1. ຊື່ຫຼັກສູດ
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຟີຊິກສາດ
1.2 Bachelor of Science Program in Physics
2. ຊື່ປະກາສະນີຍະບັດ
2.1 ປະລິນຍາຕີ ວິທະຍາສາດ ສາຂາຟີຊິກສາດ
2.2 ປຕ.ວ (ຟີຊິກສາດ)
2.3 Bachelor of Science in Physics
2.4 B.Sc. (Physics)
3. ໜ່ວຍງານຮັບຜິດຊອບ
ພາກວິຊາ ຟີຊິກສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ
ເບີໂທລະສັບ: (020) 5512 0723, (020) 5854 5544, (020) 2249 1009, (020) 2222 4818, 020 52939818
ເບີໂທລະສານ: (021) 770 173
4. ປັດຊະຍາ
ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ອີງຕາມແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸກຄະລາກອນທາງດ້ານວິທະຍາສາດເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ການສ້້າງຫຼັກສູດຟີຊິກສາດ ກໍແມ່ນໜຶ່ງໃນແຜນພັດທະນາທາງດ້ານບຸກຄະລາກອນເພື່ອຕອບສະໜອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງ ແລະ ພັດທະນານັກສຶກສາໃຫ້ກາຍເປັນນັກວິຊາການດ້ານ ຟີຊິກສາດ, ເປັນນັກວິຊາການທີ່ມີຄຸນນະພາບ, ມີຄວາມຮູ້ ມີຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ ແລະ ມີຄວາມສັດຊື່ບໍລິສຸດ, ມີແນວຄິດຮັກຊາດ ແລະ ຮັກອາຊີບ, ສາມາດເຮັດການຄົ້ນຄວ້າວິທະຍາສາດ ແລະ ສ້າງນັກສຶກສາໃຫ້ເປັນທີ່ຍອມຮັບຂອງສັງຄົມຢູ່ພາຍໃນປະເທດ ແລະ ສາກົນ.
5. ຈຸດປະສົງຂອງຫຼັກສູດ
– ເພື່ອສ້າງນັກສຶກສາໃຫ້ເປັນຜູ້ສະຫງວນມັກໃນການຄົ້ນຄ້ວາຮ່ຳຮຽນວິທະຍາສາດ, ໃຫ້ເປັນນັກວິຊາການທາງດ້ານວິທະຍາສາດ, ມີຫົວຄິດປະດິດສ້າງ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດ ດ້ວຍຜົນຕາມຫຼັກວິທະຍາສາດ. ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານຕົວຈິງ, ສາມາດຕິດຕາມຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຢູ່ໃນພາກພື້ນ ແລະ ສາກົນ.
– ສາມາດໝູນໃຊ້ຄວາມຮູ້ເຂົ້າໃນຂົງເຂດວຽກງານຕ່າງໆເຊັ່ນ: ຂະແໜງການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ຂະແໜງການໄຟຟ້າ ແລະ ອີເລັກໂຕຣນິກ, ດ້ານພະລັງງານ, ດ້ານສິ່ງແວດລ້ອມ, ຂະແໜງອຸດສະຫະກໍາ ແລະ ສາມາດເປັນຄູສອນໄດ້.
– ເປັນນັກຄົ້ນຄວ້າວິທະຍາສາດ ແລະ ສາມາດໄປສຶກສາຕໍ່ໃນລະດັບປະລິນຍາໂທ ຫຼື ປະລິນຍາເອກ ທີ່ສູງຂຶ້ນໄດ້ທັງພາຍໃນ ແລະ ຕ່າງປະເທດ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດປະລິນຍາຕີວິທະຍາສາດ ສາຂາຟີຊິກສາດນີ້ແລ້ວນັກສຶກສາຈະສາມາດ:
- ດ້ານຄວາມຮູ້:
- PLO1 ອະທິບາຍທິດສະດີ ແລະ ຫຼັກການທາງດ້ານຟີຊິກສາດ ເພື່ອແກ້ໄຂບັນຫາທາງຟີຊິກຢ່າງເປັນລະບົບໂດຍໃຊ້ຄວາມຮູ້ພື້ນຖານທາງຟີຊິກລວມເຖິງຫລັກການທາງດ້ານວິທະຍາສາດຢ່າງເໝາະສົມ.
- PLO2 ເຊື່ອມໂຍງທີດສະດີທາງດ້ານຟີຊິກສາດ ເຂົ້າໃນຂະແໜງການວິທະຍາສາດອື່ນໆ ໄດ້ຢ່າງຖືກຕ້ອງຊັດເຈນຕາມຈຸດປະສົງ ແລະ ເປັນທີ່ຍອມຮັບທາງດ້ານວິທະຍາສາດບົນພື້ນຖານຄວາມປອດໄພ.
- ດ້ານທັກສະ:
- PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
- PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
- ດ້ານນຳໃຊ້:
- PLO5 ໃຊ້ທິດສະດີ ແລະ ຫຼັກການ ການທົດລອງຕົວຈິງ ເຂົ້າໃນການແກ້ໄຂບັນຫາທາງວີທະຍາສາດເພື່ອໃຫ້ແທດເໝາະກັບລັກສະນະຂອງວຽກງານໃນຊີວິດປະຈຳວັນ.
- PLO6 ໝູນໃຊ້ຄວາມຮູ້ທາງດ້ານຟີຊິກສາດເພື່ອເຊື່ອມໂຍງເຂົ້າໃນວຽກງານດ້ານ ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ນະວັດຕະກຳ.
- PLO7 ສ້າງອຸປະກອນຕົ້ນແບບ ແລະ ລະບົບຄວບຄຸມ ເພື່ອເປັນທາງເລືອກໃໝ່ໃຫ້ແກ່ສັງຄົມໃນການສົ່ງເສີມແລະ ເພີ່ມສະມັດຕະພາບຂອງການຜະລິດໃຫ້ຫຼາຍຂຶ້ນ.
- ດ້ານຄວາມສາມາດທາງສັງຄົມ :
- PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
- PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.
6.2 ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ
- ອາຊີບທາງດ້ານວິຊາການ ແລະ ການວິໄຈ ເຊັ່ນ: ເປັນຄູ-ອາຈານ, ນັກວິຊາການ, ນັກວິໄຈ.
- ອາຊີບພະນັກງານລັດ ເຊັ່ນ: ໃນສະຖາບັນການສຶກສາໃນລະດັບຕ່າງໆ, ບັນດາກະຊວງທີ່ມີຂະ ແໜງການກ່ຽວຂ້ອງກັບຟີຊິກ, ສະຖານີໄຟ້າ, ເຂື່ອນໄຟຟ້າ, ສະຖານທີ່ທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ, ພະລັງງານທົດແທນ, ເຫຼົ່ານີ້ເປັນຕົ້ນ.
- ການປະກອບອາຊີບທຸລະກິດ ເຊັ່ນ: ອຸດສະຫະກຳການບໍລິການ, ທຸລະກິດທາງອຸປະກອນອີເລັກໂຕຣນິກ.
7. ກໍານົດການເປີດສອນ
ຫຼັກສູດຟີຊິກສາດນີ້ຈະເລີ່ມຕົ້ນເປີດຮັບນັກສຶກສາຊຸດທໍາອິດໃນສົກຮຽນ 2019-2020 ເປັນຕົ້ນໄປ ແລະຈະມີການປະເມີນຜົນຂອງຫຼັກສູດພາຍຫຼັງນັກສຶກສາລຸ້ນທີ 1 ຮຽນຈົບ (2023).
8. ຄາດຄະເນແຜນຮັບນັກສຶກສາ
ແຜນຄາດຄະເນຮັບນັກສຶກສາຫຼັກສູດລະດັບປະລິນຍາຕີວິທະຍາສາດ ສາຂາຟີຊິກສາດ:
ສົກຮຽນ | ຈໍານວນນັກສຶກສາ | ຈໍານວນລວມ | ຄາດຄະເນ
ນັກສຶກສາ ຮຽນຈົບ |
|||
ປີ 1 | ປີ 2 | ປີ 3 | ປີ 4 | |||
2020-21 | 30 | 00 | 00 | 00 | 30 | 00 |
2021-22 | 30 | 30 | 00 | 00 | 60 | 00 |
2022-23 | 30 | 30 | 30 | 00 | 90 | 00 |
2023-24 | 30 | 30 | 30 | 30 | 120 | 30 |
9. ຄຸນສົມບັດສຶກສາ
ຜູ້ທີ່ຈະສະໝັກເຂົ້າສຶກສາ ໃນຫຼັກສູດລະດັບປະລິນຍາຕີ ຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:
9.1 ສໍາລັບນັກຮຽນ:
– ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບ ມັດທະຍົມຕອນປາຍ
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງ ມະຫາວິທະຍາໄລແຫ່ງຊາດກຳນົດ
9.2 ສໍາລັບພະນັກງານ:
– ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບ ວິຊາສະເພາະຊັ້ນກາງ
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ
– ມີສຸຂະພາບແຂງແຮງດີ
– ມີຄຸນສົມບັດດີ
– ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງ ມະຫາວິທະຍາໄລແຫ່ງຊາດກຳນົດ
10. ວິທີການຄັດເລືອກຜູ້ທີ່ຈະເຂົ້າສຶກສາ
ຜູ້ທີ່ສະໝັກເຂົ້າສຶກສາໃນຫລັກສູດປະລິນຍາຕີວິທະຍາສາດ ສາຂາຟີຊິກສາດຈະະຕ້ອງສໍາເລັດການສຶກສາຊັ້ນມັດທະ ຍົມສຶກສາຕອນປາຍ ຫຼື ທຽບເທົ່າ, ຫຼື ຮຽນຈົບຊັ້ນກາງສາຍທໍາມະຊາດ ຫຼື ທຽບເທົ່າທີ່ມີຜົນການຮຽນດີ ແລະ ເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລກໍາໜົດ.
ວິທີການຄັດເລືອກເອົາຜູ້ທີ່ຈະເຂົ້າມາຮຽນໃນຫລັກສູດປະລິນຍາຕີ ວິທະຍາສາດ ສາຂາ ຟີຊິກສາດແມ່ນອີງຕາມວິທີການຄັດເລືອກຂອງມະຫາວິທະຍາໄລແຫ່ງຊາດ.
11. ການຈັດຕັ້ງການຮຽນ-ການສອນ
- ກໍລະນີຈັດຕັ້ງແບບເຕັມເວລາ:
– ໜຶ່ງສົກສຶກສາແບ່ງອອກເປັນສອງພາກຮຽນ (ມີພັກທ້າຍປີຮຽນ);
– ໜຶ່ງພາກຮຽນມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ;
– ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສຸງສຸດ 35 ຊົ່ວໂມງ (5-7ຊົ່ວໂມງ/ມື້).
– ໜຶ່ງຊົ່ວໂມງຮຽນ 50 ນາທີ.
- ກໍລະນີຈັດຕັ້ງການຮຽນ–ການສອນແບບບໍ່ເຕັມເວລາ: (ບໍ່ໄດ້ຈັດ)
12. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຟີຊິກສາດສາດ ມີໄລຍະເວລາໃນການສຶກສາດັ່ງນີ້:
- ໃນກໍລະນີຈັດຕັ້ງການຮຽນ-ການສອນແບບເຕັມເວລາຈະໃຊ້ເວລາຮຽນທັງໝົດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ;
13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ
- ໝວດວິຊາຄວາມຮູ້ທົ່ວໄປ 17 ໜ່ວຍກິດ
- ໜວດວິຊາຄວາມຮູ້ພື້ນຖານ 41 ໜ່ວຍກິດ
- ໜວດວິຊາສະເພາະ 75 ໜ່ວຍກິດ
3.1 ຮຽນຕົວຈິງ 69 ໜ່ວຍກິດ
3.2 ຂຽນບົດໂຄງການຈົບຊັ້ນ 06 ໜ່ວຍກິດ
- 4. ໝວດວິຊາເລືອກ 03 ໜ່ວຍກິດ
ລວມທັງໝົດ 136 ໜ່ວຍກິດ
13.2 ແຜນການຈັດຕັ້ງການຮຽນການສອນໃນແຕ່ລະປີ, ແຕ່ລະພາກຮຽນ
ປີທີ 1 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205ES101 | ພາສາອັງກິດທົ່ວໄປ 1 (General English 1) | 2(0-4-2) |
2 | 145PY101 | ຈິດຕະວິທະຍາທົ່ວໄປ (General Psychology) | 2(2-0-4) |
3 | 115LS101 | ລາວສຶກສາ 1 (Lao Studies 1) | 2(2-0-4) |
4 | 205CH111 | ເຄມີສາດ 1 (Chemistry 1) | 3(3-0-6) |
5 | 205CL111 | ທົດລອງເຄມີສາດ 1 (Chemistry Laboratory 1) | 1(0-2-1) |
6 | 205CA111 | ແຄນຄູລັດສ໌ 1 (Calculus 1) | 3(2-2-5) |
7 | 205PH111 | ຟີຊິກສາດ 1 (Physics 1) | 3(2-2-5) |
8 | 205PL111 | ທົດລອງຟີຊິກສາດ 1 (Physics Laboratory 1) | 1(0-2-1) |
ລວມ | 17(11-14-28) |
ປີທີ 1 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205ES102 | ພາສາອັງກິດທົ່ວໄປ 2 (General English 2) | 2(0-4-2) |
2 | 135LS102 | ລາວສຶກສາສາ 2 (Lao Studies 2) | 2(2-0-4) |
3 | 205CH112 | ເຄມີສາດ 2 (Chemistry 2) | 3(3-0-6) |
4 | 205CL112 | ທົດລອງເຄມີສາດ 2 (Chemistry Laboratory 2) | 1(0-2-1) |
5 | 205CA112 | ແຄນຄູລັດສ໌ 2 (Calculus 2) | 3(2-2-5) |
6 | 205CF111 | ຄອມພິວເຕີພື້ນຖານ (Fundamental Computer) | 3(2-2-5) |
7 | 205PH112 | ຟີຊິກສາດ 2 (Physics 2 ) | 3(2-2-5) |
8 | 205PL112 | ທົດລອງຟີຊິກສາດ 2 (physics laboratory2) | 1(0-2-1) |
ລວມ | 18(11-16-29) |
ປີທີ 2 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205EP211 | ພາສາອັງກິດສໍາລັບຟີຊິກ 1 (English for Physics 1) | 2(0-4-2) |
2 | 205FS211 | ສະຖິຕິພື້ນຖານ (Fundamental Statistics) | 3(2-2-5) |
3 | 205ME221 | ກົນລະສາດ 1 (Mechanics 1) | 3(2-2-5) |
4 | 205TM221 | ຄວາມຮ້ອນ ແລະ ທິດສະດີເດີນເຄື່ອນ (Thermodynamics and kinetic theory) | 3(2-2-5) |
5 | 205ML221 | ທົດລອງກົນລະສາດ ແລະ ຄວາມຮ້ອນ
(Mechanics and Thermodynamics Laboratory) |
2(0-4-2) |
6 | 205EC221 | ໄຟຟ້າ 1 (Electricity1) | 3(2-2-5) |
7 | 205PP211 | ໂປຣແກຣມສໍຳລັບຟີຊິກ 1 (Program for Physics1) | 2(1-2-3) |
ລວມ | 18(9-18-27) |
ປີທີ 2 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205EP212 | ພາສາອັງກິດສໍາລັບຟີຊິກ 2 (English for Physics 2) | 2(0-4-2) |
2 | 205AP221 | ຟີຊິກອາຕອມ (Atomic Physics) | 3(2-2-5) |
3 | 205AL221 | ທົດລອງຟີຊິກອາຕອມ (Atomic Physics )Laboratory) | 1(0-2-1) |
4 | 205MP211 | ຄະນິດສາດສໍາລັບຟີຊິກ (Mathematical for PhysicsPhysics ) | 3(2-2-5) |
5 | 205PP212 | ໂປຣແກຣມສໍຳລັບຟີຊິກ 2 (Program for Physics2) | 2(1-2-3) |
6 | 205ET221 | ອີເລັກໂຕຣນິກ 1 (Electronics 1) | 3(2-2-5) |
7 | 205EL221 | ທົດລອງອີເລັກໂຕຣນິກ 1 (Electronics Laboratory 1) | 1(0-2-1) |
8 | 205SE221 | ທາດເຄິ່ງຊັກນໍາ (Semiconductors) | 3(2-2-5) |
9 | 015ND201 | ສຶກສາປ້ອງກັນຕົວ | 3(0-2-6) |
ລວມ | 21(9-20-33) |
ປີທີ 3 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205RP311 | ວິທີການຄົ້ນຄວ້າ(Research Methodology ) | 2(2-0-4) |
2 | 205EM321 | ໄຟຟ້າແມ່ເຫຼັກ 1 (Electromagnetic 1) | 3(2-2-5) |
3 | 205ET322 | ອີເລັກໂຕຣນິກ 2 (Electronics 2 ) | 3(2-2-5) |
4 | 205EL322 | ທົດລອງອີເລັກໂຕຣນິກ 2 (Electronics Laboratory 2) | 1(0-2-1) |
5 | 205QM321 | ກົນລະສາດຄວານຕັມ (Quantum Mechanics) | 3(2-2-5) |
6 | 205OP321 | ຟີຊິກແສງສະຫວ່າງ (Optical Physics) | 3(2-2-5) |
7 | 205OL321 | ທົດລອງຟີຊິກແສງສະຫວ່າງ-ໄຟຟ້າແມ່ເຫຼັກ(Optical-Electromagnetic Laboratory ) | 2(0-4-2) |
ລວມ | 17(10-14-27) |
ປີທີ 3 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 115HR303 | ມະນຸດສຳພັນ (Human Relation) | 2(2-0-4) |
2 | 205EM322 | ໄຟຟ້າແມ່ເຫຼັກ 2 (Electromagnetic 2) | 3(2-2-5) |
3 | 205NP321 | ຟີຊິກນິວເຄລຍ (Nuclear Physics) | 3(2-2-5) |
4 | 205SL321 | ຟີຊິກວັດຖຸແຂງ (Solid State Physics) | 3(2-2-5) |
5 | 205SC321 | ໂຊລາເຊລ (Solar Cell ) | 3(2-2-5) |
6 | 205PE321 | ຟີຊິກພະລັງງານ (Physics of Energy) | 3(2-2-5) |
ລວມ | 17(12-10-29) |
ປີທີ 4 ພາກຮຽນທີ 1
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 115PO401 | ການເມືອງ (Politics) | 2(2-0-4) |
2 | 205AS421 | ດາລາສາດ (Astronomy) | 3(2-2-5) |
3 | 205EP421 | ຟີຊິກສິ່ງແວດລ້ອມ
(Environmental Physics) |
3(2-2-5) |
4 | 205SP421 | ສໍາມະນາ (Seminar) | 2(1-2-3) |
5 | 205RE422 | ພະລັງງານທົດແທນ (Renewable Energy) | 3(2-2-5) |
6 | 205SP421 | ຟີຊິກສະຖິຕິ (Statistical Physics) | 3(2-2-5) |
7 | 205AE431 | ໄຟຟ້ານໍາໃຊ້(Application of Electricity) | 3(2-2-5) |
ລວມ | 19(13-12-32) |
ປີທີ 4 ພາກຮຽນທີ 2
ລ/ດ | ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ |
1 | 205TR421 | ຝຶກງານ (Training) | 3(0-0-9) |
2 | 205FP421 | ໂຄງການຈົບຊັ້ນ (Thesis) | 6(0-0-18) |
ລວມ | 9(0-0-27) |