Start
July 8, 2022 - 12:00 AM
End
October 30, 2022 - 12:00 AM
Address
ຄະນະວິທະຍາສາດທໍາມະຊາດ, ມຊ View map– ກົດລະບຽບໃນການສອບເສັງ
– ອີງຕາມ: ຂໍ້ຕົກລົງຂອງທ່ານອະທິການບໍດີ ມຊ ວ່າດ້ວຍການຮຽນ-ການສອນ ແລະ ການປະເມີນຜົນ
ສໍາລັບຫລັກສູດລະດັບອະນຸປະລິນຍາ ແລະ ປະລິນຍາຕີ ມຊ ສະບັບເລກທີ 1644/ມຊ
ລົງວັນທີ 28 ພຶດສະພາ 2019
– ອີງຕາມ: ໂຄງການຫລັກສູດຄະນະວິທະຍາສາດທໍາມະຊາດ
ຄະນະບໍດີຄະນະວິທະຍາສາດທຳມະຊາດ ຈຶ່ງໄດ້ອອກກົດລະບຽບໃນການສອບເສັງນີ້ ເພື່ອເຮັດໃຫ້ການ
ສອບເສັງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມທ່ຽງທຳ ແລະ ຮັບປະກັນຄວາມຮູ້ຕົວຈິງທີ່ນັກສຶກສາໄດ້ຕັ້ງ
ໃຈໃນການສຶກສາ ຮໍ່າຮຽນມາ ໂດຍມີລາຍລະອຽດລຸ່ມນີ້:
1. ນັກສຶກສາທີ່ບໍ່ລົງທະບຽນ ແລະ ຂາດຮຽນເກີນເວລາທີ່ກຳນົດ(ເກີນ 20%) ຈະບໍ່ມີສິດເຂົ້າຫ້ອງສອບເສັງ
2. ນັກສຶກສາຕ້ອງປະຕິບັດຕາມຂໍ້ກໍານົດການນຸ່ງຖື ຫລື ລະບຽບການນຸ່ງຖື ຂອງນັກສຶກສາ ທີ່ ມ ຊ ກຳນົດໄວ້
3. ນັກສຶກສາຕ້ອງຖືບັດປະຈຳຕົວນັກສຶກສາ ຫລື ໃບຢັ້ງຢືນອື່ນໆ ແລະ ອຸປະກອນຮັບໃຊ້ໃນການສອບເສັງຢ່າງຄົບຖ້ວນ
4. ຜູ້ທີ່ມາຊ້າ 30 ນາທີຂຶ້ນໄປ ຈະບໍ່ມີສິດເຂົ້າຫ້ອງສອບເສັງ
5. ຫ້າມໃຊ້ໂທລະສັບມືຖື ແລະ ເຄື່ອງອີເລັກໂຕຣນິກທຸກຊະນິດ
6. ຫ້າມຖືປຶ້ມຕຳລາ, ເຈ້ຍ ເຂົ້າໃນຫ້ອງສອບເສັງ
7. ຫ້າມກ່າຍໝູ່ ຫລື ເອົາໃຫ້ໝູ່ກ່າຍ
8. ຫ້າມໃຊ້ສຽງດັງໃນຫ້ອງສອບເສັງ
ຖ້າລະເມີດລະບຽບຂ້າງເທິງນີ້ ຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີລຸ່ມນີ້ :
1) ລະເມີດຂໍ້ທີ 1 ຫາ 4 ຖ້າມີເຫດຜົນພຽງພໍກໍຈະຖືກອະນຸໂລມໃຫ້ເຂົ້າຫ້ອງສອບເສັງໄດ້
2) ລະເມີດຂໍ້ທີ 5 ຫາ 8 ສຳລັບຄັ້ງທີ 1 ຈະຖືກຕັກເຕືອນຈາກອາຈານຍາມຫ້ອງສອບເສັງ
3) ລະເມີດຂໍ້ທີ 5 ຫາ 8 ສຳລັບຄັ້ງທີ 2 ເຈ້ຍສອບເສັງຈະຖືກໝາຍໄຂ່ວຕີນກາສີແດງ ແລະ ຈະຖືກຕັດຄະແນນ 20%
4) ລະເມີດຂໍ້ທີ 5 ຫາ 8 ສຳລັບຄັ້ງທີ 3 ຈະຖືກໄລ່ອອກຈາກຫ້ອງສອບເສັງ ຖືວ່າການສອບເສັງເປັນໂມຄະ
ກົດລະບຽບນີ້ ຈະນຳໃຊ້ນັບແຕ່ສົກສຶກສາ 2021-2022 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ