ປະຫວັດຄວາມເປັນມາ

ພາກວິຊາ ວິທະຍາສາດຄອມພິວເຕີ ຫຼື ຂຽນຫຍໍ້ ພວຕ ເປັນພາກວິຊາໜຶ່ງໃນ 5 ພາກວິຊາທີ່ຂື້ນກັບໃນຄະນະວິທະຍາສາດທໍາມະຊາດ. ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ໃນເບື້ອງຕົ້ນ ປີ 2003 ພາກວິຊາໄດ້ແຍກອອກຈາກພາກວິຊາຄະນິດສາດ-ຄອມພິວເຕີ (ປະຈຸບັນ ພາກວິຊາຄະນິດສາດ ແລະ ສະຖິຕິ) ມາເປັນພະແນກວິທະຍາສາດຄອມພິວເຕີ (Computer Science Division). ໃນລະຫວ່າງປີ 2004 – 2005 ໄດ້ຖືກສ້າງຕັ້ງເປັນພາກວິຊາວິທະຍາສາດຄອມພິວເຕີ (Computer Science Department) ແລະ ຈົນເຖິງປະຈຸບັນນີ້.

ວິໄສທັດ

  • ນໍາໜ້າທາງດ້ານວິຊາການ ວິທະຍາສາດຄອມພິວເຕີ, ເຕັກໂນໂລຊີ ແລະ ນະວັດຕະກຳ.
  • ສ້າງຊັບພະຍາກອນມະນຸດໃຫ້ກາຍເປັນນັກຄົ້ນຄວ້າວິທະຍາສາດດ້ານວິທະຍາສາດຄອມພິວເຕີ ແລະ ນະວັດຕະກໍາເຕັກໂນໂລຊີ ໃຫ້ທຽບເທົ່າພາກພື້ນ ແລະ ສາກົນ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ພາລະບົດບາດ

ພາລະບົດບາດສໍາຄັນຫຼັກຂອງພາກວິຊາແມ່ນການຜັນຂະຫຍາຍທິດທາງນະໂຍບາຍ ຂອງຄະນະວິຊາ ກໍ່ຄື ມຊ, ກະຊວງສຶກສາທິການ ແລະ ກີລາ ໂດຍແນໃສ່ ສ້າງນັກສຶກສາໃຫ້ເປັນນັກຄົ້ນຄວ້າດ້ານ ວິທະຍາສາດຄອມພິວເຕີ (Computer Science), ເປັນນັກວິຊາການວິເຄາະຂໍ້ມູນ (Data Scientist) ແລະ ນັກພັດທະນາຊັອບແວ (Software Developer) ແລະ ນະວັດຕະກໍາເຕັກໂນໂລຊີ (Technological Innovation) ເພື່ອແກ້ໄຂບັນຫາທາງດ້ານທຸລະກິດ ແລະ ເສດຖະກິດ – ສັງຄົມ ແລະ ເພື່ອຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາດ້ານທຸລະກິດ ແລະ ເສດຖະກິດ – ສັງຄົມ ຂອງຊາດ ແລະ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ນອກຈາກເຮັດໜ້າທີ່ກ່ຽວກັບການຮຽນ-ການສອນແລ້ວ ພາກວິຊາຍັງມີໜ້າທີ່ບໍລິການວິຊາການໃຫ້ແກ່ສັງຄົມ ແລະ ດໍາເນີນການຄົ້ນຄວ້າ ວິທະຍາສາດ ແລະ ນະວັດຕະກໍາເຕັກໂນໂລຊີ ໄປພ້ອມໆກັນ.

ໜ້າທີ

  1. ຈັດຕັ້ງການຮຽນ-ການສອນ ແລະ ການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວເພື່ອກໍ່ສ້າງນັກວິຊາການວິທະຍາສາດຄອມພິວເຕີ, ເຕັກໂນໂລຊີ ແລະ ນະວັດຕະກຳ.
  2. ສຶກສາອົບຮົມແນວຄິດການເມືອງ ແລະ ຄຸນສົມບັດໃຫ້ຜູ້ເຂົ້າຮັບການສຶກສຶກສາຢູ່ໃນພາກວິຊາ ໃຫ້ເປັນພົນລະເມືອງດີຂອງຊາດ.
  3. ໃຫ້ການສຶກສາແກ່ຜູ້ທີ່ມີລະດັບການສຶກສາຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າໃນລະດັບວິຊາສະເພາະ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
  4. ຈັດຕັ້ງການຝຶກອົບຮົມ, ບຳລຸງ ເພື່ອຍົກລະດັບວິຊາສະເພາະໄລຍະສັ້ນໃນຂະແໜງວິຊາສະເພາະທີ່ກ່ຽວຂ້ອງຕາມແຜນພັດທະນາຄະນະວິຊາ ແລະ ໃຫ້ແທດເໝາະກັບຄວາມຕ້ອງການຂອງສັງຄົມ.
  5. ດຳເນີນການຄົ້ນຄວ້າ ແລະ ພັດທະນາເທັກໂນໂລຊີໃນຂະແໜງວິຊາການທີ່ກ່ຽວຂ້ອງເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ.
  6. ເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າວິໄຈດ້ານວິທະຍາສາດຄອມພິວເຕີໃຫ້ແກ່ສາທາລະນະຊາບເພື່ອນຳໄປໃຊ້ໃຫ້ເກີດປະໂຫຍດ.
  7. ບໍລິການວິຊາການໃຫ້ແກ່ສັງຄົມ: ເປັນຊ່ຽວຊານ, ເປັນທີ່ປຶກສາ,  ເປັນອາຈານສອນພິເສດ, ເປັນຄູຝຶກ, ການທົດລອງ ແລະ ຢັ້ັງຢືນມາດຕະຖານເທັກນິກ ແລະ ຄຸນະພາບຂອງຜົນຜະລິດ,  ຜະລິດຕະພັນດ້ານຕ່າງໆ.
  8. ຄຸ້ມຄອງພະນັກງານວິຊາການຕາມລະບຽບລັດຖະກອນ, ນະໂຍບາຍ ຂອງລັດຖະບານ ແລະ ທຳມະນູນ ຂອງ ມະຫາວິທະຍາໄລ.
  9. ຄຸ້ມຄອງ ແລະ ດູແລນັກສຶກສາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມຂໍ້ກຳນົດກົດລະບຽບຂອງມະຫາວິທະຍາໄລແຫ່ງຊາດ.
  10. ຄຸ້ມຄອງຊັບສົມບັດຂອງລັດ ທີ່ຢູ່ໃນຄວາມຊົມໃຊ້ ຂອງຕົນເອງ,  ຢູ່ໃນຄວາມຮັບຜິດຊອບຂອງຄະນະວິຊາ ຕາມການກຳນົດຂອງມະຫາວິທະຍາໄລແຫ່ງຊາດ ແລະ ຕາມລະບຽບກົດ ໝາຍຂອງລັດຖະບານ.
  11. ຄຸ້ມຄອງຄົນຕ່າງດ້າວທີ່ມາປະຕິບັດໜ້າທີ່ ແລະ ສຶກສາຮ່ຳຮຽນຢູ່ໃນພາກວິຊາຂອງຕົນ.

ຂອບເຂດສິດ

  1. ຄົ້ນຄວ້າ ແລະ ສະເໜີການແຜນບັນຈຸພະນັກງານສັນຍາຈ້າງ ແລະ ລັດຖະກອນຄູຕາມຄວາມຕ້ອງການຕົວຈິງຂອງວຽກງານວິຊາການ.
  2. ນຳໃຊ້ງົບປະມານ, ແຫຼ່ງລາຍຮັບຕ່າງໆ, ພາຫະນະ, ວັດຖຸອຸປະກອນ ແລະ ສະຖານທີ່ ທີ່ໄດ້ຮັບອະນຸມັດ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະວິຊາເຂົ້າໃນການເຄື່ອນໄຫວວຽກງານຕາມພາລະບົດບາດ ແລະ ຖືກຕ້ອງຕາມຂໍ້ກຳນົດ.
  3. ຄົ້ນຄວ້າ ແລະ ນຳສະເໜີກ່ຽວກັບການຍ້ອງຍໍບຸກຄະລາກອນທີ່ມີຜົນງານທາງວິຊາການ.
  4. ຕິດຕໍ່ພົວພັນ ເພື່ອຂໍສະເໜີເຊັນສັນຍາໃນນາມຄະນະວິຊາ ແລະ ຈັດຕັ້ງປະຕິບັດສັນຍາກ່ຽວກັບການບໍລິການວິຊາການ.
  5. ຄົ້ນຄວ້າ ແລະ ນຳສະເໜີ ບັນຈຸ, ແຕ່ງຕັ້ງພະນັກງານວິຊາການທີ່ຢູ່ໃນການຄຸ້ມຄອງຂອງຕົນ.
  6. ຄົ້ນຄວ້າ ແລະ ນຳສະເໜີແຜນພັດທະນາໄລຍະສັ້ນ, ໄລຍະຍາວຂອງພາກວິຊາ ຕໍ່ສະພາບໍລິຫານ ແລະ ວິຊາການ
  7. ປົກປ້ອງ, ຄຸ້ມຄອງລິກຂະສິດ ຂອງພະນັກງານວິຊາການທີ່ສັງກັດໃນອົງກອນຕົນເອງ.
  8. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ.

ກົງຈັກ ແລະ ບຸກຄະລາກອນ

ຄະນະພາກວິຊາ

ປອ. ນ.ລັດສະໝີ ຈິດຕະວົງ (Lathsamy CHIDTAVONG Ph.D)

PhD in Computer Science

ຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ

ປທ. ອາມອນ ຈັນທະພາວົງ (Amone CHANTHAPHAVONG MSc)

Master in Information Technology

ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
a.chanthaphavong@nuol.edu.la

ປທ. ນ.ອໍລະດີ ຄຳມະນີວົງ (Orlady KHAMMANIVONG, MSc)

ປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ ແລະ ເຕັກໂນໂລຊີ

ຮອງຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ

ໜ່ວຍງານບໍລິຫານ (1) ແລະ ໜ່ວຍວິຊາ (7)

  • ໜ່ວຍງານບໍລິຫານ

  • ໜ່ວຍວິຊາ ປັນຍາປະດິດ ແລະ ນະວັດຕະກໍາ

  • ປທ. ສຸລິດ ແສງມະໂນທໍາ (Soulith SENGMANOTHAM, MSc)

    MASTER IN COMPUTER SCIENCES

    ໜ່ວຍວິຊາ
    ຕໍາແໜ່ງວິຊາການ:
    s.sengmanotham@nuol.edu.la

  • ໜ່ວຍວິຊາ ພັດທະນາຊັອບແວ

  • ໜ່ວຍວິຊາ ວິທະຍາສາດຂໍ້ມູນ ແລະ ການຮຽນຮູ້ຂອງຄອມພິວເຕີ

  • ປທ. ສຸກປະເສີດ ບັນຈົງ (Soukpaseuth BANCHONG, MSc )

    ປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ

    ໜ່ວຍວິຊາ
    ຕໍາແໜ່ງວິຊາການ:
    s.banchong@nuol.edu.la

  • ໜ່ວຍວິຊາ ບັອກເຊນ ແລະ ຂໍ້ມູນມະຫາສານ

  • ປທ. ງາວິເສດ ພົມວົງສາ

    ປະລິນຍາໂທ ສາຂາ ວິທະຍາສາດຄອມພິວເຕີ

    ໜ່ວຍວິຊາ
    ຕໍາແໜ່ງວິຊາການ:
    ໂທລະສັບ/WA: +856-20-22224771

  • ໜ່ວຍວິຊາ ອອກແບບ ແລະ ພັດທະນາລະບົບ

  • ປທ. ນ.ພອນສຸດາ ສຸພາມິດ (Phonesouda SOUPHAMITH)

    MASTER IN Engineering in Computer Science and Technology

    ໜ່ວຍວິຊາ
    ຕໍາແໜ່ງວິຊາການ: ຊອ
    p.souphamith@nuol.edu.la

  • ໜ່ວຍວິຊາ ເຕັກໂນໂລຊີຖານຂໍ້ມູນ ແລະ ຄຸ້ມຄອງເຄື່ອງແມ່ຂ່າຍ

  • ປທ. ຄຳກອນ ແສງອາໄພ (Khamkone SENGAPHAY, MSc)

    MASTER IN INFORMATION TECHNOLOGY

    ໜ່ວຍວິຊາ
    ຕໍາແໜ່ງວິຊາການ:
    khamkone651982@gmail.com

  • ໜ່ວຍວິຊາ ຮາດແວ ແລະ ລະບົບປະຕິບັດການ

ສາມອົງການຈັດຕັ້ງມະຫາຊົນ

ໜ່ວຍຊາວໜຸ່ມ

ປທ. ຕຽງທອງ ເພັງພະຈັນ (Tiengthong PENGPRACHANH,MSc)

ປະລິນຍາໂທ ສາຂາໄອທີ

ໜ່ວຍວິຊາ
ຕໍາແໜ່ງວິຊາການ: ອາຈານ
t.peangprachanh@nuol.edu.la

ໜ່ວຍສະຫະພັນຍີງ

ປທ. ນ.ພອນສຸດາ ສຸພາມິດ (Phonesouda SOUPHAMITH)

MASTER IN Engineering in Computer Science and Technology

ໜ່ວຍວິຊາ
ຕໍາແໜ່ງວິຊາການ: ຊອ
p.souphamith@nuol.edu.la

ໜ່ວຍສະຫະພັນກຳມະບານ

ປ​ທ​. ວິ​ໄລ​ສັກ ແກ້ວ​ສຸດ​ທາ (Vilaysack KEOSOUTTHA, MSc)

ປະລິນຍາໂທ ສາ​ຂາ​ ຂໍ້​ມູນ​ຂ່າວ​ສານ

ໜ່ວຍວິຊາ
ຕໍາແໜ່ງວິຊາການ:
v.keosoutha@nuol.edu.la