1. ຊື່ຫຼັກສູດ

  • ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ວັດສະດຸສາດ
  • Bachelor of Science Program in Material Science

2. ຊື່ປະກາສະນີຍະບັດ

  • ປະລິນຍາຕີ ວິທະຍາສາດ ສາຂາ ວັດສະດຸສາດ
  • ປຕ.ວ (ວັດສະດຸສາດ)
  • Bachelor of Science in Material Science
  • Sc. (Material Science)

3. ໜ່ວຍງານຮັບຜິດຊອບ

ພາກວິຊາຟີຊິກສາດ, ຄະນະວິທະຍາສາດ ທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ

ເບີໂທລະສັບ: 020 22203337, 020 98598963, 020 23232378, 020 55682978

ເບີໂທລະສານ: 021 770173

4. ປັດຊະຍາ

ເພື່ອປະຕິບັດຕາມແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານ ໂດຍສະເພາະ ແມ່ນການບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດ, ເພື່ອກໍ່ສ້າງນັກວິຊາການທາງດ້ານວັດສະດຸສາດທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ມີຄຸນນະທໍາ ແລະ ຈັນຍາບັນ ທີ່ສອດຄ່ອງກັບວິໃສທັດຂອງມະຫາວິທະຍາໄລ, ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ ແລະ ການພັດທະນາປະເທດໃຫ້ມີຄວາມສາມາດເພິ່ງພາຕົນເອງໄດ້.

5. ຈຸດປະສົງຂອງຫຼັກສູດ

1) ເພື່ອໃຫ້ນັກສຶກສາມີຄວາມຮູ້ທາງດ້ານວັດສະດຸສາດ, ຂະບວນການຜະລິດ ແລະ ການພັດທະນາວັດສະດຸໃໝ່ ສາມາດປະຍຸກໃຊ້ວັດສະດຸໃຫ້ມີຄວາມເໜາະສົມກັບງານດ້ານຕ່າງໆ

2) ເພື່ອໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດທາງດ້ານວັດສະດຸສາດພຽງພໍທີ່ຈະນໍາໄປສຶກສາຕໍ່ໃນລະດັບສູງຂຶ້ນ ຫຼື ນໍາໄປປະຕິບັດງານໄດ້ໃນອົງກອນຂອງລັດ, ລັດວິສາຫະກິດ ແລະ ເອກະຊົນ.

3) ເພື່ອໃຫ້ນັກສຶກສາມີຄວາມສາມາດວິເຄາະ, ສຶກສາຄົ້ນຄວ້າ ແລະ ວິໄຈດ້ວຍຕົນເອງ, ມີຄວາມສົນໃຈ ແລະ ຕິດຕາມຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງສະໝໍ່າສະເໝີ.

4) ສົ່ງເສີມໃຫ້ນັກສຶກສາມີຄວາມຄິດສ້າງສັນ, ມີຄວາມເປັນຜູ້ນໍາ ແລະ ສາມາດຮ່ວມວຽກງານກັບຄົນອື່ນໄດ້.

5) ເພື່ອປູກຝັງຈິດສໍານຶກທາງດ້ານຄຸນນະທໍາ ແລະ ຈັນຍາບັນ, ຮູ້ຮັກສາຮີດຄອງປະເພນີ ແລະ ຮູ້ອະນຸລັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ

  6.1. ຜົນການຮຽນຮູ້:

ພາຍຫຼັງສໍາເລັດການສຶກສາໃນຫຼັກສູດປະລິນຍາຕີວິທະຍາສາດ ສາຂາວັດສະດຸສາດນີ້ແລ້ວນັກສຶກສາຈະສາມາດ:

  • ດ້ານຄວາມຮູ້:
    • PLO1 ອະທິບາຍທິດສະດີ ແລະ ຫຼັກການທາງດ້ານວັດສະດຸສາດ ເພື່ອແກ້ໄຂບັນຫາທາງອຸດສາຫະກໍາທີ່ກ່ຽວຂ້ອງກັບວັດສະດຸປະເພດຕ່າງໆ ແລະ ການສ້າງນະວັດຕະກໍາ.
    • PLO2 ຈໍາແນກທິດສະດີ ແລະ ຫຼັກການຂອງຂະບວນການຜະລິດ, ການເລືອກເຟັ້ນ, ການບໍາລຸງຮັກສາວັດສະດຸປະເພດຕ່າງໆ.
  • ດ້ານ​ທັກ​ສະ:
    • PLO3 ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂໍ້ມູນຂ່າວສານ ເຂົ້າໃນການແກ້ໄຂບັນຫາຕ່າງໆ ໃນອົງກອນທາງພາກລັດ, ເອກະຊົນ ແລະ ທຸລະກິດສ່ວນຕົວ.
    • PLO4 ສະແດງການມີຄວາມຄິດຄວາມເຫັນຢ່າງສ້າງສັນ, ການມີລະບຽບວິໃນ, ການປະເມີນໄຈ້ແຍກ ແລະ ການດໍາເນີນການຄົ້ນຄວ້າວິທະຍາສາດ.
  • ດ້ານນຳ​ໃຊ້:
    • PLO5 ໃຊ້ທິດສະດີ ແລະ ຫຼັກການ ການທົດລອງຕົວຈິງ ເຂົ້າໃນການພັດທະນາຄຸນສົມບັດ ຂອງຜະລິດຕະພັນ ເພື່ອໃຫ້ແທດເໝາະກັບລັກສະນະຂອງວຽກ ແລະ ການໃຊ້ງານ.
    • PLO6 ໝູນໃຊ້ຄວາມຮູ້ທາງດ້ານວັດສະດຸສາດ ເພື່ອພັດທະນາຜະລິດຕະພັນອັນໃໝ່ຮັບໃຊ້ສັງຄົມ, ການຄັດແຍກ ແລະ ການນໍາໃຊ້ວັດສະດຸຄືນ.
    • PLO7 ສ້າງວັດສະດຸຕົ້ນແບບ, ວັດສະດຸໝູນວຽນ ເພື່ອເປັນທາງເລືອກໃຫ້ແກ່ອຸດສາຫະກໍາການຜະລິດ ໃນການເພີ່ມຜະລິດຕະພັນໃຫ້ຫຼາກຫຼາຍໃນສັງຄົມ.
  • ດ້ານ​ຄວາມສາມາດ​ທາງ​ສັງ​ຄົມ :
    • PLO8 ປະຕິບັດໜ້າທີ່ໂດຍມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ຈັນຍາທໍາທາງດ້ານວິຊາຊີບ, ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
    • PLO9 ດໍາເນີນການ ຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ຮັກສາຮີດຄອງປະເພນີ ແລະ ອານຸຮັກ ຊັບພະຍາກອນທໍາມະຊາດ.

  6.2 ອາຊີບທີ່ສາມາດປະກອບໄດ້ ພາຍຫຼັງສໍາເລັດການສຶກສາ

  • ບຸກຄະລະກອນທາງການສຶກສາໃນສະຖາບັນ ແລະ ມະຫາວິທະຍາໄລ.
  • ນັກວິທະຍາສາດປະຈໍາສະຖາບັນ ແລະ ສູນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  • ນັກວິໄຈປະຈໍາໜ່ວຍວິໄຈ ແລະ ພັດທະນາຂອງໜ່ວຍງານເອກະຊົນ ຫຼື ໂຮງງານອຸດສາຫະກໍາ.
  • ພະນັກງານບໍລິສັດເອກະຊົນ.
  • ຜູ້ປະກອບການທຸລະກິດສ່ວນຕົວ.

7. ການກຳນົດການເປີດສອນ

ຫຼັກສູດດັ່ງກ່າວນີ້ຈະເປີດສອນໃນສົກສຶກສາ 2020-2021 ເປັນຕົ້ນໄປ  ໃນພາກວິຊາຟີຊິກສາດ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ. ຈະຈັດຕັ້ງການຮຽນ-ການສອນ ຈົບ 1 ຮຸ່ນ ຈຶ່ງຈະ ມີການປະເມີນຄືນ ເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫຼັກສູດດັ່ງກ່າວຈະເປີດສອນຕະຫຼອດໄປ ແລະ ເປັນຫຼັກສູດທີ່ສາມາດປັບປຸງ ແລະ ປ່ຽນແປງຕາມລະບົບການສຶກສາ.

8. ຄາດຄະເນແຜນການຮັບນັກສຶກສາ

ແຜນຄາດຄະເນຮັບນັກສຶກສາຫຼັກສູດລະດັບປະລິນຍາຕີວິທະຍາສາດ ສາຂາວັດສະດຸສາດ:

ສົກຮຽນ ຈໍານວນນັກສຶກສາ ຈໍານວນລວມ ຄາດຄະເນ

ນັກສຶກສາ ຮຽນຈົບ

ປີ 1 ປີ 2 ປີ 3 ປີ 4
2019-20 30 00 00 00 30 00
2020-21 30 30 00 00 60 00
2021-22 30 30 30 00 90 00
2022-23 30 30 30 30 120 30

9. ຄຸນສົມບັດຂອງນັກສຶກສາ

ຜູ້ທີ່ຈະສະໝັກເຂົ້າສຶກສາ ໃນຫຼັກສູດລະດັບປະລິນຍາຕີວິທະຍາສາດ ສາຂາວັດສະດຸສາດ ຂອງມະຫາວິທະຍາໄລແຫ່ງຊາດ ຕ້ອງມີເງື່ອນໄຂດັ່ງນີ້:

9.1  ສໍາລັບນັກຮຽນ:

– ມີປະກາສະນີຍະບັດ ແລະ ໃບຄະແນນຈົບ ມັດທະຍົມຕອນປາຍ;

– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ;

– ມີສຸຂະພາບແຂງແຮງດີ;

– ມີຄຸນສົມບັດດີ;

– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.

9.2  ສໍາລັບພະນັກງານ:

– ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ;

– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ;

– ມີສຸຂະພາບແຂງແຮງດີ;

– ມີຄຸນສົມບັດດີ;

– ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ;

– ປະຕິບັດຕາມເງື່ອນໄຂອື່ນໆທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.

10. ວິທີຄັດເລືອກຜູ້ເຂົ້າສຶກສາ

ວິທີການ ແລະ ຂັ້ນຕອນຕ່າງໆໃນການຄັດເລືອກຜູ້ເຂົ້າສຶກສາ ແມ່ນປະຕິບັດຕາມລະບຽບຂອງມະຫາວິທະຍາໄລແຫ່ງຊາດກຳນົດ.

11. ການຈັດຕັ້ງການຮຽນ-ການສອນ

  • ກໍລະນີຈັດຕັ້ງແບບເຕັມເວລາ:

–  ໜຶ່ງສົກສຶກສາແບ່ງອອກເປັນສອງພາກຮຽນ (ມີພັກທ້າຍປີຮຽນ);

–  ໜຶ່ງພາກຮຽນມີ 20 ອາທິດ:  ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ;

– ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສຸງສຸດ 35 ຊົ່ວໂມງ (5-7ຊົ່ວໂມງ/ມື້).

– ໜຶ່ງຊົ່ວໂມງຮຽນ 50 ນາທີ.

  • ກໍລະນີຈັດຕັ້ງການຮຽນ-ການສອນແບບບໍ່ເຕັມເວລາ: (ບໍ່ໄດ້ຈັດ)

12. ໄລຍະເວລາການສຶກສາ

ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ວັດສະດຸສາດ ມີໄລຍະເວລາໃນການສຶກສາດັ່ງນີ້:

  • ໃນກໍລະນີຈັດຕັ້ງການຮຽນ-ການສອນແບບເຕັມເວລາຈະໃຊ້ເວລາຮຽນທັງໝົດ 4 ປີ ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ;

13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ

 13.1 ຈໍານວນໜ່ວຍກິດໃນແຕ່ລະໝວດວິຊາ

  1. ໝວດວິຊາຄວາມຮູ້ທົ່ວໄປ                         17 ໜ່ວຍກິດ
  2. ໝວດວິຊາຄວາມຮູ້ພື້ນຖານ                     38 ໜ່ວຍກິດ
  3. ໝວດວິຊາສະເພາະ                                79 ໜ່ວຍກິດ
    3.1 ຮຽນຕົວຈິງ                                      73 ໜ່ວຍກິດ
    3.2 ຂຽນບົດໂຄງການຈົບຊັ້ນ                   06 ໜ່ວຍກິດ
  1. ໝວດວິຊາເລືອກ                                    03 ໜ່ວຍກິດ

ລວມທັງໝົດ                             137  ໜ່ວຍກິດ

13.2 ແຜນການຈັດຕັ້ງການຮຽນ-ການສອນໃນແຕ່ລະປີ, ແຕ່ລະພາກຮຽນ

ປີທີ 1 ພາກຮຽນທີ 1

 ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 115LS101 ລາວສຶກສາ1 (Lao Studies 1) 2(2-0-4)
2 205ES 101 ພາສາອັງກິດສໍາລັບວິທະຍາສາດ1 (English for Science 1) 2(0-4-2)
3 145PY101 ຈິດຕະວິທະຍາທົ່ວໄປ (General Psychology) 2(2-0-4)
4 205CH111 ເຄມີສາດ1 (Chemistry 1) 3(3-0-6)
5 205CL111 ທົດລອງເຄມີສາດ1 (Chemistry Laboratory 1) 1(0-2-1)
6 205PH111 ຟີຊິກສາດ1 (Physics 1) 3(2-2-5)
7 205PL111 ທົດລອງຟີຊິກສາດ1 (Physics Laboratory 1) 1(0-2-1)
8 205CA111 ແຄນ­ຄູລັດສ໌1 (Calculus 1) 3(2-2-5)
ລວມ: 17(11-12-28)

ປີທີ 1  ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 135LS102 ລາວສຶກສາ2 (Lao Studies 2) 2(2-0-4)
2 205ES102 ພາສາອັງກິດສໍາລັບວິທະຍາສາດ2 (English for Science 2) 2(0-4-2)
3 205CF111 ຄອມພິວເຕີພື້ນຖານ (Computer Fundamentals) 3(2-2-5)
4 205PH112 ຟີຊິກສາດ2 (Physics 2) 3(2-2-5)
5 205PL112 ທົດລອງຟີຊິກສາດ2 (Physics Laboratory 2) 1(0-2-1)
6 205CH112 ເຄມີສາດ2 (Chemistry 2) 3(3-0-6)
7 205CL112 ທົດລອງເຄມີສາດ2 (Chemistry Laboratory 2) 1(0-2-1)
8 205CA112 ແຄນ­ຄູລັດສ໌2 (Calculus 2) 3(2-2-5)
ລວມ: 18(11-14-29)

 ປີທີ 2 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 205EP211 ພາສາອັງກິດສຳລັບຟີຊິກ1 (English for Physics 1) 2(0-4-2)
2 205IM221 ວັດສະດຸສາດເບື້ອງຕົ້ນ

(Introduction to Material Science)

 

3(2-2-5)
3 205PP211 ໂປຣແກຣມສຳລັບຟີຊິກສາດ1 (Program for Physics 1) 2(1-2-3)
4 205SL221 ຟີຊິກວັດຖຸແຂງ (Solid State Physics) 3 (2-2-5)
5 205MP211 ຄະນິ­ດສາດສຳລັບຟີຊິກສາດ

(Mathematical for Physics)

3(2-2-5)
6 205ML221 ທົດລອງວັດສະດຸສາດ1 (Materials Laboratory 1) 1(0-2-1)
7 205MP221 ຄຸນສົມບັດກົນລະສາດ ຂອງວັດສະດຸ

(Mechanical Properties of Materials)

3(2-2-5)
8 205ME221 ກົນລະສາດ1 (Mechanics 1) 3(2-2-5)
ລວມ: 20(11-18-31)

 ປີທີ 2 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 205EP212 ພາສາອັງກິດສຳລັບຟີຊິກ2 (English for Physics 2) 2(0-4-2)
2 205PP212 ໂປຣແກຣມສຳລັບຟີຊິກສາດ2 (Program for Physics 2) 2(1-2-3)
3 205EM221 ໄຟຟ້າແມ່ເຫຼັກ1 (Electromagnetic1) 3(2-2-5)
4 205EM223 ຄຸນສົມບັດໄຟຟ້າ, ແມ່ເຫຼັກ ແລະ ແສງຂອງວັດສະດຸ

(Electrical, Magnetic and Optical Properties of Materials)

3(2-2-5)
5 205TM221 ຄວາມຮ້ອນເດີນເຄື່ອນຂອງວັດສະດຸ

(Thermodynamics of Materials)

3(2-25)
6 205ET221 ອີເລັກໂຕຣນິກ1 (Electronics 1) 3(2-2-5)
7 205ML222 ທົດລອງວັດສະດຸສາດ2 (Materials Laboratory 2) 1(0-2-1)
8 205ND201 ສຶກສາປ້ອງກັນຕົວ (National Defense) 3(0-6-3)
  ລວມ: 20(9-22-29)

 ປີທີ 3 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 205RP311 ວິທີການຄົ້ນຄວ້າ (Research Methodology) 2(2-0-4)
2 205CP321 ວັດສະດຸປະສົມ (Composite Materials) 3(2-2-5)
3 205MA321 ໂລຫະ ແລະ ໂລຫະປະສົມ (Metal and Alloy) 3(2-2-5)
4 205PS321 ວິທະຍາສາດໂພລີເມີ ແລະ ຂະບວນການຜະລິດ

(Polymer Science and Production Process)

3(2-2-5)
5 205EP321 ຄວາມສົມດຸນທາງເຟສຂອງວັດສະດຸ

(Equilibrium Phase Diagram)

3(2-2-5)
6 205AP321 ຟີຊິກອາຕອມ (Atomic Physics) 3(2-2-5)
7 205IC321 ເຊຣາມິກເບື້ອງຕົ້ນ (Introduction to Ceramics) 3(2-2-5)
ລວມ: 20(141234)

 ປີທີ 3 ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 115HR303 ມະນຸດ​ສໍາພັນ (Human Relation) 2(2-0-4)
2 205SP321 ສຳມະນາ (Seminar) 2(1-2-3)
3 205OP321 ຟີຊິກແສງສະຫວ່າງ (Optical Physics) 3(2-2-5)
4 205CG321 ເຄືອບເຊຣາມິກ (Ceramic Glaze) 3(2-2-5)
5 205GT321 ເຕັກໂນໂລຊີແກ້ວ (Glass Technology) 3(2-2-5)
6 205RT321 ເຕັກໂນໂລຊີຢາງ (Rubber Technology) 3(2-2-5)
7 205RM321 ການໝູນວຽນໃຊ້ວັດສະດຸ (Recycle Materials) 3(2-2-5)
ລວມ: 19(13-12-32)

 ປີທີ 4 ພາກຮຽນທີ 1

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 115PO401 ການເມືອງ (Politics) 2(2-0-4)
2 205EE421 ພະລັງງານທາງສິ່ງແວດລ້ອມ

(Energy Environmental Materials)

3(3-0-6)
3 205QM3211 ກົນລະສາດຄວານຕັມ (Quantum Mechanics) 3(2-2-5)
4 205NM421 ວັດສະດຸນາໂນ (Nanomaterials) 3(2-2-5)
5 xxxxxxxx ວິຊາເລືອກ 3(2-2-5)
ລວມ: 14(11625)

 ປີທີ 4  ພາກຮຽນທີ 2

ລ/ດ ລະຫັດວິຊາ ຊື່ວິຊາ ໜ່ວຍກິດ
1 205TR421 ຝຶກງານ (Training) 3(0-0-9)
2 205FP421 ໂຄງການຈົບຊັ້ນ (Final Project) 6(0-0-18)
                                                 ລວມ: 9(0-0-27)