ​ປຶກ​ສາ​ດ້ານ​ວິ​ຊາ​ການ, ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ກັບສັງຄົມ ແລະ ​ເພື່ອນ​ຮ່ວມ​ງານ.

ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ:

  • ເປັນນັກວິຊາການ ດ້ານຟີຊິກສາດ ເຊັ່ນ:  ເປັນຄູ-ອາ​ຈານ, ທີ່ປຶກສາ ແລະ ນັກ​ຄົ້ນຄ້ວາວິ​ໄຈ.
  • ເປັນພະ​ນັກ​ງານ​ລັດ ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໃນ​ລະ​ດັບ​ຕ່າງໆ, ບັນດາກະຊວງທີ່ມີຂະແໜງການກ່ຽວຂ້ອງກັບຟີຊິກສາດ ເຊັ່ນ: ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ກົມມາດຕະຖານ, ພະແນກລັງສີ, ກົມທໍລະນີສາດ ແລະ ແຮ່ທາດ, ກົມຊັບພະຍາກອນນໍ້າ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.
  • ນອກຈາກນັ້ນ, ຍັງສາມາດປະກອບອາຊີບເຂົ້າໃນພາກສ່ວນເອກະຊົນ ເຊັ່ນ: ທຸລະກິດທາງ ອຸປະກອນອີເລັກໂຕຣນິກ, ບໍລິສັດທີ່ກ່ຽວຂ້ອງກັບການສໍາຫຼວດ ແລະ ຊອກຄົ້ນບໍ່ແຮ່, ​ອຸດ​ສະ​ຫະ​ກຳ​ການ​ບໍ​ລິ​ການ, ເຄື່ອງມືທາງການແພດ ແລະ ອື່ນໆ.

7. ກໍານົດການເປີດສອນ

​​ດຳ​ເນີນ​ການ​ຮຽນ​-ການ​ສອນນັບແຕ່ ສົກສຶກສາ 2021-2022 ​ເປັນຕົ້ນ​ໄປ. ​ໃນ​ແຕ່​ລະ​ຊຸດ​ຮຽນ ພາຍຫຼັງ​ສຳ​ເລັດ​ການ​ສຶກສາ​ຈະ​ໄດ້​​​ປະ​ເມີນ​ຄຸນ​ນະພາ​ບ ​ຂອງ​ການ​ສຶກສາ
ເພື່ອປະມວນ ສະຫຼຸບ​ຖອດ​ຖອນ​ບົດ​ຮຽນ.

8. ຄາດຄະ​​ເນ​​ແຜນການຮັບນັກສຶກສາ

ສົກສຶກສາ ຈໍານວນນັກສຶກສາ ຈໍານວນນັກສຶກສາທີ່ຄາດວ່າຈະຮຽນຈົບ
ປີທີ 1 ປີທີ 2 ລວມ
2021-2022 10 0 10 0
2022-2023 10 10 20 10
2023-2024 10 10 20 10
2024-2025 10 10 20 10

9. ​ເງື່ອນໄຂຂອງຜູ້ເຂົ້າສຶກສາ

  • ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດນີ້ຕ້ອງແມ່ນຜູ້ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ໃນສາຂາຟີຊິກສາດ ຫຼື ວິສະວະກຳສາດ ຫຼື ຄະນິດສາດ ຫຼື ສາຂາວິທະຍາສາດທີ່ກ່ຽວຂ້ອງກັບຟີຊິກສາດ. ມີພື້ນຖານຄວາມຮູ້ຄວາມສາມາດ ແລະ ມີຄວາມພ້ອມສໍາລັບເຮັດການຄົ້ນຄວ້າວິທະຍາສາດໄດ້.
  • ຕ້ອງມີປະສົບການໃນການເຮັດວຽກນໍາຂະແໜງການທີ່ກ່ຽວຂ້ອງກັບວິຊາທີ່ຈະຮຽນຢ່າງໜ້ອຍ 2 ປີ ຫຼື ຖ້າເປັນນັກສຶກສາທີ່ຮຽນຈົບໃໝ່ ຕ້ອງມີເກຣດສະເລ່ຍ 2,75 ຂຶ້ນໄປ.
  • ມີຄວາມຮູ້ທາງດ້ານພາສາອັງກິດໃນລະດັບປານກາງ.
  • ມີຄວາມສາມາດໃນການປະຕິບັດພັນທະຄ່າຮຽນ.
  • ມີສຸຂະພາບແຂງແຮງດີ.

10. ວິທີການຄັດເລືອກຜູ້ເຂົ້າສຶກສາ

  • ນັກສຶກສາຕ້ອງຂຽນບົດສະເໜີໂຄງການທີ່ຕົນເອງຈະຄົ້ນຄວ້າ ແລ້ວໃຫ້ອາຈານຄັດເລືອກຕາມຄວາມສໍານານ ແລະ ຄວາມເປັນໄປໄດ້ຂອງອາຈານທີ່ຈະຮັບ ໂດຍບໍ່ຈໍາເປັນກໍານົດປະລິມານນັກສຶກສາ.
  • ຕ້ອງມີການສອບເສັງ ແລະ ສໍາພາດ.
  • ປະຕິບັດຕາມຂໍ້ກໍານົດຂອງມະຫາວິທະຍາໄລແຫ່ງຊາດ.

11. ການຈັດຕັ້ງການຮຽນການສອນ

  • ​ການຈັດຕັ້ງການຮຽນແບບເຕັມເວລາຄື 2 ປີ ຫຼື 2 ສົກຮຽນ (4 ພາກຮຽນ) ແຕ່ບໍ່ເກີນ 3 ປີ ຫຼື 6 ພາກຮຽນ. ໃນນັ້ນ ໜຶ່ງສົກຮຽນແບ່ງອອກເປັນ 2 ພາກຮຽນ, ໜຶ່ງພາກຮຽນມີ 5 ເດືອນ (20 ອາທິດ) ແລະ ໃຫ້ມີໄລຍະຮຽນຕົວຈິງ 16 ອາທິດ (ມີພັກພາກຮຽນ).
  • ສອນຕາມລະບົບ​ໜ່ວຍ​ກິດ, ຕາມລາຍວິຊາທີ່ໄດ້ກໍານົດໄວ້ໃນແຜນການຮຽນລວມທັງໝົດແມ່ນ 46 ໜ່ວຍກິດ.
  • ຂື້ນຫ້ອງຮຽນເຕັມເວລາ (ວັນຈັນ – ວັນສຸກ), ໜຶ່ງວັນຮຽນສູງສຸດບໍ່ເກີນ 7 ຊົ່ວໂມງ, ຊົ່ວໂມງຮຽນ ແມ່ນ 50 ນາທີ.

– ມີການໄປທັດສະນະສຶກສາ ເພື່ອສຶກສາ ແລະ ແລກປ່ຽນບົດຮຽນຕາມສະຖານທີ່ໆກ່ຽວຂ້ອງກັບວິຊາສະເພາະ ຢູ່ພາຍໃນ ຫຼື ຕ່າງປະເທດ.

12. ​​​​ໄລຍະເວລາການສຶກສາ

ໃຊ້ຫຼັກສູດລະບົບ 2 ປີ (4 ພາກຮຽນ) ບໍ່​ເກີນ 3 ປີ (6 ພາກຮຽນ). ​

​13. ເນື້ອໃນໂຄງສ້າງຫຼັກສູດ

ໂຄງສ້າງຫຼັກສູດລະດັບປະລິນຍາໂທນີ້ ແມ່ນການສຶກສາທີ່ເນັ້ນໜັກໃສ່  ການຄົ້ນຄວ້າວິໄຈໂດຍ ມີການຂຽນບົດວິທະຍານິພົນ ແລະ ຮຽນເພີ່ມບາງວິຊາທີ່ຈໍາເປັນ, ດັ່ງມີລາຍລະອຽດກ່ຽວກັບໜ່ວຍກິດດັ່ງລຸ່ມນີ້:

13.1 ລາຍວິຊາໃນຫຼັກສູດ
          ມີໜ່ວຍກິດລວມ 46 ໜ່ວຍກິດ ໃນນີ້ ວິທະຍານິພົນ 36 ໜ່ວຍກິດ ແລະ ຮຽນເພີ່ມບາງວິຊາທີ່ຈໍາເປັນຈໍານວນ 10 ໜ່ວຍກິດ ເຊິ່ງນັກສຶກສາຈະຕ້ອງໄດ້ຮຽນ ລາຍວິຊາບັງຄັບ 4
ໜວ່ຍກິດ ແລະ ອີກ 6 ໜວ່ຍກິດ ຈາກກຸ່ມວິຊາເລືອກ ທີ່ມີຄວາມຈໍາເປັນ ແລະ ກ່ຽວຂອງກັບຫົວຂໍ້ ການຂຽນບົດວິທະຍານິພົນ,  ການເຮັດກິດຈະກໍາທາງວິຊາການອື່ນໆ ແຕ່ບໍ່ໃຫ້
ນັບໜ່ວຍກິດເຂົ້າຫຼັກສູດ.

ຈໍານວນໜ່ວຍກິດທັງໝົດ 46 ໜ່ວຍກິດ, ເຊິ່ງປະກອບມີ:

  • ວິທະຍານິພົນ:           36 ໜ່ວຍກິດ
  • ວິຊາບັງຄັບ:           4 ໜ່ວຍກິດ
  • ວິຊາເລືອກ:           6 ໜ່ວຍກິດ

13.2 ​​ແຜນການຮຽນ-ການສອນ​​

  •  ປີ 1 ພາກຮຽນ 1
  ລະຫັດວິຊາ ລາຍວິຊາ ໜ່ວຍກິດ
207SN122 ສຳ​ມະ​ນາ 1 1(0-2-1)
207RM121 ວິທີການຄົ້ນຄວ້າ 2(1-2-3)
207xx131 ວິຊາເລືອກ 1 3(2-2-5)
207TH221 ວິທະຍາ​ນິພົນ 4(0-0-12)
ລວມ 10(3-6-21)
  • ປີ 1 ພາກຮຽນ 2
  ລະຫັດວິຊາ ລາຍວິຊາ ໜ່ວຍກິດ
207SN123 ສຳ​ມະ​ນາ 2 1(0-2-1)
207xx131 ວິຊາເລືອກ 2 3(2-2-5)
207TH221 ວິທະຍາ​ນິພົນ 10(0-0-30)
ລວມ 14(2-4-36)
  • ປີ 2 ພາກຮຽນ 1
 ລະຫັດວິຊາ ລາຍວິຊາ ໜ່ວຍກິດ
207TH221 ວິທະຍາ​ນິພົນ 10(0-0-30)
ລວມ 10(0-0-30)
  • ປີ 2 ພາກຮຽນ 2
 ລະຫັດວິຊາ ລາຍວິຊາ ໜ່ວຍກິດ
207TH221 ວິທະຍາ​ນິພົນ 12(0-0-36)
ລວມ