ເປີດການຮຽນ-ການສອນ ຫຼັກສູດຝຶກອົບຮົມ 𝐂𝐨𝐝𝐢𝐧𝐠, 𝐏𝐫𝐨𝐠𝐫𝐚𝐦𝐦𝐢𝐧𝐠 & 𝐃𝐚𝐭𝐚 𝐒𝐜𝐢𝐞𝐧𝐜𝐞 ທີ່ສູນ Samsung Innovation Campus (SIC) ຢ່າງເປັນທາງການ
[ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ]ໃນວັນທີ 28 ເມສາ ຜ່ານມາ ໄດ້ເປີດການຮຽນ-ການສອນ ຫຼັກສູດຝຶກອົບຮົມ 𝐂𝐨𝐝𝐢𝐧𝐠, 𝐏𝐫𝐨𝐠𝐫𝐚𝐦𝐦𝐢𝐧𝐠 & 𝐃𝐚𝐭𝐚 𝐒𝐜𝐢𝐞𝐧𝐜𝐞 ທີ່ສູນ Samsung Innovation Campus (SIC) ຢ່າງເປັນທາງການ ໂດຍທ່ານ ຮສ.ປອ ແຫຼມທອງ ລັດດາວົງ ຄະນະບໍດີ ພ້ອມດ້ວຍ ບັນດາທ່ານ ຮອງຄະນະບໍດີິ, ຄະນະພາກວິຊາວິທະຍາສາດຄອມພິວເຕີ ແລະ ຄະນະແນກ, ຜູ້ຕາງໜ້າຈາກບໍລິສັດຊໍາຊູງລາວ, ຄູສອນ ແລະ ນັກສຶກສາ ເຂົ້າຮ່ວມທັງໝົດ 39 ທ່ານ
ສະຫຼຸບສົກຮຽນ 2021-2022 ແລະ ແຜນການສົກຮຽນ 2022-2023 ຂອງຄະນະວິທະຍາສາດທໍາມະຊາດ, ມຊ
ໃນຕອນບ່າຍຂອງວັນທີ່ 28/10/2022 ທີ່ຫ້ອງປະຊຸມຊັ້ນ 2 ຂອງ ມຊ, ຄະນະວິທະຍາສາດທຳມະຊາດໄດ້ຈັດພິທິສະຫຼຸບສົກຮຽນ 2021-2022 ແລະ ໄຂສົກຮຽນໃໝ່ ສົກສຶກສາ 2022 – 2023, ທ່ານ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ ທ່ານ ປອ ແຫຼມທອງ ລັດດາວົງ ໃນນາມປະທານກອງປະຊຸມ ໄດ້ກ່າວເປີດພິທີ ທ່ານ ປອ ວັນແສງ ຈຸນລະມະນີ ຜ່ານບົດສະຫຼຸບ ປະຈຳສົກສຶກສາ ຜ່ານມາ ໂດຍມີແບ່ງອອກເປັນຜົນງານການເຄື່ອນໄຫວດັ່ງນີ້: ດ້ານແນວຄິດການເມືອງ ພະນັກງານ ແລະ ຄູອາຈານ ທຸກພາກສ່ວນພາຍໃນຄະນະວິທະຍາສາດທໍາມະຊາດ ໄດ້ເອົາໃຈໃສ່ເຮັດວຽກງານ ການເມືອງ ແນວຄິດ ເຊິ່ງເຮັດໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ກັບສະພາບການທີ່ປ່ຽນແປງໃໝ່, ວຽກຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການຄູອາຈານ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ນໍາສະເໜີຜົນງານການຄົ້ນຄວ້າວິທະຍາສາດຢ່າງຕັ້ງໜ້າ ແລະ ທ່ານຍັງໄດ້ຜ່ານແຜນການປະຈຳສົກສຶກສາຖັດໄປໂດຍມີລາຍລະອຽດດັ່ງນີ້: ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດ 5 ປີ ຂອງ ມຊ […]
ຄວທ ສ້າງຂະບວນການ ສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ
ໃນວັນທີ່ 6 ຕຸລາທີ່ຜ່ານມາ, ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີເຊິ່ງມີກິດຈະກຳສຳຄັນດັ່ງນີ້: ໃນຕອນເຊົ້າ, ຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ນຳພາ ຄູ-ອາຈານ ຈໍານວນ 100 ທ່ານ, ເຂົ້າຢ້ຽມຊົມ ຫໍພິພິຕະພັນ ວຽງຈັນສິລະປະຮ່ວມສະໄໝ ເພື່ອເປັນຂອງຂວັນໃຫ້ກັບ ຄູ-ອາຈານ ພາຍໃນຄະນະວິທະຍາສາດທຳມະຊາດ ແລະ ເພື່ອສ້າງຂະບວນການຕ້ອນຮັບວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (1994-2022). ໃນຕອນບ່າຍໄດ້ຈັດປາຖະກະຖາຫວນຄືນວັນຄູ, ທີ່ສະໂມສອນຊັ້ນ4 ຂອງຄະນະວິທະຍາສາດທຳມະຊາດ, ໂດຍການເປັນປະທານຂອງທ່ານ ປອ. ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມີທ່ານຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ແຂກຖືກເຊີນ, ອະດີດພະນັກງານບຳນານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ […]
ຄວທ ຈັດຕັ້ງ ແລະ ຮັບຟັງປາຖະກະຖາ ເພື່ອຫວນຄືນ 2 ວັນປະຫວັດສາດຂອງຊາດ.
ໃນວັນທີ 16 ກັນຍາ 2022 ຜ່ານມານີ້, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາ ວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ ແລະ ວັນຍຶດອຳນາດ 23 ສິງຫາ ຄົບຮອບຮອບ 77 ປີ ແລະ 47 ປີ (23 ສິງຫາ 1945 – 23 ສິງຫາ 2022 ແລະ 23 ສິງຫາ 1975-23 ສິງຫາ 2022). ງານດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງ FNS405 ຂອງຄະນະວິຊາ, ຊ່ຶງໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ບຸນເພັງ ມູນໂພໄຊ ອະດີດກຳມະການສູນກາງພັກ 5 ສະໄໝ, ພະນັກງານບຳນານ ແລະ ມີຜູ້ເຂົ້າຮ່ວມຮັບຟັງຄື: ທ່ານ ປອ. ແຫຼມທອງ ລັດດາວົງ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາການ, ຮອງຄະນະບໍດີ […]
ຄວທ ສ້າງນັກສຶກສາອອກຮັບໃຊ້ສັງຄົມປະຈໍາປີ 2022 ຫຼາຍກວ່າ 400 ຄົນ
ໃນວັນທີ 9 ກັນຍາ 2022 ຜ່ານມານີ້, ຄະນະວິທະຍາສາດທໍາມະຊາດ(ຄວທ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2018-2022 ຮຸ່ນທີ 22 ຂຶ້ນທີ່ຫ້ອງປະຊຸມຂອງຄະນະຕົນ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີທ່ານ ປອ. ແຫຼມທອງ ລັດດາວົງ ຮອງຄະນະບໍດີ ຄວທ, ບັນດາທ່ານຮອງຄະນະບໍດີ, ແຂກທີ່ຖືກເຊີນ, ມີບັນດາຫົວໜ້າພາກ-ຮອງພາກ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາປີສຸດທ້າຍເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ປອ. ແຫຼມທອງ ລັດດາວົງ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ 2018-2022 ຮຸ່ນທີ 22 ເຊິ່ງທ່ານໃຫ້ຮູ້ວ່າ: ຄະນະວິທະຍາສາດທໍາມະຊາດ ປັດຈຸບັນມີ 5 ພາກວິຊາ ແລະ 6 ພະແນກບໍລິຫານ, ມີຫຼັກສູດທີ່ຖືກອະນຸມັດຈາກກະຊວງສຶກສາທິການ ແລະກີລາ ຈໍານວນ 23 ສາຂາ […]
ຊົມເຊີຍວັນທີ 7 ຕຸລາ ວັນຄູແຫ່ງຊາດ ຄົບຮອບ 27 ປີ
ໃນນາມຄະນະນຳຂອງຄະນະວິທະຍາສາດທຳມະຊາດ, ຂໍອວຍພອນໄຊອັນປະເສີດມາຍັງ ບັນດາພະນັກງານ ຄູອາຈານ ຈົ່ງມີສຸກຂະພາບເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມມັ່ງຄັ່ງ, ມີຄວາມຮູ້-ປັນຍາ, ມີກຽດສັກສີ, ມີຄຸນຄວາມດີເລີດຍິ່ງ ແລະ ມີອາຍຸໝັ້ນຂວັນຍືນ.
ການຝຶກອົບຮົມການນໍາໃຊ້ Google Calendar, Google Meet, Google Forms ຂັ້ນພື້ນຖານ
ໃນວັນທີ 6 ຕຸລາ 2021, ທີ່ ຄະນະວິທະຍາສາດທໍາມະຊາດໄດ້ຝຶກອົບຮົມການນໍາໃຊ້ Google Calendar, Google Meet, Google Forms ຂັ້ນພື້ນຖານ ໃຫ້ແກ່ຄູຈານ ພາຍໃນຄະນະວິຊາ ເພຶ່ອກຽມຄວາມພ້ອມໃນການເປີດການຮຽນ-ການສອນ ສົກສຶກສາ 2021-2022