ປະຫວັດຄວາມເປັນມາ
ພາກວິຊາເຄມີສາດ ແມ່ນພາກວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງຄະນະວິະຍາສາດທໍາມະຊາດ, ສ້າງຕັ້ງຂຶ້ນພ້ອມກັນກັບການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ໃນ ວັນທີ 5 ພະຈິກ 1996. ໃນໄລຍະເລີ່ມຕົ້ນ ພາກວິຊາເຄມີສາດໄດ້ດຳເນີນການສອນຫຼັກສູດປະລິນຍາຕີວິິທະຍາສາດ ສາຂາເຄມີສາດໃນສົກປີ 1998-1999 ຈົນເຖິງສົກປີ 2012-2013 ໄດ້ເປີດຫຼັກສູດ ສາຂາເຄມີສິ່ງແວດລ້ອມ ແລະ ຫຼັກສູດປະລິນຍາໂທ ສາຂາເຄມີສາດໃນສົກປີ 2018-2019 ເພີ້ມຕື່ມ ຈົນເຖິງປະຈຸບັນ.
ວິໄສທັດ
ນໍາໜ້າທາງດ້ານວິຊາການ-ການຄົ້ນຄວ້າວິໄຈວິທະຍາສາດ ໃນສາຂາເຄມີສາດ, ເຄມີສິ່ງແວດລ້ອມ, ເທັກໂນໂລຢີ ແລະ ນະວັດຕະກຳ ເພື່ອປະກອບສ່ວນເປັນທ່າແຮງໃນການກ້າວໄປເຖິງການພັດທະນາເສດຖຖະກິດ-ສັງຄົມ ກໍຄືການພັດທະນາປະເທດຊາດ.
ພາລະບົດບາດ
- ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ ສາຂາເຄມີສາດ ແລະ ເຄມີສິ່ງແວດລ້ອມ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີວິໄນ, ມີຫົວຄິດປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໄຈ
- ດຳເນີນ ແລະ ສົ່ງເສີມການຄົ້້ນຄວ້າວິໄຈທາງດ້ານເຄມີສາດ ແລະ ເຄມີສິ່ງແວດລ້ອມ ເພື່ອຕອບສະໜອງນະໂຍບາຍໃນການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດ.
- ບໍລິການວິຊາການທີ່ມີປະສິດທິພາບ ໃນຂົງເຂດຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ຈັດຕັ້້ງການຝຶກອົບຮົມໄລຍະສັ້ນ, ເປັນຊ່ຽວຊານ, ເປັນທີ່ປຶກສາ, ເປັນອາຈານສອນພິເສດ, ເປັນຄູຝຶກ, ບໍລິການວິໄຈຄຸນນະພາບນໍ້າ, ຜະລິດຕະພັນທຳມະຊາດ, ການວິໄຈສານເຄມີໃນອາຫານ, ນໍ້າ ແລະ ສິ່ງແວດລ້ອມ, ການວິໄຈຢາປາບສັດຕູພືດໃນສິ່ງແວດລ້ອມ ແລະ ອື່ນໆ
- ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງານຂອງຊາດ, ພ້ອມທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.
ໜ້າທີ່
- ຈັດຕັ້ງການຮຽນ-ການສອນ ທັງໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ຕາມຫຼັກສູດທີ່ຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ ແລະ ຈັດຕັ້ງການຝຶກອົບຮົມ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ດ້ານເຄມີສາດ ແລະ ເຄມີສິ່ງແວດລ້ອມ
- ຈັດຕັ້ງການຄົ້ນຄວ້າ ແລະ ເຜີຍແຜ່ຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດ ດ້ານເຄມີສາດ ແລະ ເຄມີສິ່ງແວດລ້ອມ
- ດຳເນີນການບໍລິການວິຊາການ ດ້ານເຄມີສາດ ແລະ ເຄມີສິ່ງແວດລ້ອມ ໃຫ້ແກ່ສັງຄົມ
- ປົກປັກຮັກສາແລະສົ່ງເສີມສິລະປະວັດທະນາທຳຂອງຊາດສົມທົບກັບວັດທະນະທຳອັນດີງາມແລະກ້າວໜ້າຂອງໂລກ;
- ຮ່ວມມືກັບສະຖາບັນການສຶກສາ ແລະ ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ
- ປະຕິບັດໜ້າທີ່ອື່ນ ຕາມຄວາມຕ້ອງການຂອງການພັດທະນາທ້ອງຖິ່ນ ແລະ ຂະແໜງການ ແລະ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ
ຂອບເຂດສິດ
- ສ້າງແຜນການດຳເນີນວຽກງານໃນການຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ເຄື່ອນໄຫວດ້ານສິລະປະວັດທະນາທຳ ຂອງພາກວິຊາ
- ເປັນເຈົ້າການຈັດຕັ້ງ ການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ເຄື່ອນໄຫວດ້ານສິລະປະວັດທະນາທຳ ຂອງພາກວິຊາ
- ຄົ້ນຄວ້າຊອກຫາແຫຼ່ງທຶນ ແລະ ນຳໃຊ້ ເຂົ້າໃນການຄົ້ນຄວ້າ ວິທະຍາສາດ-ເຕັກໂນໂລຊີຢ່າງມີປະສິດທິຜົນສູງ ເພື່ອຜົນປະໂຫຍດລວມຂອງພາກວິຊາ, ຄະນະ, ມຊ, ສັງຄົມ ແລະ ປະເທດຊາດ
- ຄຸ້ມຄອງພະນັກງານຕາມລະບຽບລັດຖະກອນ, ນະໂຍບາຍ ແລະ ກົດໝາຍ ຂອງສປປລາວ
- ຄຸ້ມຄອງ ແລະ ດູແລນັກສຶກສາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມຂໍ້ກຳນົດກົດລະບຽບຂອງມະຫາວິທະຍາໄລ ແຫ່ງຊາດ.
- ຄຸ້ມຄອງຊັບສົມບັດຂອງລັດ ທີ່ຢູ່ໃນຄວາມຊົມໃຊ້ ຂອງຕົນເອງ, ຢູ່ໃນຄວາມຮັບຜິດຊອບຂອງຄະນະວິຊາ ຕາມການກຳນົດຂອງມະຫາວິທະຍາໄລແຫ່ງຊາດ ແລະ ຕາມລະບຽບກົດ ໝາຍຂອງລັດຖະບານ.
ກົງຈັກ ແລະ ບຸກຄະລາກອນ
ຄະນະພາກວິຊາ
ປອ. ນ.ເກຊິນີ ພົມແກ້ວນາ (Kesiny Phomkeona, Ph.D)
ປະລິນຍາເອກ ສາຂາ ວິສະວະກຳເຄມີ (ສັງເຄາະອົງຄະທາດ)
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ:
ປອ. ເພັງໄຊ ດີວັນໄຊ (Phengxay Deevanhxay, Ph.D)
ປະລິນຍາເອກ ສາຂາ ວິສະວະກຳເຄມີ (PHD IN Development Engineering-Chemical Engineering)
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ:
ປອ. ນ.ເກຊິນີ ພົມແກ້ວນາ (Kesiny Phomkeona, Ph.D)
ປະລິນຍາເອກ ສາຂາ ວິສະວະກຳເຄມີ (ສັງເຄາະອົງຄະທາດ)
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ:
ປອ. ເພັງໄຊ ດີວັນໄຊ (Phengxay Deevanhxay, Ph.D)
ປະລິນຍາເອກ ສາຂາ ວິສະວະກຳເຄມີ (PHD IN Development Engineering-Chemical Engineering)
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ:
ໜ່ວຍວິຊາ ເຄມີອົງຄະທາດ
ຫົວໜ້າໜ່ວຍວິຊາ
ປອ. ກິ່ງສະດິງທອງຄຳ ວົງເດັດ (Kingsadingthongkham VONGDETH, Ph.D)
ປະລິນຍາເອກ ສາຂາເຄມີອົງຄະທາດ
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
ປອ. ກິ່ງສະດິງທອງຄຳ ວົງເດັດ (Kingsadingthongkham VONGDETH, Ph.D)
ປະລິນຍາເອກ ສາຂາເຄມີອົງຄະທາດ
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
ໜ່ວຍວິຊາ ເຄມີວິເຄາະ
ຫົວໜ້າໜ່ວຍວິຊາ
ປທ. ໂສພາ ແກ້ວອິນແປງ (Sopha Keoinpaeng, MSc)
ປະລິນຍາໂທ ສາຂາ ເຄມີສາດ
ຫົວໜ້າໜ່ວຍວິຊາເຄມີວິເຄາະ
ຕໍາແໜ່ງວິຊາການ:
ປທ. ໂສພາ ແກ້ວອິນແປງ (Sopha Keoinpaeng, MSc)
ປະລິນຍາໂທ ສາຂາ ເຄມີສາດ
ຫົວໜ້າໜ່ວຍວິຊາເຄມີວິເຄາະ
ຕໍາແໜ່ງວິຊາການ:
ໜ່ວຍວິຊາ ເຄມີອະນົງຄະທາດ
ຫົວໜ້າໜ່ວຍວິຊາ
ໜ່ວຍວິຊາ ເຄມີສິ່ງແວດລ້ອມ
ປທ. ບຸນເທວາ ຫຼວງສຸພົມ (Bountheva Louangsouphom, Msc)
ປະລິນຍາໂທ ສາຂາ ວິສະວະກໍາສິ່ງແວດລ້ອມ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ: ອາຈານ
ປທ. ບຸນເທວາ ຫຼວງສຸພົມ (Bountheva Louangsouphom, Msc)
ປະລິນຍາໂທ ສາຂາ ວິສະວະກໍາສິ່ງແວດລ້ອມ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ: ອາຈານ
ໜ່ວຍວິຊາ ເຄມີຟີຊິກ
ປທ. ບົວສະຫວັນ ສຸວັນທອງ (Bouasavanh SOUVANHTHONG, MSc)
ປະລິນຍາໂທ ສາຂາເຄມີອະນົງຄະທາດ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ:
ປທ. ບົວສະຫວັນ ສຸວັນທອງ (Bouasavanh SOUVANHTHONG, MSc)
ປະລິນຍາໂທ ສາຂາເຄມີອະນົງຄະທາດ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ:
ໜ່ວຍວິຊາ ເຄມີທົ່ວໄປ
ກຳລັງລໍຖ້າຂໍ້ຕົກລົງແຕ່ງຕັ້ງ
ອົງການຈັດຕັ້ງມະຫາຊົນ
ອົງການຈັດຕັ້ງຊາວໜຸ່ມ
ຫົວໜ້າ
ອົງການຈັດຕັ້ງສະຫະພັນແມ່ຍິງ
ຫົວໜ້າ
ອົງການຈັດຕັ້ງກຳມະບານ
ຫົວໜ້າ
ປທ. ບຸນເທວາ ຫຼວງສຸພົມ (Bountheva Louangsouphom, Msc)
ປະລິນຍາໂທ ສາຂາ ວິສະວະກໍາສິ່ງແວດລ້ອມ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ: ອາຈານ
ປທ. ບຸນເທວາ ຫຼວງສຸພົມ (Bountheva Louangsouphom, Msc)
ປະລິນຍາໂທ ສາຂາ ວິສະວະກໍາສິ່ງແວດລ້ອມ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ: ອາຈານ