1. ຊື່ຫຼັກສູດ:
1.1 ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ
1.2 Bachelor of Science Program in Computer Science
2. ຊື່ປະກາສະນີຍະບັດ:
2.1 ປະລິນຍາຕີ ວິທະຍາສາດ ສາຂາ ວິທະຍາສາດຄອມພິວເຕີ
2.2 ປຕ.ວ. (ວິທະຍາສາດຄອມພິວເຕີ)
2.3 Bachelor of Science in Computer Science
2.4 B.Sc. (Computer Science)
3. ໜ່ວຍງານຮັບຜິດຊອບ:
ພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ.
ໂທລະສັບ: 02022245128, 02077712077 ອີເມວ: cs.fns@nuol.edu.la
4. ປັດຊະຍາຂອງຫຼັກສູດ:
ຫຼັກສູດປະລິນຍາຕີ ສາຂາວິທະຍາສາດຄອມພິວເຕີ ສ້າງຂຶ້ນບົນພື້ນຖານ 3 ລັກສະນະ 5 ຫຼັກມູນ, ຕາມ
ນະໂຍບາຍຂອງກະຊວງສຶກສາທິການ ແລະ ກີລາ, ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຕະຫຼາດ
ແຮງງານໃນປະຈຸບັນ ໂດຍແນໃສ່ ສ້າງນັກສຶກສາໃຫ້ເປັນນັກຄົ້ນຄວ້າດ້ານວິທະຍາສາດຄອມພິວເຕີ (Computer
Scientist), ເປັນນັກວິຊາການວິເຄາະຂໍ້ມູນ (Data Scientist) ແລະ ນັກພັດທະນາຊອບແວ ແລະ
ນະວັດຕະກໍາເຕັກໂນໂລຊີ ເພື່ອແກ້ໄຂບັນຫາທາງດ້ານທຸລະກິດ ແລະ ເສດຖະກິດ – ສັງຄົມ.
5. ຈຸດປະສົງຂອງຫຼັກສູດ:
- ຫຼັກສູດປະລິຍາຕີສາຂາວິທະຍາສາດຄອມພິວເຕີ ມີຈຸດປະສົງເພື່ອສ້າງນັກສຶກສາໃຫ້ມີ:
ຄວາມຮູ້ກ່ຽວກັບ ວິທີການຄົ້ນຄວ້າວິໄຈດ້ານວິທະຍາສາດຄອມພິວເຕີເຂົ້າໃນການແກ້ບັນຫາຕ່າງໆໃນສັງຄົມ ກໍ່ຄືອົງການຕ່າງໆ, ການສ້າງແບບຈຳລອງ ແລະ ວິເຄາະຂໍ້ມູນແບບວິທະຍາສາດ, ແລະ ການພັດທະນາຊັອບແວ (Software).
- ຄວາມສາມາດ ໜູນໃຊ້ທິດສະດີ ແລະ ຫຼັກການຕ່າງໆ ໃນການວິເຄາະຂໍ້ມູນແບບວິທະຍາສາດ, ສ້າງຮູບແບບ (Model) ແລະ ຊັອບແວ (Software) ເພື່ອແກ້ບັນຫາຕ່າງໆ ຂອງອົງການ ຫຼື ສັງຄົມ.
- ຄວາມສາມາດ ຮຽນຕໍ່ໃນລະດັບການສຶກສາທີ່ສູງຂຶ້ນໃນສາຂາວິຊາວິທະຍາສາດຄອມພິວເຕີ ແລະ ສາຂາຕ່າງໆທີ່ກ່ຽວຂ້ອງ, ການປະດິດນະວັດຕະກຳ ແລະ ເທັກໂນໂລຊີ ຢ່າງມີວິທະຍາສາດ, ການເຮັດວຽກເປັນທີມງານ ແລະ ບໍລິຫານໂຄງການໃນດ້ານການພັດທະນາລະບົບເຕັກໂນໂລຊີ.
- ຄຸນສົມບັດ, ຈັນຍາບັນ ແລະ ຮັກວິຊາອາຊີບ.
6. ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
6.1 ຜົນການຮຽນຮູ້
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂານີ້ແລ້ວນັກສຶກສາຈະສາມາດ:
ດ້ານຄວາມຮູ້: ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານວິທະຍາສາດຄອມພິວເຕີເຂົ້າໃນການວິເຄາະບັນຫາ ແລະ ອອກແບບ (Model) ວິທີແກ້ບັນຫາຢ່າງຖືກຕ້ອງ.
ດ້ານທັກສະ: ມີທັກສະໃນການຄົ້ນຄວ້າ, ມີຫົວຄິດປະດິດສ້າງນະວັດຕະກໍາເຕັກໂນໂລຊີ ແລະ ວິເຄາະບັນຫາຢ່າງມີຫຼັກການວິທະຍາສາດ.
ດ້ານການນໍາໃຊ້: ພັດທະນາຕົນເອງ ຫຼື ດໍາເນີນການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ນໍາໃຊ້ວິທະຍາສາດຄອມພິວເຕີເຂົ້າໃນການວິເຄາະບັນຫາ, ອອກແບບ (Model) ການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ເພຶ່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.
ດ້ານທັກສະທາງສັງຄົມ: ມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງຢ່າງ ໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດມີແນວຄິດຮັກສາສິ່ງແວດລ້ອມ.
6.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
ຜູ້ຮຽນຈົບຫຼັກສູດປະລິນຍາຕີສາຂາ ວິທະຍາສາດຄອມພິວເຕີ ສາມາດປະກອບອາຊີບໄດ້ດັ່ງນີ້:
- ນັກວິທະຍາສາດຄອມພິວເຕີ, ນັກວິທະຍາສາດຂໍ້ມູນ, ນັກວິເຄາະ-ອອກແບບລະບົບເຕັກໂນໂລຊີ
ແລະ ນັກພັດທະນາຊັອບແວ. - ອາຊີບພະນັກງານໃນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ.
- ປະກອບອາຊີເປັນຂອງຕົນເອງ (Startup), ເປັນທີ່ປືກສາ, ເປັນນັກຄົ້ນຄວ້າ-ພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ.
7. ການກຳນົດການເປີດສອນ
ເລີ່ມແຕ່ສົກຮຽນ 2019-2020 ເປັນຕົ້ນໄປ ແລະ ຈະປະເມີນຜົນ ພາຍຫຼັງນັກສຶກສາຮຽນຈົບ 2 ລຸ້ນ
8. ຄາດຄະເນແຜນຮັບນັກສຶກສາ:
ແຜນຄາດຄະເນຮັບນັກສຶກສາເຂົ້າຮຽນໃນຫຼັກສູດປະລິນຍາຕີສາຂາ ວິທະຍາສາດຄອມພິວເຕີ ແມ່ນຈໍານວນ 60 ຄົນ/ປີ, ດັ່ງລາຍລະອຽດລຸ່ມນີ້:
ສົກຮຽນ |
ຈໍານວນນັກສຶກສາ |
ຈໍານວນລວມ |
ຄາດຄະເນ ນ/ສ ຮຽນຈົບ |
|||
ປີ 1 |
ປີ 2 |
ປີ 3 |
ປີ 4 |
|||
2020-2021 |
60 |
|
|
|
60 |
|
2021-2022 |
60 |
60 |
|
|
120 |
|
2022-2023 |
60 |
60 |
60 |
|
180 |
|
2023-2024 |
60 |
60 |
60 |
60 |
240 |
60 |
9. ຄຸນສົມບັດຂອງນັກສຶກສາ:
ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດສາຂາ:ວິທະຍາສາດຄອມພິວເຕີຕ້ອງແມ່ນຜູ້ທີ່ມີເງື່ອນໄຂພື້ນຖານດັ່ງນີ້:
- ຕ້ອງມີໃບປະກາສະນີຍະບັດ ຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ, ຊັ້ນກາງ ຫຼື ທຽບເທົ່າ.
- ຖ້າເປັນພະນັກງານຕ້ອງມີໃບນຳສົ່ງ ແລະ ຂໍ້ຕົກລົງ ຕາມໂກຕາ ຫຼື ຮູບການອື່ນຂອງກະຊວງ ຫຼື ກົມກອງທີ່ກ່ຽວຂ້ອງ.
- ມີສຸຂະພາບແຂງແຮງດີ
10. ວິທີການເລືອກຜູ້ເຂົ້າສຶກສາ:
ຜູ້ທີ່ມີມາດຖານຖືກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 9, ຕ້ອງໄດ້ຍື່ນຄຳຮ້ອງເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະຕົ້ນສົກຮຽນໂດຍມີຄະນະກຳມະການສອບເສັງຄັດເລືອກຈາກ ມ.ຊ. ສົມທົບກັບກົມການສຶກສາຊັ້ນສູງກະຊວງສຶກສາທິການເພື່ອຄັດເລືອກ
11. ການຈັດຕັ້ງການຮຽນ – ການສອນ
ການຮຽນ ຈະສອນຕາມລະບົບໜ່ວຍກິດ ຈະໃຊ້ເວລາທັງໝົດ 8 ພາກຮຽນ ຫຼື 4 ປີ. ແຕ່ລະພາກຮຽນໃຊ້ເວລາ 4 ເດືອນ ຫຼື 16 ຫາ 18 ອາ ທິດ ເພື່ອໃຫ້ຮຽນຄົບຕາມໜ່ວຍກິດທີ່ກຳນົດໃນຫຼັກສູດ. ການຈັດຕັ້ງການຮຽນການສອນແມ່ນໄດ້ປະຕິ ບັດດັ່ງນີ້:
- ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ, 1 ພາກຮຽນມີ 4 ເດືອນ ຫຼື ມີ 16 ຫາ 18 ອາທິດ
- ຮຽນຕົວຈິງ 16 ອາທິດ
- ອາທິດແຮ 1 ອາທິດ
- ສອບເສັງ 1 ອາທິດ
• ໜຶ່ງອາທິດ ຮຽນ 5 ວັນ (ວັນຈັນ ຫາ ວັນສຸກ)
• ໜຶ່ງວັນ ຮຽນ 5 ຊົ່ວໂມງ ຫາ 6 ຊົ່ວໂມງ
• ໜຶ່ງຊົ່ວໂມງ ຮຽນ 50 ນາທີ ແລະ 10 ນາທີ ພັກຜ່ອນ
• ເວລາຮຽນ ຕອນເຊົ້າເລີ່ມ 8 :00 ໂມງ ຫາ 11:30 ໂມງ
ຕອນບ່າຍເລີ່ມ 13 :00ໂມງ ຫາ 16:30 ໂມງ
ການໄປທັດສະນະສຶກສາພາຍໃນປະເທດ ຫຼື ຕ່າງປະເທດ ນັກສຶກສາຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆເອງ
12. ໄລຍະເວລາການສຶກສາ:
ນັກສຶກສາທີ່ຮຽນຫຼັກສູດວິທະຍາສາດ ສາຂາວິທະຍາສາດຄອມພິວເຕີໃຊ້ເວລາໃນການຮຽນຈົບ 4 ປີ ຫຼື 8 ພາກຮຽນ ແລະ ສາມາດຮັກສາສະຖານະພາບນັກສຶກສາສູງສຸດ 2 ປີ
13. ການກໍານົດໜ່ວຍກິດໃນແຜນການຮຽນ-ການສອນ
13.1 ຈຳນວນໜ່ວຍກິດລວມ ທີ່ສອນໃນຫຼັກສູດ: 137 ໜ່ວຍກິດ
0. | ໝວດວິຊາຄວາມຮູ້ທົ່ວໄປ | 20 | ໜ່ວຍກິດ |
1. | ໝວດວິຊາພື້ນຖານວິຊາສະເພາະ | 40 | ໜ່ວຍກິດ |
2. | ໝວດວິຊາສະເພາະ | 74 | ໜ່ວຍກິດ |
3. | ໝວດວິຊາເລືອກ | 3 | ໜ່ວຍກິດ |
13.2 ແຜນຈັດຕັ້ງ ການຮຽນ-ການສອນ ໃນແຕ່ລະປີ, ແຕ່ລະພາກຮຽນ:
ປີທີ 1 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
115LS101 | ລາວສືກສາ1 | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
205ES101 | ພາສາອັງກິດສຳລັບວິທະຍາສາດ 1 | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
205MC111 | ຄະນິດສາດສຳລັບຄອມພິວເຕີ 1 | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205CS121 | ລະບົບຄອມພິວເຕີ | 2(2-0-4) | ໝວດວິຊາສະເພາະ |
205BC121 | ການນໍາໃຊ້ຊອບແວພື້້ນຖານ | 2(0-4-2) | ໝວດວິຊາສະເພາະ |
205CP121 | ການຂຽນໂປຣແກຣມດ້ວຍພາສາ C | 3(2-2-5) | ໝວດວິຊາສະເພາະ |
205DB121 | ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ (MS Access) |
3(2-2-5) | ໝວດວິຊາສະເພາະ |
145PY101 | ຈິດຕະວິທະຍາທົ່ວໄປ | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
ລວມ: | 19(14-10-33) |
ປີທີ 1 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205FS111 | ສະຖິຕິພື້ນຖານ | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205CA111 | ແຄນຄູລັດສ໌ 1 | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205ES102 | ພາສາອັງກິດສຳລັບວິທະຍາສາດ 2 | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
135LS102 | ລາວສືກສາ 2 | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
205DB122 | ລະບົບຖານຂໍ້ມູນ(Database Systems) | 3(2-2-5) | ໝວດວິຊາສະເພາະ |
205PY121 | ການຂຽນໂປຣແກຣມພາສາ Python ສໍາລັບ Data Science | 3(2-2-5) | ໝວດວິຊາສະເພາະ |
205OS121 | ລະບົບປະຕິບັດການ(Operating Systems) | 2(2-0-4) | ໝວດວິຊາສະເພາະ |
ລວມ: | 18(14-8-32) |
ປີທີ 2 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ | |
205MC212 | ຄະນິດສາດສຳລັບຄອມພິວເຕີ 2 | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ | |
205CA212 | ແຄນຄູລັດສ໌ 2 | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ | |
205EC201 | ພາສາອັງກິດສຳລັບຄອມພິວເຕີ 1 | 1(0-2-1) | ໝວດວິຊາຄວາມຮູ້ທົ່ວໄປ | |
205DS221 | ດາຕາຊາຍ (Data Science) | 3(2-2-5) | ໝວດວິຊາສະເພາະ | |
205AD221 | ໂຄງສ້າງຂໍ້ມູນ ແລະ ຂັ້ນຕອນວິທີ 1 | 3(2-2-5) | ໝວດວິຊາສະເພາະ | |
205RL221 | ການຂຽນໂປຣແກຣມພາສາ R ສໍາລັບ Data Science |
3(2-2-5) | ໝວດວິຊາສະເພາະ | |
205MI211 | ລະບົບຂ່າວສານເພື່ອການບໍລິຫານ(MIS) | 2(2-0-4) | ໝວດວິຊາພື້ນຖານວິຊາສະເພາະ | |
ລວມ: | 18(12-12-30) | |||
ປີທີ 2 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205AD222 |
ໂຄງສ້າງຂໍ້ມູນ ແລະ ຂັ້ນຕອນວິທີ 2 |
3(2-2-5) | ໝວດວິຊາສະເພາະ |
205SR211 | ສະຖິຕິວິໄຈ | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205DM221 | ດາຕາ ມາຍນິ່ງ (Data Mining) | 3(2-2-5) | ໝວດວິຊາສະເພາະ |
205OD221 | ການວິເຄາະ ແລະ ອອກແບບລະບົບ (ແບບວັດຖຸ) |
3(2-2-5) | ໝວດວິຊາສະເພາະ |
205DP221 | Database Programming | 3(2-2-5) | ໝວດວິຊາສະເພາະ |
015ND201 | ສຶກສາປ້ອງກັນຕົວ | 3(0-2-7) | ໝວດວິຊາຄວາມຮູ້ທົ່ວໄປ |
115HR203 | ມະນຸດສຳພັນ | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
ລວມ: | 20(12-12-36) |
ປີທີ 3 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205CN321 | ການສື່ສານຂໍ້ມູນ ແລະ ເຄືອຂ່າຍ | 3(2-2-5) | ໝວດວິຊາສະເພາະ |
205EC301 | ພາສາອັງກິດສຳລັບຄອມພິວເຕີ 2 | 1(0-2-1) | ໝວດວິຊາຄວາມຮູ້ທົ່ວໄປ |
205RM321 | ວິທີການຄົ້ນຄວ້າ(ວິທະຍາສາດຄອມພິວເຕີ) | 3(2-2-5) | ໝວດວິຊາສະເພາະ |
205IR321 | ການສືບຄົ້ນຂໍ້ມູນຂ່າວສານ (Information Retrieval) |
2(2-0-4) | ໝວດວິຊາສະເພາະ |
205CV321 | Computer Vision: ປະມວນຜົນຮູບພາບ(Digital Image Processing) |
3(2-2-5) | ໝວດວິຊາສະເພາະ |
205ET311 | ໄຟຟ້າສໍາລັບຄອມພິວເຕີ (Electricity 1) | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205AI321 | ປັນຍາປະດິດ (Artificial Intelligence) | 3(2-0-7) | ໝວດວິຊາສະເພາະ |
ລວມ: | 18(12-10-32) |
ປີທີ 3 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205ML321 | ມາຊີນເລີນນິ່ງ (Machine Learning) | 2(2-0-4) | ໝວດວິຊາສະເພາະ |
205SM311 | ສຳມະນາ 1 | 1(0-2-1) | ໝວດວິຊາພື້ນຖານວິຊາສະເພາະ |
205CG321 | ຄອມພິວເຕີກຣາບຟິກ | 3(2-2-5) | ໝວດວິຊາສະເພາະ |
205SE321 | ວິສະວະກຳຊັອບແວ | 2(2-0-4) | ໝວດວິຊາສະເພາະ |
205BT321 | Introduction to Blockchain Technology | 2(2-0-4) | ໝວດວິຊາສະເພາະ |
205SA311 | ການບໍລິຫານເຄື່ອງແມ່ຂ່າຍ | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
205SF321 | Computer Security and Forensics | 2(2-0-4) | ໝວດວິຊາສະເພາະ |
205AP311 | ການບໍາລຸງຮັກສາ ແລະ ແກ້ໄຂບັນຫາຄອມພິວເຕີ (CompTIA A+) | 3(2-2-5) | ໝວດວິຊາພື້ນຖານວິຊາສະເພາະ |
ລວມ: | 18(14-8-32) |
ປີທີ 4 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
115PO401 | ການເມືອງປະຈຸບັນ | 2(2-0-4) | ໝວດວິຊາຄວາມຮູ້ທົ່ວໄປ |
205EC401 | ພາສາອັງກິດສຳລັບຄອມພິວເຕີ 3 | 1(0-2-1) | ໝວດວິຊາຄວາມຮູ້ທົ່ວໄປ |
205SM412 | ສຳມະນາ 2 | 1(0-2-1) | ໝວດວິຊາພື້ນຖານວິຊາສະເພາະ |
205BD421 | ບິກດາຕາ (Introduction to Big Data) | 2(2-0-4) | ໝວດວິຊາສະເພາະ |
205IO421 | Introduction to Internet of Things (IoT) | 3(2-0-7) | ໝວດວິຊາສະເພາະ |
205HM421 | Hybrid Mobile App | 3(2-2-5) | ໝວດວິຊາສະເພາະ |
205CC421 | Intoduction to Cloud Computing | 2(2-0-4) | ໝວດວິຊາສະເພາະ |
xxxxxxxx | ວິຊາເລືອກ | 3(2-2-5) | ໝວດວິຊາເລືອກ |
ລວມ: | 17(12-8-33) |
ປີທີ 4 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ໜ່ວຍກິດ | ກຸ່ມວິຊາ |
205FP411 | ໂຄງການຈົບຊັ້ນ | 6(0-0-18) | ໝວດວິຊາພື້ນຖານວິຊາສະເພາະ |
205IP411 | ຝຶກງານ ຫຼື ເຮັດໂຄງການຂະໜາດນ້ອຍ | 3(0-0-9) | ໝວດວິຊາພື້ນຖານວິຊາສະເພາະ |
ລວມ: | 9(0-0-27) |