ກົດລະບຽບສອບໃນການສອບເສັງ
– ກົດລະບຽບໃນການສອບເສັງ – ອີງຕາມ: ຂໍ້ຕົກລົງຂອງທ່ານອະທິການບໍດີ ມຊ ວ່າດ້ວຍການຮຽນ-ການສອນ ແລະ ການປະເມີນຜົນ ສໍາລັບຫລັກສູດລະດັບອະນຸປະລິນຍາ ແລະ ປະລິນຍາຕີ ມຊ ສະບັບເລກທີ 1644/ມຊ ລົງວັນທີ 28 ພຶດສະພາ 2019 – ອີງຕາມ: ໂຄງການຫລັກສູດຄະນະວິທະຍາສາດທໍາມະຊາດ ຄະນະບໍດີຄະນະວິທະຍາສາດທຳມະຊາດ ຈຶ່ງໄດ້ອອກກົດລະບຽບໃນການສອບເສັງນີ້ ເພື່ອເຮັດໃຫ້ການ ສອບເສັງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມທ່ຽງທຳ ແລະ ຮັບປະກັນຄວາມຮູ້ຕົວຈິງທີ່ນັກສຶກສາໄດ້ຕັ້ງ ໃຈໃນການສຶກສາ ຮໍ່າຮຽນມາ ໂດຍມີລາຍລະອຽດລຸ່ມນີ້: 1. ນັກສຶກສາທີ່ບໍ່ລົງທະບຽນ ແລະ ຂາດຮຽນເກີນເວລາທີ່ກຳນົດ(ເກີນ 20%) ຈະບໍ່ມີສິດເຂົ້າຫ້ອງສອບເສັງ 2. ນັກສຶກສາຕ້ອງປະຕິບັດຕາມຂໍ້ກໍານົດການນຸ່ງຖື ຫລື ລະບຽບການນຸ່ງຖື ຂອງນັກສຶກສາ ທີ່ ມ ຊ ກຳນົດໄວ້ 3. ນັກສຶກສາຕ້ອງຖືບັດປະຈຳຕົວນັກສຶກສາ ຫລື ໃບຢັ້ງຢືນອື່ນໆ ແລະ ອຸປະກອນຮັບໃຊ້ໃນການສອບເສັງຢ່າງຄົບຖ້ວນ 4. ຜູ້ທີ່ມາຊ້າ […]