1. ຊື່ຫຼັກສູດ:
1.1 ຊື່ພາສາລາວ: ຫຼັກສູດປະລິນຍາຕີ ວິທະຍາສາດ ສາຂາ ການພັດທະນາໂປຣແກຣມຄອມພິວເຕີ.
1.2 ຊື່ພາສາອັງກິດ: Bachelor of Science Program in Computer Programming
2. ຊື່ໃບປະກາດສະນີຍະບັດ:
2.1 ຊື່ເຕັມພາສາລາວ: ປະລິນຍາຕີ ວິທະຍາສາດ ສາຂາການພັດທະນາໂປຣແກຣມຄອມພິວເຕີ
2.2 ຊື່ຫຍໍ້ພາສາລາວ: ປຕ.ວ. (ການພັດທະນາໂປຣແກຣມຄອມພິວເຕີ)
2.3 ຊື່ເຕັມພາສາອັງກິດ: Bachelor of Science in Computer Programming)
2.4 ຊື່ຫຍໍ້ພາສາອັງກິດ : B.Sc. (Computer Programming)
3. ໜ່ວຍງານຮັບຜິດຊອບ
ພາກວິຊາ ວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາ ໄລແຫ່ງຊາດ. ອີເມວ: cs.fns@nuol.edu.la
4. ປັດຊະຍາ ແລະ ຈຸດປະສົງຂອງຫຼັກສູດ
4.1 . ປັດຊະຍາ
ເພື່ອປະຕິບັດຕາມແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານແຕ່ນີ້ຮອດປີ 2020 ໂດຍສະເພາະແມ່ນການບຸກທະລຸທາງດ້ານການພັດທະ ນາຊັບພະຍາກອນມະນຸດໃຫ້ປະກົດຜົນເປັນຈິງ. ການປັບປຸງຫຼັກສູດວິທະຍາສາດຄອມພິວເຕີ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແມ່ນມີ ຄວາມຈຳເປັນຢ່າງຍິ່ງໃນການກໍ່ສ້າງນັກວິຊາການໃຫ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດຄອມພິວເຕີເພື່ອສົ່ງເສີມໃຫ້ຜູ້ສຶກສາໄດ້ຮຽນຮູ້ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ. ພ້ອມທັງເປັນການຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນຂອບເຂດທົ່ວ ປະເທດ ແລະ ໃນພາກພື້ນ. ເນື້ອໃນຫຼັກສູດນີ້ແມ່ນກວມເອົາ 5 ຫຼັກມູນການສຶກສາໂດຍຖືຜູ້ຮຽນເປັນສຳຄັນ ແລະ ຮັບປະ ກັນໃຫ້ຜູ້ຮຽນໄດ້ເສີມຂະຫຍາຍການຮຽນຂອງຕົນຕາມຄວາມສາມາດ.
4.2 ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງບຸກຄະລາກອນລະດັບປລິນຍາຕີໃນສາຂາການພັດທະນາໂປຣແກຣມຄອມພິວເຕີ ທີ່ມີຄວາມຮູ້,ຄວາມສາມາດເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ເປັນ ພື້ນຖານໃນການສຶກສາ ຕໍ່ລະດັບສູງຂຶ້ນໃນສາຂາວິຊາຕ່າງໆທີ່ກ່ຽວຂ້ອງ.
- ເພື່ອສ້າງບຸກຄະລາກອນລະດັບປລິນຍາຕີໃນສາຂາການພັດທະນາໂປຣແກຣມຄອມພິວເຕີທີ່ມີຄຸນນະທຳຈາລິຍະທຳໃນການປະກອບວິຊາຊີບ, ຮູ້ຮັກສາຮີດຄອງປະເພນີອັນດີງາມ ຂອງຊາດລາວ.
- ສ້າງບຸກຄະລາກອນທີມີຄຸນນະພາບໃນການພັດທະນາ ແລະ ການວິໄຈທາງດ້ານວິທະ ຍາສາດຄອມພິວເຕີ. ນອກຈາກນັ້ນ ຍັງສ້າງໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມສາມາດເພື່ອໄປຮັບໃຊ້ສັງຄົມເຊັ່ນ: ສາມາດພັດທະນາໂປຣແກຣມຄອມພິວເຕີຕາມຄວາມຕ້ອງການຂອງແຕ່ລະໜ້າວຽກໄດ້, ສາມາດນຳໃຊ້ຄອມພິວເຕີເຂົ້າໃນວຽກງານທາງດ້ານ ທຸລະກິດ, ດ້ານກະສີກຳ ແລະ ອຸດສາຫະກຳ. ພ້ອມກັນນັ້ນຍັງສ້າງໃຫ້ເຂົາເຈົ້າສາມາດ ນຳຄວາມຮູ້ທາງດ້ານການພັດທະນາໂປຣແກຣມຄອມພີວເຕີ ມາຮັບໃຊ້ໃຫ້ກັບທຸກຂະແໜງການ ທັງພາກລັດ ແລະ ເອກະຊົນອີກດ້ວຍ.
- ເພື່ອສ້າງບຸກຄະລາກອນລະດັບປະລິນຍາຕີສາຂາ ການພັດທະນາໂປຣແກຣມຄອມພິວເຕີໃຫ້ເປັນນັກພັດທະນາໂປຣແກຣມທີ່ຄ່ອງແຄ້ວ ເພື່ອໄປປະກອບອາຊີບໄດ້ຢ່າງຖາວອນເຊັ່ນ: ເປັນນັກວິເຄາະແລະອອກແບບລະບົບ, ນັກພັດທະນາໂປຣແກຣມຄອມພິວເຕີ, ນັກອອກແບບຖານຂໍ້ມູນ, ຜູ້ຄຸ້ມຄອງລະບົບລຸກຂ່າຍ, ຜູ້ຄຸ້ມຄອງລະບົບແມ່ຂ່າຍຄອມພິວເຕີ ແລະ ອື່ນໆ.
5. ການກຳນົດການເປີດສອນ
ເລີ່ມແຕ່ສົກຮຽນ 2011-2012 ເປັນຕົ້ນໄປ.ແລະ ຈະປະເມີນຜົນພາຍຫຼັງນັກສຶກສາຮຽນຈົບ 1-2 ລຸ້ນ
6. ຄາດຄະເນແຜນຮັບນັກສຶກສາ
- ພາກເຕັມເວລາ
ປີຮຽນ | ປີການສຶກສາ/ຈຳນວນນັກສຶກສາ | |||
2012 | 2013 | 2014 | 2015 | |
ປີ1 | 80 | 100 | 100 | 100 |
ປີ2 | 80 | 100 | 100 | |
ປີ3 | 80 | 100 | ||
ປີ4 | 80 | |||
ລວມ | 80 | 180 | 280 | 380 |
- ພາກບໍ່ເຕັມເວລາ
ປີຮຽນ | ປີການສຶກສາ/ຈຳນວນນັກສຶກສາ | ||||
2012 | 2013 | 2014 | 2015 | ||
ປີ1 | 40 | 60 | 80 | 80 | |
ປີ2 | 40 | 60 | 80 | ||
ປີ3 | 40 | 60 | |||
ປີ4 | 40 | ||||
ລວມ | 40 | 100 | 180 | 260 | |
7. ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດ ສາຂາ ການພັດທະນາເວບໄຊ ຕ້ອງແມ່ນຜູ້ສຳເລັດການຮຽນລະດັບ ມັດທະຍົມສຶກສາຕອນປາຍ ຫຼື ທຽບເທົ່າ,
ຜູ້ທີ່ສຳເລັດການຮຽນຊັ້ນກາງຫຼື ທຽບເທົ່າໃນສາຂາທີ່ກ່ຽວຂ້ອງ
8. ວິທີການເລືອກຜູ້ເຂົ້າສຶກສາ
ຜູ້ທີ່ມີມາດຖານຖຶກຕ້ອງຕາມທີ່ກຳນົດໄວ້ໃນຂໍ້ 7 ຕ້ອງໄດ້ຍື່ນຄຳຮອ້ງເພື່ອສອບເສັງຄັດເລືອກເຂົ້າໃນແຕ່ລະຕົ້ນສົກຮຽນໂດຍມີຄະນະກຳມະການສອບເສັງຄັດເລືອກຈາກ ມຊ ສົມທົບກັບກົມການສຶກສາຊັ້ນສູງກະຊວງສຶກສາທິການເພື່ອຄັດເລືອກ.
9. ການຈັດຕັ້ງການຮຽນ - ການສອນ
ການຮຽນເຕັມເວລາຊື່ງຈະສອນຕາມລະບົບໜ່ວຍກິດ 8 ພາກຮຽນ, ແຕ່ບໍ່ເກີນ 10 ພາກຮຽນ ຫຼື 4 ປີ, ແຕ່ບໍ່ເກີນ 5 ປີ. ແຕ່ລະພາກຮຽນໃຊ້ເວລາ 4 ເດືອນ ຫຼື 16 ອາທິດ ເພື່ອຮຽນຄົບຕາມໜ່ວຍກິດ. ການກຳນົດການຈັດຕັ້ງການຮຽນການສອນແມ່ນໄດ້ປະຕິບັດດັ່ງນີ້:
- ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ, 1 ພາກຮຽນມີ 4 ເດືອນ ຫຼື ມີ 16 ອາທິດ
- ຮຽນຕົວຈິງ 16 ອາທິດ
- ສອບເສັງ 2 ອາທິດ
- ແຮວັນພັກ 1 ອາທິດ
- ໜຶ່ງອາທິດຮຽນ 5 ວັນ (ຈັນ ຫາ ສຸກ)
- ໜຶ່ງວັນຮຽນ 5 ຫາ 6 ຊົ່ວໂມງ
- ໜຶ່ງຊົ່ວໂມງຮຽນ 50 ນາທີ, 10 ນາທີ ພັກຜ່ອນ
- ຕອນເຊົ້າເລີ່ມ ເວລາ 8 :00 ໂມງ ຫາ 11:30 ໂມງ, ຕອນບ່າຍເລີ່ມ ເວລາ 13 :00 ໂມງ ຫາ 16:30 ໂມງ
ການຮຽນບໍ່ເຕັມເວລາຊື່ງຈະສອນຕາມລະບົບໜ່ວຍກິດ 12 ພາກຮຽນ, ແຕ່ບໍ່ເກີນ 15 ພາກ ຮຽນ ຫຼື 4 ປີ, ແຕ່ບໍ່ເກີນ 5 ປີ. ແຕ່ລະພາກຮຽນໃຊ້ເວລາ 4 ເດືອນ ຫຼື 16 ອາທິດ ເພື່ອຮຽນຄົບຕາມໜ່ວຍກິດ. ການກຳນົດການຈັດຕັ້ງການຮຽນການສອນແມ່ນໄດ້ປະຕິບັດດັ່ງນີ້:
- ໜຶ່ງສົກຮຽນແບ່ງເປັນ 2 ພາກຮຽນ, 1 ພາກຮຽນມີ 4 ເດືອນ ຫຼື ມີ 16 ອາທິດ
- ຮຽນຕົວຈິງ 15 ອາທິດ
- ສອບເສັງ 1 ອາທິດ
- ໜຶ່ງອາທິດຮຽນ 5 ວັນ (ຈັນ ຫາ ສຸກ)
- ໜຶ່ງວັນຮຽນ 3 ຫາ 4 ຊົ່ວໂມງ
- ໜຶ່ງຊົ່ວໂມງຮຽນ 50 ນາທີ, 10 ນາທີ ພັກຜ່ອນ
- ເວລາຮຽນເລີ່ມ 17 :00 ໂມງ ຫາ 20:00 ໂມງ
10. ໄລຍະເວລາການສຶກສາ
- ນັກສຶກສາທີ່ຮຽນເຕັມເວລາໃຊ້ເວລາໃນການຮຽນຈົນຈົບຫຼັກສູດ 4 ປີ ແຕ່ບໍ່ເກີນ 5 ( 8 ພາກຮຽນ ແຕ່ບໍ່ເກີນ 10 ພາກຮຽນ )
- ນັກສຶກສາທີ່ຮຽນບໍ່ເຕັມເວລາໃຊ້ເວລາໃນການຮຽນຈົນຈົບຫຼັກສູດ 5 ປີ ແຕ່ບໍ່ເກີນ 6 ( 10 ພາກຮຽນ ແຕ່ບໍ່ເກີນ 12 ພາກຮຽນ )
11. ໂຄງສ້າງຫຼັກສູດ
ຈຳນວນໜ່ວຍກິດລວມທີ່ສອນໃນຫຼັກສູດ: 145 ໜ່ວຍກິດ
ໝວດວິຊາຄວາມຮູ້ພື້ນຖານທົ່ວໄປ 19 ໜ່ວຍກິດ
ກຸ່ມວິຊາພາສາ 8 ໜ່ວຍກິດ
ກຸ່ມວິຊາມະນຸດສາດ ແລະ ສັງຄົມ 11 ໜ່ວຍກິດ
ໜວດວິຊາພື້ນຖານວິຊາສະເພາະ 42 ໜ່ວຍກິດ
ກຸ່ມວິຊາສະເພາະຫຼັກ 27 ໜ່ວຍກິດ
ກຸ່ມວິຊາສະເພາະດ້ານ 15 ໜ່ວຍກິດ
ໜວດວິຊາສະເພາະ 80 ໜ່ວຍກິດ
ກຸ່ມວິຊາສະເພາະບັງຄັບ 68 ໜ່ວຍກິດ
ກຸ່ມວິຊາສະເພາະເລືອກ 12 ໜ່ວຍກິດ
ໜວດວິຊາເສລີ 3 ໜ່ວຍກິດ
ຈຳນວນວິຊາທີ່ຮຽນທັງໝົດ 52 ວິຊາ
ຈຳນວນໜ່ວຍກິດທິດສະດີ 92 ໜ່ວຍກິດ
ຈຳນວນໜ່ວຍກິດຝຶກຫັດ 81 ໜ່ວຍກິດ
ຈຳນວນໜ່ວຍກິດປະຕິບັດຕົວຈິງ 9 ໜ່ວຍກິດ
12. ແຜນການຮຽນ-ການສອນ
ປີທີ 1 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
S00LS101 | ລາວສຶກສາ1 | 2(2-0-0) | ພື້ນຖານທົ່ວໄປ |
251EC101 | ພາສາອັງກິດສຳລັບຄອມພິວເຕີ 1 | 2(0-4-0) | ພື້ນຖານທົ່ວໄປ |
700PY101 | ຈິດຕະວິທະຍາທົ່ວໄປ | 2(0-0-0) | ພື້ນຖານທົ່ວໄປ |
251CS121 | ລະບົບຄອມພິວເຕີ | 3(3-0-0) | ວິຊາສະເພາະ |
251CL111 | ການຂຽນໂປຣແກຣມດ້ວຍພາສາ C | 3(2-2-0) | ພື້ນຖານວິຊາສະເພາະ |
251CP121 | ການນຳໃຊ້ຄອມພິວເຕີພື້ນຖານ | 3(2-2-0) | ພື້ນຖານວິຊາສະເພາະ |
251DB131 | ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ | 3(3-0-0) | ພື້ນຖານວິຊາສະເພາະ |
ລວມ | 18(12-8-0) |
ປີທີ 1 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
900LS102 | ລາວສຶກສາ2 | 2(2-0-0) | ພື້ນຖານທົ່ວໄປ |
251EC102 | ພາສາອັງກິດສຳລັບຄອມພິວເຕີ 2 | 2(0-4-0) | ພື້ນຖານທົ່ວໄປ |
251MC121 | ຄະນິດສາດສຳລັບຄອມພິວເຕີ 1 | 3(2-2-0) | ພຶ້ນຖານວິຊາສະເພາະ |
252JA131 | ການຂຽນໂປຣແກຣມດ້ວຍພາສາ java1 | 3(2-2-0) | ວິຊາສະເພາະ |
251DB132 | ລະບົບຖານຂໍ້ມູນ(ນຳໃຊ້ SQL) | 4(3-2-0) | ພຶ້ນຖານວິຊາສະເພາະ |
251CN122 | ການສື່ສານຂໍ້ມູນ ແລະ ເຄືອຂ່າຍ | 3(2-2-0) | ວິຊາສະເພາະ |
252ST111 | ສະຖິຕິພື້ນຖານ | 3(2-2-0) | ພຶ້ນຖານວິຊາສະເພາະ |
ລວມ | 20(13-14-0) | |
ປີທີ 2 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
251CG331 | ຄອມພິວເຕີກຣາຟິກ | 3(2-2-0) | ພຶ້ນຖານວິຊາສະເພາະ |
251EC203 | ພາສາອັງກິດສຳລັບຄອມພິວເຕີ 3 | 2(0-4-0) | ພື້ນຖານທົ່ວໄປ |
251CA221 | ອົງປະກອບ ແລະ ສະຖາປັດຕິຍະກຳຄອມພີວເຕີ | 3(3-0-0) | ພຶ້ນຖານວິຊາສະເພາະ |
251AD231 | ຂັ້ນຕອນວິທີ ແລະ ໂຄງສ້າງຂອງຂໍ້ມູນ | 4(3-2-0) | ວິຊາສະເພາະ |
251MC222 | ຄະນິດສາດສຳລັບຄອມພິວເຕີ 2 | 3(2-2-0) | ພຶ້ນຖານວິຊາສະເພາະ |
252JA212 | ການຂຽນໂປຣແກຣມດ້ວຍພາສາ Java2 | 3(2-2-0) | ວິຊາສະເພາະ |
ລວມ | 18(12-12-0) |
ປີທີ 2 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
251EC204 | ພາສາອັງກິດສຳລັບຄອມພິວເຕີ 4 | 2(0-4-0) | ພື້ນຖານທົ່ວໄປ |
252VB231 | ການຂຽນໂປຣແກຣມ ດ້ວຍ VB.NET 1 | 3(2-2-0) | ວິຊາສະເພາະ |
252CV231 | ຄອມພິວເຕີວິເຊິນ (Computer vision) (ສົມສັກ,ລັດສະໝີ) | 3(2-2-0) | ວິຊາສະເພາະ |
252AN222 | ການວິເຄາະຂັ້ນຕອນວິທີ(Algorithm Analysis) (ທອງສິງ) | 2(2-0-0) | ວິຊາສະເພາະ |
O00ND201 | ປ້ອງກັນຊາດ ປ້ອງກັນຄວາມສະຫງົບ | 1(0-3-0) | ພື້ນຖານທົ່ວໄປ |
251MB431 | ການຂຽນໂປຣແກຣມສໍາລັບມືຖື | 3(2-2-0) | ວິຊາສະເພາະ |
ວິຊາເລືອກ, ເລືອກເອົາສອງວິຊາ | 6 | ||
252OD221 | ການວິເຄາະ ແລະ ອອກແບບລັກສະນະວັດຖຸ(Object Oriented Analysis and Design) | 3(2-2-0) | ວິຊາເລືອກ |
251AS221 | MOS | 3(2-2-0) | ວິຊາເລືອກ |
ລວມ | 20(15-17-0) |
ປີທີ 3 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
251OS311 | ລະບົບປະຕິບັດການ | 3(2-2-0) | ພຶ້ນຖານວິຊາສະເພາະ |
251RM311 | ວິທີການຄົ້ນຄ້ວາ | 2(2-0-0) | ພຶ້ນຖານວິຊາສະເພາະ |
252LN321 | Linux ພື້ນຖານ ແລະ ລະບົບຈັດການຂອງ Linux | 3(2-2-0) | ວິຊາສະເພາະ |
251VB332 | ການຂຽນໂປຣແກຣມດ້ວຍ VB.NET 2 | 3(2-2-0) | ວິຊາສະເພາະ |
252DM221 | ດາຕ້າມາຍນິງ (Data mining) | 3(2-2-0) | ວິຊາສະເພາະ |
251WT321 | ເວບເຊີເວີ ແລະ ເວບ ເທັກໂນໂລຢີ (Web Servers & Web Technology ) | 3(2-2-0) | ສະເພາະບັງຄັບ |
251MI221 | ລະບົບຂ່າວສານເພື່ອການບໍລິຫານ | 3(3-0-0) | ພຶ້ນຖານວິຊາສະເພາະ |
ລວມ | 20(14-12-0) |
ປີທີ 3 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
251SM321 | ສຳມະນາ 1 | 1(0-1-0) | ວິຊາສະເພາະ |
251SH321 | ການຂຽນໂປຣແກຣມດ້ວຍພາສາ C# 1 | 3(2-2-3) | ວິຊາສະເພາະ |
N1 | ມະນຸດສຳພັນ | 2(2-0-0) | ພື້ນຖານທົ່ວໄປ |
251SE331 | ວິສະວະກຳຊອບແວ | 3(2-2-0) | ພຶ້ນຖານວິຊາສະເພາະ |
252WS321 | ການບໍລິຫານເຄື່ອງແມ່ຂ່າຍ ດ້ວຍ Windows | 3(2-2-0) | ພຶ້ນຖານວິຊາສະເພາະ |
251SA231 | ການວິເຄາະ ແລະ ອອກແບບລະບົບ | 4(3-2-0) | ວິຊາສະເພາະ |
ວິຊາເລືອກ | 3 | ||
252NW341 | NetWork+ | 3(2-2-0) | ວິຊາເລືອກ |
ລວມ | 19(13-11-3) |
ປີທີ 4 ພາກຮຽນທີ 1
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
S00PO101 | ການເມືອງປະຈຸບັນ | 2(2-0-0) | ພື້ນຖານທົ່ວໄປ |
251SH422 | ການຂຽນໂປຣແກຣມດ້ວຍພາສາ C# 2 | 3(2-2-0) | ວິຊາສະເພາະ |
252LS421 | ການບໍລິຫານເຄ່ື່ອງແມ່ຂ່າຍ ດ້ວຍ Linux | 3(2-2-0) | ວິຊາສະເພາະ |
251SM422 | ສຳມະນາ 2 | 1(0-1-0) | ວິຊາສະເພາະ |
251AI411 | ປັນຍາປະດິດ(Artificial Intelligence) | 3(3-0-0) | ວິຊາສະເພາະ |
251AP421 | A+ | 3(2-2-0) | ພຶ້ນຖານວິຊາສະເພາະ |
ວິຊາເລືອກ, ເລືອກເອົາສອງວິຊາ | 6 | ວິຊາເລືອກ | |
252PM421 | ການບໍລິຫານໂຄງການ(Project management) | 3(3-0-0) | ວິຊາເລືອກ |
FE | ບໍລິຫານການສຶກສາ | 3(2-2-0) | ວິຊາເລືອກເສລີ |
ລວມ | 21(16-9-0) |
ປີທີ 4 ພາກຮຽນທີ 2
ລະຫັດວິຊາ | ຊື່ວິຊາ | ຈຳນວນໜ່ວຍກິດ | ໝວດວິຊາ |
252PJ431 | ໂຄງການຈົບຊັ້ນ | 6(0-0-30) | ວິຊາສະເພາະ |
252IP431 | ຝຶກງານ | 3(0-0-15) | ວິຊາສະເພາະ |
ລວມ | 9(0-0-30) |