1.ຊື່ຫຼັກສູດ

1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາສະຖິຕິ

1.2 Bachelor of Science Program in Statistics

2. ຊື່ປະກາສະນີຍະບັດ

2.1 ປະລິນຍາຕີ ວິທະຍາສາດ ສາຂາສະຖິຕິ

2.2 ປຕ.ວ. (ສະຖິຕິ).

2.3 Bachelor of Science in Statistics

2.4 B.Sc. (Statistics and Research).

3. ໜ່ວຍງານຮັບຜິດຊອບ

ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທຳມະຊາດ, ພາກວິຊາຄະນິດສາດ ເບີໂທລະສັບ/ແຟກ: 021 770 173, 020 55004826, 020 22885590, 020 56160689

ອີເມວ:khamphasay@yahoo.com, tingoy1999@yahoo.com, v.sykhotvongsa@yahoo.com

4. ປັດຊະຍາຂອງຫຼັກສູດ

 ການຈັດການຮຽນຮູ້ທາງສະຖິຕິໃນລະດັບປະລິນຍາຕີໃຫ້ນັກສຶກສາໄດ້ຮຽນຮູ້ວິທະຍາສາດ ແລະ ວິທີປະຕິບັດກ່ຽວກັບການນໍາຂໍ້ຄວາມຈິງຈາກຂໍ້ມູນມາສະຫຼຸບເປັນສາລະສົນເທດ ໂດຍໃຊ້ລະບຽບວິທີ ທີ່ວ່າດ້ວຍການເກັບກໍາຂໍ້ມູນ, ການປະມວນຜົນຂໍ້ມູນ, ການນໍາສະເໜີຂໍ້ມູນ, ການວິເຄາະ, ການສະຫຼຸບ ແລະ ການຕີຄວາມໝາຍຜົນການວິເຄາະຂໍ້ມູນ. ນອກຈາກນີ້ຍັງເນັ້ນໃຫ້ນັກສຶກສາທີ່ຈົບຫຼັກສູດນີ້ເປັນຜູ້ທີ່ມີຄວາມຮູ້ໃນສາຂາວິຊາຊີບທັງພາກທິດສະດີ, ພາກປະຕິບັດ ແລະ ການນໍາໄປໃຊ້, ມີທັກສະໃນການໃຊ້ຄອມພິວເຕີ ແລະ ການສື່ສານ, ສາມາດວິເຄາະບັນຫາໂດຍລວມ, ແກ້ໄຂບັນຫາແບບບູລະນາການດ້ວຍຂະບວນການທາງວິທະຍາສາດ ຢຶດໝັ້ນໃນຄວາມຊື່ສັດບໍລິສຸດ, ມີຄວາມສື່ສັດຕໍ່ຕົນເອງ, ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

5. ຈຸດປະສົງຂອງຫຼັກສູດ

  • ເພື່ອສ້າງນັກສຶກສາໃຫ້ມີີຄວາມຮູ້ທາງສະຖິຕິໄດ້ມາດຕາຖານໃນດ້ານຄວາມຮູ້ກ່ຽວກັບການເກັບກໍາຂໍ້ມູນ, ການຈັດການຂໍ້ມູນ, ການປະເມີນຜົນຂໍ້ມູນ, ການວິເຄາະ ແລະ ແປຜົນຂໍ້ມູນ ລວມທັງສາມາດນໍາສະເໜີຜົນງານທາງວິຊາການໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ.
  • ເພື່ອໃຫ້ນັກສຶກສາມີທັກສະໃນທຸກຂະບວນການທາງສະຖິຕິ, ທັກສະໃນການຄິດ, ວິເຄາະ ແລະ ສັງເຄາະຂໍ້ມູນ.
  • ເພື່ອສ້າງນັກສຶກສາໃຫ້ມີຄວາມສາມາດໃນການໃຊ້ໂປຣແກຣມຄອມພິວເຕີທາງສະຖິຕິ ແລະ ເທັກໂນໂລຍີສາລະສົນເທດ.
  • ເພື່ອສ້າງໃຫ້ນັກສຶກສາສາມາດນໍາໃຊ້ຄວາມຮູ້ ແລະ ທັກສະທາງສະຖິຕິໃນການສື່ສານ ແລະ ເຮັດວຽກຮ່ວມກັບຜູ້ອື່ນໄດ້.
  • ເພື່ອສ້າງໃຫ້ນັກສຶກມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຄວາມເປັນເອກະລາດໃນການຄົ້ນຄິດ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງຢ່າງໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາຫຼັກສູດສະຖິຕິ
6.1 ຜົນການຮຽນຮູ້

ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະສາມາດ:

  • ດ້ານຄວາມຮູ້: ຈໍາແນກໄດ້ຄວາມຮູ້ດ້ານທິດສະດີ ຫຼັກການໃນສາຂາຄະນິດສາດ, ຈໍາແນກບັນຫາໄດ້ຢ່າງມີປະສິດທິພາບ, ສາມາດນໍາເອົາຫຼັກການ ແລະ ທິດສະດີ ໃນສາຂາວິຊາສະເພາະໄປໃຊ້ໃນພາກປະຕິບັດຕົວຈິງໄດ້ຢ່າງຖືກຕ້ອງ.
  • ດ້ານທັກສະ: ດໍາເນີນວຽກງານຮ່ວມກັບໝູ່ຄະນະໄດ້ເປັນຢ່າງດີ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບຕໍ່ຕົນເອງ ແລະສ່ວນລວມ, ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນຕາມ 3 ລັກສະນະ ແລະ 5 ຫຼັກມູນ, ເຮັດວຽກງານການຄົ້ນຄ້ວາວິທະຍາສາດທາງສັງຄົມໃນລະດັບຕົ້ນ, ແລະພົວພັນ-ສື່ສານພາຍໃນແລະຕ່າງປະເທດ.
  • ດ້ານການນໍາໃຊ້: ມີຄວາມສາມາດພັດທະນາຕົນເອງ ຫຼື ສາມາດສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ສາມາດນໍາໃຊ້ສະຖິຕິເຂົ້າໃນການວິເຄາະ ແລະ ແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ການປະກອບອາຊີບຢ່າງມີປະສິດທິຜົນ ພ້ອມທັງສາມາດເຮັດການສຶກສາຄົ້ນຄວ້າວິທະຍາສາດທາງດ້ານສະຖິຕິ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນສັງຄົມ.
  • ດ້ານທັກສະທາງສັງຄົມ: ຜູ້ທີ່ຮຽນຈົບຫຼັກສູດສາຂາວິຊາທີ່ສ້າງຂຶ້ນມີຄວາມສາມາດໃນການພົວພັນ-ການສື່ສານ, ການນໍາໃຊ້ເທັກໂນໂລຊີ, ການສະແດງຄວາມຄິດຄວາມເຫັນດ້ານວິຊາການ, ໃຫ້ຄໍາປຶກສາດ້ານການນໍາໃຊ້ສະຖິຕິ ແລະ ຖ່າຍທອດຄວາມຮູ້ໃຫ້ກັບເພື່ອນຮ່ວມງານ ແລະ ຜູ້ອື່ນໆ ແລະມີຄວາມເປັນຜູ້ນໍາ.

6.2 ອາຊີບທີ່ປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  • ອາຊີບດ້ານວິຊາການ ແລະ ການສຶກສາວິໄຈ ເຊັ່ນ ຄູ-ອາຈານ, ນັກວິຊາການ, ນັກວິໄຈ ແລະ ອື່ນໆ.
  • ອາຊີບພະນັກງານລັດໃນສະຖາບັນການສຶກສາລະດັບຕ່າງໆ, ໜ່ວຍງານອົງກອນຂອງລັດທີ່ກ່ຽວຂ້ອງກັບຖານຂໍ້ມູນ ເຊັ່ນ ສູນສະຖິຕິຂັ້ນ ເມືອງ, ແຂວງ, ນະຄອນຫຼວງ ແລະ ກະຊວງຕ່າງໆ ຂອງລາວ.

7. ການກຳນົດການເປີດສອນ

ຫຼັກສູດດັ່ງກ່າວນີ້ຈະເປີດສອນໃນສົກສຶກສາ 2019-2020 ເປັນຕົ້ນໄປ ໃນພາກວິຊາ ຄະນິດສາດ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ. ຈະຈັດຕັ້ງການຮຽນ-ການສອນ ຈົບ 1 ຮຸ່ນ ຈຶ່ງຈະມີການປະເມີນຄືນ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫຼັກສູດດັ່ງກ່າວຈະເປີດສອນຕະຫຼອດໄປ ແລະ ເປັນຫຼັກສູດທີ່ສາມາດປັບປຸງ ແລະ ປ່ຽນແປງຕາມລະບົບການສຶກສາ.

8. ຄາດຄະເນແຜນຮັບນັກສຶກສາ

         ໃນແຕ່ລະສົກຮຽນຄາດວ່າຈະຮັບນັກສຶກສາໄດ້ຈໍານວນ 40 ຄົນ, ດັ່ງລາຍ ລະອຽດລຸ່ມນີ້:

ສົກຮຽນ ຈໍານວນນັກສຶກສາ ຈໍານວນລວມ ຄາດຄະເນນັກສຶກສາຮຽນຈົບ
ປີ 1 ປີ 2 ປີ 3 ປີ 4
2019-20 40 00 00 00 40 00
2020-21 40 40 00 00 80 00
2021-22 40 40 40 00 120 00
2022-23 40 40 40 40 160 37

 9. ຄຸນສົມບັດຂອງນັກສຶກສາຜູ້ທີ່ຈະເຂົ້າຮຽນ

ຜູ້ທີ່ຈະສະໝັກເຂົ້າສຶກສາໃນຫຼັກສູດປະລິນຍາຕີຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:

ສໍາລັບນັກຮຽນ

  • ມີປະກາດສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ.
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ.
  • ມີສຸຂະພາບແຂງແຮງດີ.
  • ມີຄຸນສົມບັດດີ.
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.

ສໍາລັບພະນັກງານ

  • ມີປະກາດສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ.
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ.
  • ມີສຸຂະພາບແຂງແຮງດີ.
  • ມີຄຸນສົມບັດດີ.
  • ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ.
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.

10. ວິທີການຄັດເລືອກຜູ້ເຂົ້າສຶກສາ

ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 9 ຕ້ອງໄດ້ຍື່ນຄໍາຮ້ອງເພື່ອສອບເສັງຄັດເລືອກ ເຂົ້າໃນແຕ່ລະຕົ້ນສົກຮຽນ ໂດຍມີຄະນະກຳມະການສອບເສັງຄັດເລືອກຈາກ ມະຫາວິທະຍາໄລແຫ່ງຊາດ ສົມທົບກັບກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະ ກິລາ.

11. ການຈັດຕັ້ງການຮຽນ-ການສອນ

ການຈັດຕັ້ງການຮຽນ-ການສອນໃນຫຼັກສູດປະລິນຍາຕີສາຂາ ສະຖິຕິ ມີດັ່ງນີ້:

  • ໜຶ່ງສົກສຶກສາແບ່ງອອກເປັນ 2 ພາກຮຽນ (ມີພັກທ້າຍປີຮຽນ)
  • ໜຶ່ງພາກຮຽນມີ 20 ອາທິດ:
  • ຮຽນຕົວຈິງ 16 ອາທິດ
  • ທວນຄືນ ແລະ ສອບເສັງ           2 ອາທິດ
  • ແຮວັນພັກຕ່າງໆ           1 ອາທິດ
  • ພັກພາກຮຽນ 1 ອາທິດ
  • ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5-7 ຊົ່ວໂມງ/ມື້)
  • ໜຶ່ງຊົ່ວໂມງຮຽນ 50 ນາທີ, ພັກຜ່ອນ 10 ນາທີ
  • ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:30 ໂມງ

12. ໄລຍະເວລາການສຶກສາ:

ຫຼັກສູດປະລິນຍາຕີວິທະຍາສາດ ສາຂາ ສະຖິຕິ ໄລຍະເວລາໃນການຮຽນທັງໝົດແມ່ນ 4 ປີ (8 ພາກຮຽນ) ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ.

13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ

13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ                    132 ໜ່ວຍກິດ

  1. ໝວດວິຊາຄວາມຮູ້ພື້ນຖານທົ່ວໄປ           19 ໜ່ວຍກິດ
  2. ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 40 ໜ່ວຍກິດ
  3. ໝວດວິຊາສະເພາະ                               70  ໜ່ວຍກິດ
    3.1 ຮຽນຕົວຈິງ                                    64 ໜ່ວຍກິດ
    3.2 ຂຽນບົດໂຄງການຈົບຊັ້ນ                   6 ໜ່ວຍກິດ
  1. ໝວດວິຊາເລືອກ                                     3 ໜ່ວຍກິດ

ລວມທັງໝົດ                               132  ໜ່ວຍກິດ

13.2  ແຜນການຈັດຕັ້ງການຮຽນ – ການສອນໃນແຕ່ລະປີ, ແຕ່ລະພາກຮຽນ

ປີທີ 1 , ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115LS101 ລາວສຶກສາ 1 (Lao Studies 1) 2(2-0-4)
2 205EM101 ພາສາອັງກິດສໍາລັບວິທະຍາສາດ 1 (General English for Science 1) 2(0-4-2)
3 145PY101 ຈິດຕະວິທະຍາທົ່ວໄປ  (General Psychology) 2(2-0-4)
4 205CA111 ແຄນຄູລັດສ໌ 1 (Calculus 1) 3(2-2-5)
5 205CF111 ຄອມພິວເຕີພື້ນຖານ (Foundation Computer) 3(2-2-5)
6 205FS111 ສະຖິຕິພື້ນຖານ (Foundation Statistics) 3(2-2-5)
7 205DM111 ຄະນິດສາດເຕັມໜ່ວຍ 1 (Discrete Mathematics) 3(2-2-5)
ລວມ 18(12-12-30)

ປີທີ 1 , ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 135LS102 ລາວສຶກສາ 2 (Lao Studies 2) 2(2-0-4)
2 125EM102 ພາສາອັງກິດສໍາລັບວິທະຍາສາດ 2 (General English for Science 2) 2(0-4-2)
3 205SM221 ການນໍາໃຊ້ຊັອບແວທາງຄະນິດສາດ (Applied Mathematics Software) 3(2-2-5)
4 205HR321 ການບໍລິຫານບຸກຄະລາກອນ (Human Resource Management) 2(2-0-4)
5 205PA211 ກະຕວງ ແລະ ສະຖິຕິນໍາໃຊ້ 1 (Probability for Statistics 1) 3(2-2-5)
6 205MS211 ສະຖິຕິຄະນິດສາດ 1 (Mathematics  Statistics 1) 3(2-2-5)
7 205BU221 ສະຖິຕິທຸລະກິດ (Business Statistics) 3(2-2-5)
ລວມ 18(10-12-30)

 ປີທີ 2 , ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205EM201 ພາສາອັງກິດສໍາລັບສະຖິຕິ 1 (English for Statistic 1) 2(0-4-2)
2 205DB111 ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ (Database Basic) 3(2-2-5)
3 205NM221 ວິທີການທາງດ້ານຈໍານວນ (Numerical Methods) 3(2-2-5)
4 205RV221 ການວິເຄາະຣີເກຣຊັນ ແລະ ຄ່າຜັນປ່ຽນ (Regression  Analysis and Variance) 3(2-2-5)
5 205PA222 ກະຕວງ ແລະ ສະຖິຕິນໍາໃຊ້ 2 (Probability for Statistics 2) 3(2-2-5)
6 205MS222 ສະຖິຕິຄະນິດສາດ 2 (Mathematics Statistics 2) 3(2-2-5)
7 205LA211 ພຶດຊະຄະນິດລີເນແອ (Linear Algebra) 3(2-2-5)
ລວມ 20(12-16-32)

  ປີທີ 2 , ພາກຮຽນທີ 2 

/ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 015ND201 ສຶກສາປ້ອງກັນຕົວ (Defending-Strategy Course) 3(0-2-6)
2 205EM211 ພາສາອັງກິດສໍາລັບສະຖິຕິ 2 (English for Statistic 2) 2(0-4-2)
3 205SA211 ການວິເຄາະຂໍ້ມູນດ້ວຍໂປຣແກຣມທາງສະຖິຕິ (Data Analysis and Computing with Statistical Packages) 3(2-2-5)
4 205OP221 ອັອບຕິໄມເຊຊັນ 1 (Optimization 1 ) 3(2-2-5)
5 205ED221 ການວາງແຜນການທົດລອງ (Experimental Designs) 3(2-2-5)
6 205GA111 ການບັນຊີທົ່ວໄປ  (General Accounting) 3(2-2-5)
7 205DT221 ທິດສະດີການຕັດສິນໃຈທາງສະຖິຕິ (Decision Theory in Statistics) 3(2-2-5)
ລວມ 20(10-20-30)

 ປີທີ 3 , ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205RM321 ວິທີການຄົ້ນຄ້ວາ  (Research Method) 2(2-0-4)
2 205SR321 ສະຖິຕິສຳລັບການວິໄຈ (Statistical for Research) 3(2-2-5)
3 205TI321 ການວິເຄາະອະນຸກົມເວລາ ແລະ ເລກດັດຊະນີ (Time Series Analysis and Index Number) 3(2-2-5)
4 205OP322 ອັອບຕິໄມເຊຊັນ 2 (Optimizations 2) 3(2-2-5)
5 205DM321 ປະຊາກອນສາດ (Demography) 3(2-2-5)
6 205SI321 ການຈຳລອງແບບທາງສະຖິຕິ (Simulation Statistics) 3(2-2-5)
ລວມ 17(12-10-29)

 ປີທີ 3 , ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115HR303 ມະນຸດສຳພັນ  (Human Relationship) 2(2-0-4)
2 205QC321 ການຄວບຄຸມຄຸນນະພາບທາງສະຖິຕິ (Statistical Quality Control) 3(2-2-5)
3 205EX321 ຝຶກງານ (Internship) 3(0-0-9)
4 205AS311 ຄະນິດສາດປະກັນໄພ (Actuarial Science) 3(2-2-5)
5 205ST321 ເຕັກນິກການເລືອກຕົວຢ່າງ (Sampling Technique) 3(2-2-5)
6 205MV321 ການວິເຄາະຫຼາຍຕົວປ່ຽນ 1 (Multivariate Analysis) 3(2-2-5)
7 205NO321 ສະຖິຕິທີ່ບໍ່ໃຊ້ພາຣາມີເຕີ (Nonparametric Statistics) 3(2-2-5)
ລວມ 20(12-10-44)

ປີທີ 4 , ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 115PO101 ວິຊາການເມືອງ (Political) 2(2-0-4)
2 205SE421 ສຳມະນາ  (Seminar) 2(2-0-4)
3 205MV421 ການວິເຄາະຫຼາຍຕົວປ່ຽນ 2 (Multivariate Analysis 2) 3(2-2-5)
4 205LM421 ຕົວແບບລີເນແອ (Linear Model) 3(2-2-5)
5 205BE431 ການເງິນທຸລະກິດ (Business Finance) (ເລືອກ) 3(2-2-5)
ລວມ 13(10-6-23)

ປີທີ 4 , ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ຈຳນວນໜ່ວຍກິດ
1 205FP421 ບົດໂຄງການຈົບຊັ້ນ (Final Project) 6(0-0-18)
ລວມ 6(0-0-18)