ຄວາມເປັນມາ
ຄະນະວິທະຍາສາດທໍາມະຊາດ , ຂຽນຫຍໍ້ວ່າ: ຄວທ, ເປັນໜຶ່ງໃນຄະນະວິຊາຢູ່ໃນມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດໃນ ວັນທີ 5 ພະຈິກ 1996 ໂດຍການ ເຕົ້າໂຮມ ພະແນກເລກ-ວັດຖູ ແລະ ພະແນກຊີວະ- ເຄມີ ເຂົ້າກັນ, ເຊິ່ງໃນເມື່ອກ່ອນຂຶ້ນກັບມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ). ເບື້ງຕົ້ນ, ຄວທ ປະກອບມີ 4 ພາກວິຊາ (ຄະນິດສາດ, ຟິຊິກສາດ, ເຄມີສາດ, ຊີວະສາດ) ແລະ 2 ພະແນກ (ສັງລວມ, ກິດຈະກຳນັກສຶກສາ). ຈາກນັ້ນ, ກໍ່ໄດ້ແຍກພະແນກຈາກ 2 ພະແນກເປັນ 4 ພະແນກ(ສັງລວມ, ຄຸ້ມຄອງນັກສຶກສາ, ວິຊາການ, ຄົ້ນຄ້ວາ-ຫຼັງປະລິນຍາຕີ). ສົກປີ 2002-2003 ຄະນະວິຊາໄດ້ສ້າງຕັ້ງພະແນກວິທະຍາສາດຄອມພິວເຕີ, ປັບບັນດາພະແນກຈາກ ແລະ ສົກປີ 2004-2005 ໄດ້ຍົກລະດັບຈາກພະແນກເປັນພາກວິຊາວິທະຍາສາດຄອມພິວເຕີ, ສ້າງຕັ້ງສູນລາວ- ສິງກາໂປ ເຈເນຕິກຄອມພິວເຕີ ( Lao-singapore Genetic computer center ) ຈັດຕັ້ງການຮຽນ-ການສອນເປັນຫຼັກສູດນາໆຊາດ ໃນລະດັບຊັ້ນສູງ ແລະ ລະດັບປະລິນຍາຕີ.
ສົກປີ 2011-2016 ຄວທ, ໄດ້ປ່ຽນຊື່ພາສາອັງກິດ ຈາກ Faculty Of Science (FOS) ມາເປັນ Faculty of Natural Sciences (FNS), ຈົນເຖິງປັດຈຸບັນ. ຄວທ ປະກອບມີ 5 ພາກວິຊາ(ຄະນິດສາດ ແລະ ສະຖິຕິ, ຟິຊິກສາດ, ເຄມີສາດ, ຊີວະວິທະຍາ, ວິທະຍາສາດຄອມພິວເຕີ) ແລະ 6 ພະແນກ(ຈັດຕັ້ງ-ສັງລວມ, ວິຊາການ, ການເງິນ-ຊັບສິນ, ຄຸ້ມຄອງນັກສຶກສາ, ຄົ້ນຄວ້າ ແລະ ບໍລິການວິຊາການ ແລະ ສຶກສາຫຼັງປະລິນຍາຕີ).
ວິໄສທັດ
ຄະນະວິທະຍາສາດທຳມະຊາດເປັນຄະນະວິຊາທີ່ນໍາໜ້າທາງດ້ານວິຊາການ, ເປັນເລີດດ້ານການຄົ້ນຄວ້າວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກຳ, ກໍ່ສ້າງຊັບພະຍາກອນມະນຸດ ເພື່ອຕອບສະໜອງນັກວິຊາການ, ນັກວິທະຍາສາດທີ່ມີຄຸນນະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ພາລະບົດບາດ ແລະ ໜ້າທີ່
- ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີວິໄນ, ມີຫົວຄິດປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ, ໃຫ້ມະຫາວິທະຍາໄລແຫ່ງຊາດເປັນທີ່ຍອມຮັບຂອງສັງຄົມລາວ ແລະ ສາກົນ.
- ດຳເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດໃຫ້ມີມາດຕະຖານເພື່ອຕອບສະໜອງນະໂຍບາຍການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດ.
- ບໍລິການທາງດ້ານວິຊາການທີ່ມີປະສິດທິພາບເພື່ອຕອບສະໜອງໃຫ້ແກ່ສັງຄົມ.
- ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງ ເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.
ຈຸດໝາຍລວມ
- ຍົກລະດັບຄວາມຮູ້ຄວາມສາມາດຂອງຄູ-ອາຈານ, ພະນັກງານໃຫ້ກາຍເປັນຜູ້ມີຄວາມສາມາດເຖິງເປັນຜູ້ຊ່ຽວ ຊານທາງດ້ານວິຊາສະເພາະ ແລະໃນໜ້າທີ່ຮັບຜິດຊອບ.
- ສ້າງນັກສຶກສາກາຍເປັນນັກວິຊາການທີ່ມີຄຸນສົມບັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄຸນນະພາບທາງດ້ານຄວາມຮູ້ ແລະ ຄວາມສາມາດຢູ່ໃນລະດັບນຳໜ້າຂອງຊາດ ແລະໃຫ້ກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນ.
- ພັດທະນາລະບົບບໍລິຫານຄຸ້ມຄອງ ຂອງ ຄະນະວິທະຍາສາດທຳມະຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມໂປ່ງໄສ, ວ່ອງໄວກະທັດຮັດ ແລະ ມີຄວາມທັນສະໄໝ.
- ພັດທະນາຄະນະວິທະຍາສາດທຳມະຊາດໃຫ້ເປັນພື້ນທີ່ສະອາດ, ສີຂຽວ, ມີພື້ນຖານໂຄງລ່າງເຄື່ອງມື, ວັດຖຸອຸປະ ກອນ ແລະ ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝເພື່ອຮັບໃຊ້ການສຶກສາ.
ກົງຈັກ ແລະ ຜູ້ບໍລິຫານ
.
ປອ. ແຫຼມທອງ ລັດດາວົງ (Lemthong LATHDAVONG, Ph.D)
PhD in Physics
ຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
l.lathdavong@nuol.edu.la
ປທ. ສັກມອນ ສີຣິສັກ (Sackmone SIRISACK, MSc)
ປະລິນຍາໂທ ສາຂາ ຄະນິດສາດ-ຈຳນວນ ແລະ ຕຳລາຈຳນວນຈິງ
ຮອງຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
s.sirisack@nuol.edu.la
ປອ. ວັນແສງ ຈຸນລະມະນີ (Vanseng Chounlamany, Ph.D)
ປະລິນຍາເອກ ສາຂາ ວິສະວະກຳສິ່ງແວດລ້ອມ (PhD in Environmental Engineering)
ຮອງຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
ປອ. ແຫຼມທອງ ລັດດາວົງ (Lemthong LATHDAVONG, Ph.D)
PhD in Physics
ຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
l.lathdavong@nuol.edu.la
ປທ. ສັກມອນ ສີຣິສັກ (Sackmone SIRISACK, MSc)
ປະລິນຍາໂທ ສາຂາ ຄະນິດສາດ-ຈຳນວນ ແລະ ຕຳລາຈຳນວນຈິງ
ຮອງຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ
s.sirisack@nuol.edu.la
ປອ. ວັນແສງ ຈຸນລະມະນີ (Vanseng Chounlamany, Ph.D)
ປະລິນຍາເອກ ສາຂາ ວິສະວະກຳສິ່ງແວດລ້ອມ (PhD in Environmental Engineering)
ຮອງຄະນະບໍດີ
ຕໍາແໜ່ງວິຊາການ: ຮອງສາດສະດາຈານ