
ການສຶກສາ – ຄົ້ນຄວ້າວິທະຍາສາດ
05/03//2021 ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ສະຫຼຸບຜົນການສຶກສາຄົ້ນຄວ້າວິທະຍາສາດເຂດປ່າສະຫງວນພູຈອມວອຍ.
ກອງປະຊຸມສະຫຼຸບການສຶກສາຄົ້ນຄວ້າວິທະຍາສາດ ເຂດປ່າສະຫງວນພູຈອມວອຍ ແລະ ຖອດຖອນບົດຮຽນກັບທ້ອງຖິ່ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2021 ຢູ່ຫ້ອງປະຊຸມປົກຄອງເມືອງຄໍາເກີດ ແຂວງບໍລິຄໍາໄຊ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສຈ ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຊາຍຄໍາ ກຸນນາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານຮອງເຈົ້າເມືອງຄຳເກີດ-ໄຊຈຳພອນ, ຄະນະສຶກສາຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດ, ພະແນກການກ່ຽວຂ້ອງຂັ້ນແຂວງ-ເມືອງ ພ້ອມດ້ວຍອົງການຈັດຕັ້ງບ້ານເຂົ້າຮ່ວມ.ທ່ານ ປອ ເພັງໄຊ ດີວັນໄຊ ຫົວໜ້າໂຄງການ ຄົ້ນຄວ້າວິທະຍາສາດ ເຂດປ່າສະຫງວນ ພູຈອມວອຍ ໄດ້ສະຫຼຸບຕີລາຄາຄືນຜົນຂອງການຄົ້ນຄວ້າ ວິທະຍາສາດ ໃນໄລຍະ 3 ປີຜ່ານມາວ່າ: ເຂດປ່າສະຫງວນພູຈອມວອຍ ຕັ້ງຢູ່ລະຫວ່າງເມືອງຄຳເກີດ-ໄຊຈຳພອນ ແຂວງບໍລິຄຳໄຊ ມີເນື້ອທີ່ 22,000 ເຮັກຕາ, ສູງ 1820 ແມັດ, ເປັນພູສູງສຸດໃນແຂວງບໍລິຄໍາໄຊ ເຊິ່ງເປັນເຂດທີ່ຍັງບໍ່ມີຂໍ້ມູນການສຶກສາຄົ້ນຄວ້າມາກ່ອນ ທີມງານໄດ້ລົງສຳຫຼວດ 12 ຄັ້ງ ໂດຍສຸມໃສ່ 3 ເຂດຕົ້ນຕໍ ຄື: ພູຈອມວອຍ, ພູສາມຫຼ່ຽມ, ແລະ ພູຫຼັງໂຮງ ໃນການສຶກສາຄົ້ນຄວ້າຂອງໂຄງການນີ້ ໄດ້ເຮັດໃຫ້ຄູອາຈານໄດ້ຂໍ້ມູນທາງວິທະຍາສາດຫຼາຍຢ່າງ ເປັນຕົ້ນແມ່ນຄຸນລັກສະນະຂອງສັງຄົມພືດທີ່ແຕກຕ່າງກັນເຊິ່ງມີປ່າໄມ້ຂົມ, ປ່າດົງດິບຊຸ່ມຊື່ນເຂດສູງ, ໄດ້ເກັບຕົວຢ່າງ ແລະ ຈຳແນກຊະນິດພືດໃນເຂດພູຈອມວອຍ 119 ຕະກຸນ ມີ 489 ຊະນິດ, ໄດ້ເກັບຕົວຢ່າງຫຼາຍກວ່າ 420 ນ້ຳເບີໄດ້ເກັບໄວ້ ຫໍພິພິດຕະພັນພືດພາກຊີວະວິທະຍາ ຄວທ ໃນນັ້ນມີພືດຊະນິດໃໝ່ຂອງໂລກ ໂດຍໃສ່ຊື່ວ່າ ສົ້ມກຸ້ງພູຈອມວອຍ (Begonia Phouchomvoyensis), ພືດ 3 ຊະນິດທີ່ເປັນການບັນທຶກໃໝ່ຂອງລາວ ທີ່ມີຊື່ວ່າ ເອື້ອງນົກຄຸ້ມດົງ, ເອື້ອງນົກຄຸ້ມຂຽວ, ແລະ ຕົ້ນຖົ່ວຂົນ ເຊິ່ງໄດ້ຕີພິມອອກໃນວາລະສານສາກົນ. ພົບດອກໄມ້ໂຖນ້ຳພະລືສີ ຫຼື ນ້ຳສ້າງນາງສີດາ ທີ່ເປັນຊະນິດພືດທີ່ຫາຍາກໃນສປປລາວ. ໄດ້ພົບຕົ້ນດອກກຸຫຼາບພັນປີ ຢູ່ເທິງພູຈອມວອຍ. ນອກນີ້ຍັງມີພືດຫຼາຍຊະນິດຍັງຢູ່ໃນຂັ້ນຕອນສຶກສາ ແລະ ຄາດວ່າຈະເປັນຊະນິດໃໝ່ ຫຼື ການບັນທຶນໃໝ່ຂອງສປປລາວ.ສຳລັບປະເພດສັດ ໄດ້ຂໍ້ມູນທັງໝົດ 223 ຊະນິດ ຄື: ສັດລ້ຽງລູກດ້ວຍນ້ຳນົມ 30 ຊະນິດ, ສັດເຄິ່ງບົກເຄິ່ງນ້ຳ 36 ຊະນິດ, ສັດເລືອຄານ16 ຊະນິດ, ສັດປີກລວມມີປະເພດນົກຕ່າງໆ 50 ຊະນິດ, ປາ 43 ຊະນິດ ແມງໄມ້ 28 ຊະນິດ, ສັດບໍ່ມີກະດູກສັນຫຼັງ ແລະ ແພລງຕອນ 22 ຊະນິດ ເຊິ່ງລວມມີສັດທີ່ມີຄວາມສ່ຽງໃກ້ສູນພັນ ແລະ ສັດປ່າທີ່ຫາຍາກ. ທີມງານໄດ້ພາບສັດປ່າຫຼາຍຊະນິດຈາກການຕັ້ງກ້ອງດັກຖ່າຍສັດ 3 ຄັ້ງ. ໄດ້ເກັບຕົວຢ່າງເຫັດຣາ 261 ຕົວຢ່າງ ແລະ ວິໃຈໄດ້ 145 ຊະນິດ ໃນນັ້ນ ເປັນເຫັດຣາທີ່ຄາດວ່າເປັນການບັນທຶກໃໝ່ຂອງລາວຫຼາຍກວ່າ 15 ຊະນິດ. ພ້ອມນີ້ ທີມງານຍັງໄດ້ຂໍ້ມູນດ້ານສິ່ງແວດລ້ອມເຊັ່ນ: ຂໍ້ມູນອຸທົກທໍລະນີ ແລະ ລະບົບສາຍນ້ຳ, ຂໍ້ມູນສະພາບພູມມິສາດ, ຄວາມເຂັ້ມຂອງແສງຕາເວັນ, ລັງສີທຳມະຊາດ, ຂໍ້ມູນຄຸນນະພາບ ນ້ຳ ແລະ ດິນ, ແລະ ແນວໂນ້ມການປ່ຽນແປງຂອງສິ່ງແວດລ້ອມໃນເຂດພູຈອມວອຍ. ຍິ່ງໄປກວ່ານັ້ນ, ທີມງານຄວທໄດ້ຂຶ້ນຮອດຈອມພູຈອມວອຍ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ໄດ້ສຶກສາເຂດຈອມພູຈອມວອຍ. ທີມງານໄດ້ຄົ້ນພົບທະເລໝອກທີ່ມີທິວທັດທີ່ສວຍສົດງົດງາມ, ການໄຫຼຂອງເມກທີ່ມີລັກສະນະພິເສດ ຄວາມອຸດົມສົມບູນຂອງພູຈອມວອຍ ແລະ ທິວທັດທະເລມອກທີ່ສວຍງານດັ່ງກ່າວອາດຈະສາມາດພັດທະນາເປັນເຂດອະນຸລັກ ແລະ ແຫຼ່ງທ່ອງທ່ຽວທຳມະຊາດໄດ້ໃນອານະຄົດ. ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກໍລະກົດ ປີ 2016 ແລະ ຈະສິ້ນສຸດລົງໃນເດືອນທັນວາ ປີ 2021.ຕອນທ້າຍຂອງພິທີ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ອຳນາດການປົກຄອງບ້ານທີ່ໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າວິທະຍາສາດໃນັຄັ້ງນີ້. ພາບ-ຂ່າວ: ວິນລີ່່