ຄວາມເປັນມາ
ພະແນກການເງິນ-ຊັບສີນເປັນໜຶ່ງໃນພະແນກບໍລິຫານຂອງຄະນະວິຊາ ຊຶ່ງຖືກສ້າງຕັ້ງຂື້ນໃນປີ 2009 ຕາມຂະບວນການປັບປຸງການຈັດຕັ້ງຂອງຄະນະວິຊາ ໂດຍໄດ້ແຍກອອກຈາກການເປັນໜ່ວຍງານໜຶ່ງຂອງພະແນກບໍລິຫານສັງລວມໃນເມື່ອກ່ອນ.
ວິໄສທັດ
ປະຕິບັດວຽກງານດ້ວຍຄວາມຖືກຕ້ອງ, ຊື່ສັດ, ໂປ່ງໃສ ແລະ ທັນສະໄໝ
ພາລະບົດບາດ
- ເປັນເສນາທິການໃຫ້ແກ່ຄະນະບໍດີກ່ຽວກັບການຄຸ້ມຄອງງົບປະມານ-ການເງີນຈາກທຸກແຫລ່ງທືນ, ການຄຸ້ມຄອງສັບສິນຂອງລັດ, ການຈັດຊື້ຈັດຈ້າງຂອງຄະນະວິຊາ ບົນພື້ນຖານນະໂຍບາຍ, ຂໍ້ກຳນົດ, ກົດລະບຽບ, ດຳລັດຕ່າງໆ ແລະ ກົດໝາຍຂອງ ສ.ປ.ປ.ລ.
- ຊີ້ນຳ, ນຳພາວຽກງານຮອບດ້ານຂອງພະແນກ: ວຽກງານແຜນການແລະງົບປະມານ, ວຽກງານເກັບລາຍຮັບ, ວຽກງານການບັນຊີ, ວຽກງານຄັງເງິນສົດ, ວຽກງານຈົດຮັບ-ຈົດຈ່າຍ, ວຽກງານສັບສິນ.
ໜ້າທີ່
- ຄຸ້ມຄອງການເງິນຕາມລະບຽບກົດໝາຍດ້ານການເງິນ ແລະ ຕາມຂໍ້ກຳນົດຂອງມະຫາວິທະຍາໄລແຫ່ງຊາດຢ່າງເຂັ້ມງວດ.
- ສ້າງແຜນງົບປະມານປະຈຳເດືອນ, ງວດ ແລະ ປະຈຳປີຕາມລະບຽບທາງດ້ານການເງິນໃຫ້ຖືກຕ້ອງ ແລະ ທັນເວລາ.
- ຕິດຕາມ, ກວດກາ ແລະ ປະເມີນຜົນການນຳໃຊ້ເງິນຮ່ວງຕ່າງໆໃຫ້ມີປະສິດທິພາບສູງ ແລະ ຫາວິທີແກ້ໄຂ ຈຸດອອ່ນໃຫ້ທັນເວລາ.
- ຄຸ້ມຄອງບັນຊີການເງິນ, ບັນຊີຊັບສີນ ແລະ ນຳໃຊ້ໃຫ້ມີປະສິດທິພາບ, ປະສິດທິຜົນສູງ.
- ກຳນົດແຜນເຄື່ອນໄຫວ, ການແບ່ງງານ, ກວດກາ, ຕີລາຄາ ປະເມີນຜົນຄຸນນະພາບຂອງພະນັກງານຂອງຕົນເປັນປະຈຳ.
- ນຳໃຊ້ບັນດາເຄື່ອງມື, ອຸປະກອນ, ພາຫະນະ ແລະ ອື່ນໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
- ສັ່ງຈ່າຍເງິນຄັງສຸກເສີນໃນວຽກງານທີ່ເລັ່ງດ່ວນບໍ່ກາຍ 1.000.000 ກີບ ແລ້ວສ້າງເອກະສານສະເໜີ ຂໍອະນຸມັດຄືນຕາມລະບຽບຫຼັກການ.
- ຊີ້ນຳພາກສ່ວນຕ່າງໆປະຕິບັດລະບຽບດ້ານການເງິນ, ແຜນງົບປະມານຂອງກະຊວງການເງິນ ແລະ ຂໍ້ຕົກລົງເປັນເອກະພາບຂອງຄະນະບໍດີໃຫ້ຖືກຕ້ອງ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະບໍດີ.
ຂອບເຂດສິດ
- ມີສິດຈ່າຍເງິນຄັງສຸກເສີນໃນວຽກງານທີ່ເລັ່ງດ່ວນບໍ່ກາຍ 1,000,000 ກີບ ແລ້ວສ້າງເອກະສານສະເໜີ ຂໍອະນຸມັດຄືນຕາມລະບຽບຫຼັກການ.
- ຕິດຕາມ, ກວດກາ, ຊຸກຍູ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດແລະສົ່ງເສີມວຽກງານການເງິນຕາມຄວາມຮັບຜິດຊອບ.
- ຄົ້ນຄວ້າ ແລະ ແບ່ງງານໃຫ້ບຸກຄະລາກອນພາຍໃນພະແນກໃຫ້ເໝາະສົມຕາມຄວາມສາມາດ ແລະ ວຸດທິ
- ຄົ້ນຄວ້າ ແລະ ສະເໜີການຍ້ອງຍໍໃຫ້ບຸກຄະລາກອນພາຍໃນພະແນກຜູ້ທີ່ເຮັດວຽກດີເດັ່ນ ຫຼື ປະຕິບັດວິໃນຕໍ່ຜູ້ກະທໍາຜິດລະບຽບກົດໝາຍ.
- ສະເໜີເຮັດແຈ້ງການ ແລະ ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດ.
- ຄົ້ນຄວ້າ ແລະ ສະເໜີທາງຂັ້ນເທິງເພື່ອຂໍອະນຸມັດລາພັກປະຈໍາປີໃຫ້ພະນັກງານພາຍໃນພະແນກ ໃນກໍລະນີພະນັກງານຕ້ອງ ການລາພັກປະຈໍາປີ.
- ຄົ້ນຄວ້າ ແລະ ສະເໜີອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະເພາະກິດພາຍໃນພະແນກ ຫຼື ສະເໜີແຕ່ງຕັ້ງພະນັກງານຂອງພະແນກເຮັດວຽກຮີບດ່ວນນອກໂມງລັດຖະການຕາມລະບຽບຫຼັກການ.
- ເຊັນຢັ້ງຢືນເອກະສານການເງິນຕ່າງໆທີ່ກ່ຽວຂ້ອງ.
- ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຄະນະບໍດີ.
ກົງຈັກ ແລະ ບຸກຄະລາກອນ
ຫົວໜ້າພະແນກການເງິນ-ຊັບສີນ
ປທ. ບົວສົດ ໄຊຍະຈັກ (Bousod XAYYACHAK, MSc)
MASTER IN COMPUTER SCIENCES
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
ປທ. ບົວສົດ ໄຊຍະຈັກ (Bousod XAYYACHAK, MSc)
MASTER IN COMPUTER SCIENCES
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າພະແນກ
ນ. ດວງມາລາ ສຸລິຍະເດດ (Duangmala SOULIDETH, BMa)
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
ປທ. ນ. ໄກສອນ ວຽງທານີ (Kaisone VIENGTHANY, MSe)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ພະແນກການເງິນແລະຊັບສິນປະກອບດ້ວຍ 2 ໜ່ວຍງານຄື:
ໜ່ວຍງານການເງີນ
- ວຽກງານແຜນການແລະງົບປະມານ
ປທ. ບົວສົດ ໄຊຍະຈັກ (Bousod XAYYACHAK, MSc)
MASTER IN COMPUTER SCIENCES
ຫົວໜ້າພະແນກ
ຕໍາແໜ່ງວິຊາການ: ອາຈານ
- ວຽກງານບັນຊີ ແລະ ຈົດຮັບ-ຈົດຈ່າຍ
ປຕ. ສາຍລຸ້ງ ພົມມະລາດ (Sayloung PHOMMALATH, BMa)
ພະນັກງານ
ຕໍາແໜ່ງວິຊາການ:
ປຕ. ຟອງສີ ສີສຸພັນ (Phongsy SYSOUPHAN, MBa)
ປະລິນຍາຕີ ສາຂາ ບໍລິຫານທຸລະກິດ ການເງິນ-ການທະນາຄານ
ພະນັກງານບໍລິຫານ
ຕໍາແໜ່ງວິຊາການ:
- ວຽກງານລົງທະບຽນ ແລະ ເກັບລາຍຮັບ
ພະນັກງານເກັບລາຍຮັບ
ນ. ທິພາວັນ ຄູນພິລາພັນ (Thipphavanh KHOUNPHILAPHAN, BMa)
ພະນັກງານ
ຕໍາແໜ່ງວິຊາການ:
- ວຽກງານຄັງເງິນສົດ
ນ. ດວງມາລາ ສຸລິຍະເດດ (Duangmala SOULIDETH, BMa)
ຮອງຫົວໜ້າພະແນກ
ຕໍາແໜ່ງວິຊາການ:
ບັນຊີເງິນສົດ
ປທ. ນ. ໄກສອນ ວຽງທານີ (Kaisone VIENGTHANY, MSe)
ປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ໜ່ວຍວິຊາ ຄະນິດສາດສໍາຫຼັບເສດຖະສາດ ແລະ ບໍລິຫານທຸລະກິດ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ໜ່ວຍງານຊັບສິນ
ພະນັກງານຈົດຮັບຈົດຈ່າຍ + ບັນຊັບສີນ
ປທ. ນ.ອໍລະດີ ຄຳມະນີວົງ (Orlady KHAMMANIVONG, MSc)
ປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ ແລະ ເຕັກໂນໂລຊີ
ຮອງຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ