1. ຊື່ຫຼັກສູດ

1.1 ຫຼັກສູດຕໍ່ເນື່ອງປະລິນຍາຕີ ວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ.

1.2 Continuing Education Program to Bachelor of Science in Computer Science.

2. ຊື່ປະກາສະ​ນີຍະ​ບັດ

2.1 ຫຼັກສູດຕໍ່ເນື່ອງປະລິນຍາຕີ ວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ.

2.2 ຕນ.ປຕ.ວ (ວິທະຍາສາດຄອມພິວເຕີ)

2.3 Continuing Education Program to Bachelor of Science in Computer Science.

2.4 Cont.BSc (Computer Science)

3. ໜ່ວຍງານຮັບຜິດຊອບ

ພາກວິຊາວິທະຍາສາດ ຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ.

4. ປັດຊະຍາ ແລະ ຈຸດປະສົງຂອງ​ຫຼັກສູດ

4.1 ປັດຊະຍາ

ຫຼັກສູດຕໍ່ເນື່ອງປະລິຍາຕີວິທະຍາສາດ ສາຂາວິທະຍາສາດຄອມພິວເຕີ ສ້າງຂຶ້ນບົນພື້ນຖານ 3 ລັກສະນະ 5 ຫຼັກມູນ, ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກີລາ, ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຕະຫຼາດແຮງງານໃນປະຈຸບັນ ໂດຍແນໃສ່:

  • ຜະລິດນັກວິທະຍາສາດຄອມພິວເຕີ, ເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການດ້ານການພັດທະນາລະບົບເຕັກໂນໂລຊີ.
  • ສ້າງນັກຄົ້ນຄວ້າວິທະຍາສາດດ້ານວິທະຍາສາດຄອມພິວເຕີ ເພື່ອໃຫ້ສາມາດບຸກບືນ ແລະ ສະແຫວງຫາຄວາມຮູ້ໃໝ່ໆໃຫ້ທຽບເທົ່າພາກພື້ນ.
  • ສ້າງນັກຄົ້ນຄວ້າວິທະຍາສາດດ້ານການວິເຄາະຂໍ້ມູນທີ່ມີຄຸນນະພາບເພື່ອແກ້ໄຂບັນຫາເສດຖະກິດ-ສັງຄົມ.
  • ສ້າງບຸກຄະລາກອນໃຫ້ມີຄຸນນະທໍາ, ຈາລິຍະທໍາ ແລະ ຈັນຍາບັນໃນອາຊີບ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ມີຄວາມຜູກພັນກັບອົງກອນທີ່ຕົນເອງສັງກັດ ຫຼື ທ້ອງຖິ່ນທີ່ຕົນເອງອາໄສຢູ່.
4.2 ຈຸດປະສົງ

ຫຼັກສູດຕໍ່ເນື່ອງປະລິຍາຕີວິທະຍາສາດ ສາຂາວິທະຍາສາດຄອມພິວເຕີມີຈຸດປະສົງເພື່ອສ້າງນັກວິຊາການໃຫ້ມີ: 

  • ຄວາມຮູ້ກ່ຽວກັບ ວິທີການຄົ້ນຄວ້າວິໄຈດ້ານ​​​ວິທະຍາສາດ​ຄອມ​ພິວ​ເຕີເຂົ້າໃນການແກ້ບັນຫາຕ່າງໆໃນສັງຄົມກໍ່ຄືອົງການຕ່າງໆ, ການສ້າງແບບຈຳລອງ ແລະ ວິເຄາະຂໍ້ມູນແບບວິທະຍາສາດ, ແລະ ການພັດທະນາຊັອບແວ (Software).
  • ຄວາມສາມາດ ໜູນໃຊ້ທິດສະດີ ແລະ ຫຼັກການຕ່າງໆ ໃນການວິເຄາະຂໍ້ມູນແບບວິທະຍາສາດ, ສ້າງຮູບແບບ (Model) ແລະ ຊັອບແວ (Software) ເພື່ອແກ້ບັນຫາຕ່າງໆ ຂອງອົງການ ຫຼື ສັງຄົມ.
  • ຄວາມສາມາດ ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາວິທະຍາສາດຄອມພິວເຕີ ແລະ ສາຂາຕ່າງໆທີ່ກ່ຽວຂ້ອງ, ການປະດິດນະວັດຕະກຳ ແລະ ເທັກໂນໂລຊີ ຢ່າງມີວິທະຍາສາດ, ການເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ
  • ຄຸນສົມບັດ, ຈັນຍາບັນ ແລະ ຮັກວິຊາຊີບ

5. ກຳ​ນົດ​​ເວລາການ​ເປີດ​ສອນ

ເລີ່ມ​ແ​ຕ່​ສົກ​ຮຽນ 2019-​2020 ເປັນ​ຕົ້ນ​ໄປ ແລະ ຈະປະເມີນຜົນພາຍຫຼງນັກສຶກສາ ຮຽນຈົບ 1-2 ລຸ້ນ

6. ຄາດ​ຄະ​ເນແຜນ​ຮັ​ບນັກ​ສຶກ​ສາ​ 

  ປີຮຽນ ປີການສຶກສາ/ຈຳນວນນັກສຶກສາ
  2019 2020 2021
ປີ1 60 90 90
ປີ2   60 90
ລວມ 60 150 180

7. ເງື່ອນ​ໄຂ​ຂອງ​ຜູ້​ເຂົ້າ​ສຶກ​ສາ

ຜູ້ທີ່ຈະເຂົ້າຮຽນຫຼັກສູດຕໍ່ເນື່ອງ ລະດັບປະລິນຍາຕີ ສາຂາ ວິທະຍາສາດຄອມພິວເຕີ ຕ້ອງແມ່ນຜູ້ສຳເລັດການສຶກສາລະດັບອະນຸປະລິນຍາ ຫຼື  ທຽບເທົ່າໃນສາຂາວິຊາສະເພາະດຽວກັນ ແລະ ສໍາລັບນັກສຶກສາຈົບໃໝ່ຕ້ອງມີຄະແນນ CGPA= 3,00ຂື້ນໄປ, ຖ້າເປັນພະນັກງານຕ້ອງມີຄະແນນ CGPA= 2,00 ຂື້ນໄປ ແຕ່ຕ້ອງໄດ້ຜ່ານການປະຕິບັດວຽກງານມາກ່ອນ 2 ປີຂື້ນໄປ.

8. ວິ​ທີ​ການ​ເລືອກຜູ້​ເຂົ້າ​ສຶກ​ສາ

ຜູ້ສະໜັກຕ້ອງ​ໄດ້​ຊື້ ແລະ ຍື່ນ​ຄຳ​ຮ້ອງສອບ​ເສັງ​ຄັດ​ເລືອກ​ເຂົ້າ​ໃນ​ແຕ່​ລະຕົ້ນສົກຮຽນນໍາຫ້ອງການວິຊາການ ມຊ ​ໂດຍ​ມີ​ຄະນະກຳມະການ​ສອບ​ເສັງ​ຄັດ​ເລືອກຈາກ ຄະນະວິທະຍາສາດທໍາມະຊາດ ສົມທົບກັບພາກວິຊາ​ເປັນຜູ້ຈັດຕັ້ງສອບເສັງ​ຄັດ​ເລືອກ.

9. ການ​ຈັດ​ຕັ້ງ​ການ​ຮຽນ -​ ການ​ສອນ

ການຮຽນ-ການສອນຕາມລະບົບໜ່ວຍກິດ 4 ພາກຮຽນ ( 2 ປີ ), ​ແຕ່​ບໍ່​ເກີນ 6 ພາກຮຽນ ( 3 ປີ ).  ​ແຕ່ລະພາກຮຽນ​ໃຊ້​ເວລາ 5 ເດືອນ ຫຼື  20 ອາທິດ ແຕ່ມີໄລຍະຮຽນຕົວຈິງ 4 ເດືອນ ຫຼື  16 ອາທິດ ​ເພື່ອ​ຮຽນ​ຄົບ​ຕາມ​ໜ່ວຍ​ກິດ.  ການ​ກຳນົດການຈັດຕັ້ງການ​ຮຽນ​ການ​ສອນ​ແມ່ນ​ໄດ້​ປະຕິບັດ​ດັ່ງນີ້:

  • ໜຶ່ງ​ສົກ­ຮຽນ​ແບ່ງ​ເປັນ 2 ພາກ­ຮຽນ, 1 ພາກ­ຮຽນ​ມີ 4 ເດືອນ ຫຼື ມີ 16 ຫາ 18 ອາ­ທິດ
  • ຮຽນ​ຕົວ​ຈິງ                           16 ອາ­ທິດ
  • ອາ­ທິດ​ແຮ                            1  ອາ­ທິດ
  • ສອບ­ເສັງ                              1  ອາ­ທິດ

ໜຶ່ງ​ອາ­ທິດ                            ຮຽນ 5  ວັນ (ວັນ​ຈັນ ຫາ ວັນ​ສຸກ)

    • ໜຶ່ງ​ວັນ                                ຮຽນ 5 ຊົ່ວ­ໂມງ ຫາ 6 ຊົ່ວ­ໂມງ

ໜຶ່ງ​ຊົ່ວ­ໂມງ  ຮຽນ 50 ນາ­ທີ ແລະ 10 ນາ­ທີ ພັກ­ຜ່ອນ

ຕອນເຊົ້າເລີ່ມ ເວລາ 8 :00 ໂມງ ຫາ 11:45 ໂມງ, ຕອນບ່າຍເລີ່ມ ເວລາ 13 :00 ໂມງ ຫາ 16:45 ໂມງ

ຫຼັກສູດນີ້ມີການຈັດຕັ້ງໄປທັດສະນະສຶກສາ 1 ຄັ້ງ (ພາກລັດ ຫຼື ເອກະຊົນ)

10. ໄລຍະເວລາການສຶກສາ

ນັກ​ສຶກສາ​ຕ້ອງ​ໃຊ້ເວລາໃນການຮຽນຈົນຈົບຫຼັກສູດ 2 ປີ ແຕ່​ບໍ່ເກີນ 3 ປີ (4 ພາກຮຽນ, ແຕ່​ບໍ່ເກີນ  6 ພາກຮຽນ)

11. ເນື້ອໃນໂຄງສ້າງຫຼັກສູດ

11.1  ການກໍານົດໜ່ວຍກິດ

ໃນຫຼັກສູດນີ້ມີທັງໝົດ             64     ໜ່ວຍກິດ,  ເຊິ່ງປະກອບມີ:

  1. ໝວດວິຊາຄວາມຮູ້ທົ່ວໄປ                     08      ໜ່ວຍກິດ
    1. ໜວດວິຊາພື້ນຖານວິຊາສະເພາະ                17      ໜ່ວຍກິດ
    1. ໜວດວິຊາສະເພາະ                            37      ໜ່ວຍກິດ
    1. ຮຽນຕົວຈິງ                              33      ໜ່ວຍກິດ
    1. ບົດໂຄງການຈົບຊັ້ນ                    04      ໜ່ວຍກິດ
    1. ໝວດ​ວິຊາ​ເລືອກ                              02      ໜ່ວຍກິດ
  • ຈຳນວນວິຊາທີ່ຮຽນທັງໝົດ                             24      ວິຊາ
  • ຈຳນວນໜ່ວຍກິດທີ່ຮຽນເປັນທິດສະດີ        44      ໜ່ວຍກິດ
  • ຈຳນວນໜ່ວຍກິດທີ່ຮຽນເປັນຝຶກຫັດ         16      ໜ່ວຍກິດ
  • ຈຳນວນໜ່ວຍກິດທີ່ປະຕິບັດຕົວຈິງ           04      ໜ່ວຍກິດ

11.2  ແຜນການຮຽນ-​ການສອນ

ປີທີ 1 ພາກຮຽນທີ 1

ລຳດັບ ລະ​ຫັດ​ວິ​ຊາ ຊື່​ວິ​ຊາ ໜ່ວຍ​ກິດ ໝວດວິຊາ
1 213RE301 ສະຖິຕິວິໄຈ 3(2-2-0) ພື້ນຖານທົ່ວໄປ
2 255DS121 Data Science 3(2-2-0) ວິຊາສະເພາະ
3 255MB111 ການຂຽນໂປຣແກຣມສໍາລັບມືຖື 3(2-2-0) ພື້ນຖານວິຊາສະເພາະ
4 255OS111 ລະບົບປະຕິບັດການ 2(2-0-0) ພື້ນຖານວິຊາສະເພາະ
5 255OO111 ການພັດທະນາລະບົບດ້ວຍຮູບແບບວັັດຖຸ 3(2-2-0) ພື້ນຖານວິຊາສະເພາະ
6 255AD121 ໂຄງສ້າງຂໍ້ມູນ ແລະ ຂັ້ນຕອນວິທີ 3(2-2-0) ວິຊາສະເພາະ
7 255MI101 ລະບົບຂ່າວສານເພື່ອການບໍລິຫານ 2(2-0-0) ພື້ນຖານທົ່ວໄປ
    ລວມ 19(14-10-0)  

 ປີທີ 1 ພາກຮຽນທີ 2

ລຳດັບ ລະ​ຫັດ​ວິ​ຊາ ຊື່​ວິ​ຊາ ​ໜ່ວຍ​ກິດ ໝວດວິຊາ
1 255DM121 ການຂຸດຄົ້ນຂໍ້ມູນ (Data Mining) 3(2-2-0) ວິຊາສະເພາະ
2 255MC101 Mathematics for Computing 3(2-2-0) ພື້ນຖານທົ່ວໄປ
3 255CN111 ການສື່ສານຂໍ້ມູນ ແລະ ເຄືອຂ່າຍ 3(2-2-0) ພື້ນຖານວິຊາສະເພາະ
4 255DB111 ລະບົບຖານຂໍ້ມູນ 3(2-2-0) ພື້ນຖານວິຊາສະເພາະ
5 255DD121 Desktop Application Development 3(2-2-0) ວິຊາສະເພາະ
6 255SA121 ການວິເຄາະ ແລະ ອອກແບບລະບົບ 3(2-2-0) ວິຊາສະເພາະ
    ລວມ 18(12-12-0)  

 ປີທີ 2 ພາກຮຽນທີ 1

ລຳດັບ ລະ​ຫັດ​ວິ​ຊາ ຊື່​ວິ​ຊາ ​ໜ່ວຍ​ກິດ ໝວດວິຊາ
1 255SM211 ສໍາມະນາ 1(0-2-0) ພື້ນຖານວິຊາສະເພາະ
2 255RM221 ວິທີການຄົ້ນຄວ້າ 2(2-0-0) ວິຊາສະເພາະ
3 255SE221 ວິສະວະກໍາຊອບແວ 2(2-0-0) ວິຊາສະເພາະ
4 255DA221 ການຄຸ້ມຄອງຖານຂໍ້ມູນ 3(2-2-0) ວິຊາສະເພາະ
5 255WS221 Web Server and Technology 3(2-2-0) ວິຊາສະເພາະ
6 255CR221 ການສ້າງລາຍງານດ້ວຍ Crystal Report 3(2-2-0) ວິຊາສະເພາະ
7 255WP221 ​ Web Programming 3(2-2-0) ວິຊາສະເພາະ
    ລວມ 17(12-10-0)  

ປີທີ 2 ພາກຮຽນທີ 2

ລຳດັບ ລະ​ຫັດ​ວິ​ຊາ ຊື່​ວິ​ຊາ ​ໜ່ວຍ​ກິດ ໝວດວິຊາ
1 255CS211 ຄວາມປອດໄພ ແລະ ຈັນຍາບັນການນໍາໃຊ້ຄອມພິວເຕີ 2(2-0-0) ພື້ນຖານວິຊາສະເພາະ
2 255AI211 ປັນຍາປະດິດ 2(2-0-0) ພື້ນຖານວິຊາສະເພາະ
3 XXX XXXXXX 2(2-0-0) ວິຊາເລືອກ
4 255FP221 ໂຄງການຈົບຊັ້ນ 4(0-0-20) ວິຊາສະເພາະ
    ລວມ 10(6-0-20)