1. ຊື່ຫຼັກກສູດ

1.1. ຫລັກສູດປະລິນຍາຕີ ວິທະຍາສາດ ສາຂາ ຟີຊິກນິວເຄລຍ

1.2. Bachelor of Science Program in Nuclear Physics

2. ຊື່ປະກາສະນີຍະບັດ

2.1. ປະລິນຍາຕີ ວິທະຍາສາດ ສາຂາຟີຊິກນິວເຄລຍ

2.2. ປຕ.ວ. (ວິທະຍາສາດນິວເຄລຍ)

2.3. Bachelor of Science in Nuclear Physics

2.4. B. Sc. (Nuclear Physics)

3. ໜ່ວຍງານຮັບຜິດຊອບ

ພາກວິຊາຟີຊິກສາດ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ

ເບີໂທລະສັບ: 020 55701062, 020 55120723, 020 29800499,  ເບີໂທລະສານ: 021-770173

4. ປັດຊະຍາ

ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ກ່ຽວກັບແຜນພັດທະນາການສຶກສາແຫ່ງຊາດ ແຕ່ລະໄລຍະ. ດັ່ງນັ້ນ, ວຽກງານກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດເພື່ອຕອບສະໜອງຕາມຄວາມຕ້ອງການຂອງວຽກງານໃນສັງຄົມ ກໍ່ຄືເພື່ອຮອງຮັບການຂະຫຍາຍຕົວຂອງວິທະຍາສາດເຕັກໂນໂລຊີຈຶ່ງເປັນຍຸດທະສາດທີ່ສໍາຄັນຂອງມະຫາວິທະຍາໄລແຫ່ງຊາດເວົ້າລວມ ແລະ ກາຍເປັນຄາດໝາຍສູ້ຊົນຂອງຄະນະວິທະຍາສາດທໍາມະຊາດກໍ່ຄືພາກວິຊາຟີຊິກສາດເວົ້າສະເພາະ. ການສ້າງນັກວິທະຍາສາດໃຫ້ມີຄຸນນະພາບເພື່ອອອກຮັບໃຊ້ສັງຄົມ, ໃນນັ້ນການສ້າງບຸກຄະລະກອນດ້ານວິທະຍາສາດນິວເຄລຍ ໄດ້ກາຍເປັນເປົ້າໝາຍອັນສໍາຄັນ ແລະ ຮີບດ່ວນທັງໃນປັດຈຸບັນ ແລະ ໃນອະນາຄົດ. ນອກຈາກຈະສ້າງບຸກຄະລະກອນໃຫ້ມີຄວາມຮູ້ຄວາມສາມາດດ້ານວິຊາການແລ້ວ, ຍັງຈະຕ້ອງເປັນນັກວິຊາການທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນທາງວິຊາການທີ່ດີ ບໍ່ວ່າຈະເປັນນັກວິຊາການສັງກັດຢູ່ພາກລັດ ຫຼື ເອກະຊົນ ວິສາຫະກິດຕ່າງໆ. ອີກດ້ານໜຶ່ງ, ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງກອນພະລັງງານປະລໍາມະນູສາກົນ (International Atomic Energy Agency ຫຼື IAEA) ໃນປີ 2011 ເປັນຕົ້ນມາ, ຄວາມຕ້ອງການນັກວິຊາການດ້ານວິທະຍາສາດນິວເຄລຍກໍ່ຍິ່ງມີຄວາມສໍາຄັນ ແລະ ເພີ່ມຫຼາຍຂຶ້ນ.

5. ຈຸດປະສົງຂອງຫຼັກສູດ

– ເພື່ອກໍ່ສ້າງໃຫ້ນັກສຶກສາກາຍເປັນນັກວິຊາການທີ່ມີຄວາມຮູ້ ຄວາມສາມາດດ້ານວິທະຍາສາດນິວເຄລຍ ແລະ ລັງສີວິທະຍາ ອອກຮັບໃຊ້ສັງຄົມຕາມຄວາມຕ້ອງການຂອງວຽກງານ.

– ເພື່ອສ້າງບຸກຄະລະກອນໃຫ້ມີຄວາມສາມາດໃນການຮຽນຮູ້ ແລະ ຕິດຕາມຄວາມກ້າວໜ້າດ້ານເຕັກໂນໂລຊີທີ່ທັນສະໄໝ, ໂດຍສະເພາະແມ່ນຄວາມສາມາດໃນການຮັບຮູ້ທາງດ້ານວິທະຍາສາດ ແລະ ນະວັດຕະກໍາທີ່ກ່ຽວຂ້ອງກັບນິວເຄລຍ ແລະ ລັງສີວິທະຍາ.

– ເພື່ອສ້າງໃຫ້ນັກສຶກສາມີຄວາມຮູ້ ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ, ສາມາດສືບຕໍ່ສຶກສາໃນລະດັບປະລິນຍາໂທ ຫຼື ລະດັບທີ່ສູງກ່ວາ ໃນສາຂາວິຊາທີ່ພົວພັນກັບນິວເຄລຍ ຫຼື ລັງສີວິທະຍາ.

– ເພື່ອສ້າງໃຫ້ນັກສຶກສາມີທັດສະນະຫຼັກໝັ້ນຄຸນສົມບັດສິນທໍາປະຕິວັດ, ມີແບບແຜນວິທີການດໍາລົງຊີວິດທີ່ຖືກຕ້ອງຕາມຮີດຄອງປະເພນີລາວ, ມີຄຸນນະທໍາ-ຈາລິຍະທຳ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕໍ່ສິ່ງແວດລ້ອມ, ສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດຜົນບົນພື້ນຖານທາງວິທະຍາສາດ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງເລັດການສຶກສາ

6.1. ຜົນການຮຽນຮູ້

ພາຍຫຼັງສໍາເລັດການສຶກສາໃນຫຼັກສູດປະລິນຍາຕີວິທະຍາສາດ ສາຂາຟີຊິກນິວເຄລຍນີ້ແລ້ວນັກສຶກສາຈະສາມາດ:

  • ດ້ານຄວາມຮູ້ :
    • PLO1 ອະທິບາຍທິດສະດີ ແລະ ຫຼັກການ ດ້ານວິທະຍາສາດນິວເຄລຍ, ກຳມັນຕະພາບລັງສີ ແລະ ການແກ້ໄຂເປັນຫາດ້ານລັງສີ ທາງສິ່ງແວດລ້ອມທີ່ສົ່ງຜົນກະທົບຕໍ່ສຸຂະພາບ.
    • PLO2 ຈຳແນກທິດສະດີ ແລະ ຫຼັກການ ການປົກປ້ອງຄຸ້ມຄອງຄວາມປອດໄພທາງດ້ານລັງສີນິວເຄລຍທີ່ຕິດພັນກັບການປະກອບອາຊີບໃນວຽກງານລັງສີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.
  • ດ້ານທັກສະ :
    • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
    • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
  • ດ້ານການນຳໃຊ້ :
    • PLO5 ນຳໃຊ້ທິດສະດີ ແລະ ຫຼັກການພື້ນຖານທາງນິວເຄລຍ, ວິເຄາະທາດກຳມັນຕະພາບລັງສີໃນສິ່ງແວດລ້ອມ, ການນຳໃຊ້ລັງສີເຂົ້າໃນຂະແໜງການຕ່າງໆ. ສາມາດອະທິບາຍຜົນກະທົບ ແລະ ວິທີການປ້ອງກັນຄວາມປອດໄພຈາກໄພພິບັດດ້ານລັງສີ.
    • PLO6 ໃຊ້ເຕັກກນິກດ້ານ ລັງສີເຂົ້າໃນວຽກງານດ້ານວິທະຍາສາດ, ສາທາລະນະສຸກ, ການກະເສດ, ອຸດສາຫະກຳ, ວຽກງານປ້ອງກັນຊາດ ແລະ ຄຸ້ມຄອງດ້ານກົດໝາຍວ່າດ້ວຍຄວາມປອດໄພລັງສີນິວເຄລຍ.
    • PLO7 ປະຕິບັດວຽກງານສຳຫຼວດ, ກວດວັດ, ຄຸ້ມຄອງປະລິມານລັງສີນິວເຄລຍທີ່ແຜ່ກະຈາຍທົ່ວໄປພາຍໃນປະເທດທີ່ມີຜົນກະທົບຕໍ່ສິ່ງທີ່ມີຊີວິດ.
  • ດ້ານຄວາມສາມາດທາງສັງຄົມ :
    • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
    • PLO9  ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.

6.2 ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

  • ເປັນນັກວິຊາການດ້ານການຄຸ້ມຄອງ ແລະ ນໍາໃຊ້ອຸປະກອນກ່ຽວກັບເຄື່ອງສາຍລັງສີເອັກຊ໌, ເຄື່ອງ MRI, ເຄື່ອງ TC Scan, ເຄື່ອງສາຍແສງ, … ຢູ່ຕາມໂຮງໝໍ, ສູນປິ່ນປົວມະເຮັງ, ສະໜາມບິນ, ດ່ານສາກົນ ແລະ ສະຖາບັນວິໄຈຕ່າງໆ
  • ເປັນນັກຄົ້ນຄວ້າວິໄຈດ້ານນິວເຄລຍ ແລະ ລັງສີວິທະຍາ ຢູ່ໃນກົມຕ່າງໆທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  • ເປັນຄູຟີຊິກສາດ ວິຊານິວເຄລຍ, ເປັນນັກຄົ້ນຄວ້າດ້ານລັງສີວິທະຍາ.
  • ເປັນນັກວິຊາການດ້ານກົດໝາຍ, ດ້ານຄວາມໝັ້ນຄົງ, ດ້ານການຂົນສົ່ງ ແລະ ການສໍາຫຼວດ-ຂຸດຄົ້ນບໍ່ແຮ່ ບໍ່ຄຳຕ່າງໆ.

7. ກໍານົດການເປີດສອນ

ຫຼັກສູດວິທະຍາສາດນິວເຄລຍສະບັບປັບປຸງນີ້ ຈະໄດ້ເລີ່ມຕົ້ນເປີດຮັບນັກສຶກສາຊຸດທໍາອິດໃນສົກຮຽນ 2020-2021 ເປັນຕົ້ນໄປ ແລະ ຈະມີການປະເມີນຜົນຂອງການຈັດຕັ້ງປະຕິບັດຫຼັກສູດນີ້ພາຍຫຼັງນັກສຶກສາລຸ້ນທີ 1 ຮຽນຈົບ, ກ່າວຄືຈະໄດ້ປະເມີນໃນປີ 2024.

8. າດຄະເນແຜນຮັບນັກສຶກສາ

ການຮັບນັກສຶກສາໃນແຕ່ລະປີແມ່ນອີງຕາມແຜນແບ່ງປັນຕົວເລກນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດ ດັ່ງໃນຕາຕະລາງລຸ່ມນີ້

ຊັ້ນຮຽນ ສົກຮຽນ
2020 – 2021 2021 – 2022 2022 – 2023 2023 – 2024
ປີທີ 1 30 ຄົນ 30 ຄົນ 30 ຄົນ 30 ຄົນ
ປີທີ 2 30 ຄົນ 30 ຄົນ 30 ຄົນ
ປີທີ 3 30 ຄົນ 30 ຄົນ
ປີທີ 4 30 ຄົນ
ລວມ 30 ຄົນ 60 ຄົນ 90 ຄົນ 120 ຄົນ

9. ເງື່ອນໄຂຂອງນັກສຶກສາ

      ຜູ້ທີ່ສະໝັກເຂົ້າສຶກສາໃນຫຼັກສູດລະດັບປະລິນຍາຕີວິທະຍາສາດ ສາຂາ ຟີຊິກນິວເຄລຍຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:

9.1 ສໍາລັບນັກສຶກສາ:

      ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບມັດທະຍົມສຶກສາຕອນປາຍ

– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ

– ມີສຸຂະພາບແຂງແຮງດີ

– ມີຄຸນສົມບັດດີ

– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ

9.2 ສໍາລັບພະນັກງານ:

      ມີໃບປະກາສະນີຍະບັດ ແລະ ໃບຄະແນນ ຈົບວິຊາສະເພາະຊັ້ນສູງ ຫຼື ທຽບເທົ່າ

– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ

      – ມີສຸຂະພາບແຂງແຮງດີ

– ມີຄຸນສົມບັດດີ

– ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ

– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກຳນົດ

10. ວິທີຄັດເລືອກຜູ້ທີ່ຈະເຂົ້າສຶກສາ

ຜູ້ທີ່ສະໝັກເຂົ້າສຶກສາໃນຫລັກສູດປະລິນຍາຕີວິທະຍາສາດ ສາຂາຟີຊິກນິວເຄລຍ ຈະຕ້ອງສໍາເລັດການສຶກສາຊັ້ນມັດທະຍົມສຶກສາຕອນປາຍ ຫຼື ທຽບເທົ່າ, ຫຼື ຮຽນຈົບຊັ້ນສູງສາຍທໍາມະຊາດ ຫຼື ທຽບເທົ່າ ທີ່ມີຜົນການຮຽນດີ ແລະ ເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລກໍາໜົດ.

ວິທີການຄັດເລືອກເອົາຜູ້ທີ່ຈະເຂົ້າມາຮຽນໃນຫລັກສູດປະລິນຍາຕີວິທະຍາສາດ ສາຂາຟີຊິກນິວເຄລຍ ແມ່ນອີງຕາມວິທີການຄັດເລືອກຂອງມະຫາວິທະຍາໄລແຫ່ງຊາດ.

11. ວິທີຈັດຕັ້ງການຮຽນການສອນ

11.1. ກໍລະນີຈັດຕັ້ງການຮຽນ-ການສອນແບບເຕັມເວລາ

– ໜຶ່ງສົກສຶກສາແບ່ງອອກເປັນສອງພາກຮຽນ, ມີພັກທ້າຍພາກຮຽນໃ

– ໜຶ່ງພາກຮຽນມີ 20 ອາທິດ ໃນນີ້ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ.

  • ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຮຽນຕ່ຳສຸດ 25 ຊົ່ວໂມງ/ອາທິດ ແລະ ຮຽນສູງສຸດ 35 ຊົ່ວໂມງ/ອາທິດ ຫຼື ຮຽນແຕ່ 5 – 7 ຊົ່ວໂມງ/ວັນ.
  • ໜຶ່ງຊົ່ວໂມງຮຽນ 50 ນາທີ.

11.2. ກໍລະນີຈັດຕັ້ງການຮຽນ-ການສອນແບບບໍ່ເຕັມເວລາ

– ວິທີການຈັດຕັ້ງການຮຽນ-ການສອນແບບບໍ່ເຕັມເວລາແມ່ນຈະສອນໃນ 8 ພາກຮຽນ ຫຼື 4 ປີ, ແຕ່ຖ້າຫາກຍັງບໍ່ຈົບກໍ່ສາມາດແກ່ຍາວເວລາໄປອີກໄດ້ສູງສຸດ 4 ພາກຮຽນ ຫຼື 2 ປີຕື່ມ, ລວມເປັນ 12 ພາກຮຽນ ຫຼື 6 ປີ.

12. ໄລຍະເວລາການສຶກສາ

      ຫຼັກສູດປະລິນຍາຕີວິທະຍາສາດສາຂາ ຟີຊິກນິວເຄລຍ ມີໄລຍະເວລາໃນການສຶກສາດັ່ງນີ້:

– ກໍລະນີຈັດຕັ້ງການຮຽນ-ການສອນແບບເຕັມເວລາຈະໃຊ້ເວລາຮຽນທັງໝົດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ.

– ກໍລະນີຈັດຕັ້ງການຮຽນ-ການສອນແບບບໍ່ເຕັມເວລາຈະໃຊ້ເວລາຮຽນທັງໝົດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ.

13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ

13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ (ຫຼັກສູດປະລິນຍາຕີ 4 ປີ, ມີ 120 150 ໜ່ວຍກິດ)

  1. ໝວດວິຊາຄວາມຮູ້ທົ່ວໄປ 17     ໜ່ວຍກິດ (16 – 20 ໜ່ວຍກິດ)
  2. ໝວດວິຊາຄວາມຮູ້ພຶ້ນຖານ 38     ໜ່ວຍກິດ (34 – 42 ໜ່ວຍກິດ)
  3. ໝວດວິຊາສະເພາະ 78     ໜ່ວຍກິດ (68 – 84 ໜ່ວຍກິດ)
    • ຮຽນຕົວຈິງ 72     ໜ່ວຍກິດ (62 – 75 ໜ່ວຍກິດ)
    • ຂຽນບົດໂຄງການຈົບຊັ້ນ 06     ໜ່ວຍກິດ (04 – 09 ໜ່ວຍກິດ)
  4. ໝວດວິຊາເລືອກເສລີ 03     ໜ່ວຍກິດ (02 – 04 ໜ່ວຍກິດ)

ລວມທັງໝົດ                                     136   ໜ່ວຍກິດ

13.2 ແຜນການຈັດຕັ້ງການຮຽນການສອນໃນແຕ່ລະປີ, ແຕ່ລະພາກຮຽນ

ປີທີ 1 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 205EP101 ພາສາອັງກິດສຳລັບຟິຊິກ 1 (English for Physics 1) 2(0-4-2)
2 145PY101 ຈິດຕະວິທະຍາທົ່ວໄປ (General Psychology) 2(2-0-4)
3 115LS101 ລາວສຶກສາ 1 (Lao Studies 1) 2(2-0-4)
4 205CH111 ເຄມີສາດ (Chemistry 1) 3(3-0-6)
5 205CL111 ທົດລອງເຄມີສາດ 1 (Chemistry Laboratory 1) 1(0-3-1)
6 205CA111 ເລກຄິດໄລ່ 1 (Calculus 1) 3(2-2-5)
7 205PH111 ຟີຊິກສາດ 1 (Physics 1) 3(2-2-5)
8 205PL111 ທົດລອງຟີຊິກສາດ 1 (Physics Laboratory 1) 1(0-3-1)
  ລວມ 17(11-14-28)

ປີທີ 1 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ ວິຊາ ໜ່ວຍກິດ
1 205EP102 ພາສາອັງກິດທົ່ວໄປ 2 (English for physics 2) 2(0-4-2)
2 115LS102 ລາວສຶກສາ 2 (Lao studies 2) 2(2-0-4)
3 205CH112 ເຄມີສາດ 2 (Chemistry 2) 3(3-0-6)
4 205CL112 ທົດລອງເຄມີສາດ 2 (Chemistry Laboratory 1) 1(0-3-1)
5 205CA122 ເລກຄິດໄລ່ 2 (Calculus 2) 3(2-2-5)
6 205CF111 ຄອມພິວເຕີພື້ນຖານ 3(2-2-5)
7 205PH112 ຟີຊິກສາດ 2 (Physics 2) 3(2-2-5)
8 205PL112 ທົດລອງຟີຊິກສາດ 2 (Physics Laboratory 2) 1(0-3-1)
ລວມ 18(11-16-29)

ປີທີ 2 ພາກຮຽນ 1

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 205EP203 ພາສາອັງກິດສໍາລັບຟີຊິກ 3 (English for Physics 3) 2(0-4-2)
2 205ML221 ທົດລອງກົນລະສາດ (Mechanics Laboratory) 1(0-3-1)
3 205MP211 ຄະນິດສາດສຳລັບຟີຊິກສາດ (Mathematic for Physics) 3(2-2-5)
4 205MT221 ເຕັກນິກວັດແທກພື້ນຖານ (Basic Measurement Techniques) 3(2-2-5)
5 205NC221 ວິທະຍາສາດນິວເຄລຍເບື້ອງຕົ້ນ (Introduction to Nuclear Science) 3(2-2-5)
6 205ME221 ກົນລະສາດ (Mechanics) 3(2-2-5)
7 205GE221 ໄຟຟ້າທົ່ວໄປ (General Electricity) 3(2-2-5)
8 205PP211 ໂປຣແກຣມສຳລັບຟິຊິກ 1 (Program for physics 1) 2(1-2-3)
    ລວມ 18(10-17-28)

ປີທີ 2 ພາກຮຽນ 2

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 205EP204 ພາສາອັງກິດສໍາລັບຟີຊິກ 4 (English for Physics 4) 2(0-4-2)
2 205EM321 ແມ່ເຫຼັກໄຟຟ້າ 1 (Electromagnetic 1) 3(2-2-0)
3 205QM321 ກົນລະສາດຄວານຕໍາ (Quantum Mechanic) 3(2-2-5)
4 205NT321 ວິທະຍາສາດນິວເຄລຍເຕັກໂນໂລຊີ (Nuclear Science Technology) 3(3-0-6)
5 205AP221 ຟີຊິກອາຕອມ (Atomic Physics) 3(2-2-5)
6 205AL321 ທົດລອງຟີຊິກອາຕອມ (Atomic Physics Laboratory) 1(0-3-1)
7 205PP212 ໂປຣແກຣມສຳລັບຟິຊິກ 2 2(1-2-3)
8 205ND201 ສຶກສາປ້ອງກັນຕົວ 3(0-6-3)
  ລວມ 20(10-21-25)

ປີທີ 3 ພາກຮຽນ 1

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 205RP311 ວິທີການຄົ້ນຄວ້າ (Research Methodology) 2(2-0-4)
2 205MP312 ຟີຊິກທາງການແພດ (Medical Physics) 3(2-2-5)
3 205RP221 ຟີຊິກລັງສີວິທະຍາ (Radiological Physics) 3(2-2-5)
4 205NP321 ຟີຊິກນິວເຄລຍ (Nuclear Physics) 3(2-2-5)
5 205NR321 ເຄື່ອງປະຕິກອນນິວເຄລຍ (Nuclear Reactor) 3(3-0-6)
6 205CR321 ລັງສີຄອສມິກ (Cosmic Rays) 3(2-2-5)
7 205IA221 ຄວາມຮູ້ເບື້ອງຕົ້ນເຄື່ອງເລັ່ງອະນຸພາກ

(Introduction to Accelerator)

3(3-0-6)
  ລວມ 20(16-8-36)

ປີທີ 3 ພາກຮຽນ 2

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 115HR223 ມະນຸດສໍາພັນ (Human Relation) 2(2-0-4)
2 205VT101 ຝຶກງານ (Vocation Training) 3(0-0-15)
3 205SP321 ສຳມະນາ 1 (Seminar 1) 2(1-2-3)
4 205XA321 ການນໍາໃຊ້ລັງສີເອັກຊ໌ (X-rays Application) 3(2-2-5)
5 205PH431 ຟີຊິກສຸຂະພາບ (Physics Health) 3(2-2-5)
6 205RA431 ການນໍາໃຊ້ລັງສີດ້ານກະສິກໍາ (Agriculture Radiation Application) 3(2-2-5)
7 205NE412 ພະລັງງານນິວເຄລຍ (Nuclear Energy) 3(3-0-6)
    ລວມ 19(12-8-43)

ປີທີ 4 ພາກຮຽນ 1

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 115PO101 ການເມືອງ (Politics) 2(2-0-4)
2 205SP422 ສຳມະນາ 2 (Seminar 2) 2(1-2-3)
3 205RL421 ທົດລອງລັງສີວິທະຍາ (Radiology Laboratory) 1(0-3-1)
4 205NP421 ໂຮງໄຟຟ້າພະລັງງານນິວເຄລຍ (Nuclear Power Plant) 3(3-0-6)
5 205RS431 ການຄວບຄຸມ ແລະ ປ້ອງກັນລັງສີ (Radiation Protection and Safety) 3(3-0-6)
6 205RD421 ລະບົບຫົວວັດລັງສີ (Radioactive Detectors System 3(2-2-5)
7 205RI431 ການນໍາໃຊ້ລັງສີດ້ານອຸສາຫະກໍາ (Industrial Radiation Application) 3(2-2-5)
    ລວມ 17(13-7-30)

ປີທີ 4 ພາກຮຽນ 2

ລ/ດ ລະຫັດວິຊາ ຊື່ ວິຊາ ຈຳນວນໜ່ວຍກິດ
1 205NL431 ກົດໝາຍນິວເຄລຍ (Nuclear Law) 3(3-0-6)
2 205FP421 ໂຄງການຈົບຊັ້ນ (Final Project) 6(0-0-30)
    ລວມ 9(3-0-36)