ໜ້າຫຼັກ
ຄະນະວິທະຍາສາດທຳມະຊາດ ເປັນຄະນະໜຶ່ງທີ່ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ໃນປີ 1996 ແລະ ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໃນການເອົາໃຈໃສ່ດຳເນີນປະຕິບັດຫຼັກສູດການຮຽນ-ການສອນ ເພື່ອສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ຈະລິຍະທໍາ ແລະ ຄວາມສີວິໄລທາງດ້ານຈິດໃຈ ເພື່ອຕອບສະໜອງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຄະນະວິທະຍາສາດທໍາມະຊາດມີໜ້າທີ່ໃນການສ້າງນັກວິຊາການດ້ານວິທະຍາສາດທໍາມະຊາດ ແລະ ເຕັກໂນໂລຊີ ໃນ 5 ສາຂາໃຫຍ່ຄື: ຄະນິດສາດ-ສະຖິຕິ, ຟິຊິກສາດ, ເຄມີສາດ, ຊີວະວິທະຍາ ແລະ ວິທະຍາສາດຄອມພິວເຕີ ຊຶ່ງປະຈຸບັນປະກອບມີ 5 ພາກວິຊາ ແລະ 6 ພະແນກບໍລິຫານ, ໃນນັ້ນ ແຕ່ລະພາກວິຊາແມ່ນໄດ້ປະຕິບັດຫຼັກສູດການຮຽນ-ການສອນ ຕາມສາຂາວິຊາຂອງໃຜລາວ.
ປະຈຸບັນນີ້ມີຫຼັກສູດທັງໝົດທີ່ຖືກອະນຸມັດໃຫ້ປະຕິບັດຢູ່ 26 ຫຼັກສູດ, ໃນນີ້ຫຼັກສູດລະດັບປະລີນຍາເອກ 2 ສາຂາ, ຫຼັກສູດລະດັບປະລີນຍາໂທ 8 ສາຂາ, ຫຼັກສູດລະດັບປະລີນຍາຕີ 15 ສາຂາ ແລະ ຫຼັກສູດປະລິນຍາຕີຕໍ່ເນື່ອງ 1 ຫຼັກສູດ. ໃນສົກສຶກສາປະຈຸບັນນີ້ມີນັກສຶກສາທັງໝົດ 1,299 ຄົນ, ຍີງ 360 ຄົນ. ພະນັກງານ, ຄູອາຈານທັງໝົດຈໍານວນ 104 ຄົນ, ຍິງ 46 ຄົນ, ຄູສອນປະຈຳຈຳນວນ 94 ຄົນ, ພະນັກງານບໍລິຫານ 5 ຄົນ ແລະ ຮຽນຕໍ່ຕ່າງປະເທດ 5 ຄົນ.





