1. ຊື່ຫຼັກສູດ
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ການພັດທະນາເວັບໄຊ
1.2 Bachelor of Science Program in Web Application Development
2. ຊື່ປະກາສະນີຍະບັດ
2.1 ປະລິນຍາຕີ ວິທະຍາສາດ ສາຂາ ການພັດທະນາເວັບໄຊ
2.2 ປຕ.ວ. (ການພັດທະນາເວັບໄຊ)
2.3 Bachelor of Science in Web Application Development
2.4 B.Sc. (Web Development)
3. ໜ່ວຍງານຮັບຜິດຊອບ
ພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ,
ໂທລະສັບ: 02023094465, 02077712077 ອີເມວ: cs.fns@nuol.edu.la
4. ປັດຊະຍາ
ເພື່ອປະຕິບັດຕາມແຜນຍຸດທະສາດການພັດທະນາການສຶກສາ 2016-2025 ຂອງມະຫາວິທະ ຍາໄລແຫ່ງຊາດ ໂດຍສະເພາະແມ່ນການບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາໃຫ້ເປັນສູນກາງການສຶກສາທີ່ມີຄຸນນະພາບໃຫ້ປະກົດຜົນເປັນຈິງ. ການປັບປຸງ ຫຼັກສູດວິທະຍາສາດ ສາຂາ ການພັດທະ ນາເວັບໄຊ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ໃນການກໍ່ສ້າງນັກວິຊາການທີ່ມີຄວາມຊ່ຽວຊານ, ເປັນທີ່ປຶກສາ, ເປັນຜູ້ຄຸ້ມຄອງລະບົບທາງດ້ານການພັດທະນາເວັບໄຊ ແລະ Hybrid Mobile App ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ພ້ອມທັງເປັນການຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ ແຮງງານພາຍໃນປະເທດ ແລະ ພາກພື້ນ.
ເນື້ອໃນຫຼັກສູດນີ້ໄດ້ກວມເອົາ 5 ຫຼັກມູນການສຶກສາໂດຍຖືຜູ້ຮຽນເປັນສຳຄັນ ແລະ ຮັບປະກັນ ໃຫ້ຜູ້ຮຽນໄດ້ເສີມຂະຫຍາຍການຮຽນຂອງຕົນຕາມຄວາມສາມາດ.
5. ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງບຸກຄະລາກອນລະດັບປະລິນຍາຕີ ສາຂາ ການພັດທະນາເວບໄຊ ໃຫ້ມີຄວາມສາ ມາດພັດທະນາເວັບໄຊ ແລະ Hybrid Mobile App, ນອກຈາກນັ້ນຍັງສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດພຽງພໍທີ່ຈະນຳໄປປະກອບອາຊີບໃນອົງກອນຕ່າງໆທັງພາກລັດ ແລະ ເອກະຊົນເຊັ່ນ: ບໍລິສັດໂທລະຄົມມະນາຄົມ, ທະນາຄານ, ບໍລິສັດພັດທະນາເວັບໄຊ ແລະ ອື່ນໆ.
- ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານໃນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນໃນສາຂາວິຊາຕ່າງໆທີ່ກ່ຽວ ຂ້ອງ.
- ເພື່ອສ້າງນັກສຶກສາໃຫ້ມີຈັນຍາບັນໃນການປະກອບອາຊີບ ແລະ ຮູ້ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ:
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂານີ້ແລ້ວນັກສຶກສາຈະສາມາດ:
ດ້ານຄວາມຮູ້: ສ້າງເວບໄຊດ້ວຍເຄື່ອງມືຕ່າງໆຢ່າງຄ່ອງແຄ້ວ, ເລືອກເຟັ້ນເອົາເຄື່ອງມືຕ່າງໆເຂົ້າມານໍາໃຊ້ໃນການພັດທະນາເວບໄຊຕາມຄວາມເໝາະສົມ, ວິເຄາະບັນຫາ ຫຼື ຄວາມຕ້ອງການຕ່າງໆຂອງສັງຄົມ ເພື່ອນໍາມາພັດທະນາເວບໄຊຢ່າງມີປະສິດທິພາບ, ປະເມີນຄວາມຕ້ອງການໃນການນໍາສະເໜີຂໍ້ມູນຂ່າວສານຜ່ານເວບໄຊ, ວາງແຜນເພື່ອດໍາເນີນການພັດທະນາເວບໄຊຕັ້ງແຕ່ເລີ່ມຕົ້ນຈົນສໍາເລັດໂຄງການ, ປ້ອງກັນການໂຈມຕີຂອງບຸກຄົນ ຫຼື ກຸ່ມຄົນຜູ້ທີ່ບໍ່ຫວັງດີດ້ວຍວິທີການຮັກສາຄວາມປອດໄພຂອງເວບໄຊ, ອອກແບບເວບໄຊໃຫ້ສວຍງາມຕາມຄວາມຕ້ອງການຂອງຜູ້ໃຊ້, ພັດທະນາເວບໄຊເຂົ້າໃນການນໍາສະເໜີຂໍ້ມູນຂ່າວສານຕ່າງໆໃນສັງຄົມ ແລະ ຊ່ວຍແກ້ບັນຫາຕ່າງໆໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ.
ດ້ານທັກສະ: ທັກສະໃນການຄົ້ນຄິດ, ເລືອກເຟັ້ນເອົາວິທີການ, ຮູບແບບ ຫຼື ຂັ້ນຕອນໃນການສ້າງເວບໄຊ, ທັກສະໃນການແກ້ໄຂຂໍ້ມູນຂ່າວສານຕ່າງໆໃນເວບໄຊໃຫ້ມີຄວາມຖືກຕ້ອງ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້, ທັກສະໃນການສື່ສານໂດຍນໍາໃຊ້ເຄື່ອງເອເລັກໂທຣນິກ ຜ່ານເຄືອຂ່າຍຄອມພິວເຕີລະດັບໂລກ, ທັກສະໃນການເຮັດວຽກເປັນທິມ ເພື່ອວາງແຜນດໍາເນີນການພັດທະນາເວບໄຊຢ່າງເປັນລະບົບ, ທັກສະໃນການຮຽນຮູ້ຕະຫຼອດຊີວິດ ໃຫ້ມີຫົວຄິດປະດິດສ້າງທາງດ້ານນະວັດຕະກໍາໃໝ່ ແລະ ວິເຄາະບັນຫາຕ່າງໆຢ່າງມີຫຼັກການ.
ດ້ານການນໍາໃຊ້: ດໍາເນີນການພັດທະນາເວບໄຊອອກຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິພາບ, ກະກຽມຄວາມພ້ອມ ເພື່ອໃຫ້ມີຄວາມສາມາດໃນການພັດທະນາຕົນເອງ ຫຼື ສາມາດສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ນໍາໃຊ້ຫຼັກການ, ຂັ້ນຕອນໃນການພັດທະນາເວບໄຊ ເຂົ້າໃນການວິເຄາະບັນຫາ, ອອກແບບເວບໄຊ, ການພັດທະນາເວບໄຊ ຊ່ວຍແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.
ດ້ານທັກສະທາງສັງຄົມ: ມີຄວາມຊື່ສັດຕໍ່ຕົນເອງ ແລະ ສັງຄົມ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທິມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງຢ່າງໜັກ ແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນດີງາມຂອງຊາດ ແລະ ມີແນວຄິດປົກປັກຮັກສາສິ່ງແວດລ້ອມ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ການພັດທະນາເວບໄຊ ແລ້ວຈະສາມາດປະກອບອາຊີບໄດ້ດັ່ງນີ້:
- ບໍລິສັດທີ່ທີ່ເຮັດວຽກກ່ຽວກັບລະບົບໂທລະຄົມມະນາຄົມ: ລາວໂທລະຄົມມະນາຄົມ, ລັດວິສາຫະກິດໂທລະຄົມລາວ, ທິກໂກ້, Lao-Asia Telecom ແລະ ອື່ນໆ.
- ທະນາຄານຕ່າງໆທົ່ວປະເທດ.
- ບໍລິສັດພັດທະນາເວັບໄຊ ແລະ ອື່ນໆ.
- ຕະຫຼາດຫຸ້ນ.
- ບໍລິສັດຕ່າງໆທີ່ມີການນໍາໃຊ້ເຄື່ອງເຕັກໂນໂລຊີເຂົ້າມາຊ່ວຍວຽກ
- ຄູສອນທາງດ້ານຄອມພິວເຕີ, ແຄ່ຄ້ອງໄດ້ບໍາລຸງວິຊາຄູກ່ອນ.
- ເປີດທຸລະກິດສ່ວນຕົວກ່ຽວກັບຄອມພິວເຕີ.
7. ການກຳນົດການເປີດສອນ
ເລີ່ມແຕ່ສົກຮຽນ 2020-2021 ເປັນຕົ້ນໄປ ແລະ ຈະປະເມີນຜົນພາຍຫຼັງນັກສຶກສາ ຮຽນຈົບ 1-2 ລຸ້ນ.
8. ຄາດຄະເນແຜນຮັບນັກສຶກສາ:
ສົກຮຽນ | ປີການສຶກສາ/ ຈຳນວນນັກສຶກສາ | ຈຳນວນລວມ | ຄາດຄະເນ ນ/ສຮຽນຈົບ | |||
ປີ1 | ປີ2 | ປີ3 | ປີ4 | |||
2020-2021 | 60 | 00 | 00 | 00 | 80 | 00 |
2021-2022 | 60 | 60 | 00 | 00 | 120 | 00 |
2022-2023 | 60 | 60 | 60 | 00 | 180 | 00 |
2023-2024 | 60 | 60 | 60 | 60 | 240 | 60 |
9. ຄຸນສົມບັດຂອງຜູ້ເຂົ້າສຶກສາ
ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດສາຂາ:ວິທະຍາສາດຄອມພິວເຕີຕ້ອງແມ່ນຜູ້ທີ່ມີເງື່ອນໄຂພື້ນຖານດັ່ງນີ້:
- ຕ້ອງມີໃບປະກາສະນີຍະບັດ ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ, ຊັ້ນກາງ ຫຼື ທຽບເທົ່າ.
- ຖ້າເປັນພະນັກງານຕ້ອງມີໃບນຳສົ່ງ ແລະ ຂໍ້ຕົກລົງ ຕາມໂກຕາ ຫຼື ຮູບການອື່ນຂອງກະຊວງ ຫຼື ກົມກອງທີ່ກ່ຽວຂ້ອງ.
- ມີສຸຂະພາບແຂງແຮງດີ
10. ວິທີຄັດເລືອກຜູ້ທີ່ຈະເຂົ້າສຶກສາ
ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 7 ຕ້ອງໄດ້ຍື່ນຄຳຮອ້ງເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະຕົ້ນສົກຮຽນໂດຍມີຄະນະກຳມະການສອບເສັງຄັດເລືອກຈາກ ມຊ ສົມທົບກັບກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະ ກິລາ ເພື່ອຄັດເລືອກ.
11. ການຈັດຕັ້ງການຮຽນ-ການສອນ
ສອນຕາມລະບົບໜ່ວຍກິດ 8 ພາກຮຽນ, ແຕ່ບໍ່ເກີນ 10 ພາກຮຽນ ຫຼື 4 ປີ, ແຕ່ບໍ່ເກີນ 5 ປີ. ແຕ່ລະພາກ ຮຽນໃຊ້ເວລາ 4 ເດືອນ ຫຼື 16 ອາທິດ ເພື່ອຮຽນຄົບຕາມໜ່ວຍກິດ. ການກຳນົດການຈັດ ຕັ້ງການຮຽນການສອນແມ່ນໄດ້ປະຕິບັດດັ່ງນີ້:
- ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ, 1 ພາກຮຽນມີ 4 ເດືອນ ຫຼື ມີ 16 ອາທິດ.
- ຮຽນຕົວຈິງ 16 ອາທິດ.
- ສອບເສັງ 2 ອາທິດ.
- ແຮວັນພັກ 1 ອາທິດ.
- ໜຶ່ງອາທິດຮຽນ 5 ວັນ (ຈັນ ຫາ ສຸກ).
- ໜຶ່ງວັນຮຽນ 5 ຫາ 6 ຊົ່ວໂມງ.
- ໜຶ່ງຊົ່ວໂມງຮຽນ 50 ນາທີ.
- ຕອນເຊົ້າເລີ່ມ ເວລາ 8:00 ໂມງ ຫາ 11:40 ໂມງ (ໄລຍະທີ 1: 8:00 ໂມງ – 9:40 ໂມງ, ໄລຍະທີ 2: 10:00 ໂມງ – 10:40 ໂມງ).
- ຕອນບ່າຍເລີ່ມ ເວລາ 13:00 ໂມງ ຫາ 16:40 ໂມງ (ໄລຍະທີ 3: 13:00 ໂມງ – 14:40 ໂມງ, ໄລຍະທີ 4: 15:00 ໂມງ – 15:40 ໂມງ).
12. ໄລຍະເວລາການສຶກສາ
- ນັກສຶກສາໃຊ້ເວລາໃນການຮຽນຈົນຈົບຫຼັກສູດ 4 ປີ ແຕ່ບໍ່ເກີນ 5 (8 ພາກຮຽນ, ແຕ່ບໍ່ເກີນ 10 ພາກ ຮຽນ).
13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈຳນວນໜ່ວຍກິດລວມທີ່ສອນໃນຫຼັກສູດ: 144 ໜ່ວຍກິດ.
- ໝວດວິຊາຄວາມຮູ້ພື້ນຖານທົ່ວໄປ 20 ໜ່ວຍກິດ.
- ໜວດວິຊາພື້ນຖານວິຊາສະເພາະ 40 ໜ່ວຍກິດ.
- ໜວດວິຊາສະເພາະ 82 ໜ່ວຍກິດ.
- ໜວດວິຊາເລືອກ 3 ໜ່ວຍກິດ.
13.2 ແຜນການຮຽນ-ການສອນ
- ປີທີ 1 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
115LS101 | ລາວສຶກສາ 1 | 2(2-0-4) | ຄວາມຮູ້ທົ່ວໄປ |
205ES101 | ພາສາອັງກິດສຳລັບວິທະຍາສາດ 1 | 2(2-0-4) | ຄວາມຮູ້ທົ່ວໄປ |
145PY101 | ຈິດຕະວິທະຍາທົ່ວໄປ | 2(2-0-4) | ຄວາມຮູ້ທົ່ວໄປ |
205CS121 | ລະບົບຄອມພິວເຕີ | 2(2-0-4) | ພື້ນຖານວິຊາສະເພາະ |
205BC121 | ການນໍາໃຊ້ຊອບແວພື້້ນຖານ | 2(0-4-2) | ພື້ນຖານວິຊາສະເພາະ |
205JA121 | ໂປຣແກຣມມິງ (JAVA) | 3(2-2-5) | ວິຊາສະເພາະ |
205DB121 | ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ (Ms Access) | 3(2-2-5) | ວິຊາສະເພາະ |
205MC111 | ຄະນິດສາດສຳລັບຄອມພິວເຕີ 1 | 3(2-2-5) | ພື້ນຖານວິຊາສະເພາະ |
ລວມ | 19(14-10-33) |
- ປີທີ 1 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ | |
135LS102 | ລາວສຶກສາ 2 | 2(2-0-4) | ຄວາມຮູ້ທົ່ວໄປ | |
205ES102 | ພາສາອັງກິດສຳລັບວິທະຍາສາດ 2 | 2(2-0-4) | ຄວາມຮູ້ທົ່ວໄປ | |
205MC112 | ຄະນິດສາດສຳລັບຄອມພິວເຕີ 2 | 3(2-2-5) | ພື້ນຖານວິຊາສະເພາະ | |
205WP122 | ພື້ນຖານເວບໂປຣແກຣມມິງ | 3(2-2-5) | ວິຊາສະເພາະ | |
205CN121 | ການສື່ສານຂໍ້ມູນ ແລະ ເຄືອຂ່າຍ | 3(2-2-5) | ວິຊາສະເພາະ | |
205DS122 | ລະບົບຖານຂໍ້ມູນ (Database Systems) | 3(2-2-5) | ວິຊາສະເພາະ | |
205WM121 | ການອອກແບບເວັບໄຊ | 3(2-2-5) | ວິຊາສະເພາະ | |
ລວມ | 19(14-10-33) | |||
- ປີທີ 2 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
205EC201 | ພາສາອັງກິດສຳລັບຄອມພິວເຕີ 1 | 1(0-2-1) | ຄວາມຮູ້ທົ່ວໄປ |
205OS211 | ລະບົບປະຕິບັດການ | 2(2-0-4) | ພື້ນຖານວິຊາສະເພາະ |
205DA211 | ໂຄງສ້າງຂອງຂໍ້ມູນ ແລະ ຂັ້ນຕອນວິທີ ສໍາລັບການພັດທະນາເວັບໄຊ 1 | 3(2-2-5) | ພື້ນຖານວິຊາສະເພາະ |
205IT221 | ເຕັກໂນໂລຊີຂ່າວສານ | 2(2-0-4) | ວິຊາສະເພາະ |
205JS221 | ການພັດທະນາເວັບໄຊດ້ວຍພາສາ JSP1 | 3(2-2-5) | ວິຊາສະເພາະ |
205CG221 | ຄອມພິວເຕີກຣາຟິກ (Web GL) | 3(2-2-5) | ວິຊາສະເພາະ |
205PH221 | ການພັດທະນາເວບໄຊດ້ວຍພາສາ PHP1 | 3(2-2-5) | ວິຊາສະເພາະ |
205MB211 | ການຂຽນໂປຣແກຣມໃນມືຖື 1 | 3(2-2-5) | ພື້ນຖານວິຊາສະເພາະ |
ລວມ | 20(14-12-34) |
- ປີທີ 2 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
205WP222 | ການພັດທະນາເວັບໄຊດ້ວຍພາສາ JSP2+framework | 3(2-2-5) | ວິຊາສະເພາະ |
205DA212 | ໂຄງສ້າງຂອງຂໍ້ມູນ ແລະ ຂັ້ນຕອນວິທີ ສໍາລັບການພັດທະນາເວັບໄຊ 2 | 3(2-2-5) | ພື້ນຖານວິຊາສະເພາະ |
205MI221 | ລະບົບຂ່າວສານເພື່ອການບໍລິຫານ | 2(2-0-4) | ວິຊາສະເພາະ |
205HM221 | Hybrid Mobile App | 3(2-2-5) | ວິຊາສະເພາະ |
015ND201 | ສຶກສາປ້ອງກັນຕົວ | 3(0-2-7) | ຄວາມຮູ້ທົ່ວໄປ |
205AP221 | ການບໍາລຸງຮັກສາ ແລະ ແກ້ໄຂບັນຫາຄອມພິວເຕີ (CompTIA A+) | 3(2-2-5) | ວິຊາສະເພາະ |
205SR211 | ສະຖິຕິວິໄຈ | 3(2-2-5) | ພື້ນຖານວິຊາສະເພາະ |
ລວມ | 20(12-12-36) |
- ປີທີ 3 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
205RM311 | ວິທີການຄົ້ນຄວ້າ (ວິທະຍາສາດຄອມພິວເຕີ) | 3(2-2-5) | ພື້ນຖານວິຊາສະເພາະ |
205SA321 | ການບໍລິຫານເຄື່ອງແມ່ຂ່າຍ | 3(2-2-5) | ວິຊາສະເພາະ |
205PH322 | ການພັດທະນາເວັບໄຊດ້ວຍພາສາ PHP2 + Framework | 3(2-2-5) | ວິຊາສະເພາະ |
205AS321 | ການພັດທະນາເວັບໄຊດ້ວຍພາສາ ASP.net1 | 3(2-2-5) | ວິຊາສະເພາະ |
205EC301 | ພາສາອັງກິດສຳລັບຄອມພິວເຕີ 2 | 1(0-2-1) | ຄວາມຮູ້ທົ່ວໄປ |
205EM321 | ການຄ້າດ້ວຍເອເລັກໂຕຣນິກ (E-Commerce) | 3(2-2-5) | ວິຊາສະເພາະ |
205WT321 | ເວັບເຊີເວີ ແລະ ເວບເຕັກໂນໂລຊີ (Web Server and Technology) | 3(2-2-5) | ວິຊາສະເພາະ |
ລວມ | 19(12-14-31) |
- ປີທີ 3 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
115HR303 | ມະນຸດສຳພັນ | 2(2-0-4) | ຄວາມຮູ້ທົ່ວໄປ |
205SC311 | ສຳມະນາ 1 | 1(0-2-1) | ພື້ນຖານວິຊາສະເພາະ |
205SE321 | ວິສະວະກຳຊັອບແວ | 2(2-0-4) | ພື້ນຖານວິຊາສະເພາະ |
205ML321 | ມາຊີນເລີນນິ່ງ (Machine Learning) | 2(2-0-4) | ພື້ນຖານວິຊາສະເພາະ |
205WS321 | ຄວາມປອດໄພຂອງເວັບໄຊ | 3(2-2-5) | ວິຊາສະເພາະ |
205AS322 | ການພັດທະນາເວັບໄຊດ້ວຍພາສາ ASP.net2+framework | 3(2-2-5) | ວິຊາສະເພາະ |
205MB312 | ການຂຽນໂປຣແກຣມໃນມືຖື 2 | 3(2-2-5) | ພື້ນຖານວິຊາສະເພາະ |
xxxxxxxx | xxxxxxxxxxxx | 3(2-2-5) | ວິຊາເລືອກ |
ລວມ | 19(14-10-33) |
- ປີທີ 4 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
115PO401 | ການເມືອງ (Politics) | 2(2-0-4) | ຄວາມຮູ້ທົ່ວໄປ |
205SC412 | ສຳມະນາ 2 | 1(0-2-1) | ພື້ນຖານວິຊາສະເພາະ |
205EC401 | ພາສາອັງກິດສຳລັບຄອມພິວເຕີ 3 | 1(0-2-1) | ຄວາມຮູ້ທົ່ວໄປ |
205SI421 | ຍຸດທະສາດໃນການວາງແຜນລະບົບຂ່າວສານ | 3(3-0-6) | ວິຊາສະເພາະ |
205AI411 | ປັນຍາປະດິດ (Artificial Intelligence) | 3(2-0-7) | ພື້ນຖານວິຊາສະເພາະ |
205AS411 | ການນໍາໃຊ້ຊອບແວຂັ້ນສູງ (MOS) | 3(2-2-5) | ພື້ນຖານວິຊາສະເພາະ |
205SA421 | ການວິເຄາະ ແລະ ການອອກແບບລະບົບ | 3(2-2-5) | ວິຊາສະເພາະ |
205DM421 | Data Mining | 3(2-2-5) | ວິຊາສະເພາະ |
ລວມ | 19(13-10-34) |
- ປີທີ 4 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
205FP411 | ໂຄງການຈົບຊັ້ນ | 6(0-0-18) | ວິຊາສະເພາະ |
205IP411 | ຝຶກງານ ຫຼື ເຮັດໂຄງການຂະໜາດນ້ອຍ | 3(0-0-9) | ວິຊາສະເພາະ |
ລວມ | 9(0-0-27) |