1. ຊື່ຫຼັກສູດ:

  • ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດ.
  • Bachelor of Science Program in Mathematics.

2. ຊື່ປະກາສະນີຍາບັດ:

  • ປະລິນຍາຕີ ວິທະຍາສາດ ສາຂາ ຄະນິດສາດ.
  • ປຕ.ວ. (ຄະນິດສາດ).
  • Bachelor of Science in Mathematics.
  • B.Sc. (Mathematics).

3. ໜ່ວຍງານຮັບຜິດຊອບ:

ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດ ທໍາມະຊາດ, ພາກວິຊາ ຄະນິດສາດ.
 ເບີໂທລະສັບ/ແຟັກ: 021 770173, 020 56430439, 020 55990981, 020 55556446, 020 22422715
ອີເມວ: fwjlis@yahoo.com, souksbh@nuol.edu.la, kedtysack@gmail.comparnthongvongbounsy@gmail.com

4. ປັດຊະຍາ:

ຫຼັກສູດຄະນິດສາດ ແລະ ຄະນິດສາດນໍາໃຊ້ ມີຄວາມມຸ່ງຫວັງກໍ່ສ້າງນັກວິຊາການລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານທາງດ້ານຄະນິດສາດ,  ພ້ອມທັງສົ່ງເສີມໃຫ້ນັກສຶກສາໄດ້ຮຽນຮູ້ ແລະ ພັດທະນາຢ່າງຕໍ່ເນື່ອງ, ໂດຍຖືເອົາຜູ້ຮຽນເປັນໃຈກາງ ພ້ອມທັງຮັບປະກັນໃຫ້ຜູ້ຮຽນໄດ້ເສີມຂະຫຍາຍການຮຽນຂອງຕົນຕາມຄວາມສາມາດ ແລະ ເຮັດໃຫ້ຫຼັກສູດມີເນື້ອໃນກວມເອົາ 5 ຫຼັກມູນຂອງການສຶກສາອີກດ້ວຍ, ເຮັດໃຫ້ຜູ້ຮຽນມີຄວາມຊໍານິຊໍານານ, ຮູ້ຈັກນໍາໃຊ້ຄະນິດສາດເຂົ້າໃນການວິເຄາະບັນຫາ, ແກ້ບັນຫາ ແລະ ການສຶກສາຄົ້ນຄວ້າວິທະຍາສາດ ຢ່າງຖືກຕ້ອງ, ຊັດເຈນ ແລະ ມີຄວາມໜ້າເຊື່ອຖືໄດ້ ເພື່ອຮັບໃຊ້ໃຫ້ແກ່ການຮຽນການສອນ ແລະ ການແກ້ໄຂບັນຫາທາງດ້ານພັດທະນາເສດຖະກິດ-ສັງຄົມ, ສາມາດນໍາໃຊ້ຄວາມຮູ້ທາງດ້ານຄະນິດສາດເຂົ້າໃນການສິດສອນ, ເຮັດໃຫ້ນັກສຶກສາກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ປະສິດທິຜົນນັບມື້ນັບຫຼາຍຂຶ້ນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນຂອບເຂດທົ່ວປະເທດ. ຜູ້ຮຽນຈົບສາຂານີ້ ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ, ສາມາດສິດສອນຢູ່ໃນສະຖາບັນການສຶກສາຕ່າງໆ ທີ່ກ່ຽວຂ້ອງວິຊາສະເພາະຂອງຕົນ, ເຮັດວຽກຢູ່ບັນດາຫ້ອງການ ແລະ ສູນ ໃນກະຊວງຕ່າງໆ, ບັນດາບໍລິສັດ ແລະ ລັດວິສາຫະກິດອື່ນໆ. ນອກຈາກນີ້ຜູ້ຮຽນຈົບສາຂານີ້ຍັງສາມາດລົງເລິກສຶກສາຄົ້ນຄວ້າວິທະຍາສາດໃນລະດັບຕ່າງໆ ແລະ ສຶກສາຕໍ່ລະດັບປະລິນຍາໂທ ທັງພາຍໃນ ແລະ ຕ່າງປະເທດ ໃນສາຂາຄະນິດສາດ, ຄະນິດສາດນໍາໃຊ້, ສະຖິຕິ, ວິທະຍາສາດຄອມພິວເຕີ, ຄູຄະນິດສາດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງໄດ້.

5. ຈຸດປະສົງຂອງຫຼັກສູດ

  • ເພື່ອສ້າງນັກວິຊາການໃນລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານຄະນິດສາດ ພ້ອມທັງໃຫ້ຜູ້ຮຽນໄດ້ລົງເລິກກ່ຽວກັບການນໍາໃຊ້ຄະນິດສາດເຂົ້າໃນຂົງເຂດຕ່າງໆ;
  • ເພື່ອສ້າງນັກວິຊາການທາງດ້ານຄະນິດສາດໃນລະດັບປະລິນຍາຕີໃຫ້ມີຄວາມສາດ, ມີທັກສະ, ມີຫົວຄິດປະດິດສ້າງ ແລະ ສາມາດນໍາໃຊ້ຄະນິດສາດເຂົ້າໃນການວິເຄາະບັນຫາ ແລະ ການແກ້ບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ການປະກອບອາຊີບຢ່າງມີປະສິດທິຜົນ;
  • ເພື່ອໃຫ້ຜູ້ຮຽນຈົບສາຂານີ້ສາມາດພັດທະນາຕົນເອງ ແລະ ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ພ້ອມທັງສາມາດເຮັດການສຶກສາຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມໃນປັດຈຸບັນ;

ເພື່ອສ້າງໃຫ້ນັກສຶກສາມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຄວາມເປັນເອກະລາດໃນການຄົ້ນຄິດ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
6.1 ຜົນການຮຽນຮູ້

ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊາ ຄະນິດສາດ ນີ້ແລ້ວນັກສຶກສາຈະສາມາດ:

ດ້ານຄວາມຮູ້:

  • ຈໍາແນກໄດ້ຄວາມຮູ້ທາງດ້ານທິດສະດີ ແລະ ຫຼັກການໃນສາຂາຄະນິດສາດ;
  • ຈໍາແນກບັນຫາ, ວິເຄາະບັນຫາ ແລະ ແກ້ບັນຫາຢ່າງໄດ້ຖືກຕ້ອງ ແລະ ມີເຫດມີຜົນ;

ດ້ານທັກສະ:

  • ເຮັດວຽກເປັນໝູ່ຄະນະໄດ້ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດຕິພາບ;
  • ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຕໍ່ຕົນເອງ ແລະ ສ່ວນລວມ;

ດ້ານການນໍາໃຊ້:

  • ນຳໃຊ້ຄວາມຮູ້ທິດສະດີ ແລະ ຫຼັກການ ທາງດ້ານຄະນິດສາດເຂົ້າໃນການແກ້ໄຂບັນຫາໄດ້ຢ່າງມີປະສິດທິພາບ;
  • ວິເຄາະບັນຫາໄດ້ຢ່າງມີເຫດຜົນທີ່ຖືກຕ້ອງ ແລະ ຊັດເຈນ;
  • ສ້າງແບບຈໍາລອງທາງດ້ານຄະນິດສາດເຂົ້າໃນການຄົ້ນຄວ້າໄດ້;
  • ນໍາໃຊ້ຄະນິດສາດແກ້ບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;

ດ້ານທັກສະທາງສັງຄົມ:

  • ປະຕິບັດໜ້າທີ່ວຽກງານຢ່າງມີຈັນຍາບັນຕາມທິດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນໝູ່ຄະນະ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ;
  • ພົວພັນ-ສື່ສານ ພາຍໃນ ແລະ ຕ່າງປະເທດໄດ້.

6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ຄະນິດສາດ ສາມາດປະກອບອາຊີບໄດ້ດັ່ງນີ້:

  1.  ອາຊີບດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ເຊັ່ນ: ຄູ-ອາຈານ, ນັກວິຊາການ, ນັກຄົ້ນຄວ້າໃນສາຂາຄະນິດສາດ, ຄະນິດສາດນໍາໃຊ້,
    ສະຖິຕິ, ວິທະຍາສາດຄອມພິວເຕີ, ຄູຄະນິດສາດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງໄດ້.
  2.  ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ສະຖາບັນການສຶກສາທີ່ກ່ຽວຂ້ອງວິຊາສະເພາະທາງດ້ານຄະນິດສາດ,
    ບັນດາຫ້ອງການ ແລະ ສູນ ໃນກະຊວງຕ່າງໆ, ບັນດາບໍລິສັດ ແລະ ລັດວິສາຫະກິດອື່ນໆ.
  3.  ອາຊີບອື່ນໆທີ່ກ່ຽວຂ້ອງ ເຊັ່ນ: ນັກຄົ້ນຄວ້າເອກະລາດ, ນັກວາງແຜນການ ແລະ ການລົງທຶນ, ນັກທຸລະກິດ-ການຄ້າ ອື່ນໆ.

7. ການກໍານົດການເປີດສອນ

ຫຼັກສູດດັ່ງກ່າວນີ້ຈະເປີດສອນໃນສົກສຶກສາ 2019-2020 ເປັນຕົ້ນໄປ ໃນພາກວິຊາຄະນິດສາດ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ. ຈະຈັດຕັ້ງການຮຽນ-ການສອນ ຈົບ 1 ຮຸ່ນ ຈິ່ງຈະມີການປະເມີນຄືນ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫຼັກສູດດັ່ງກ່າວຈະເປີດສອນຕະຫຼອດໄປ ແລະ ເປັນຫຼັກສູດທີ່ສາມາດປັບປຸງປ່ຽນແປງຕາມລະບົບການສຶກສາ.

8. ຄາດຄະເນແຜນຮັບນັກສຶກສາ

ແຜນຄາດຄະເນຮັບນັກສຶກສາເຂົ້າຮຽນໃນຫຼັກສູດປະລິນຍາຕີສາຂາ ຄະນິດສາດ ແລະ ຄະນິດສາດນໍາໃຊ້ແມ່ນຈໍານວນ 40 ຄົນ/ປີ, ດັ່ງລາຍລະອຽດລຸ່ມນີ້:

ປີ 1 ປີ 2 ປີ 3 ປີ 4
2019-2020 40 00 00
2020-2021 40 40 00
2021-2022 40 40 40
2022-2023 40 40 40

9. ຄຸນສົມບັດຂອງນັກສຶກສາ

ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດສາຂາຄະນິດສາດ ຕ້ອງມີຄຸນສົມບັດດັ່ງນີ້:

ສໍາລັບນັກຮຽນ:

  • ມີປະກາສະນີຍາບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ;
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ;
  • ມີສຸຂະພາບແຂງແຮງດີ;
  • ມີຄຸນສົມບັດດີ;
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ມະຫາວິທະຍາໄລແຫ່ງຊາດກໍານົດ.

ສໍາລັບພະນັກງານ:

  • ມີປະກາຊະນີຍາບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ/ຊັ້ນສູງ;
  • ຜ່ານການສອບເສັງຄັດເລືອກຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ;
  • ມີສຸຂະພາບແຂງແຮງດີ;
  • ມີຄຸນສົມບັດດີ;
  • ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ;
  • ປະຕິບັດຕາມເງື່ອນໄຂອື່ນໆ ທີ່ມະຫາວິທະຍາໄລແຫ່ງຊາດກໍານົດ.

10. ວິທີຄັດເລືອກຜູ້ເຂົ້າສຶກສາ

ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນຂໍ້ 9 ຕ້ອງໄດ້ປະກອບເອກະສານທີ່ກ່ຽວຂ້ອງກັບການສອບເສັງຕາມເງື່ອນຂອງມະຫາວິທະຍາໄລແຫ່ງຊາດ ໄດ້ກໍານົດໄວ້ ແລະ ຍື່ນ ເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະຕົ້ນສົກຮຽນ ໂດຍມີຄະນະກໍາມະການສອບເສັງຄັດເລືອກ ຈາກມະຫາວິທະຍາໄລແຫ່ງຊາດ ສົມທົບກັບກະຊວງສຶກສາທິການ ແລະ ກິລາ.

11. ການຈັດຕັ້ງການຮຽນ-ການສອນ

ການຈັດຕັ້ງການຮຽນ-ການສອນໃນຫຼັກສູດປະລິນຍາຕີສາຂາ ຄະນິດສາດ ມີດັ່ງນີ້:

  • ໜຶ່ງສົກສຶກສາແບ່ງອອກເປັນ 2 ພາກຮຽນ (ມີພັກທ້າຍປີຮຽນ)
  • ໜຶ່ງພາກຮຽນມີ 20 ອາທິດ:
  • ຮຽນຕົວຈິງ                      16 ອາທິດ
  • ທວນຄືນ ແລະ ສອບເສັງ           2 ອາທິດ
  • ແຮວັນພັກຕ່າງໆ                  1 ອາທິດ
  • ພັກພາກຮຽນ                    1 ອາທິດ
  • ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5-7 ຊົ່ວໂມງ/ມື້)
  • ໜຶ່ງຊົ່ວໂມງຮຽນ                    50 ນາທີ, ພັກຜ່ອນ 10 ນາທີ 
  • ຕອນເຊົ້າເລີ່ມເວລາ 8:00 ໂມງ ຫາ 11:30 ໂມງ, ຕອນແລງເລີ່ມ 13:00 ໂມງ ຫາ 16:30 ໂມງ

12. ໄລຍະເວລາການສຶກສາ

ຫຼັກສູດປະລິນຍາຕີສາຂາ ຄະນິດສາດ ມີໄລຍະເວລາຮຽນທັງໝົດແມ່ນ 4 ປີ (8 ພາກຮຽນ) ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ.

13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ

13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ

  1. ໝວດວິຊາຄວາມພື້ນຖານຮູ້ທົ່ວໄປ                         19   ໜ່ວຍກິດ
  2. ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ                     41   ໜ່ວຍກິດ
  3. ໝວດວິຊາສະເພາະ                                     78   ໜ່ວຍກິດ
    3.1 ຮຽນຕົວຈິງ                                         72    ໜ່ວຍກິດ
    3.2 ຂຽນບົດຈົບຊັ້ນ                                   06   ໜ່ວຍກິດ
    3.3 ໝວດວິຊາເລືອກ                                03   ໜ່ວຍກິດ

          ລວມທັງໝົດ                                                            141 ໜ່ວຍກິດ

13.2 ແຜນການຈັດຕັ້ງການຮຽນ-ການສອນໃນແຕ່ລະປີ, ແຕ່ລະພາກຮຽນ

ປີທີ1, ພາກຮຽນທີ1

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205CA111 -ແຄນຄູລັດສÌ 1 (Calculus 1) 3(2-2-5)
145PY101 ຈິດຕະວິທະຍາທົ່ວໄປ (General Psychology) 2(2-0-4)
205DM111 ຄະນິດສາດເຕັມໜ່ວຍ 1 (Discrete Mathematics1) 3(2-2-5)
205ES101 ພາສາສໍາລັບວິທະຍາສາດ 1 (English for Science 1) 2(0-4-2)
205CF111 ຄອມພິວເຕີພື້ນຖານ (Computer Foundation) 3(2-2-5)
205NP111 ຟີຊິກສາດພື້ນຖານ (Genaral Physics) 3(2-2-5)
115LS101 ລາວສຶກສາ 1 (Lao Studies 1) 2(2-0-4)
  ລວມ: 18(12-12-30)

ປີທີ1, ພາກຮຽນທີ2

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205CA122 -ແຄນຄູລັດສÌ 2 (Calculus 2) 3(2-2-5)
205OR121 ການວິໄຈດໍາເນີນງານ(Operation Research) 3(2-2-5)
205AG111 ​ເລຂາ​ວິ​ເຄາະ (Analytical Geometry) 3(2-2-5)
205DM122 ຄະນິດສາດເຕັມໜ່ວຍ 2 (Discrete Mathematics 2) 3(2-2-5)
205ES102 ພາສາສໍາລັບວິທະຍາສາດ 2 (English for Science 2) 2(0-4-2)
205MS211 ສະຖິຕິຄະນິດສາດ1 (Mathematics Statistics1) 3(2-2-5)
135LS102 ລາວສຶກສາ 2 (Lao Studies 2) 2(2-0-4)
  ລວມ: 19(12-14-31)

ປີທີ2, ພາກຮຽນທີ1

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205NM221 ວິທີ​ການ​ທາງ​ດ້ານ​ຈຳນວນ (Numerical Methods) 3(2-2-5)
205FI211 ຄະນິດສາດການເງິນ-ການປະກັນໄພ (Mathematics for Financial-Insurance) 3(2-2-5)
205NT221 ທິດສະດີຈໍານວນ (Number Theory) 3(2-2-5)
205EM201 ພາສາອັງກິດສໍາລັບຄະນິດສາດ 1 (English for Mathematics 1) 2(0-4-2)
205GA111 ການບັນຊີທົ່ວໄປ (General Accounting) 3(2-2-5)
205DB111 ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ (Database Basics) 3(2-2-5)
205LA211 ພຶດຊະ​ຄະນິດ​ລີ​ແນ​ແອ (Linear algebra) 3(2-2-5)
  ລວມ: 20(12-16-32)

ປີທີ2, ພາກຮຽນທີ2

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205OD221 ສົມ​ຜົນ​ຈຸນລະຄະນິດສາມັນ (Ordinary Differential Equations) 3(2-2-5)
205AN211 ວິເຄາະຄະນິດ 1 (Mathematical Analysis 1) 3(2-2-5)
205GT221 ທິດສະດີກຣາຟ (Graph Theory) 3(2-2-5)
205EM212 ພາສາອັງກິດສໍາລັບຄະນິດສາດ 2 (English for Mathematics 2) 2(0-4-2)
205DT221 ທິດສະດີການຕັດສິນໃຈທາງສະຖິຕິ (Decision Theory in Statistics) 3(2-2-5)
205HM211 ປະຫວັດຂອງຄະນິດສາດ (History of Mathematics) 3(2-2-5)
015ND201 ວິຊາສຶກສາປ້ອງກັນຕົວ (Defending-Strategy Course) 3(0-2-6)
  ລວມ: 20(10-16-33)

ປີທີ3, ພາກຮຽນທີ1

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205MA322 ວິເຄາະຄະນິດ 2 (Mathematical Analysis 2) 3(2-2-5)
205PD321 ສົມຜົນຈຸນລະຄະນິດພາກສ່ວນ (Partial Differential Equations) 3(2-2-5)
205SM321 ການນໍາໃຊ້ຊັອບແວທາງຄະນິດສາດ (Software Application for Mathematics) 2(0-4-2)
205IS321 ຄວາມຮູ້ເບື້ອງຕົ້ນຂອງຂະບວນການສະໂຕຄາສຕິກ (Introduction of Stochostic proess) 3(2-2-5)
205RM321 ວິທີການຄົ້ນຄວ້າ (Research Mathodology) 2(2-0-4)
205ST321 ທິດສະດີກຸ່ມ (Set Theory) 3(2-2-5)
205AA321 ພຶດຊະຄະນິດນາມມະທໍາ (Abstract Algebra) 3(2-2-5)
  ລວມ: 19(12-14-31)

ປີທີ3, ພາກຮຽນທີ2

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205DE321 ສົມຜົນຄວາມແຕກຕ່າງ (Differential Equations) 3(2-2-5)
205FA321 ວິເຄາະຕໍາລາ (Functional Analysis) 3(2-2-5)
205MM321 ແບບຈໍາລອງທາງຄະນິດສາດ (Mathematical Modeling) 3(2-2-5)
205FC321 ຕໍາລາຕົວປ່ຽນເປັນຈໍານວນສົນ(Functions of Complex Variable) 3(2-2-5)
205IT321 ຄວາມຮູ້ເບື້ອງຕົ້ນກ່ຽວກັບໂຕໂປໂລຊີ  (Introduction to Topology) 3(2-2-5)
115HR223 ມະນຸດສໍາພັນ (Human Relationship) 2(2-0-4)
205EX321 ຝຶກງານ (Field work) 3(0-0-9)
  ລວມ: 20(12-10-38)

ປີທີ4, ພາກຮຽນທີ1

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205SM421 ສໍາມະນາທາງຄະນິດສາດ (Seminar Mathematics) 2(0-2-4)
205EM421 ຄະນິດສາດສິ່ງແວດລ້ອມ (Environment Mathematics) 3(2-2-5)
205DG421 ເລຂາຈຸນລະຄະນິດ (Differential Geometry) 3(2-2-5)
205PP421 ການວາງແຜນ ແລະ ການປະເມີນໂຄງການ (Planning and Evaluation Project) 3(2-2-5)
205CT421 ທິດສະດີລະຫັດ (Cooding Theory) 3(2-2-5)
115PO401 ວິຊາການ​ເມືອງ (Politics) 2(2-0-4)
  ວິຊາເລືອກ (Elective Course) 3(2-2-5)
  ລວມ: 19(12-12-33)

ປີທີ4, ພາກຮຽນທີ2

ລະຫັດວິຊາ ຊື່ວິຊາ: ພາສາລາວ ແລະ ພາສາອັງກິດ ໜ່ວຍກິດ
205FP421 -ໂຄງການບົດຈົບຊັ້ນ (Final Project) 6(0-0-18)
  ລວມ: 6(0-0-18)