ປະຫວັດຄວາມເປັນມາ
ພາກວິຊາຊີວະວິທະຍາ ສ້າງຕັ້ງຂຶ້ນພ້ອມກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ໃນວັນທີ 5 ພຶດສະພາ ປີ 1996, ຊຶ່ງຂຶ້ນກັບຄະນະວິທະຍາສາດທໍາມະຊາດ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ອີງຕາມແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ເພື່ອຮັບໃຊ້ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພາກວິຊາຊີວະວິທະຍາເປັນພາກວິຊາໜຶ່ງ ທີ່ໄດ້ພັດທະນາບຸກຄະລາກອນທາງດ້ານວິທະຍາສາດ ໂດຍສະເພາະແມ່ນນັກວິຊາການທາງດ້ານພືດສາດ, ດ້ານສັດຕະສາດ, ເຕັກໂນໂລຊີຊີວະພາບ ແລະ ນັກວິຊາການທາງດ້ານຈຸລະຊີບວິທະຍາ. ປະຈຸບັນພາກວິຊາຊີວະວິທະຍາ ມີຫຼັກສູດ 2 ຫຼັກສູດ ຄື: ຫຼັກສູດປະລິນຍາໂທ ແລະ ຫຼັກສູດປະລິນຍາຕີ. ຫຼັກສູດປະລິນຍາໂທ ມີ 2 ຫຼັກສູດຄື: ຫຼັກສູດປະລິນຍາໂທວິທະຍາສາດ ສາຂາຊີວະວິທະຍາ ແລະ ປະລິນຍາໂທວິທະຍາສາດຮູບແບບການຄົ້ນຄວ້າ ສາຂາຊີວະວິທະຍາ. ຫຼັກສູດປະລິນຍາຕີວິທະຍາສາດ ມີ 2 ສາຂາຄື: ສາຂາຊີວະວິທະຍາ ແລະ ສາຂາເຕັກໂນໂລຊີຊີວະພາບ. ເພື່ອຕອບສະໜອງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທາງພາກວິຊາ ກໍໄດ້ສ້າງ ແລະ ພັດທະນານັກສຶກສາ ໃຫ້ກາຍເປັນນັກສຶກສາທາງດ້ານວິທະຍາສາດ, ເປັນນັກວິຊາການທີ່ມີຄຸນນະພາບ, ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ, ມີຄວາມຊື່ສັດບໍລິສຸດ, ມີອາຊີບ ແລະ ມີແນວຄິດຮັກຊາດ ທີ່ສາມາດເຮັດການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ສຶກສາຕໍ່ໃນລະດັບສູງໄດ້. ນັກສຶກສາທີ່ຮຽນຈົບຈາກພາກວິຊານີ້ ສາມາດປະກອບໄດ້ຫຼາກຫຼາຍອາອາຊີບ ເຊັ່ນ: ເປັນບຸກຄະລະກອນທາງດ້ານການສຶກສາຂອງສະຖາບັນ ແລະ ມະຫາວິທະຍາໄລ, ເປັນນັກວິທະຍາສາດປະຈຳສະຖາບັນ, ສູນຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ອົງການ-ອົງກອນອານຸລັກຂອງສາກົນ, ເປັນນັກວິໄຈທາງດ້ານປະລິມານ ແລະ ຄຸນນະພາບ, ເປັນຜູ້ປະກອບການທຸລະກິດສ່ວນຕົວ ແລະ ອື່ນໆ.
ວິໄສທັດ
ເປັນເລີດທາງດ້ານການຄົ້ນຄວ້າວິຊາການດ້ານພືດສາດ, ສັດຕະສາດ, ຈຸລະຊີບວິທະຍາ ແລະ ດ້ານເຕັກໂນໂລຊີຊີວະພາບ, ເພື່ອກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດ, ຈະລິຍະທໍາ ແລະ ຄວາມສີວິໄລທາງດ້ານຈິດໃຈໃນການຕອບສະໜອງ ນັກວິຊາການທີ່ມີຄຸນນະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ພາລະບົດບາດ
- ສະໜອງການສຶກສາລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນສາຂາຊີວະວິທະຍາ ເພື່ອຕອບສະໜອງໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມ.
- ຈັດຕັ້ງການຄົ້ນຄວ້າວິທະຍາສາດ ເຊັ່ນ: ພືດສາດ, ສັດຕະສາດ, ຈຸລະຊີບວິທະຍາ ແລະ ດ້ານເຕັກໂນໂລຊີຊີວະພາບ ພ້ອມທັງເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ ທີ່ມີຜົນປະໂຫຍດແກ່ການພັດທະນາເສດຖະກິດ-ສັງຄົມ.
- ຈັດຕັ້ງການໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານຄະນະບໍດີ ແລະ ອະທິການບໍດີມະຫາວິທະຍາ ໄລແຫ່ງຊາດ.
- ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງປະຊາຊົນບັນດາເຜົ່າ ຄຽງຄູ່ໄປກັບການສຶກສາຮຽນຮູ້ແລກປ່ຽນ ແລະ ຮັບເອົາວັດທະນະທຳສາກົນຢ່າງມີການເລືອກເຟັ້ນ.
- ປະຕິບັດພາລະໜ້າທີ່ອື່ນໆ ຕາມການມອບໝາຍຂອງກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານ.
ໜ້າທີ່
- ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍ ໃຫ້ແກ່ ພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ພາຍໃນພາກວິຊາໃຫ້ເປັນພົນລະເມືອງດີຂອງຊາດ ແລະ ມີຈັນຍາບັນໃນວິຊາຊີບຂອງຕົນ.
- ຈັດຕັ້ງການຮຽນ-ການສອນວິຊາສະເພາະ ສາຂາຊີວະວິທະຍາ ແລະ ສາຂາເຕັກໂນໂລຊີຊີວະພາບ ໃນລະດັບປະລິນຍາຕີ, ປະລິນຍາໂທວິທະຍາສາດ ສາຂາຊີວະວິທະຍາ, ປະລິນຍາໂທວິທະຍາສາດຮູບແບບການຄົ້ນຄວ້າ ໃຫ້ມີຄຸນນະພາບ.
- ຈັດຝຶກອົບຮົມ-ບໍາລຸງ ຍົກລະດັບວິຊາສະເພາະໄລຍະສັ້ນ ໃນສາຂາວິຊາທີ່ກ່ຽວຂ້ອງກັບພາກວິຊາ ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
- ຈັດຕັ້ງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃນຂະແໜງວິຊາການທີ່ກ່ຽວຂ້ອງ.
- ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດ ຂອງການຄົ້ນວ້າ-ວິໄຈ ທີ່ມີປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
- ພົວພັນຮ່ວມມືກັບສູນ, ສະຖາບັນ, ກົມ, ກະຊວງ ແລະ ອົງກອນອື່ນໆ ເພື່ອການຝຶກງານ, ທົດລອງ ຂອງນັກສຶກສາ ແລະ ການປົກປັກຮັກສາສິ່ງແວດລ້ອມ.
- ໃຫ້ບໍລິການຊ່ຽວຊານ ເປັນທີ່ປຶກສາວິຊາການໃຫ້ແກ່ສັງຄົມ ໃນສາຂາຊີວະວິທະຍາ ແລະ ເຕັກໂນໂລຊີຊີວະພາບ ບໍລິການວິຊາການອື່ນໆ ທີ່ກ່ຽວຂ້ອງ.
- ຈັດກິດຈະກໍາຕ່າງໆ ເພື່ອເຜີຍແຜ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
- ຊຸກຍູ້ສົ່ງເສີມໃຫ້ພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ຂອງພາກວິຊາຊີວະວິທະຍາ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸລັກ, ສົ່ງເສີມສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.
- ຄຸ້ມຄອງພະນັກງານຕາມລະບຽບລັດຖະກອນ, ນະໂຍບາຍຂອງລັດຖະບານ ແລະ ນິຕິກຳຂອງມະຫາວິທະຍາໄລແຫ່ງຊາດ ແລະ ນິຕິກຳທີ່ຄະນະວິທະຍາສາດທໍາມະຊາດວາງອອກ.
- ຄຸ້ມຄອງດູແລ ແລະ ພັດທະນານັກສຶກສາ ທີ່ຢູ່ໃນຄວາມຮັບຜິດຊອບຂອງພາກວິຊາຕາມຂໍ້ກໍານົດກົດລະບຽບຂອງຄະນວິທະຍາສາດທໍາມະຊາດ.
- ຄຸ້ມຄອງຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງພາກວິຊາ ຕາມຂໍ້ກໍານົດກົດລະບຽບຂອງມະຫາວິທະຍາໄລແຫ່ງຊາດ ແລະ ຕາມລະບຽບກົດໝາຍຂອງລັດຖະບານ.
- ຄຸ້ມຄອງດູແລຊາວຕ່າງປະເທດ ທີ່ມາປະຕິບັດໜ້າທີ່ ແລະ ສຶກສາຄົ້ນຄວ້າຢູ່ໃນພາກວິຊາ ຕາມພາລະບົດບາດ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະບໍດີ.
ຂອບເຂດສິດ
- ຄົ້ນຄວ້າ ແລະ ສະເໜີບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ປະຕິບັດນະໂຍບາຍ, ການຍ້ອງຍໍ, ປົດຕໍາແໜ່ງ, ປະຕິບັດວິໄນສໍາລັບພະນັກງານ, ຄູອາຈານ, ນັກສຶກສາ ແລະ ນັກຄົ້ນຄວ້າ ທີ່ຢູ່ໃນການຄຸ້ມຄອງຂອງພາກວິຊາກໍຄືຄະນະວິທະຍາສາດທໍາມະຊາດ.
- ນໍາໃຊ້ງົບປະມານທີ່ລັດຖະບານສະໜອງໃຫ້ ແລະ ທຶນຮອນຈາກແຫຼ່ງລາຍຮັບຕ່າງໆ ຕາມລະບຽບກົດໝາຍຂອງລັດ, ຕາມການອະນຸມັດຂອງຄະນະບໍດີກໍຄືອະທິການບໍດີ ໂດຍສອດຄ່ອງກັບງົບປະມານ ແລະ ລະບຽບການເງິນ.
- ສ້າງລາຍຮັບທາງດ້ານວິຊາການດ້ວຍຮູບແບບຕ່າງໆ ທີ່ຖືກຕ້ອງຕາມກົດລະບຽບຂອງຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ ລະບຽບກົດໝາຍ.
- ປົກປ້ອງຄຸ້ມຄອງລິຂະສິດທາງດ້ານວິຊາການຂອງພາກວິຊາ ກໍຄືຂອງຄະນະວິທະຍາສາດທໍາມະຊາດ ແລະ ມະຫາວິທະຍາໄລແຫ່ງຊາດ.
- ຄົ້ນຄວ້າ ແລະ ສະເໜີຂໍອະນຸມັດການຕິດຕໍ່ພົວພັນເປັນທາງການ, ຂໍອະນຸມັດເຊັນສັນຍາຮ່ວມມືທາງດ້ານວິຊາການກັບມະຫາວິທະຍາໄລ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ອົງກອນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບກົດໝາຍ.
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ.
ກົງຈັກ ແລະ ບຸກຄະລາກອນ
ຄະນະພາກວິຊາ
ປທ. ນ.ຄໍາຟ້າ ຈັນທະວົງສາ (Khamfa CHANTHAVONGSA, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ.ຕຸລາພອນ ແກ້ວແກ່ນ (Toulaphone KEOKAEN, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ
ປທ. ສຸລິວັນ ຫຼ້າໜໍ່ສະຫວັນ (Soulivanh LANORSAVANH, MSc)
ປະລິນຍາໂທ ສາຂາ ຊີວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ.ຄໍາຟ້າ ຈັນທະວົງສາ (Khamfa CHANTHAVONGSA, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ອາຈານ
ປທ. ນ.ຕຸລາພອນ ແກ້ວແກ່ນ (Toulaphone KEOKAEN, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ
ປທ. ສຸລິວັນ ຫຼ້າໜໍ່ສະຫວັນ (Soulivanh LANORSAVANH, MSc)
ປະລິນຍາໂທ ສາຂາ ຊີວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
ພາກວິຊາວິພາກວິຊາຊີວະວິທະຍາ ປະກອບດ້ວຍ 06 ໜ່ວຍວິຊາ ແລະ 01 ໜ່ວຍງານຄື:
1. ໜ່ວຍວິຊາ ພືດສາດ
ຫົວໜ້າໜ່ວຍວິຊາ
ປທ. ຈັນຫອມ ລໍອິນເຮືອງ
ຫົວໜ້າໜ່ວຍວິຊາ ພືດສາດ
ຕໍາແໜ່ງວິຊາການ:
ໂທລະສັບ/WA: +856-20-58598794
ຮອງຫົວໜ້າໜ່ວຍວິຊາ
ປອ. ວີຈິດ ລຳໄຊ (Vichith LAMXAY, Ph.D)
ປະລິນຍາເອກ ສາຂາຊີວະວິທະຍາ ລົງເລິກສະເພາະອະນຸກົມວິຖານພືດ
ຫົວໜ້າໜ່ວຍວິຊາ ພືດສາ
ຕໍາແໜ່ງວິຊາການ: ສາດສະດາຈານ
ຮສ.ປອ. ສົມຈັນ ບຸນພັນມີ
ປທ. ນ.ຄໍາຟ້າ ຈັນທະວົງສາ (Khamfa CHANTHAVONGSA, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າພາກວິຊາ
ຕໍາແໜ່ງວິຊາການ: ອາຈານ
ປທ. ສຸລິວັນ ຫຼ້າໜໍ່ສະຫວັນ (Soulivanh LANORSAVANH, MSc)
ປະລິນຍາໂທ ສາຂາ ຊີວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍບໍລິຫານ
ຕໍາແໜ່ງວິຊາການ: ອາຈານ
ປທ. ແກ້ວອຸດອນ ສຸວັນວັນນະກຸມມານ (Keooudone SOUVANNAKHOUMMANE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ໜ່ວຍວິຊາ ພືດສາ
ຕໍາແໜ່ງວິຊາການ:
2.ໜ່ວຍວິຊາ ເຕັກໂນໂລຊີຊີວະພາບ
ຫົວໜ້າໜ່ວຍວິຊາ
ປທ. ນ. ຈັນສົມ ແກ້ວອຸດອນ (Chansom KEO-OUDONE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ພະນັກງານບຳນານ, ອະດີດຫົວໜ້າໜ່ວຍວິຊາເຕັກໂນໂລຊີຊີວະພາບ
ຕໍາແໜ່ງວິຊາການ: ອາຈານ
ຮອງຫົວໜ້າໜ່ວຍວິຊາ
ປທ. ນ.ທິບພະຈັນ ສຸວັນນະສານ (Thipphachan SOUVANNASANE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າ ໜ່ວຍຊີວະວິທະຍາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ໂທລະສັບ/WA: +856-20-55997698
3. ໜ່ວຍວິຊາ ຈຸລະຊີບວິທະຍາ
ຫົວໜ້າໜ່ວຍວິຊາ
ຮອງຫົວໜ້າໜ່ວຍວິຊາ
ປທ. ນ.ຕຸລາພອນ ແກ້ວແກ່ນ (Toulaphone KEOKAEN, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຮອງຫົວໜ້າພາກວິຊາ ຝ່າຍວິຊາການ
ຕໍາແໜ່ງວິຊາການ: ອາຈານ
4.ໜ່ວຍວິຊາ ສັດມີກະດູກສັນຫຼັງ
ຫົວໜ້າໜ່ວຍວິຊາ
ປທ. ນ.ກອນອຸມາ ພົງສາ (Koneouma PHONGSA, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າໜ່ວຍວິຊາ ສັດມີກະດູກສັນຫຼັງ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າໜ່ວຍວິຊາ
ປອ. ນ.ສົມພູທອນ ພິມມະຈັກ (Somphouthone PHIMMACHAK, Ph.D)
ປະລິນຍາເອກ ສາຂາ ສັດຕະວິທະຍາ
ຮອງຫົວໜ້າໜ່ວຍວິຊາສັດມີກະດູກສັນຫຼັງ
ຕໍາແໜ່ງວິຊາການ:
ໂທລະສັບ/WA: +856-20-56358387
ຊື່ພະນັກງານ:
ປອ. ນ.ແສງວິໄລ ແຊ່ເຕິ່ນ (Sengvilay SEATEUN, Ph.D)
PhD major in Zoology
ໜ່ວຍງານບໍລິຫານວິຊາການ
ຕໍາແໜ່ງວິຊາການ:
5. ໜ່ວຍວິຊາ ສັດບໍ່ມີກະດູກສັນຫຼັງ
ຫົວໜ້າໜ່ວຍວິຊາ
ປທ. ລີພອນ ໜໍ່ປະເສີດ (Liphone NOPHASEUD, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າໜ່ວຍວິຊາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າໜ່ວຍວິຊາ
ປອ. ຄໍາຫຼ້າ ອິນຄະວິໄລ
6. ໜ່ວຍວິຊາ ຊີວະສິ່ງແວດລ້ອມ
ຫົວໜ້າໜ່ວຍວິຊາ
ປທ. ນ.ທອງເລື່ອງ ຈັນທະລາດ (Thongleuang CHANHTHALATH, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າໜ່ວຍວິຊາຊີວະສິ່ງແວດລ້ອມ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າໜ່ວຍວິຊາ
ທ່ານ ນ. ວຽງຄອນ ວັນນະຈັກ (Viengkhone VANNAJAK, MSc)
ໜ່ວຍວິຊາ
ຕໍາແໜ່ງວິຊາການ:
7. ໜ່ວຍງານບໍລິຫານວິຊາການ
ຫົວໜ້າໜ່ວຍວິຊາ
ປທ. ນ.ທິບພະຈັນ ສຸວັນນະສານ (Thipphachan SOUVANNASANE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າ ໜ່ວຍຊີວະວິທະຍາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ໂທລະສັບ/WA: +856-20-55997698
ຮອງຫົວໜ້າໜ່ວຍວິຊາ
ຊື່ພະນັກງານ:
ປອ. ນ.ແສງວິໄລ ແຊ່ເຕິ່ນ (Sengvilay SEATEUN, Ph.D)
PhD major in Zoology
ໜ່ວຍງານບໍລິຫານວິຊາການ
ຕໍາແໜ່ງວິຊາການ:
ອົງການຈັດຕັ້ງມະຫາຊົນ
ອົງການຈັດຕັ້ງຊາວໜຸ່ມ
ຫົວໜ້າ ໜ່ວຍຊີວະວິທະຍາ
ປອ. ນ.ແສງວິໄລ ແຊ່ເຕິ່ນ (Sengvilay SEATEUN, Ph.D)
PhD major in Zoology
ໜ່ວຍງານບໍລິຫານວິຊາການ
ຕໍາແໜ່ງວິຊາການ:
ຮອງຫົວໜ້າ
ປທ. ແກ້ວອຸດອນ ສຸວັນວັນນະກຸມມານ (Keooudone SOUVANNAKHOUMMANE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ໜ່ວຍວິຊາ ພືດສາ
ຕໍາແໜ່ງວິຊາການ:
ອົງການຈັດຕັ້ງສະຫະພັນແມ່ຍິງ
ຫົວໜ້າ ໜ່ວຍຊີວະວິທະຍາ
ປທ. ນ.ທິບພະຈັນ ສຸວັນນະສານ (Thipphachan SOUVANNASANE, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າ ໜ່ວຍຊີວະວິທະຍາ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ໂທລະສັບ/WA: +856-20-55997698
ຮອງຫົວໜ້າ ຊີວະວິທະຍາ
ປທ. ນ.ກອນອຸມາ ພົງສາ (Koneouma PHONGSA, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າໜ່ວຍວິຊາ ສັດມີກະດູກສັນຫຼັງ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ອົງການຈັດຕັ້ງກຳມະບານ
ຫົວໜ້າ ຊີວະວິທະຍາ
ປທ. ນ.ທອງເລື່ອງ ຈັນທະລາດ (Thongleuang CHANHTHALATH, MSc)
ປະລິນຍາໂທ ສາຂາ ຊິວະວິທະຍາ
ຫົວໜ້າໜ່ວຍວິຊາຊີວະສິ່ງແວດລ້ອມ
ຕໍາແໜ່ງວິຊາການ: ຊ່ວຍອາຈານ
ຮອງຫົວໜ້າ
ປອ. ນ.ສົມພູທອນ ພິມມະຈັກ (Somphouthone PHIMMACHAK, Ph.D)
ປະລິນຍາເອກ ສາຂາ ສັດຕະວິທະຍາ
ຮອງຫົວໜ້າໜ່ວຍວິຊາສັດມີກະດູກສັນຫຼັງ
ຕໍາແໜ່ງວິຊາການ:
ໂທລະສັບ/WA: +856-20-56358387