1. ຊື່ຫຼັກສູດ
- ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ເຄມີສິ່ງແວດລ້ອມ.
- Bachelor of Science Program in Environmental Chemistry.
2. ຊື່ປະກາສະນີຍາບັດ
- ປະລິນຍາຕີ ວິທະຍາສາດ ສາຂາ ເຄມີສິ່ງແວດລ້ອມ.
- Bachelor of Science in Environmental Chemisry.
3. ໜ່ວຍງານຮັບຜິດຊອບ
ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດທຳມະຊາດ, ພາກວິຊາເຄມີສາດ ເບີໂທລະສັບ: 020 55050288, 020 55627169, 020 59833350,
ແຟັກ: 021 770173
4. ປັດຊະຍາຂອງຫຼັກສູດ
ເພື່ອຕອບສະໜອງຕາມແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານແບບຍືນຍົງ ໂດຍຕິດພັນກັບວຽກງານການປົກປັກຮັກສາສິ່ງແວດລ້ອມ, ໃຫ້ນັກສຶກສາມີຄວາມພ້ອມທາງດ້ານຄວາມຮູ້-ຄວາມສາມາດ, ປະສົບການ, ຈັນຍາບັນ ແລະ ສິນທຳປະຕິວັດ ນຳເອົາຄວາມຮູ້ດັ່ງກ່າວ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສະພາບແວດລ້ອມ ແລະ ສາມາດສຶກສາຮ່ຳຮຽນຕໍ່ໃນລະດັບສູງຂຶ້ນໄດ້.
5. ຈຸດປະສົງຂອງຫຼັກສູດ
– ເພື່ອສ້າງໃຫ້ນັກສຶກສາມີພື້ນຖານແນວຄິດ ຄຸນສົມບັດ, ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານວິທະຍາ ສາດທາງທິດສະດີ, ການປະຕິບັດຕົວຈິງ, ການຄົ້ນຄວ້າວິໄຈ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
– ເພື່ອໃຫ້ມີຄວາມຮູ້ພື້ນຖານທາງດ້ານເຄມີ ແລະ ການຄົ້ນຄວ້າວິໄຈທາງດ້ານສິ່ງແວດລ້ອມ ເຊັ່ນ: ການວິໄຈນໍ້າ, ດິນ, ອາກາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ດີຂຶ້ນ.
– ເພື່ອໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມສາມາດພຽງພໍທີ່ຈະນໍາໄປປະກອບອາຊີບໄດ້.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາ ເຄມີສິ່ງແວດລ້ອມນີ້ແລ້ວ ນັກສຶກສາຈະສາມາດ:
ດ້ານຄວາມຮູ້:
- ຈໍາແນກບັນດາທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ;
- ເຊື່ອມໂຍງທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງຢ່າງເປັນລະບົບເຂົ້າໃນການປະຕິບັດໜ້າທີ່ ແລະ ແກ້ໄຂບັນຫາທາງສິ່ງແວດລ້ອມ.
ດ້ານທັກສະ:
- ນຳໃຊ້ອຸປະກອນການທົດລອງ, ປຸງແຕ່ງທາດລະລາຍ, ການເກັບຕົວຢ່າງ ແລະ ວິທີການທົດລອງ;
- ດຳເນີນການຄົ້ນຄ້ວາວິທະຍາສາດ, ເຮັດວຽກເປັນໝູ່ຄະນະ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃນລະດັບຕົ້ນ.
ດ້ານການນຳໃຊ້:
- ນໍາໃຊ້ທິດສະດີ, ຫຼັກການທີ່ກ່ຽວຂ້ອງກັບຄວາມຮູ້ທາງເຄມີ ແລະ ສິ່ງແວດລ້ອມເຂົ້າໃນວຽກງານຕົວຈິງ;
- ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ປັບປຸງຄຸນະພາບສິ່ງແວດລ້ອມໃຫ້ດີຂຶ້ນ.
ດ້ານທັກສະທາງສັງຄົມ:
- ປະຕິບັດວຽກງານທີ່ກ່ຽວຂ້ອງກັບເຄມີສິ່ງແວດລ້ອມຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບສູງ, ເຮັດວຽກເປັນໝູ່ຄະນະ ແລະ ມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ;
- ດຳເນີນການໃຫ້ຄໍາປຶກສາຄວາມຮູ້ດ້ານເຄມີສິ່ງແວດລ້ອມແກ່ພາກລັດ ແລະ ເອກະຊົນ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ນັກສຶກສາທີ່ຮຽນຈົບຫຼັກສູດປະລິນຍາຕີສາຂາ ເຄມີສິ່ງແວດລ້ອມ ສາມາດປະກອບອາຊີບໄດ້ດັ່ງນີ້:
- ອາຊີບດ້ານວິຊາການ ແລະ ການສຶກສາວິໄຈ ເຊັ່ນ: ນັກວິຊາການ, ນັກວິໄຈ, ນັກອະນຸລັກສິ່ງແວດລ້ອມ, ຄູ- ອາຈານ ແລະ ອື່ນໆ.
- ອາຊີບພະນັກງານລັດ ໃນບັນດາກະຊວງການຕ່າງໆທີ່ກ່ຽວຂ້ອງ, ສະຖາບັນການສຶກສາລະດັບຕ່າງໆ, ໜ່ວຍງານອົງການຂອງລັດທີ່ກ່ຽວຂ້ອງກັບທາດເຄມີ ແລະ ສະພາບແວດລ້ອມ.
- ອາຊີບໃນວົງການທຸລະກິດຕ່າງໆ, ໂຮງງານອຸດສາຫະກຳຜະລິດເຄື່ອງອຸປະໂພກ-ບໍລິໂພກ, ເປັນທີ່ປຶກສາດ້ານສິ່ງແວດລ້ອມ, ຫ້ອງທົດລອງທາງດ້ານສິ່ງແວດລ້ອມ, ບໍລິສັດຈໍາໜ່າຍ ອຸປະກອນທົດລອງ ແລະ ທາດເຄມີ.
7. ການກໍານົດການເປີດສອນ
ຈະເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນແຕ່ສົກຮຽນ 2019-2020 ເປັນຕົ້ນໄປ ໃນພາກວິຊາເຄມີສາດ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ພາຍຫຼັງຈັດຕັ້ງການຮຽນການສອນຈົບ 2-3 ຮຸ່ນ ຈິ່ງປະເມີນຄືນເພື່ອປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
8. ຄາດຄະເນແຜນການຮັບນັກສຶກສາ
ໃນແຕ່ລະສົກຮຽນຄາດວ່າຈະຮັບນັກສຶກສາໄດ້ຈຳນວນ 40 ຄົນ, ດັ່ງລາຍລະອຽດລຸ່ມນີ້:
ສົກຮຽນ | ຈຳນວນນັກສຶກສາ | ຈຳນວນລວມ | ຄາດຄະເນ
ນ/ສ ຮຽນຈົບ |
|||
ປີ 1 | ປີ 2 | ປີ 3 | ປີ 4 | |||
2019 – 2020 | 40 | 00 | 00 | 00 | 40 | 00 |
2020 – 2021 | 40 | 40 | 00 | 00 | 80 | 00 |
2021 – 2022 | 40 | 40 | 40 | 00 | 120 | 00 |
2022 – 2023 | 40 | 40 | 40 | 40 | 160 | 40 |
9. ຄຸນສົມບັດຂອງນັກສຶກສາ
ຜູ້ທີ່ຈະເຂົ້າສຶກສາ ໃນຫຼັກສູດລະດັບປະລິນຍາຕີ ສາຂາເຄມີສິ່ງແວດລ້ອມນີ້ ຕ້ອງມີເງື່ອນໄຂດັ່ງນີ້:
9.1 ສໍາລັບນັກຮຽນ
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບມັດທະຍົມຕອນປາຍ;
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ;
– ມີສຸຂະພາບແຂງແຮງດີ;
– ມີຄຸນສົມບັດດີ;
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.
9.2 ສໍາລັບພະນັກງານ
– ມີປະກາສະນີຍະບັດ ແລະ ໃບຄະແນນຈົບວິຊາສະເພາະຊັ້ນກາງ;
– ຜ່ານການສອບເສັງຄັດເລືອກຕາມລະບຽບການ ຂອງມະຫາວິທະຍາໄລແຫ່ງຊາດ;
– ມີສຸຂະພາບແຂງແຮງດີ;
– ມີຄຸນສົມບັດດີ;
– ໄດ້ຮັບການອະນຸມັດ ແລະ ເຫັນດີຈາກການຈັດຕັ້ງທີ່ກ່ຽວຂ້ອງ;
– ປະຕິບັດຕາມເງື່ອນໄຂອື່ນໆ ທີ່ທາງມະຫາວິທະຍາໄລແຫ່ງຊາດກໍານົດ.
10. ວິທີຄັດເລືອກຜູ້ເຂົ້າສຶກສາ
ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນຂໍ້ 9 ຕ້ອງໄດ້ປະກອບເອກະສານທີ່ກ່ຽວຂ້ອງກັບການສອບເສັງຕາມເງື່ອນໄຂຂອງມະຫາວິທະຍາໄລແຫ່ງຊາດໄດ້ກຳນົດໄວ້ ແລະ ສະໝັກ ເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະສົກ ຮຽນ ໂດຍມີຄະນະກຳມະການສອບເສັງຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ ສົມທົບກັບກະຊວງສຶກສາທິການ ແລະ ກິລາ.
11. ການຈັດຕັ້ງການຮຽນ–ການສອນ
ອີງຕາມຂໍ້ກຳນົດຂອງມະຫາວິທະຍາລແຫ່ງຊາດ.
ຫຼັກສູດປະລິນຍາຕີວິທະຍາສາດສາຂາເຄມີສິ່ງແວດລ້ອມແມ່ນຈະສອນແບບເຕັມເວລາ ດັ່ງນີ້:
- ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ (ມີພັກທ້າຍປີຮຽນ)
- ໜຶ່ງພາກຮຽນມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ
- ໜຶ່ງອາທິດ ຮຽນ 5 ວັນ (ຈັນ ຫາ ສຸກ), ຕໍ່າສຸດ 25 ຊົ່ວໂມງ ແລະ ສູງສຸດ 35 ຊົ່ວໂມງ (5-7 ຊົ່ວໂມງ/ມື້)
- ໜຶ່ງຊົ່ວໂມງ ຮຽນ 50 ນາທີ
12. ໄລຍະເວລາການສຶກສາ
ຫຼັກສູດປະລິນຍາຕີວິທະຍາສາດ ສາຂາເຄມີສິ່ງແວດລ້ອມ ມີໄລຍະເວລາໃນການສຶກສາແບບເຕັມເວລາ ຈະໃຊ້ເວລາຮຽນທັງໝົດ 4 ປີ (8 ພາກຮຽນ) ແລະ ສາມາດຮັກສາສະຖານະພາບໄດ້ຕື່ມອີກສູງສຸດ 2 ປີ (4 ພາກຮຽນ).
13. ການກຳນົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈຳນວນໜ່ວຍກິດໃນແຕ່ລະໝວດວິຊາ
1. | ໝວດວິຊາຄວາມຮູ້ທົ່ວໄປ | 17 | ໜ່ວຍກິດ |
2. | ໝວດວິຊາພື້ນຖານວິຊາສະເພາະ | 39 | ໜ່ວຍກິດ |
3. | ໝວດວິຊາສະເພາະ
|
73 | ໜ່ວຍກິດ
|
3.1 ຮຽນຕົວຈິງ | 67 | ໜ່ວຍກິດ
|
|
3.2 ຂຽນບົດໂຄງການຈົບຊັ້ນ | 06 | ໜ່ວຍກິດ
|
|
4. ໝວດວິຊາເລືອກ | 04 | ໜ່ວຍກິດ | |
ລວມທັງໝົດ | 133 | ໜ່ວຍກິດ
|
13.2 ແຜນການຮຽນ–ການສອນ:
ປີທີ 1 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
115LS101 | ລາວສຶກສາ 1 (Lao Studies 1) | 2(2-0-4) |
205ES101 | ພາສາອັງກິດສຳລັບວິທະຍາສາດ 1 (English for Science 1) | 2(0-4–2) |
145PY101 | ຈິດຕະວິທະຍາທົ່ວໄປ (Psycology) | 2(2-0-4) |
205CH111 | ເຄມີສາດ 1 (Chemistry 1) | 3(3–0–6) |
205CL111 | ທົດລອງເຄມີສາດ 1 (Chemistry Laboratory 1) | 1(0–2–1) |
205GP111 | ຟີຊິກສາດ (Physics) | 3(3–0–6) |
205PL111 | ທົດລອງຟີຊິກສາດ (Physics Laboratory) | 1(0–2–1) |
205SC111 | ຄວາມປອດໄພທາງເຄມີ (Safety in Chemistry) | 2(2–0–4) |
205CA111 | ແຄນຄູລັດສ໌ 1 (Calculus 1) | 3(2–2–5) |
ລວມໜ່ວຍກິດ | 19(14–10–33) |
ປີທີ 1 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
135LS102 | ລາວສຶກສາ 2 (Lao Studies 2) | 2(2–0–4) |
205ES102 | ພາສາອັງກິດສໍາລັບວິທະຍາສາດ 2 (English for Science 2) | 2(0–4–2) |
205IN111 | ເຄມີອະນົງຄະທາດ 1 (Inorganic Chemistry 1) | 3(3-0-6) |
205IL111 | ທົດລອງເຄມີອະນົງຄະທາດ 1 (Inorganic Chemistry Laboratory 1) | 1(0-2-1) |
205CH112 | ເຄມີສາດ 2 (Chemistry 2) | 3(3-0-6) |
205CL112 | ທົດລອງເຄມີສາດ 2 (Chemistry Laboratory 2) | 1(0-2-1) |
205ES121 | ວິທະຍາສາດສິ່ງແວດລ້ອມ (Environmental Sciences) | 2(2–0–4) |
205FS111 | ສະຖິຕິພື້ນຖານ (Fundamental Statistic) | 3(2-2-5) |
205CF111 | ການນຳໃຊ້ຄອມພິວເຕີພື້ນຖານ (Fundamental Computer) | 3(2-2-5) |
ລວມໜ່ວຍກິດ | 20 (14-12-34) |
ປີທີ 2 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
205EL211 | ພາສາອັງກິດສຳລັບເຄມີສາດ 1 (English for Chemistry 1) | 2(0-4-2) |
205AP221 | ມົນລະພິດທາງອາກາດ (Air Pollution) | 2(2-0-4) |
205AL221 | ທົດລອງມົນລະພິດທາງອາກາດ (Air Pollution Laboratory) | 1(0-2-1) |
205EV221 | ເຄມີສິ່ງແວດລ້ອມ (Environmental Chemistry) | 2(2-0-4) |
205OR221 | ເຄມີອົງຄະທາດ 1 (Organic Chemistry 1) | 3(3-0-6) |
205OL221 | ທົດລອງເຄມີອົງຄະທາດ 1 (Organic Chemistry Laboratory 1) | 1(0-2-1) |
205PH211 | ເຄມີຟີຊິກ (Physical Chemistry) | 3(3-0-6) |
205PL211 | ທົດລອງເຄມີຟີຊິກ (Physical Chemistry Laboratory) | 1(0-2-1) |
205IN212 | ເຄມີີອະນົງຄະທາດ 2 (Inorganic Chemistry 2) | 3(3-0-6) |
ລວມໜ່ວຍກິດ | 18(13-10-31) |
ປີທີ 2 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
205EL212 | ພາສາອັງກິດສຳລັບເຄມີສາດ 2 (English for Chemistry 2) | 2(0–4–2) |
015ND201 | ສຶກສາປ້ອງກັນຕົວ (Defense Studies) | 3(0–2–7) |
205WQ221 | ວິເຄາະຄຸນນະພາບນໍ້າ (Water Quality Analysis) | 2(2-0-4) |
205WL221 | ທົດລອງວິເຄາະຄຸນະພາບນໍ້າ (Water Quality Analysis Laboratory) | 1(0-2-1) |
205OR222 | ເຄມີອົງຄະທາດ 2 (Organic Chemistry 2) | 3(3- 0-6) |
205AN221 | ເຄມີວິເຄາະ 1(Analytical Chemistry 1) | 3(3-0-6) |
205AL221 | ທົດລອງເຄມີວິເຄາະ 1 (Analytical Chemistry Laboratory 1) | 1(0-2-1) |
205SC221 | ເຄມີສິ່ງແວດລ້ອມຂອງດິນ (Soil Environmental Chemistry) | 2(2–0–4) |
205SL221 | ທົດລອງເຄມີສິ່ງແວດລ້ອມຂອງດິນ (Soil Environmental
Chemistry Laboratory) |
1(0–2–1) |
205NP221 | ມົນລະພິດທາງສຽງ ແລະ ການສັ່ນສະເທືອນ (Noise and
Vibration Pollution) |
2(2-0-4) |
ລວມໜ່ວຍກິດ | 20(10–12–36) |
ປີທີ 3 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
205RH321 | ວິທີການຄົ້ນຄວ້າ (Research Methodology) | 2(2–0–4) |
205WT321 | ການບຳບັດນໍ້າເປື້ອນ (Wastewater Treatment) | 2(2–0–4) |
205WM321 | ຈຸລະຊີບວິທະຍາຂອງນໍ້າເປື້ອນ
(WasteWater Microbiology ) |
2(2-0-4) |
205EL321 | ການຈັດການຄຸນະພາບສິ່ງແວດລ້ອມ ແລະ ກົດໝາຍສິ່ງແວດລ້ອມ(Environmental Quality Management and Law) | 2(2-0-6) |
205CT321 | ໂຄຣມາໂຕກຣາບຟີ (Chromatography) | 2(2-0-4) |
205SP321 | ສະເປັກໂຕຣສະໂກປີ (Spectroscopy) | 2(2-0-4) |
205AE321 | ນິເວດວິທະຍາຂອງແຫຼ່ງນໍ້າ (Aquatic Ecology) | 2(2-0-4) |
205AN322 | ເຄມີວິເຄາະ 2 (Analytical Chemistry 2) | 3(3-0-6) |
205AL322 | ທົດລອງເຄມີວິເຄາະ 2 (Analytical Chemistry Laboratory 2) | 1(0-2-1) |
205EL313 | ພາສາອັງກິດສຳລັບເຄມີສາດ 3 (English for Chemistry 3) | 1 (0-2-1) |
ລວມໜ່ວຍກິດ | 19(17–4–38) | |
ຫຼັງຈາກສອບເສັງພາກຮຽນ 1 ສຳເລັດແລ້ວ ນັກສຶກສາຈະໄດ້ໄປທັດສະນະສຶກສາຢູ່ຕາມໂຮງງານຕ່າງໆທີ່ກ່ຽວຂ້ອງ.
ປີທີ 3 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
115HR303 | ມະນຸດສຳພັນ (Human Relation) | 2(2-0-4) |
205SN321 | ສຳມະນາສຳລັບເຄມີສິ່ງແວດລ້ອມ 1 (Seminar in Environmental Chemistry 1) | 1(0–2–1) |
205ET321 | ພິດວິທະຍາສິ່ງແວດລ້ອມ (Environmental Toxicology) | 2(2-0-4) |
205PR321 | ຝຶກງານ ຫຼື ເຮັດບົດໂຄງການນ້ອຍ (Internship Program) | 1(0-0-3) |
205PE321 | ໂພລີເມີກັບວຽກງານທາງສິ່ງແວດລ້ອມ (Polymers and Environment) | 2(2-0-4) |
205FW321 | ພາກສະໜາມ (Fieldwork) | 1(0-2-1) |
205EI321 | ການປະເມີນຜົນກະທົບສິ່ງແວດລ້ອມ (Evironmental Impact Assessment) | 3(2-0-7) |
205IE321 | ເຄມີອຸດສາຫະກໍາ ແລະ ສະພາບແວດລ້ອມ (Industrail Chemistry and Environment) | 2(2-0-4) |
205IA321 | ວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis) | 3(3-0-6) |
205IL321 | ທົດລອງວິເຄາະໂດຍໃຊ້ເຄື່ອງມື (Instrumental Analysis Laboratory) | 1(0-2-1) |
ລວມໜ່ວຍກິດ | 18(13–7–37) |
ປີທີ 4 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
115PO401 | ການເມືອງ (Politics) | 2(2-0-4) |
205WM421 | ການຈັດການຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ
(Solid and Hazardous Waste Management) |
2(2-0-4) |
205OW421 | ການນຳໃຊ້ສິ່ງເສດເຫຼືອອົງຄະທາດ (Organic Waste Utilization) | 2(2-0-4) |
205SN422 | ສຳມະນາສຳລັບເຄມີສິ່ງແວດລ້ອມ 2 (Seminar in Environmental Chemistry 2) | 1(0–2–1) |
205SA421 | ການວິເຄາະຂໍ້ມູນດ້ວຍໂປຣແກຣມສຳເລັດທາງສະຖິຕິ (Statistic Analysis Tools) | 3(2-2-5) |
xxxxxxxx | ວິຊາເລືອກ (Selective Course) | 2(2-0-4) |
xxxxxxxx | ວິຊາເລືອກ (Selective Course) | 2(2-0-4) |
205FP421
|
ໂຄງການຈົບຊັ້ນ (Final Project) | 1(0–0–3) |
ລວມໜ່ວຍກິດ | 15(12–4–29) |
ປີທີ 4 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ |
205FP421
|
ໂຄງການຈົບຊັ້ນ (Final Project) | 5(0–0–15) |
ລວມໜ່ວຍກິດ | 5(0-0-15) |